ເຣີ່ມສລອງ ປີໃໝ່ລາວ ພ.ສ. 2566
2023.04.13

ຢູ່ທີ່ ນະຄອນຫລວງພຣະບາງ ເປັນເມືອງມໍຣະດົກໂລກ ປີນີ້ ມີກິຈກັມ ແລະປະເພນີ ສເລິ່ມສລອງແບບເຕັມຮູບແບບ ແລະ ຍິ່ງໃຫຍ່ ເຮັດໃຫ້ມາຮອດມື້ນີ້ ພາຍໃນນະຄອນຫລວງພຣະບາງ ເຣີ່ມມີນັກທ່ອງທ່ຽວ ທັງຊາວລາວ ແລະ ຊາວຕ່າງປະເທດ ເຂົ້າມາຕຽມ ສເລີມສລອງບຸນປີໃໝ່ລາວ ຈໍານວນຫລາຍແລ້ວ ໂດຍສະເພາະ ນັກທ່ອງທ່ຽວຊາວເກົາຫີໃຕ້ ແລະ ຊາວຈີນ ທີ່ມີຣົຖໄຟ ລາວ-ຈີນ ສາມາດເດີນທາງໄດ້ສະດວກ ແລະ ສະເພາະ ມື້ນີ້ (13 ມີນາ 2023 ) ກໍມີຫລາຍຈຸດ ພາຍໃນນະຄອນຫລວງພຣະບາງ ເຣີ່ມຫົດນ້ໍາສົງການກັນແລ້ວ ລວມເຖິງ ມື້ນີ້ ນະຄອນຫລວງພຣະບາງ ມີພິທີແຫ່ຊ້າງຮຽງເກີຍ 3 ເຊືອກ ເພື່ອເປັນສິຣິມຸງຄຸນ ໃຫ້ແກ່ບ້ານເມືອງ ໃຫ້ມີສຸກ ຢູ່ຊຸ່ມເຢັນ ມີຄວາມຈະເຣີນ ສີວິໄລ ທັງເປັນການປະກອບສ່ວນ ໃນການຕ້ອນຮັບປີໃໝ່ລາວ.
ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນວັນທີ 13 ເມສາ ນີ້ວ່າ:
“ເຣີ່ມຫລິ້ນ (ສົງການ) ມື້ນີ້ໄປເລີຍໄລຍະຊ່ວງບຸນເຮົາກໍ 12-16 ນີ້ ບຸນແທ້ໆ 14-16 ມື້ນີ້ເຮົາຈະມີ ເຮົາຈະມີ ພິທີຊ້າງຮຽງເກີຍ, ປີນີ້ ກໍຈັດເຕັມຮູບແບບເນາະ ເຣຶ່ອງການຫຼິ້ນບຸນປີໃໝ່ລາວຫັ້ນນ່າ ມັນກໍເຣີ່ມມີແຂກຕ່າງດ້າວ ທ້າວຕ່າງແດນ ກໍມາຈາກ ສປ.ຈີນ ແລະ ກໍ ສ.ເກົາຫລີ ເຂົ້າຮ່ວມ ຢ່າງຄັບຂາຫນາແໜ້ນ ກໍຄື ທີ່ເຮົາຮູ້ກັນແຫລະເນາະ ການໄປ-ມາ ມັນສະດວກ ມັນຄ່ອນຂ້າງສະດວກ ສະບາຍ ສປ.ຈີນ ນັ່ງຣົຖໄຟມາແດ່ ມາເຄື່ອງບິນແດ່ ມັນກໍຫລາຍ.”
ຍານາງ ກ່າວຕື່ມວ່າ ກ່ອນຈະເຖິງມື້ສັງຂານເນົາ ປີນີ້ຄື ວັນທີ 15 ເມສາ ແຕ່ລະເມືອງ ທີ່ໄດ້ເປັນເຈົ້າການ ຈັດຂະບວນແຫ່ນາງສັງຂານ, ຈະມີການປະກວດນາງສັງຂານ ມື້ສັງຂານເນົາຈະມາຮອດ ໂດຍ ສັບປະດາທີຜ່ານມາ ວັນທີ 7, 11 ແລະ 12 ເມສາ 2023 ພາຍໃນນະຄອນໄກສອນພົມວິຫານ ແຂວງສວັນນະເຂດ, ເມືອງຊໍາເຫນືອ ແຂວງຫົວພັນ, ແລະ ນະຄອນຫລວງພຣະບາງ ກໍໄດ້ຈັດງານປະກວດ ນາງສັງຂານປະຈໍາປີ ພ.ສ.2566 ເພື່ອເປັນການອະນຸຮັກ ຮີດຄອງອັນດີງາມ ຂອງລາວ ທີ່ມີມາແຕ່ບູຮານນະການ ຂອງຕຣຸດ (ກຸດ) ສົງການ ບຸນປີໃໝ່ລາວ.
