ຊາວບ້ານ 9 ຄອບຄົວ ໄດ້ຮັບຜົນກະທົບຈາກການຂຸດຄົ້ນແຮ່ທາດ ຢູ່ ເຂດບ້ານນໍ້າພານ ເມືອງຄູນ ແຂວງຊຽງຂວາງ ຍ້ອນວ່າ ໄຮ່ນາຂອງເຂົາເຈົ້າຖືກດິນຖົມ.
ຊາວບ້ານຢູ່ເຂດໃກ້ຄຽງໄດ້ໃຫ້ສໍາພາດ ຕໍ່ເອເຊັຽເສຣີ ວ່າ:
" ຊາວບ້ານໄດ້ຮັບຜົນກະທົບ ເຮົາຄິດໄລ່ 500-600 ປາຍລ້ານ ມີທັງໝົດ 9 ຄອບຄົວ ທີ່ໄດ້ຮັບຜົນກະທົບ ແຕ່ວ່າ ໂຕຂອງວຽດນັ້ນປະຊາຊົນເດືອດຮ້ອນຫຼາຍ . ດຽວນີ້ຂະເຈົ້າເວົ້າຫຍັງບໍ່ໄດ້ນ່າ ເຂົາເຈົ້າຂຶ້ນໄປລະກະ ມີຕໍາຫຼວດມີທະຫານ ເຂົາເຈົ້າໄລ່ ໄປຫຼາຍເທື່ອລະໄປບໍລິສັດ ໄປຕໍ່ສູ້ຫັ້ນ ບ່ອນເຂົາເຈົ້າຂຸດຄົ້ນຫຼາຍເທື່ອລະ ທີ່ດິນຊາວບ້ານຄອບຄົວນຶ່ງເຮັກຕ້າປາຍ."
ຊາວບ້ານ ທ່ານນີ້ ກ່າວຕື່ມອີກວ່າ:
“ດິນເຂົາເຈົ້າຖືກໝົດເລີຍ ເຂົາອາໃສແຕ່ນໍ້າໂຕນັ້ນ ບາດນີ້ ເຂົາເຈົ້າຂຸດຢູ່ເທິງພູເລີຍມັນກະເລີຍມີຜົນກະທົບຕໍ່ສາຍນໍ້າ ທີ່ເຂົາເຈົ້າອາໃສເຮັດນາຫັ້ນ ນາຫັ້ນບໍ່ໄດ້ເຮັດເລີຍ ເພາະວ່າ ເຂົາເຈົ້າປ່ອຍສານພິດຢູ່ພຸ້ນໄຫຼລົງມາ.”
ບໍລິສັດ ມີການຂຸດຄົ້ນບໍ່ແຮ່ຫາຍາກ ເຮັດໃຫ້ມີດິນຈາການຂຸດຄົນ ເຈື່ອນມາທັບດິນນາຂອງຊາວບ້ານ.
ຊາວເມືອງຄູນ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ເຂົາມາຂຸດຄົ້ນບໍ່ແຮ່ຫາຍາກນີ້ ຢູ່ໃກ້ໆບ້ານ ບໍ່ຮອດກິໂລແມັດຊໍ້ານ່າ ເຂົາມາໃກ້ໆນາ ໃກ້ໆບ້ານ ເຂົາເຈາະ ທາງບ້ານ ໃກ້ໆບ້ານ ບໍ່ຮອດກິໂລແມັດ ມັນໄຫຼລົງມາຫາບ້ານເດ້ ມັນເປັນແຮ່ຫາຍາກ ໄດ້ຍິນວ່າ ເຂົາມາເຮັດຄໍ້າແລ້ວຄໍາບໍ່ມີເທົ່າໃດ ແລະ ເຂົາຂາຍຕໍ່ໃຫ້ຈີນ ຂຸດຄົ້ນແຮ່ຫາຍາກ.”
ການຂຸດຄົ້ນແຮ່ທາດ ຢູ່ແຂວງຊຽງຂວາງ ຄື ຄົນລາວເປັນນາຍໜ້າໃຫ້ນັກລົງທຶນຈີນ ແລະ ບາງກໍລະນີ ຄົນຈີນ ກໍມາຂໍສໍາປະທານດ້ວຍຕົນເອງ.
ຊາວແຂວງຊຽງຂວາງ ທ່ານນຶ່ງ ໄດ້ກ່າວວ່າ:
“ຈີນນັ້ນເປັນຄົນມີເງິນລາວຫັ້ນເປັນນາຍໜ້າ ດິນຖະຫຼົ່ມມາຮອດນາປະຊາຊົນແຫຼະ ລະກະແກ້ໄຂບໍ່ໄດ້ນະ ຄືວ່າ ບໍລິສັດ ພິເລີ ນີ້ແຫຼະ ໄປຂຸດຄົ້ນຫັ້ນນະ ທີ່ດິນກະແມ່ນເຈື່ອນ ແດງແດງ ລົງມາຖົມນາເຂົາ ຈັກໃຊ້ແທນ ຫຼື ບໍ່ໃຊ້ແທນບຸ (ບໍ່ຮູ້).”
