ອຸບັດຕິເຫດ ກ່ອນປີໃໝ່ລາວ ພ.ສ. 2566 ເສັຽວິດ 8 ຄົນ
2023.04.14

ເຈົ້າໜ້າທີ່ຕຳຣວດ ຈະຣາຈອນ ກົມໃຫຍ່ຕຳຣວດ ໄດ້ຣາຍງານວ່າ ກ່ອນປີໃໝ່ລາວ ລະຫວ່າງວັນທີ 11-12 ເມສາ ມີອຸບັດຕິເຫດເກີດຂຶ້ນ ໃນທົ່ວປະເທດ 70 ຄັ້ງ ມີພາຫະນະເປ່ເພທັງໝົດ 116 ຄັນ, ມີຄົນໄດ້ຮັບບາດເຈັບ 122 ຄົນ ແລະ ເສັຽຊີວິດ 8 ຄົນ ເປັນຍິງ 2 ຄົນ. ແຂວງທີ່ເກີດອຸບັດຕິເຫດຫຼາຍກວ່າໝູ່ແມ່ນ ແຂວງຈຳປາສັກ ໂດຍມີອຸບັດຕິເຫດ 13 ຄັ້ງ, ແຂວງສວັນນະເຂດ ອຸບັດຕິເຫດເກີດຂຶ້ນ 10 ຄັ້ງ, ແຂວງຫລວງພຣະບາງ ມີອຸບັດຕິເຫດ 7 ຄັ້ງ. ນະຄອນຫລວງວຽງຈັນ, ແຂວງຄຳມ່ວນ, ແຂວງອັດຕະປື ແລະ ແຂວງວຽງຈັນ ມີອຸບັດຕິເຫດເກີດຂຶ້ນ ແຂວງລະ 5 ຄັ້ງ ສ່ວນວ່າ ແຂວງ ອຸດົມໄຊ ແລະ ບໍ່ແກ້ວ ມີອຸບັດຕິເຫດເກີດຂຶ້ນ 4 ຄັ້ງ. ກ່ຽວກັບເຣື່ອງນີ້ ວິທຍຸ ເອເຊັຽເສຣີ ໄດ້ສອບຖາມໄປຫາໜ່ວຍກູ້ໄພ ຢູ່ແຂວງຕ່າງໆ ແລະ ພົບວ່າ ຕອນນີ້ ຍັງບໍ່ມີການຣາຍງານ ຍອດລວມອຸບັດຕິເຫດ ແຕ່ ທາງເຈົ້າໜ້າທີ່ກູ້ໄພ ກໍໄດ້ກະກຽມຄວາມພ້ອມ ແລະ ອຸປະກອນ ພ້ອມກຽມປະສານງານກັບຕຳຣວດ ຈະຣາຈອນ ຕລອດ 24 ຊົ່ວໂມງ ເພື່ອຮັບມືກັບເຫດທີ່ຈະເກີດຂຶ້ນ ຈົນຮອດວັນທີ 17 ເມສາ.
ຢູ່ແຂວງສວັນນະເຂດ ເກີດອຸບັດຕິເຫດແລ້ວ 10 ກວ່າຄັ້ງ ແລະ ມີຜູ້ເສັຽຊີວິດ ຈາກການເກີດອຸບັດຕິເຫດແລ້ວ 2 ຄົນ ໂດຍສາເຫດຈາກການດື່ມເມົາແລ້ວຂັບ.
ເຈົ້າໜ້າທີ່ ແຂວງສວັນນະເຂດ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 14 ເມສາ ວ່າ:
“ຕອນນີ້ຍັງບໍ່ຫຼາຍປານໃດເຈົ້າ ຍັງບໍ່ແນ່ເຈົ້າ ເພາະວ່າ ຂະນະແຄ່ເລີ່ມຕົ້ນຊື່ໆ ກໍ ມັນກໍປະມານ 10 ກວ່າເຫດເອງ ບໍ່ຫຼາຍ ມີ [ຜູ້ເສັຽຊີວິດ] ລະເດ້ ອຸບັດຕິເຫດກ່ອນປີໃໝ່ນີ້ ຕອນນີ້ ເກີດຈາກອຸບັດຕິເຫດ 100% ນາ. ສ່ວນໃຫຍ່ແມ່ນ 100% ເມົາ.”
