ເອກກະຊົນ ສຳຣວດໂຄງການ ພະລັງງານ ແສງຕາເວັນ ເນື້ອທີ່ 1,152 ເຮັກຕ້າຣ໌ ຢູ່ເຊກອງ

ພອນ ພູມມີທອນ
2023.04.12
ເອກກະຊົນ ສຳຣວດໂຄງການ ພະລັງງານ ແສງຕາເວັນ ເນື້ອທີ່ 1,152 ເຮັກຕ້າຣ໌ ຢູ່ເຊກອງ ພິທີເຊັນສັນຍາ ບົດບັນທຶກ ຄວາມເຂົ້າໃຈ ເພື່ອສຶກສາ ສຳຣວດຄວາມເປັນໄປໄດ້ ໃນການພັທນາ ໂຄງການພະລັງງານ ແສງຕາເວັນ ເມືອງລະນາມ, ແຂວງເຊກອງ. ວັນທີ 11 ເມສາ 2023.
ຮູບພາບ: Lao Youth Radio

ເມື່ອວັນທີ 11 ເມສາ ທີ່ຜ່ານມານີ້ ໄດ້ມີພິທີເຊັນບົດບັນທືກ ຄວາມເຂົ້າໃຈ ລະຫວ່າງ ຣັຖບານລາວ ກັບ ບໍຣິສັດ ໄຊຊະນະ ພະລັງງານ ຈໍາກັດ ຜູ້ດຽວ ເພື່ອສືກສາສໍາຣວດ ຄວາມເປັນໄປໄດ້ ໃນການພັທນາ ໂຄງການພະລັງງານ ແສງຕາເວັນ ໃນເນື້ອທີ 1,152 ເຮັກຕ້າຣ໌ ຢູ່ບ້ານນາງຍອງ ແລະ ບ້ານປາກປູນ ເມືອງລະນາມ ແຂວງເຊກອງ ເຊິ່ງເປັນການລົງທຶນຂນາດໃຫຍ່ ທີ່ຄາດວ່າ ຈະໃຊ້ງົບປະມານລົງທຶນ 1,200 ລ້ານໂດລ້າຣ໌ ສະຫະຣັຖ ເພື່ອຜລິດພະລັງງານແສງຕາເວັນ ສົ່ງອອກໄປປະເທດໃກ້ຄຽງ. ກ່ຽວກັບເຣຶ່ອງນີ້ ວິທຍຸເອເຊັຽ ເສຣີ ໄດ້ຕິດຕໍ່ໄປຍັງກົມສົ່ງເສີມ ການລົງທຶນ ກະຊວງແຜນການ ແລະ ການລົງທຶນ ເພື່ອ ຂໍຊາບຣາຍລະອຽດ ເພີ່ມຕື່ມ ໂດຍເຈົ້າໜ້າທີ່ ທີ່ກ່ຽວຂ້ອງຜູ້ນຶ່ງ ໃຫ້ຄໍາຊີ້ແຈງ ພຽງແຕ່ວ່າ ບໍຣິສັດດັ່ງກ່າວ ກໍາລັງເຣີ່ມສໍາຣວດ ຄວາມເປັນໄປໄດ້ ຢູ່ໃນຂອບເຂດເນື້ອທີ່ ທີ່ຣັຖບານໃຫ້ອະນຸຍາດ ສືກສາສໍາຣວດ ເພື່ອເຮັດໂຄງການດັ່ງກ່າວນີ້ ຢູ່ເມືອງລະນາມ ແຂວງເຊກອງ ແລະ ຖ້າຢາກຮູ້ຂໍ້ມູນເພີ່ມເຕີມ ກໍໃຫ້ເຮັດໜັງສືສເນີ ມາຍັງກະຊວງແຜນການ ແລະ ການລົງທຶນ. ໃນຂະນະດຽວກັນ ວິທຍຸເອເຊັຽ ເສຣີ ກໍໄດ້ຕິດຕໍ່ໄປຍັງ ຜແນກແຜນການ ແລະ ການລົງທຶນ ແຂວງເຊກອງ ເພື່ອສອບຖາມ ຣາຍລະອຽດເພີ່ມຕື່ມ ຮວມທັງສອບຖາມວ່າ ໂຄງການນີ້ ຈະຖືກທີ່ດິນຂອງຊາວບ້ານນໍາ ຫລື ບໍ່, ແຕ່ບໍ່ມີເຈົ້າໜ້າທີ່ຄົນໃດຮັບໂທລະສັບ ເນື່ອງຈາກຢູ່ໃນໄລຍະ ກ່ອນເຣີ່ມບຸນປີໃໝ່ລາວ, ເຖິງຢ່າງໃດກໍຕາມ ສໍາລັບຊາວບ້ານສ່ວນໃຫຍ່ຢູ່ເມືອງລະນາມ ກໍຍັງບໍ່ທັນຮູ້ເທຶ່ອວ່າຈະມີໂຄງການ ພະລັງງານແສງຕາເວັນ ເກີດຂຶ້ນຢູ່ ໃນເຂດເມືອງຂອງພວກເຂົາເຈົ້າ ເຊິ່ງຫລາຍຄົນ ກໍຮູ້ພຽງແຕ່ວ່າ ກ່ອນໜ້ານີ້ ກໍເຄີຍມີໂຄງການເຂື່ອນໄຟຟ້າ ແລະ ໂຄງການພະລັງງານຮ້ອນຖ່ານຫີນ ເກີດຂຶ້ນຢູ່ເມືອງລະນາມ.

