ເຣີ່ມໃຫ້ບໍຣິການ ຣົຖໄຟລາວ-ຈີນ ຂະບວນລະຫວ່າງ ປະເທດແລ້ວ
2023.04.13

ເມື່ອເວລາ 08:08 ນາທີ ຂອງວັນທີ 13 ເມສາ ປີ 2023 ນີ້ ຕາມເວລາທ້ອງຖິ່ນ ໃນປະເທດລາວ, ຂະບວນຣົຖໄຟລ້ານຊ້າງ ອັນເປັນການໂດຍສານ ລະຫວ່າງປະເທດ ຮອບປະຖົມມະລືກ ຖ້ຽວ D888 ແຕ່ສະຖານີນະຄອນຫຼວງວຽງຈັນ ໄປຍັງສະຖານີຄຸນໝິງ ປະເທດຈີນ ໄດ້ແລ່ນອອກຈາກສະຖານີນະຄອນຫຼວງວຽງຈັນ, ໂດຍມີຍານາງ ສວນສະຫວັນ ວິຍະເກດ, ຣັຖມົນຕຣີກະຊວງຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ, ທ່ານ ຈ່າວ ເຫວິນຢູ່, ທີ່ປຶກສາທູຕເສຖກິຈ-ການຄ້າ ສະຖານທູຕຈີນ ປະຈຳລາວ ແລະ ທ່ານ ຫຼິວ ຫົງ, ຜູ້ອຳນວຍການໃຫຍ່ ບໍຣິສັດທາງຣົຖໄຟ ລາວ-ຈີນ ຈຳກັດ ເຂົ້າຮ່ວມພິທີປ່ອຍຂະບວນຣົຖໄຟດັ່ງກ່າວ ຢ່າງເປັນທາງການ.
ສຳລັບຜູ້ໂດຍສານທີ່ຂຶ້ນຂະບວນຣົຖໄຟ ຖ້ຽວ D888 ນະຄອນຫຼວງວຽງຈັນ-ຄຸນໝິງ ນັ້ນ, ສ່ວນຫຼາຍ ແມ່ນຊາວຈີນ ແລະ ຜູ້ໂດຍສານຊາວລາວ, ເຊິ່ງມີຜູ້ຈອງບ່ອນນັ່ງ ເຕັມໝົດຂະບວນ ໂດຍຣົຖໄຟຂະບວນໂດຍສານ ລະຫວ່າງປະເທດ ດັ່ງກ່າວນີ້, ຈະແລ່ນທຸກມື້ ຈາກລາວໄປຈີນ 1 ຖ້ຽວ ແລະ ຈາກຈີນມາລາວ 1 ຖ້ຽວ.
ດັ່ງເຈົ້າໜ້າທີ່ບໍຣິສັດ ທາງຣົຖໄຟລາວ-ຈີນ ຈຳກັດ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 13 ເມສາ ນີ້ວ່າ:
“ແມ່ນແຫຼະ ເຕັມໝົດເລີຍ. ແມ່ນຄົນລາວ ກັບຄົນຈີນ ໄປຫຼາຍຢູ່.”
ໃນຂະນະທີ່ ຜູ້ປະກອບການ ຈອງປີ້ຣົຖໄຟ ຢູ່ສະຖານີນະຄອນຫຼວງວຽງຈັນ ກໍຢືນຢັນວ່າ ໃນມື້ທຳອິດ ຂອງການແລ່ນຣົຖໄຟ ຂະບວນໂດຍສານ ລະຫວ່າງປະເທດ ລາວ-ຈີນ ນີ້, ກໍມີຜູ້ໂດຍສານ ຂຶ້ນຣົຖໄຟຢ່າງໜາແໜ້ນ ເຕັມຂະບວນຣົຖໄຟ, ເຊິ່ງທ່ານເອງ ກໍເຫັນວ່າ ມີຜູ້ໂດຍສານຊາວລາວ ຫຼາຍພໍສົມຄວນ ມີທັງຜູ້ທີ່ເດີນທາງໄປທ່ອງທ່ຽວ ແລະ ຜູ້ທີ່ກັບໄປຮຽນຕໍ່ ທີ່ນະຄອນຄຸນໝິງ. ສ່ວນທີ່ເຫຼືອ ແມ່ນຜູ້ໂດຍສານຊາວຈີນ ແລະ ປະເທດອື່ນໆ.
