ບົ້ງທໍາລາຍພືດຜັກ ມ.ຄູນ ຂ.ຊຽງຂວາງ

ຈໍາປາທອງ
2020.06.15
f-caterpillars ໂຕຢ່າງຂອງ ບົ້ງທີ່ອອກກັດກິນ ເຄື່ອງປູກໃນສວນ ຂອງປະຊາຊົນ ຊຶ່ງສ້າງຄວາມເສັຽຫາຍຫຼາຍ ສົມຄວນ (ຮູບຖ່າຍ 2019)
ນັກຂ່າວພົລເມືອງ

ບົ້ງຂຽວ ກັດກິນຜັກກະຫລໍ່າປີ ຜັກກາດຕີນໝີ ຜັກກາດຂາວ, ໝາກອື ຢູ່ບ້ານຫອຍ ຂອງປະຊາຊົນ 30 ປາຍຄອບຄົວ ທີ່ປູກໃນເນື້ອທີ່ທັງ ໝົດ 15 ເຮັກຕາ ເສັຍຫາຍ 8 ເຮັກຕາ ຢູ່ເມືອງຄູນ ແຂວງຊຽງຂວາງ ເຮັດໃຫ້ຜົລປູກບໍ່ໄດ້ ເຕັມເມັດເຕັມໜ່ວຍ, ອີງຕາມຄໍາເວົ້າຂອງ ປະຊາຊົນ ຢູ່ບ້ານຫອຍ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 11 ມິຖຸນາ ນີ້:

“ກິນຜັກ ຜັກທຸກປະເພດກິນນະ ກິນໜັກໆຫຼາຍໆນີ໋ ເດືອນແມ່ນເດືອນ 2 ມາຫາເດືອນ 7. ປັດຈຸບັນນີ້ກໍກິນຢູ່ເສັຽຫາຍ 50% ນະ ຜົລຜລິດ ກໍບໍ່ໄດ້ເຕັມເມັດເຕັມໜ່ວຍຫັ້ນແຫຼະ ຊ່ວງ 2 ເດືອນມານີ໋ນ່າ ຣາຄາ ຄ່ອຍເພີ່ມຂຶ້ນນະ ເຂົາເຈົ້າບໍ່ຈໍາກັດເຣື່ອງ ໄປສົ່ງສິນຄ້າ ບໍ່ໄດ້ປະກອບ ເອກສານລະ ແລ້ວເຂົາເຈົ້າກໍໃຫ້ໄປເລີຍ."

ແລະຊາວບ້ານນາຕໍ່ ໃນເມືອງດຽວກັນນີ້ ກໍເວົ້າວ່າ ຊາວບ້ານຢູ່ບ້ານນີ້ 20 ຄອບຄົວ ທີ່ປູກຜັກກະຫລໍ່າປີ ແລະໝາກເຜັດ ໃນເນື້ອທີ່ທັງໝົດ 19 ເຮັກຕາ ກໍຖືກບົ້ງຢູ່ໃຕ້ດິນກັດກິນ ເຮັດໃຫ້ຜັກຊໍ້າ ດໍາ ແລະເນົ່າ ເສັຍຫາຍໄປແລ້ວ 10 ເຮັກຕາ ເຮັດໃຫ້ຜົລຜລິດເສັຍຫາຍຫລາຍ, ແລະຢ້ານວ່າໃນຕໍ່ໜ້າ ຈະຂາຍຜັກນັ້ນບໍ່ໄດ້ ຍ້ອນແມ່ຄ້າບໍ່ມັກຊື້ຜັກ ທີ່ບົ້ງເຈາະ ກິນ ດັ່ງທີ່ນາງກ່າວວ່າ:

“ກິນຢູ່ ແຕ່ວ່າບໍ່ເຫັນມັນເລີຍ ໂອ໊ ແຖວນີ້ ມັນຮອດຍາມເປັນຫົວແລ້ວ ໂອ໊ ແຖວນີ້ມັນຮອດຍາມເປັນຫົວແລ້ວ ແຕ່ວ່າມັນກໍເປັນຫົວຢູ່ເນາະ ແຕ່ວ່າ ໄປຂາຍຫັ້ນ ແລ້ວເຂົາຕິວ່າ ບົ້ງກິນສິນ່າ ມັນເປັນສິບໍ່ງາມແດ່ ມັນກິນແລ້ວ ມັນເປັນເໜົ່າ ມັນເປັນຊໍ້າໆດໍາໆນະເນາະ ແລ້ວຈະຂາຍ ເຂົາກໍບໍ່ເອົາເລີຍນະ.”

