ຊາວບ້ານ ທີ່ຍົກຍ້າຍ ຈາກທາງຣົຖໄຟ ທຸກກວ່າເກົ່າ
2024.03.15

ຊາວບ້ານບາງຄອບຄົວ ຢູ່ບ້ານນາເຕີຍ ເມືອງ ແລະ ແຂວງຫລວງນໍ້າທາ ທີ່ໄດ້ຮັບຜົນກະທົບຈາກໂຄງການທາງຣົຖໄຟລາວຈີນ ຍັງມີຊີວິດການເປັນຢູ່ທີ່ຝືດ ເຄືອງ ໂດຍສະເພາະ ລາຍຮັບຂອງເຂົາເຈົ້າຫລຸດລົງບໍ່ຄືເກົ່າ ແລະ ຍັງບໍ່ຮູ້ວ່າຈະທໍາມາຫາກິນຫຍັງ.
ປະຊາຊົນ ທ່ານນຶ່ງ ຜູ້ທີ່ຍ້າຍມາຢູ່ເຮືອນຈັດສັນ ໄດ້ປະມານປີ ປາຍ ໄດ້ໃຫ້ສໍາພາດ ຕໍ່ເອເຊຍເສຣີ ວ່າ: ໂອ້ຍ ວຸ້ນວາຍຫຼາຍຢ່າງ ຫຼັງຈາກຍົກຍ້າຍມາ ອັນໃດກະມີຄວາມທຸກຄວາມຍາກ ຄືວ່າລະເນາະ ຕອນຍົກຍ້າຍມາເງິນກີບໜຶ່ງເຂົາກະບໍ່ຊົດເຊີຍໃຫ້ ດຽວບີ້ບ່ອນຫາເງິນຫາຄໍາກະບໍ່ມີບ່ອນຫາ ທຸກແທ້ໆ ລູກຫຼາຍຮໍ່າຮຽນກະບໍ່ມີຣົຖ ຢູ່ກະຢູ່ດ້ວຍຄວາມຈໍາເປັນ ພັກ-ລັດ ບອກໃຫ້ຍ້າຍກະໄດ້ຍ້າຍ.
ປະຊາຊົນ ທ່ານນີ້ກ່າວຕື່ມອີກວ່າ:
[ເຮຶອນ] ງາມຢູ່ແຕ່ທາງນອກ ທາງໃນບໍ່ເປັນຕາເອົາໄດ໋ ຂັ້ນບໍ່ເຊືຶ່ອກະຢາກໃຫ້ມາເບິ່ງຄວາມຈິງເນາະ ປູນກະຕົກລົງມາແຕກໝົດຖິ້ມຊະຖິ້ມຊາຍ ບໍ່ເຊື່ອກະລົງມາເບິ່ງແມ້ ບໍ່ແມ່ນເວົ້າຕົວະ ອັນນີ້ບໍ່ໄດ້ຕົວະ.
ປະຊາຊົນທ່ານນີ້ ກ່າວຕື່ມອີກວ່າ:
“ຕອນຢູ່ບ້ານເກົ່າກະສະບາຍແທ້ ເຮົາບໍ່ໄດ້ເອົາຣົຖໄປ ເຮົາຢ່າງໄປກະໄດ້ ໝາກໄມ້ໝາກຕອກຊໍ່າຊິກິນ ຂາຍເອົາເງິນກະໄດ້ ດິນກະກວ້າງແດ່ ເຮືອນກະເຮືອນຫຼັງດີ ຢູ່ບ້ານເກົ່ານີ້ຫາເງິນໄດ້ຫຼາຍ ເດືອນໜຶ່ງກະລ້ານ 1 ກີບ ບາງເທື່ອເຮົາໄປນີ້ ເຮົາໄປຮັບເໝົາເຮັດວຽກນີ້ໄປ. ເຮົາກະໄດ້ເປັນ 2-3 ລ້ານ ກີບ 4-5 ລ້ານ ກີບ ກະໄດ້ເດືອນໜຶ່ງ, ແຕ່ຢູ່ພີ້ ໝົດເດືອນກະບໍ່ໄດ້ຈັກກີິບ.”
ນອກຈາກລາຍໄດ້ບໍ່ຄືເກົ່າແລ້ວ, ທີ່ດິນເຮັດການຜະລິດກະສິກໍາ ຂອງເຂົາເຈົ້າກໍ່ບໍ່ມີພຽງນອກຈາກທີ່ດິນປູກຢາງພາລາ ເທົ່ານັ້ນ.
