ຣັຖ-ເອກກະຊົນ ເຊັນ MOU ສັມປະທານ ແຫຼ່ງທ່ອງທ່ຽວ ທົ່ງໄຫຫິນ
2023.07.28
ເມື່ອວັນທີ 20 ກໍຣະກະດາ ທີ່ຜ່ານມານີ້ ຜແນກແຜນການ ແລະການລົງທຶນ ແຂວງຊຽງຂວາງ ແລະບໍຣິສັດ ຊີເອັນພີ ການຄ້າ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ຫຼື MOU ວ່າດ້ວຍການສຶກສາ ແລະ ສໍາຣວດຄວາມເປັນໄປໄດ້ ໃນການລົງທຶນເຊົ່າ ແລະ ສັມປະທານ ແຫຼ່ງທ່ອງທ່ຽວທົ່ງໄຫຫິນ ເຂດ 2 ແລະ ເຂດ 3 ຢູ່ທົ່ງໄຫຫິນ 1 ບ້ານນາອ່າງ, ບ້ານນາໂອ ເມືອງແປກ ແລະ ທົ່ງໄຫຫິນ 2 ແລະ 3 ບ້ານນາໂຄ້, ບ້ານຊຽງດີ ເມືອງຜາໄຊ ໂດຍມີເຈົ້າແຂວງ ແຂວງຊຽງຂວາງ ແລະພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.
ໃນວັນທີ 27 ກໍຣະກະດາ 2023 ນີ້ ທ່ານ ຄໍາຜຸຍ ໂນລາ ຫົວໜ້າຜແນກ ແຜນການ ແລະການລົງທຶນ ແຂວງຊຽງຂວາງ ໄດ້ຖແລງຂ່າວ ຜ່ານວິທຍຸ-ໂທຣະພາບ ແຂວງຊຽງຂວາງ ເພື່ອຊີ້ແຈ້ງກ່ຽວກັບພິທີເຊັນບົດບັນທຶກ ຄວາມເຂົ້າໃຈດັ່ງກ່າວ ວ່າ:
“ໃນໄລຍະຜ່ານມາ ແຂວງ ໄດ້ໄປຕິບັດຕາມລະບຽບ ຂອງອົງການຢູເນສໂກ ຢ່າງເຂັ້ມງວດ ສໍາລັບເຂດທີ 2 ແມ່ນເຂດ ອ້ອມຮອບເຂດໃຈກາງ ເຊິ່ງສາມາດອະນຸຍາດ ໃຫ້ດໍາເນີນການກິຈກັມ ບາງອັນໄດ້ ແຕ່ບໍ່ໃຫ້ກໍ່ຄວາມເສັຍຫາຍ ຕໍ່ສະພາບແວດລ້ອມ ໃນຂອບເຂດນັ້ນ ຕໍ່ມາແມ່ນເຂດທີ 3 ເຂດປ້ອງກັນ ເຊິ່ງອະນຸຍາດໃຫ້ ມີການປຸກສ້າງ ເພື່ອປ້ອງກັນ ແລະຮັບໃຊ້ເຂດ 1 ແລະ ເຂດ 2.”
ການຊີ້ແຈງດັ່ງກ່າວນີ້ ໄດ້ເກີດຂຶ້ນເພື່ອຕອບໂຕ້ ຫາງສຽງ ໃນສື່ສັງຄົມອອນລາຍນ໌ ທີ່ໄດ້ວິພາກວິຈານ ກ່ຽວກັບ ການໃຫ້ບໍຣິສັດເອກກະຊົນ ເຂົ້າມາສັມປະທານບາງເຂດ ຂອງທົ່ງໄຫຫິນ ເປັນຕົ້ນວ່າ ອາດມີນັກລົງທຶນຈີນ ເຂົ້າມາກ່ຽວຂ້ອງ ແລະຈໍານວນນຶ່ງກໍບໍ່ພໍໃຈ ທີ່ໃຫ້ເອກກະຊົນ ມາສັມປະທານ ແຫຼ່ງທ່ອງທ່ຽວມໍຣະດົກໂລກ.
ກ່ຽວກັບເຣື່ອງນີ້ ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຫາ ຜແນກແຜນການ ແລະການລົງທຶນ ແຂວງຊຽງຂວາງ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ກ່ຽວກັບແຜນການສັມປະທານ ດັ່ງກ່າວນັ້ນ ເປັນຕົ້ນວ່າ ບໍຣິສັດດັ່ງກ່າວ ແມ່ນຂອງຄົນລາວ ຫຼືມີທຶນຈາກຕ່າງປະເທດ ເຂົ້າມາກ່ຽວຂ້ອງ ຫຼື ບໍ່, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສະດວກໃຫ້ຂໍ້ມູນ ຫຼາຍໄປກວ່ານີ້.