ກ່ຽວກັບເຣຶ່ອງທີ່ວ່ານີ້ ສະມາຊິກສະຫະກອນກະສິກັມບ້ານຫອຍ ແລະບ້ານນາຕໍ່ ທ່ານນຶ່ງເວົ້າວ່າ ຊາວກະເສດຕະກອນທັງສອງບ້ານ ນີ້ຢາກ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ມາຊ່ອຍສົ່ງເສີມການລ້ຽງແມງແຄງ ພິຄາດ ເພື່ອປາບບົ້ງອ່ອນ ທີ່ຈະໃຫຍ່ມາກິນພືດຜັກ ຂອງພວກຕົນ ຄືກັນກັບ ຢູ່ເມືອງໜອງແຮດ ເພື່ອທີ່ຈະສາມາດສົ່ງຜັກ ອອກໄປຂາຍຕ່າງແຂວງໄດ້ ດັ່ງທີ່ທ່ານກ່າວວ່າ:

“ທາງທີ່ດີ ຢາກໃຫ້ເຂົາເຈົ້າມາສອນໃຫ້ ຢາກໃຫ້ພາໄປເຫັນບ່ອນທີ່ວ່າ ເຂົາເຈົ້າ ເພິ່ນລ້ຽງໄດ້ຫັ້ນນະ ຖ້າວ່າໂຄງການມີຄວາມຊ່ວຍເຫລືອ ໃຫ້ໄປຮຽນອັນນັ້ນມາ ກໍສິມາຂຍາຍໄດ້ບໍ່ຫັ້ນນະ.”

ເມື່ອຕົ້ນປີນີ້ ຍ້ອນຜົລກະທົບຈາກການຣະບາດ ຂອງເຊື້ອພຍາດໂຄວິດ-19 ເຮັດໃຫ້ຊາວສວນໃນເຂດດັ່ງກ່າວ ບໍ່ສາມາດຂາຍຜັກອອກໄດ້ ຜັກຄ້າງຢູ່ສວນ ທີ່ມີເນື້ອທີ່ 30 ປາຍເຮັກຕາ ທີ່ມີຜົລຜລິດປະມານ 200-300 ຕັນ ຊຶ່ງຕ້ອງໄດ້ເອົາໄປໃຫ້ງົວ ຄວາຍກິນ.

ກ່ຽວກັບບັນຫານີ້ ເຈົ້າໜ້າທີ່ ຢູ່ເມືອງຄູນ ກ່າວວ່າ ຍັງບໍ່ທັນຮູ້ວ່າເກີດເຣຶ່ອງທີ່ວ່ານັ້ນຂຶ້ນ ແລະຍັງບໍ່ທັນມີອົງການໃດ ທັງພາຍໃນ ແລະຕ່າງ ປະເທດ ມາຕິດຕໍ່ເອົາໂຄງການ ລ້ຽງແມງແຄງພິຄາດ ໄປທົດລອງ ລ້ຽງຢູ່ເມືອງຄູນນີ້ເທື່ອ ແຕ່ກໍຈະສົ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄປຮິບໂຮມ ຜົລເສັຍຫາຍ ຂອງຜັກ ທີ່ເກີດຈາກບົ້ງກັດກິນນັ້ນຕື່ມ ເພື່ອຊອກຫາແນວທາງແກ້ໄຂ ໃນຂັ້ນຕໍ່ໄປ ດັ່ງທີ່ທ່ານກ່າວວ່າ:

“ບໍ່ມີດອກ ເຣື່ອງອັນນີ້ນະ ແຕ່ອ້າຍກໍຍັງບໍ່ມີກ່ຽວກັບ ເອົາແມງໄມ້ປະເພດນີ້ ໄປໃຫ້ມັນກິນບົ້ງນະ. ເອີ໋ ບໍ່ມີພາກສ່ວນມາແຈ້ງນະ ມັນໄດ້ ຮູ້ແຫລະອັນນີ້ນະ ແລ້ວສິໃຫ້ອ້າຍນ້ອງໄດ້ເກັບກໍາຂໍ້ມູນ. ທາງກຸ່ມຜລິດ ຫລືວ່າທາງບ້ານ ກໍບໍ່ໄດ້ແຈ້ງໃຫ້ຫ້ອງການຊາບເນາະ.”