ດັ່ງທ່ານກ່າວວ່າ:
“ສ່ວນຫຼາຍກະເປັນຄົນລາວ ເພາະວ່າ ເຂົາເດີນທາງໄປທ່ຽວ ຊີ້ນ່າ. ຄົນລາວ ຄົນຕ່າງປະເທດກະມີ ນັກສຶກສາເດີນທາງໄປສຶກສາ ຢູ່ຄຸນໝິງບໍ່ ອິຫຍັງບໍ່ ປະມານນີ້. ເຂົາເຮັດຖ້ຽວດຽວເດ້ ເຂົາລອງເດ້.”
ສຳລັບຢູ່ສະຖານີບໍ່ເຕັນ, ເຊິ່ງເປັນສະຖານີຊາຍແດນ ລາວ-ຈີນ ທີ່ເຊື່ອມຕໍ່ ກັບສະຖານີບໍ່ຫານ ນັ້ນ, ກໍມີຜູ້ໂດຍສານທັງຊາວຈີນ ແລະ ຊາວລາວ ມາລໍຖ້າຂຶ້ນຣົຖໄຟ ຢ່າງໜາແໜ້ນ ເຊັ່ນດຽວກັນ, ເຊິ່ງເປັນຣົຖໄຟ ຂະບວນດຽວກັນ ກັບທີ່ແລ່ນອອກຈາກ ນະຄອນຫຼວງວຽງຈັນ ແລ້ວມາແວ່ຈອດທີ່ສະຖານີບໍ່ເຕັນ.
ດັ່ງຜູ້ປະກອບການ ຮັບຈອງປີ້ຣົຖໄຟ ຢູ່ສະຖານີບໍ່ເຕັນ ແຂວງຫຼວງນ້ຳທາ ກ່າວວ່າ:
“ຄຸນໝິງ ນ່າ. ເຂົາຂຶ້ນໄປຄຸນໝິງເລີຍ, ຖ້ຽວນຶ່ງ ຊ່ວງນີ້ແຫຼະ. ຂີ່ໄປຈີນ ເຮົາຍັງບໍ່ຮູ້ລາຄາເດ້ລະ ເພາະວ່າ ເຮົາບໍ່ເຄີຍຊື້ໃຫ້ເຂົາເທື່ອ.”
ສ່ວນຢູ່ສະຖານີຫຼວງພຣະບາງ ກໍມີຜູ້ໂດຍສານ ຈຳນວນຫຼາຍ ທີ່ມາລໍຖ້າຂຶ້ນຣົຖໄຟ ຂະບວນໂດຍສານ ລະຫວ່າງປະເທດ ລາວ-ຈີນ, ໂດຍສ່ວນໃຫຍ່ ແມ່ນຊາວຈີນ ທີ່ຈະເດີນທາງກັບປະເທດ ແລະ ສ່ວນທີ່ເຫຼືອ ແມ່ນຊາວລາວ ທີ່ເດີນທາງຈາກແຂວງຫຼວງພຣະບາງ ໄປທ່ອງທ່ຽວນະຄອນຄຸນໝິງ.
ດັ່ງຜູ້ປະກອບການຈອງປີ້ຣົຖໄຟ ຢູ່ສະຖານີຫຼວງພຣະບາງ ກ່າວວ່າ:
“ຫຼວງພຣະບາງໄປຄຸນໝິງບໍ, ຖ້ຽວ 10 ໂມງ ຫຼາຍຢູ່. ທັງຄົນຈີນ ທັງຄົນລາວ ຫັ້ນແຫຼະ. ກະມີແຕ່ລາຄາ ຂອງວຽງຈັນ-ຄຸນໝິງ ຍັງບໍ່ໄດ້ໂຊຢູ່ນີ້ເທື່ອ ບໍ່ໄດ້ໂຊຢູ່ໜ້າຈໍເທື່ອ.”