ສະເພາະ ແຂວງຊໍາເໜືອ ນອກຈາກ ໄດ້ຈັດງານປະກວດນາງສັງຂານ ຢູ່ຫໍວັທນະທັມແຂວງ ແລ້ວກໍມີການປະກວດນັກຮ້ອງສຽງດີ, ບົດພອນ, ບົດຂັບ ແລະ ສຽງແຄນ ເພື່ອປູກຝັງຈິດສໍານຶກ ໃຫ້ຄົນຣຸ້ນໃໝ່ ອະນຸຮັກວັທນະທັມ ແລະ ປະເພນີ ອັນດີງາມຂອງຊາຕ ໄວ້ໃຫ້ຄົງຢູ່ກັບຊາວລາວ ຕລອດໄປນໍາດ້ວຍ.
ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງຊໍາເໜືອ ແຂວງຫົວພັນ ກ່າວໃນມື້ດຽວກັນນີ້ວ່າ:
“ສໍາລັບ ອັນນ່າ ບຸນກຽມໃສ່ບຸນປີໃໝ່ນີ້ ກໍປະກວດນາງສັງຂານ ຖັດຈາກນາງສັງຂານໄປ ກໍມີການປະກວດນັກຮ້ອງສຽງດີແດ່ ປະກວດບົດພອນ ບົດຂັບ ລະກໍສຽງແຄນ ນອກຈາກຢູ່ແຂວງນີ້ກໍ ເມືອງກໍມີການສເລິ່ມສລອງທັມມະດາ ເຮັດບາສີສູ່ຂວັນ ທັມມະດາຢູ່ພາຍໃນເມືອງ ຢູ່ພາຍໃນແຖວຜແນກການອັນໃດກໍ ເຣີ່ມສເລີມສລອງແຕ່ມື້ວານນີ້.”
ຢູ່ ນະຄອນປາກເຊ ແຂວງຈໍາປາສັກ, ສັປດາທີ່ຜ່ານມາ ພາກຣັຖ ແລະ ເອກກະຊົນ ໄດ້ເຮັດບຸນຕັກບາດ ແລະ ຈັດພິທີ ບາສີສູ່ຂວັນ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ພສ 2566 ພ້ອມໃຊ້ໂອກາດນີ້ ອວຍພອນໃຫ້ກັນ ໃຫ້ປີນີ້ ເປັນປີມະຫາໄຊ, ເປັນປີແຫ່ງຄວາມສົມບຸນ ແລະ ສົມຫວັງ ຂອງປະຊາຊົນລາວ ບັນດາຊົນເຜົ່າ ທົ່ວແຂວງຈໍາປາສັກ.
ປະຊາຊົນ ພາຍໃນນະຄອນປາກເຊ ຈະເຣີ່ມກິຈກັມທາງສາສນາ ແລະ ກິຈກັມການທ່ອງທ່ຽວຫຼິ້ນນ້ໍາ ແຕ່ວັນທີ 14-16 ເມສາ ແລະ ຄາດວ່າ ປີ້ນີ້ ບຸນປີໃໝ່ລາວ ຈະຄືກຄື້ນ ພາຍຫລັງ 3 ປີ ທີ່ຜ່ານມາ ບໍ່ໄດ້ມີການສເລີມສລອງ ຍ້ອນການແຜ່ຣະບາດຂອງໂຄວິດ-19.
ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ນະຄອນປາກເຊ ແຂວງຈຳປາສັກ ກ່າວໃນມື້ດຽວກັນນີ້ວ່າ:
ປະຊາຊົນ ພາຍໃນນະຄອນປາກເຊ ຈະເຣີ່ມກິຈກັມການທ່ອງທ່ຽວ ຫຼິ້ນນໍ້າ ແຕ່ວັນທີ 14-16 ເມສາ ແລະ ຄາດວ່າ ປີນີ້ ບຸນປີ$ມ໋ລາວ ຈະ ຄຶກຄື້ນ ພາຍຫລັງ 3 ປີຜ່ານມາ ບໍ່ໄດ້ມີການສເລີມສລອງ ຍ້ອນ ການແຜ່ຣະບາດຂອງ ໂຄວິດ-19.
ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ນະຄອນປາກເຊ ແຂວງຈຳປາສັກ ກ່າວ ໃນມື້ດຽວກັນນີ້ວ່າ:
“ຄືປາກເຊນີ້ ຄັນຊິເວົ້າແລ້ວ ເບື້ອງສຳນັກງານອົງການ ເຂົາເຣີ່ມເປັນອາທິດເເລ້ວເຈົ້າ ເຂົາເຈົ້າກິນລ້ຽງ ທັງພາກຣັຖ ແລະ ເອກກະຊົນຫັ້ນນ່າ ແຕ່ວ່າ ພໍ່ແມ່ ປະຊາຊົນເຮົານີ້ແມ່ນ ກໍບາງພາກສ່ວນ ແຕ່ມີເປັນຈຳນວນໜ້ອຍຫັ້ນນ່າ ແຕ່ວ່າ ຈຳນວນສ່ວນຫລາຍ ກໍເຣີ່ມແຕ່ມື້ອື່ນ ພາຍຫລັງທີ່ວ່າ ເຮົາບໍ່ໄດ້ ອັນນ່າສເລີມສລອງກໍຫລາຍປີ 2-3 ປີ ການຣະບາດພະຍາດ ໂຄວິດ ຫັ້ນ ປີນີ້ ເຫັນທ່າອຽງ ຊິຄຶກຄື້ນເນາະ.”
ສ່ວນບຸນປີໃໝ່ລາວ ຢູ່ ນະຄອນຫລວງວຽງຈັນ ສະເພາະ ກິຈກັມ ການທ່ອງທ່ຽວ ຫຼິ້ນນໍ້າ ຢູ່ຖນົນ ເສດຖາທິຣາດ ນັ້ນ ຄົນລາວທ່ານນຶ່ງ ເວົ້າວ່າ ຍັງບໍ່ທັນມີກິຈກັມຫົດນໍ້າສົງການ ຫລື ປະເພນີ ຕາມຮີດຄອງໃຫ້ເຫັນ ຕາມທ້ອງຖນົນແຕ່ຢ່າງໃດ ຈະມີການຫົດນໍ້າສົງພຣະ ແຕ່ວັນທີ 14-16 ເມສາ ຕາມປະຕິທິນຂອງລາວ.
“ເອີ ເຂົາຫຼິ້ນ 14-15-16 ເອຶ້ອຍ ມື້ນີ້ບໍ່ທັນຫຼິ້ນເທຶ່ອເດິ້, ຍັງບໍ່ມີ (ຫຼິ້ນສົງກຣານ) ນ່າ ໜ້າຈະມື້ອື່ນ ເພາະວ່າ ຕາມປະຕິທິນ ເຂົາເຈົ້າຫຼິ້ນ (ສົງກຣານ) ມື້ອື່ນ ກໍບໍ່ໄດ້ອອກບ້ານ.”
ສຳລັບຢູ່ແຂວງບໍຣິຄຳໄຊ ກໍໄດ້ຈັດພິທີ ແຫ່ຄູ່ໜາກເບັງໃຫຍ່ ເປັນຄັ້ງປວັດສາດ ຂອງແຂວງ ເພື່ອຊຸກຍູ້ ສົ່ງເສີມການທ່ອງທ່ຽວ ພາຍໃນແຂວງ ໃນໄລຍະບຸນປີໃໝ່ລາວ ພສ 2566 ໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ, ອີງຕາມການຣາຍງານຂອງ ສຖານນີ ວິທຍຸ ຊາວໝຸ່ມລາວ ສິນໄຊ ຍຸກໃໝ່ ໃນວັນທີ 13 ເມສາ 2023.
ຜ່ານມາ ການສເລີມສລອງ ບຸນປີໃໝ່ລາວ ບໍ່ຍິ່ງໃຫຍ່ ຄື ປີນີ້ ໂດຍ ປີ 2020 ເປັນ ປີທີ່ມີ ການສເລີມສລອງ ບຸນປີໃໝ່ລາວ ແບບງຽບເຫົງາ ຍ້ອນການແຜ່ຣະບາດ ຂອງ ໂຄວິດ19 ເຮັດໃຫ້ໃນເວລານັ້ນ ທາງການລາວ ມີການເຝົ້າລະວັງຢ່າງເຄັ່ງຄັດ ໂດຍຫ້າມມີການຊຸມນຸມ, ຫ້າມມີການໄປມາຫາສູ່ກັນ ແລະ ຫ້າມຢູ່ໃກ້ກັນ, ຕໍ່ມາໃນປີ 2021 ແລະ ປີ 2022 ມີການສເລີມສລອງ ບຸນປີໃໝ່ລາວ ບົນພື້ນຖານປະຢັດ ແລະ ມີສຕິປ້ອງກັນໂຕ ຫລຸດຜ່ອນງານສ້າງສັນ ຖ້າຈຳເປັນ ກໍຂໍໃຫ້ຈັດງານພາຍໃນຄອບຄົວ ພ້ອມທັງ ໄສ່ຜ້າອັດປາກອັດດັງ ເມື່ອອອກຈາກບ້ານ, ຮັກສາ ໄລຍະຫ່າງໃນສັງຄົມ ຢ່າງໜ້ອຍ ໄລຍະ 1 ແມ້ດຂຶ້ນໄປ ແລະ ຍັງຄົງຄວາມເຂັ້ມງວດ ທັງ ຫ້າມຈັດຄອນເສີດ ແລະ ສແດງສິລປະດົນຕຣີ ກາງແຈ້ງ.