ການຂຸດຄົ້ນແຮ່ທາດຢູ່ປະເທດລາວ ທັງໄດ້ຮັບອະນຸຍາດ ແລະ ບໍ່ໄດ້ຮັບອະນຸຍາດ ຊຶ່ງມີບາງໂຄງການ ກໍໄດ້ຮັບອະນຸຍາດຈາກຂັ້ນສູນກາງ ແລະ ບາງໂຄງ ການກໍໄດ້ຮັບອະນຸຍາດ ຈາກຂັ້ນແຂວງ ຫຼື ເມືອງ.
ຕໍ່ບັນຫາດັ່ງກ່າວ, ສະພາມາຊິກສະພາແຫ່ງຊາດ ກໍໄດ້ສະແດງຄວາມເປັນຫ່ວງ ແລະ ມີການອະພິປາຍກັນ ຢູ່ກອງປະຊຸມສະພາແຫ່ງຊາດ.
ທ່ານ ນາງ ວາລີ ລາດຊະພົງ ສະມາຊິກສະພາແຫ່ງຊາດ ຫຼື ສສຊ ໄດ້ອະພິປາຍ ຢູ່ກອງປະຊຸມສະພາແຫ່ງຊາດ ໃນເດືອນມິຖຸນາ ຫາ ຕົ້ນເດືອນກໍລະກົດ ຕອນນຶ່ງວ່າ:
" ມື້ໃດເຮົາຊິເດັດຂາດ ແລະ ເຮົາຊິປ່ອຍໃຫ້ມັນ ເສັຍຫາຍແບບນີ້ເບາະ ໃຜກະຢ່າໃຫຍ່ຊໍ່າໃດກະຕາມເນາະ ຄວນຊັບພອດ ບໍ່ແມ່ນຊິມາເບກ ສົມມຸດວ່າ ຢາກໃຫ້ເຮົາເດັດຂາດໜ້ອຍນຶ່ງ ຄັນບໍ່ຊັ້ນສິ່ງແວດລ້ອມເຮົານີ້ເສັຍຫາຍຫຼາຍທ່ານປະທານ ໄປກວດຄັກໆແມ້ນີ້ ບໍ່ຈັກຊິຢູ່ໃສບາດນີ້ ອັນນີ້ແມ່ນເຫດການທີ່ເກີດຂຶ້ນ ຮ້ອນໆ ເຮົາກະຈັ່ງຄ່ອຍເຫັນ ໂຕທີ່ເຮົາບໍ່ໄປກວດຍັງມະຫາສານແທ້ໆ ສໍາລັບເລື່ອງບໍ່ແຮ່ ອັນນີ້ຂໍຝາກແທ້ໆ ວ່າ ມື້ໃດເຮົາຈັ່ງຊິເດັດຂາດ. "
ເອເຊັຽເສຣີ ພະຍາຕິດຕໍ່ຫາບໍລິສັດ ແຮ່ຄໍາ ໂກເອໂກ ຈໍາກັດ ຜູ້ດຽວ ທີ່ເປັນຜູ້ຂຸດຄົ້ນແຮ່ ໃນເຂດດັ່ງກ່າວ ເພື່ອຖາມຂໍ້ມູນເພີ່ມເຕີມ, ແຕ່ວ່າບໍ່ມີໃຜຮັບສາຍ.
ນອກຈາກນີ້ ເອເຊັຽເສຣີ ຍັງໄດ້ ພະຍາຍາມຕໍ່ຫາ ທ່ານ ຄໍາໂສ້ ກຸໂພຄໍາ ຫົວໜ້າຫ້ອງການກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອຖາມກ່ຽວກັບເລື່ອງນີ້ ແຕ່ວ່າ ທ່ານ ຄາປະຊຸມຢູ່ ບໍ່ໃຫ້ສາມາດຕອບຄໍາຖາມໄດ້.
ນອກຈາກນີ້, ບັນຫາການຂຸດຄົນແຮ່ທາດ ກໍເກີດຂຶ້ນຢູ່ແຂວງຫົວພັນ ເຊັ່ນດຽວກັນ ສົ່ງຜົນເຮັດໃຫ້ປະຊົນຫຼາຍບ້ານໄດ້ຮັບຜົນກະທົບ.
ໃນວັນທີ 3 ມີນາ 2024 ປະຊາຊົນ 30 ປາຍບ້ານ ຢູ່ແຂວງຫົວພັນ ໄດ້ຂຽນຄໍາຮ້ອງທຸກໄປຫາ ນາຍົກລັດ ຖະມົນຕີ, ປະທານສະພາແຫ່ງຊາດ, ລັດຖະມົນຕີກະຊວງພະລັງການ ແລະ ບໍ່ແຮ່, ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ເຈົ້າແຂວງຫົວພັນ, ສະພາປະຊາຊົນແຂວງຫົວພັນ, ເຈົ້າເມືອງຊໍາເໜືອ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ເພື່ອໃຫ້ມາແກ້ໄຂບັນຫາ ບໍລິສັດ ຂຸດຄົ້ນແຮ່ຫາຍາກ ໄດ້ປ່ອຍນໍ້າເສັຍລົງໃສ່ຫ້ວຍນໍ້າທໍາມະຊາດ ຈົນເຮັດໃຫ້ຊາວບ້ານ ບໍ່ສາມາດໃຊ້ນໍ້າໃນຫ້ວຍນໍ້າໄດ້ ແລະ ມີປາຕາຍຈໍານວນຫຼາຍ.