ດັ່ງ ຊາວບ້ານ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 12 ເມສາ ນີ້ວ່າ:

“ກໍບໍ່ຈັກເຂົາສ້າງຫຍັງເນາະ ບໍ່ຮູ້ເນາະ ມີແຕ່ວ່າເປັນພະລັງງານ ພວກພະລັງງານນັ້ນ ກະຫລາຍເນາະ ເຂື່ອນເຂົາກະເຮັດແຖວຫັ້ນ ຢູ່ແຖວບ້ານປາກປູນຫັ້ນ ໄກເຕີບເອື້ອຍນ່າ ພະລັງງານຫລາຍ ພະລັງງານລົມກະມີ.”      

ຊາວບ້ານ ຢູ່ເມືອງລະນາມ ອີກນາງນຶ່ງ ກ່າວວ່າ ສໍາລັບບ້ານນາງຍອງ ແລະ ບ້ານປາກປູນ ເຊິ່ງເປັນບ້ານທີ່ຈະມີໂຄງການ ພະລັງງານແສງຕາເວັນ ເກີດຂຶ້ນນັ້ນ ເປັນເຂດບ້ານທີ່ຢູ່ແຖວເຂດນອກ ແລະ ຫ່າງໄກຈາກເຂດນອກ ແລະ ຫ່າງໄກຈາກເຂດໂຕເມືອງຂ້ອນຂ້າງຫລາຍຄົນຮູ້ ແຕ່ວ່າ ໃນໄລຍະທີ່ຜ່ານມາ ເຄີຍມີການພັທນາໂຄງການ ດ້ານພະລັງງານ ຢູ່ບ້ານດັ່ງກ່າວ ແຕ່ບໍ່ຮູ້ຣາຍລະອຽດຄັກແນ່ ກ່ຽວກັບໂຄງການດັ່ງກ່າວ.

ດັ່ງ ຍານາງກ່າວວ່າ:

“ຢູ່ເມືອງລະນາມ ຢູ່ຫັ້ນຢູ່ແຖວນອກ ກະມີຫລາຍຢູ່ເດ້ ເພາະວ່າເຂົາເຈົ້າກະເຮັດ ພວກໂຄງການສ້າງເຂື່ອນ ສ້າງຫຍັງຫັ້ນ ແຕ່ວ່າເຮົາກະບໍ່ຮູ້ລະອຽດປານໃດຫັ້ນນ່າ ໄກເດີ້ ບ້ານປາກປູນ ກັບ ບ້ານນາງຍອງ ບ້ານນາງຍອງຊິໄປທາງບ້ານໂພນ ມັນຊິມີທາງໄປທາງບ້ານໂພນ.”

ສ່ວນຊາວບ້ານ ຢູ່ແຂວງເຊກອງ ທ່ານນຶ່ງ ທີ່ມີຄວາມຮູ້ທາງດ້ານໂຄງການ ພະລັງງານຕ່າງໆ ກ່າວວ່າ ໂຄງການ ພະລັງງານແສງຕາເວັນ ທີ່ກໍາລັງມີການສໍາຣວດ ຄວາມເປັນໄປໄດ້ຢູ່ເມືອງລະນາມນັ້ນ ທ່ານເອງກໍບໍ່ຮູ້ຄັກແນ່ວ່າ ຈະເຣີ່ມລົງມືກໍ່ສ້າງໃນປີໃດ ແລະ ກໍບໍ່ໄດ້ຕິດຕາມຢ່າງໃກ້ຊິດ ຮູ້ພຽງແຕ່ວ່າຢູ່ແຂວງເຊກອງ ກໍກໍາລັງມີການກໍ່ສ້າງ ໂຄງການພະລັງງານລົມ ແລະ ອື່ນໆຢູ່.

ດັ່ງ ທ່ານກ່າວວ່າ:

“ໂຄງການກໍ່ສ້າງ ເຮົາຍັງບໍ່ທັນຮູ້ວ່າເພິ່ນຊິເຣີ່ມປີໃດ ຈັ່ງວ່າເຮົາກະບໍ່ແນ່ໃຈຄືກັນ ເຮົາບໍ່ໄດ້ຕິດຕາມ ໂຕນີ້ຍັງບໍ່ທັນຮູ້ຄືກັນ ໂຕ ພະລັງງານລົມນີ້ ແມ່ນເພິ່ນເຣິ່ມແລ້ວ.”