ໃນຂະນະທີ່ ຊາວບ້ານ ຢູ່ແຂວງຊຽງຂວາງ ຈໍານວນນຶ່ງ ກໍຮູ້ສຶກເຫັນດີ ທີ່ບໍຣິສັດເອກກະຊົນ ຈະເຂົ້າມາສັມປະທານທົ່ງໄຫຫິນ ເຂດ 2 ແລະ 3 ເພາະເຊື່ອວ່າ ຄັນວ່າເອກກະຊົນເຂົ້າມາດູແລ ເຂດທົ່ງໄຫຫິນ ໜ້າຈະມີການບໍຣິຫານຈັດການ ທີ່ດີກວ່າເບື້ອງຣັຖ ໂດຍສະເພາະ ເຣື່ອງການພັທນາແຫຼ່ງທ່ອງທ່ຽວ.
ດັ່ງຊາວບ້ານ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 28 ກໍຣະກະດາ ນີ້ວ່າ:
“ຖ້າວ່າ ຣັຖສັມປະທານຫັ້ນນ່າ ດູແລເອງຫັ້ນນ່າ ມັນກໍບໍ່ຄ່ອຍຈະເຕັມທີ່ປານໃດ ໝາຍເຖິງວ່າ ເຣື່ອງການພັທນາອະນາມັຍເບາະ ແມ່ນຫຍັງຫັ້ນນ່າ ການສ້າງການພັທນານີ້ນ່າ ມັນຊ້າໜ້ອຍນຶ່ງ ສົມມຸດວ່າ ພາກເອກກະຊົນ ສັມປະທານເນາະ ເຂົາເຈົ້າກໍອາຈດູແລກວ່າເບາະ ແມ່ນຫຍັງຫັ້ນນ່າ.”
ໃນຂະນະດຽວກັນ ກໍມີຊາວບ້ານອີກຈໍານວນນຶ່ງ ທີ່ບໍ່ເຫັນດີ ທີ່ບໍຣິສັດເອກກະຊົນ ຈະເຂົ້າມາເຊົ່າ ແລະສັມປະທານທົ່ງໄຫຫິນ ເຂດທີ 2 ແລະ 3 ຍ້ອນຢ້ານວ່າ ຈະເຮັດໃຫ້ເກີດຜົລກະທົບຕາມມາ ຫຼາຍດ້ານ ເປັນຕົ້ນ ອາດມີການເພີ່ມລາຄາ ຄ່າປີ້ເຂົ້າຊົມທົ່ງໄຫຫິນໃນເຂດດັ່ງກ່າວ ເນື່ອງຈາກວ່າ ພາກເອກກະຊົນ ກໍຕ້ອງການລົງທຶນ ເພື່ອຫວັງຜົນກໍາໄຣໃນໄລຍະຍາວ, ເຊິ່ງປັດຈຸບັນ ລາຄາຄ່າເຂົ້າຊົມທົ່ງໄຫຫິນ ສໍາລັບຄົນຕ່າງປະເທດ ຜູ້ລະ 30,000 ກີບ ແລະຄົນລາວ ຜູ້ລະ 15,000 ກີບ.
ດັ່ງທ່ານກ່າວວ່າ:
“ເຣື່ອງດີມັນດີ ແຕ່ວ່າເຂົາຕ້ອງມີກົດນ່າ ບໍ່ຮູ້ວ່າລາຄາໂຕນີ້ ມັນຈະຂຶ້ນອີກບໍ່ຫັ້ນນ່າ ດຽວນີ້ລາຄາມັນ ກໍບໍ່ຂຶ້ນຫຼາຍເນາະ ແຕ່ວ່າ ຖ້າເອກກະຊົນເຂົາໄປນີ້ ໜ້າຈະຂຶ້ນ ຖ້າວ່າເຂົາເຊົ່າໄລຍະສັ້ນນີ້ ເຂົາຈະບໍ່ພັທນານ່າ ແຕ່ຖ້າວ່າ ໄລຍະຍາວນີ້ ເຮົາກໍບໍ່ຮູ້.”
ສ່ວນນັກວິຊາການ ດ້ານການທ່ອງທ່ຽວ ຢູ່ແຂວງຊຽງຂວາງ ທ່ານນຶ່ງ ກ່າວວ່າ ກ່ຽວກັບເຣື່ອງດັ່ງກ່າວນີ້ ທ່ານເອງ ບໍ່ສາມາດໃຫ້ຄວາມເຫັນ ຢ່າງຕຣົງໄປຕຣົງມາໄດ້ ແຕ່ຫຼັກໆແລ້ວ ກໍເຊື່ອວ່າ ມີືທັງດ້ານດີ ແລະດ້ານບໍ່ດີ ຄວບຄູ່ກັນໄປ ແຕ່ບໍ່ສາມາດຍົກໂຕຢ່າງ ທີ່ວ່ານັ້ນໄດ້.