ປະຊາຊົນ ທີ່ຍ້າຍມາຢູ່ບ້ານຈັດສັນ ອີກທ່ານນຶ່ງ ໄດ້ໃຫ້ສໍາພາດຕໍ່ເອເຊຍເສຣີ ວ່າ:
“ດຽວນີ້ກະເຮືອນກະບໍ່ສະດວກປານໃດ ເຮືອນກະແຕກໝົດ. [ກ່ອນມາຢູ່ບ້ານຈັດສັນ] ປີໜຶ່ງກະຕົກຢູ່ 70 ລ້ານ ກີບ ຕໍ່ປີ, ແຕ່ວ່າ ມາຢູ່ບ້ານໃໝ່ ລາຍຮັບກະບໍ່ໄດ້ຄ່ອຍໄດ້ປານໃດ. ລາຍໄດ້ພຽງແຕ່ 20-30 ລ້ານ ກິີບຕໍ່ປີ.”
ປະຊາຊົນ ທ່ານນີ້ ກ່າວຕື່ມອີກວ່າ:
“ແບບວ່າລາຍຮັບມັນກະບໍ່ຄ່ອຍມີປານໃດ ມີແຕ່ເຮັດສວນເຮັດອັນນັ້ນ ອັນນີ້ໄປ ມີແຕ່ດິນສວນຢາງ ດິນຜະລິດແບບໝູນວຽກກະບໍ່ມີລະ.”
ສ່ວນວ່າ ບາງຄອບຄົວທີ່ຍົກຍ້າຍ ຈາກໂຄງການທາງຣົຖໄຟລາວ-ຈີນ ຢູ່ແຂວງຫລວງພະບາງ ໄດ້ຮັບຄວາມສະດວກສະບາຍ ຫຼັງຈາກຍົກຍ້າຍອອກມາ.
ປະຊາຊົນແຂວງຫລວງພະບາງ ຜູ້ທີ່ຍົກຍ້າຍອອກຈາກທາງຣົຖໄຟ ລາວ-ຈີນ ໄດ້ກ່າວຕໍ່ເອເຊຍເສຣີ ວ່າ: “ເອີ! ກະສະບາຍດີແລ້ວ ຢູ່ບ້ານໃໝ່ ຢູ່ກະປົກກະຕິຢູ່ ຫາກິນຫາຢູ່ ກະສະດວກສະບາຍຫຼາຍ.”
ເອເຊຍເສຣີ ພະຍາຍາມຕິດຕໍ່ຫາເຈົ້າໜ້າທີ່ ກ່ຽວຂ້ອງແຂວງຫລວງນໍ້າທາ ກ່ຽວກັບບັນຫາດັ່ງກ່າວ, ແຕ່ ເຈົ້າໜ້າທີ່ບໍ່ຮັບໂທລະສັບ.
ກ່ຽວກັບເຣື່ອງບ້ານຈັດສັນ ໃຫ້ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການທາງຣົຖໄຟ ລາວ-ຈີນ ຢູ່ແຂວງຫລວງນໍ້າທາ ທ່ານ ຄຳພັນ ພົມມະທັດ ປະທານອົງການກວດກາ ແຫ່ງຣັຖ ໄດ້ກ່າວຕໍ່ກອງປະຊຸມສະໄມສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ 9 ໃນວັນທີ 07 ພຶສຈິກາ 2023 ນີ້ວ່າ:
“ແຂວງຫຼວງນໍ້າທາມີທັງໝົດ 159 ຫຼັງຢູ່ແລ້ວ 65 ຄອບຄົວ ຕ້ອງໄດ້ສືບຕໍ່ລະດົມເພື່ອໂຍກຍ້າຍ ເຂົ້າອີກ. ແຂວງອຸດົມໄຊ ມີທັງໝົດ 83 ຫຼັງເຂົ້າຢູ່ແລ້ວ 65 ຫຼັງ ແລະອີກ 18 ຫຼັງແມ່ນຫຍັງເຫຼືອ ຍັງບໍ່ທັນມີເຈົ້າຂອງ. ແຂວງຫຼວງພຣະບາງມີທັງໝົດ 107 ຫຼັງ ປະຊາຊົນເຂົ້າຢູ່ໝົດແລ້ວ.”
ອີງຕາມ ທ່ານ ຄຳພັນ ພົມມະທັດ ປະທານອົງການກວດກາ ແຫ່ງລັດ, ໃນປີ 2023 ທີ່ຜ່ານມາ ຄະນະຄຸ້ມຄອງ ໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ໄດ້ເບີກເງິນຄ່າຊົດເຊີຍທັງໝົດ 1,884 ຕື້ກີບ ແລະ ໄດ້ຈ່າຍໃຫ້ຊາວບ້ານໄປແລ້ວ 6,073 ຄອບຄົວ, ຄິດເປັນມູນຄ່າ 1,552 ຕື້ກີບ ຍັງຄ້າງຈ່າຍຄ່າຊົດເຊີຍ ອີກຈຳນວນ 695 ຄອບຄົວ, ຄິດເປັນມູນຄ່າ ທີ່ຍັງຄ້າງຈ່າຍຈຳນວນ 292 ຕື້ກີບ.