ນັກວິຊາການ ດ້ານພະລັງງານແສງຕາເວັນ ທ່ານນຶ່ງ ກ່າວວ່າ ສໍາລັບໂຄງການດັ່ງກ່າວ ຢູ່ເມືອງລະນາມນັ້ນ ກໍແມ່ນໂຄງການນຶ່ງ ທີ່ໜ້າສົນໃຈຫລາຍ ເຊິ່ງໃນທັສນະຂອງທ່ານເອງແລ້ວ ກໍເຫັນວ່າ ເປັນໂຄງການທີ່ແຕກຕ່າງກັບໂຄງການເຂື່ອນໄຟຟ້າ ແຕ່ຖ້າທຽບ ກັບໂຄງການເຂື່ອນໄຟຟ້າແລ້ວ ກໍມີຂໍ້ດີ ແລະ ຂໍ້ເສັຍທີ່ແຕກຕ່າງກັນໄປ ໂດຍ ສໍາລັບຂໍ້ດີນັ້ນ ກໍເປັນໂຄງການທີ່ສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ໜ້ອຍກ່ວາໂຄງການເຂື່ອນໄຟຟ້າ ສ່ວນຂໍ້ເສັຍກໍເປັນໂຄງການທີສາມາດ ຜລິດພະລັງງານ ໄດ້ແຕ່ຕອນກາງເວັນເທົ່ານັ້ນ ເພາະອາສັຍແສງຕາເວັນເປັນຫລັກ.

ດັ່ງ ທ່ານກ່າວວ່າ:

“ມັນກະດີຄົນລະຢ່າງເນາະ ເພາະວ່າຖ້າເຂື່ອນໄຟຟ້າກະໄດ້ທັງ 2 ຍາມເລີຍແມ່ນບໍ່ ຕອນກາງເວັນ ຕອນກາງຄືນກະໄດ້ເນາະ ແສງຕາເວັນ ມັນຊິໄດ້ແຕ່ຕອນກາງເວັນ ຖ້າສ້າງເຂື່ອນມັນກະຊິ ເຣຶ່ອງສິ່ງແວດລ້ອມເນາະ ຊິທໍາລາຍສິ່ງແວດລ້ອມ ມີຂໍ້ດີຂໍ້ເສັຍຕ່າງກັນ.”

ເຖິງຢ່າງໃດກໍຕາມ ໂຄງການພະລັງງານແສງຕາເວັນ ຂອງບໍຣິສັດ ໄຊຊະນະ ພະລັງງານ ຈໍາກັດຜູ້ດຽວ ເປັນໂຄງການທີ່ມີກໍາລັງຕິດຕັ້ງ 1,000 ເມກາວັຕ ແລະ ເມຶ່ອກໍ່ສ້າງສໍາເຣັດແລ້ວ ກໍຈະເປັນໂຄງການພັທນາ ທີ່ເປັນແຫລ່ງພະລັງງານໄຟຟ້າໃຫຍ່ ທີ່ຈະສນອງໄຟຟ້າສົ່ງອອກໄປຫລາຍປະເທດ ເຊັ່ນ ວຽດນາມ, ກັມພູຊາ ແລະ ໄທຍ ອີກທັງຍັງຈະມີການສືກສາ ທ່າແຮງໃນການສົ່ງອອກໄຟຟ້າ ໄປຍັງ ປະເທດ ສິງກະໂປ, ເນື່ອງຈາກ ຣັຖບານລາວໄດ້ເຊັນ ບົດບັນທຶກຄວາມເຂົ້າໃຈ ກັບປະເທດສິງກະໂປ ວ່າ ດ້ວຍຄວາມຮ່ວມມື ດ້ານພະລັງງານ ລະຫວ່າງສອງປະເທດ ອີງຕາມການຣາຍງານຕໍ່ ສື່ມວນຊົນລາວ ຂອງທ່ານປະສົງ ລັດຕະນະ ປະທານ ບໍຣິສັດ ໂກເຕັກດີການຄ້າ ເນຶ່ອງໃນໂອກາດ ພິທີ ເຊັນບົດບັນທຶກຄວາມເຂົ້າໃຈໃນມື້ດັ່ງກ່າວ.

ກ່ອນໜ້ານີ້ ແຂວງເຊກອງກໍເປັນແຂວງນຶ່ງ ທີ່ມີນັກລົງທຶນໃຫ້ຄວາມສົນໃຈກໍ່ສ້າງ ແລະ ພັທນາໂຄງການພະລັງງານຕ່າງໆ ເປັນຕົ້ນ ເມື່ອເດືອນ ພືສຈິກາ ປີ 2022 ບໍຣິສັດ Power China ຂອງຈີນ ໄດ້ລົງນາມສັນຍາກໍ່ສ້າງ ໂຄງການພະລັງງານລົມ ຂນາດ 600 ເມກາວັດ ຢູ່ແຂວງເຊກອງ ແລະ ແຂວງອັດຕະປື ໂດຍມີແຜນການຈະສນອງ ພະລັງານໄຟຟ້າ ຈາກໂຄງການດັ່ງກ່າວ ໃຫ້ແກ່ປະເທດວຽດນາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.