ໃນຂນະດຽວກັນ ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງຊຽງຂວາງ ກໍເວົ້າວ່າ ທາງເມືອງຄູນ ຍັງບໍ່ທັນໄດ້ຣາຍງານ ບັນຫາດັ່ງກ່າວມາເທື່ອ ແລະຍັງ ບໍ່ມີຂໍ້ມູນລະອຽດກ່ຽວກັບໂຄງການ ຊ່ອຍລ້ຽງແຄງຂ້າບົ້ງຢູ່ເມືອງນີ້ ເທື່ອ ແລະວ່າຈະໄດ້ປະສານກັບທາງເມືອງນີ້ກ່ອນ ດັ່ງທີ່ທ່ານກ່າວວ່າ:

“ໂອ໋ ອັນຈຸເປັນການທົດລອງສາທິດ ນໍາໃຊ້ອັນແມງໄມ້ ທີ່ເປັນປໂຍດຫັ້ນນະ ເພື່ອຂ້າໂຕບົ້ງນະ ໂຕນີ້ຍັງບໍ່ຄ່ອຍໄດ້ຍິນຂໍ້ມູນທີ່ລະອຽດ.”

ທີ່ຜ່ານມາ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍໄດ້ໄປສອນວິທີໄລ່ບົ້ງ ດ້ວຍພູມປັນຍາ ຂອງຊາວບ້ານນັ້ນແລ້ວ ເປັນຕົ້ນແມ່ນເອົາກາກນໍ້າຕານໄລ່ບົ້ງ ຫລືເອົາຂີງປະສົມກັບຫົວສິງໄຄໄລ່ບົ້ງ.

ອີງຕາມຄໍາເວົ້າຂອງສະມາຊິກ ສະຫະກອນກະສິກັມບ້ານຫອຍ ແລະບ້ານນາຕໍ່ຜູ້ດຽວກັນນີ້ແລ້ວແມ່ນວ່າ ຊາວບ້ານຢູ່ສອງບ້ານນີ້ສ່ວນຫຼາຍ ຈະຂາຍຜັກຂອງພວກຕົນ ຕລອດທັງປີ ເພື່ອສ້າງຣາຍໄດ້ ໃຫ້ຄອບຄົວ. ຜັກສ່ານຫລາຍ ຈະຂາຍຢູ່ພາຍໃນແຂວງຊຽງຂວາງ ແລະສົ່ງໄປ ຂາຍທີ່ນະຄອນຫລວງວຽງຈັນ. ແຕ່ເມື່ອເກີດບົ້ງຣະບາດ ແລະຍ້ອນຜົລກະທົບຈາກ ການຣະບາດຂອງເຊື້ອພຍາດໂຄວິດ-19 ທີ່ທາງການ ມີມາດຕະການ ປິດເມືອງ ປິດແຂວງ ກໍຍິ່ງເຮັດໃຫ້ຊາວບ້ານ ໄດ້ຮັບຄວາມລໍາບາກ ຫລາຍຂຶ້ນສອງເທົ່າໃນປີນີ້.

ປັດຈະບັນ ຣາຄາຜັກດີຂຶ້ນ ຍ້ອນທາງການອະນຸຍາດ ໃຫ້ສົ່ງຜັກໄປຂາຍຕ່າງແຂວງໄດ້ ພາຍຫລັງທີ່ຣາຄາຜັກຕົກຕໍ່າ ໃນໄລຍະທີ່ຜ່ານມາ ຄາວທີ່ບໍ່ສາມາດສົ່ງຜັກໄປຂາຍໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.