ທາງດ້ານນັກວິຊາການ ດ້ານການທ່ອງທ່ຽວ ທ່ານນຶ່ງ ກໍເຊື່ອວ່າ ໃນອະນາຄົດ ຣົຖໄຟ ລາວ-ຈີນ ຂະບວນໂດຍສານ ລະຫວ່າງປະເທດ ລາວ-ຈີນ ອາຈເພີ່ມຖ້ຽວຂຶ້ນ ຈາກ 1 ຖ້ຽວ ໄປ-ກັບຕໍ່ມື້ ເປັນ 2 ຖ້ຽວ ໄປ-ກັບ ຕໍ່ມື້ ຍ້ອນປະຣິມານຜູ້ໂດຍສານ ອາຈເພີ່ມຫຼາຍຂຶ້ນກວ່ານີ້ ເນື່ອງຈາກປັດຈຸບັນ ເຫັນວ່າ ຊາວຈີນທີ່ອາສັຍຢູ່ໃນລາວ ຍັງມີອີກຈຳນວນນຶ່ງ ທີ່ບໍ່ທັນຮູ້ເທື່ອວ່າ ມີຂະບວນຣົຖໄຟ ແລ່ນຂ້າມປະເທດແລ້ວ.
ດັ່ງທ່ານກ່າວວ່າ:
“ບາງເທື່ອກະຍັງບໍ່ຮູ້ເທື່ອເນາະ ແບບຂໍ້ມູນນ່າ ບາງຄົນນ່າ ຫາກໍເປີດແລ່ນຕຣົງ, ຫັ້ນນ່າເນາະ. ກະມີຄົນໄປຫຼາຍຢູ່ ສ່ວນຫຼາຍແມ່ນຄົນວຽດ, ຄົນຈີນ ນີ້ແຫຼະ. ເຂົາເຈົ້າໄປລົງບໍ່ເຕັນ ແລ້ວໄປຕໍ່ຢູ່ບໍ່ຫານ ຕ້ອງໄດ້ຕໍ່ຣົຖເນາະ ຜ່ານມາຫັ້ນນ່າ.”
ສຳລັບຣົຖໄຟຂະບວນໂດຍສານ ລະຫວ່າງປະເທດ ລາວ-ຈີນ ຖ້ຽວ D888 ນີ້ ໄດ້ນຳໃຊ້ໃນຮູບແບບ ຖ້ຽວໄປ-ກັບ 1 ຂະບວນ, ໂດຍຈະຈອດຮັບ-ສົ່ງຜູ້ໂດຍສານ ຢູ່ 8 ສະຖານີ ອັນໄດ້ແກ່ ສະຖານີນະຄອນຫຼວງວຽງຈັນ, ສະຖານີວັງວຽງ, ສະຖານີຫຼວງພຣະບາງ, ສະຖານີບໍ່ເຕັນ, ສະຖານີບໍ່ຫານ, ສະຖານີສິບສອງປັນນາ, ສະຖານີພູ່ເອີ ແລະ ສະຖານີຄຸນໝິງໃຕ້, ໂດຍຈະຢຸດພັກ ເພື່ອກວດກາ ແລະ ແຈ້ງເຂົ້າ-ອອກເມືອງ ຢູ່ສະຖານີບໍ່ເຕັນ ແລະ ສະຖານີບໍ່ຫານ ປະມານສະຖານີລະ 1 ຊົ່ວໂມງເຄິ່ງ, ເຊິ່ງໃຊ້ເວລາເດີນທາງລວມທັງໝົດ 10 ຊົ່ວໂມງ 30 ນາທີ ແລະນອກຈາກນີ້, ກໍມີຣາຍງານເພີ່ມຕື່ມວ່າ ສຳລັບຣົຖໄຟ ລາວ-ຈີນ ຂະບວນໂດຍສານ ລະຫວ່າງປະເທດ ຈີນ-ລາວ ຖ້ຽວ D887 ຫຼື ຂະບວນຟູ້ຊິງ ທີ່ແລ່ນແຕ່ສະຖານີຄຸນໝິງ ຫາ ສະຖານີນະຄອນຫຼວງວຽງຈັນ ນັ້ນ, ມີກຳນົດເຖິງ ສະຖານີນະຄອນຫຼວງວຽງຈັນ ໃນເວລາ 17:38 ໂມງ ຂອງວັນທີ 13 ເມສາ 2023 ຕາມເວລາທ້ອງຖິ່ນ ໃນປະເທດລາວ ເຊັ່ນດຽວກັນ, ອີງຕາມການຣາຍງານ ຂອງບໍຣິສັດທາງຣົຖໄຟ ລາວ-ຈີນ ຈຳກັດ.