ດັ່ງທ່ານກ່າວວ່າ:
“ໂຕນີ້ ເຮົາກໍຊິບໍ່ສາມາດທີ່ວ່າ ຕັດສິນໄດ້ ການພັທນານີ້ ກໍວ່າດີແນວນຶ່ງ ແຕ່ວ່າໂຕນີ້ ເຮົາກະບໍ່ສາມາດໃຫ້ຂໍ້ມູນໄດ້ ເຮົາອາຈຊິຕັດສິນບໍ່ໄດ້ທຸກຢ່າງເນາະ.”
ທ່ານກ່າວຕື່ມວ່າ ສໍາລັບນັກທ່ອງທ່ຽວ ທີ່ເຂົ້າມາທ່ຽວຊົມຢູ່ແຫຼ່ງທ່ອງທ່ຽວທົ່ງໄຫຫິນ ໃນປີນີ້ ກໍຖືວ່າ ຄຶກຄື້ນຫຼາຍກວ່າປີທີ່ຜ່ານມາ ສ່ວນຫຼາຍແມ່ນນັກທ່ອງທ່ຽວ ຈາກຢຸໂຣບ ແລະຈາກໄທຍ ສ່ວນນັກທ່ອງທ່ຽວຈີນ ກໍມີຈໍານວນນຶ່ງ ແຕ່ຍັງບໍ່ຫຼາຍປານໃດເທື່ອ.
ທາງດ້ານກົມມໍຣະດົກໂລກ ປະຈໍາປະເທດລາວ ກໍໄດ້ຮັບແຈ້ງເອກກະສານ ການເຊັນບົດບັນທຶກຄວາມເຂົ້າໃຈ ດັ່ງກ່າວແລ້ວ ແຕ່ກໍຍັງບໍ່ສາມາດລະບຸໄດ້ເທື່ອວ່າ ຈະມີການອອກຖແລງການ ຫຼືໃຫ້ຄໍາເຫັນກ່ຽວກັບເຣື່ອງນີ້ ຫຼືບໍ່.
ດັ່ງເຈົ້າໜ້າທີ່ ກົມມໍຣະດົກໂລກ ນາງນຶ່ງ ກ່າວວ່າ:
“ຫາກໍເຫັນ ທາງກົມມໍຣະດົກ ຫາກໍໄດ້ຮັບເອກກະສານ ຍັງເທື່ອ ເພິ່ນຍັງບໍ່ທັນໄດ້ເວົ້າຈັ່ງໃດເທື່ອ ເພາະວ່າເອກກະສານ ຫາກໍເຂົ້າມາຫາມື້ນີ້ ຖ້າເບິ່ງວ່າ ເພິ່ນຈະມີຄໍາເຫັນໃດ ຕໍ່ເອກກະສານນີ້ຫັ້ນນ່າ.”
ຢ່າງໃດກໍຕາມ ສໍາລັບແຜນການສຶກສາ ແລະສໍາຣວດຄວາມເປັນໄປໄດ້ ໃນການລົງທຶນເຊົ່າ ແລະສັມປະທານແຫຼ່ງທ່ອງທ່ຽວ ທົ່ງໄຫຫິນ ເຂດ 2 ແລະ 3 ຄາດວ່າຈະໃຊ້ເວລາທັງໝົດປະມານ 12 ເດືອນ ເຊິ່ງແຜນການພັທນາ ແຫຼ່ງທ່ອງທ່ຽວທົ່ງໄຫຫິນ ຢູ່ເຂດ 2 ແລະ 3 ແມ່ນຈະກໍ່ສ້າງ ສິ່ງອໍານວຍຄວາມສະດວກຫຼາຍຢ່າງ ເປັນຕົ້ນ ສວນພຶກສາຊາຕ, ເຮືອນຊົນເຜົ່າ ແລະຮ້ານອາຫານ ເພື່ອຕ້ອນຮັບນັກທ່ອງທ່ຽວ ແລະ ອື່ນໆ, ອີງຕາມການຣາຍງານ ຂອງໜັງສືພິມ ວຽງຈັນທາມສ໌ ວັນທີ 28 ກໍຣະກະດາ 2023 ນີ້.
ແຫຼ່ງທ່ອງທ່ຽວທົ່ງໄຫຫິນ ໄດ້ຮັບການຍອມຮັບ ຈາກອົງກອນມໍຣະດົກໂລກ ຫຼື UNESCO ເມື່ອປີ 2019, ສໍາລັບ ໃນປີ 2022 ທີ່ຜ່ານມາ ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມ ທົ່ງໄຫຫິນ ປະມານ 43,000 ຄົນ ແລະໃນປີນີ້ ຄາດວ່າຈະເພີ່ມຂຶ້ນເຖິງຈໍານວນ 70,000 ຄົນ.