ຢູ່ແຂວງສວັນນະເຂດ ມີການຈັດງານໃຫຍ່ ແລະ ມີຄົນອອກມາຫຼິ້ນນຳກັນຫຼາຍ ຍ້ອນບໍ່ໄດ້ຈັດງານມາ 3 ປີ ເພາະໂຄວິດ-19 ລະບາດ ແຕ່ປີນີ້ ບໍ່ມີເຈົ້າໜ້າທີ່ຕຳຣວດ ອອກມາໂຄສະນາ ເຖິງການລົດອຸບັດຕິເຫດ ແລະ ຄວາມປອດໄພ ຄືປີກ່ອນໆ ແລະ ຍັງບໍ່ມີການຕັ້ງຈຸດກວດ ສະເພາະກິຈ ເຊິ່ງຈະມີຕຳຣວດ ແລະ ໝໍປະຈຳຈຸດກວດ.
ເຈົ້າໜ້າທີ່ກູ້ໄພ ແຂວງສວັນນະເຂດໄດ້ກ່າວວ່າ:
“ມາດຕະການລົດອຸບັດຕິເຫດໂຕນີ້ ເຮົາຍັງບໍ່ທັນເຫັນອອກມາເລີຍ ເພາະປີນີ້ ຮູ້ສຶກວ່າ ມັນບໍ່ຄືປີທີ່ຜ່ານມາ ມັນຈະມີເຈົ້າໜ້າທີ່ມາລົນນະລົງ ແຕ່ປີນີ້ຍັງບໍ່ເຫັນເຈົ້າໜ້າທີ່ ມາລົນນະລົງຫຍັງເລີຍ ປ່ອນເລີຍ ປີກາຍມັນຈະມີຣົຖໃຫຍ່ ຂອງຕຳຣວດເລາະ ແຕ່ ລະວັນ ແລ້ວ ກໍມີຕັ້ງຈຸດກວດ ຈຸດຫຍັງແຕ່ລະຈຸດໆ ສຳຄັນໆ ແຕ່ປີນີ້ ງຽບໆ ກໍມີ ປົກກະຕິທຳມະດາ ບໍ່ມີແບບເປັນຈຸດສະເພາະກິຈ ຍັງບໍ່ມີ ຍັງບໍ່ເຫັນນະ.”
ອຸບັດຕິເຫດຢູ່ແຂວງຈຳປາສັກ ຍັງບໍ່ທັນຫຼາຍປານໃດ ສ່ວນຫຼາຍ ຈະເປັນຣົຖຕຳກັນ ແລະ ປັດຈຸບັນ ຍັງບໍ່ມີຜູ້ເສັຽຊີວິດ ຈຶ່ງຖືວ່າ ອຸບັດຕິເຫດຫຼຸດລົງຫຼາຍກວ່າເກົ່າ. ເຈົ້າໜ້າທີ່ກູ້ໄພ ຢູ່ແຂວງຈຳປາສັກ ກ່າວວ່າ:
“ອຸບັດຕິເຫດຊ້ວງປີໃໝ່ ກາບໍ່ປານໃດ ໃນປີນີ້ ບໍ່ປານໃດ ຊ້ວງບຸນປີໃໝ່ ກໍມີປົກກະຕິ ຣົຖຕົກເດ້ ຕຳກັນເດ້ ບໍ່ມີຜູ້ເສັຽຊີວິດ ກໍມັນກໍຫຼຸດລົງກວ່າປີກ່ອນ ອຸບັດຕິເຫດບໍ່ຄ່ອຍມີຫັ້ນນ່າ.”
ແຕ່ອຸບັດຕິເຫດເກີດຂຶ້ນ ຢູ່ແຂວງຈຳປາສັກ ກໍມີອຸບັດຕິເຫດທັງຢູ່ໃນໂຕເມືອງ ແລະ ນອກເມືອງ ໃນຂະນະທີ່ຕຳຣວດ ກໍມີການຕັ້ງຈຸດກວດ ຈັບຄວາມໄວຕາມຈຸດຕ່າງໆ ຢູ່ ຫາກເວົ້າເລື່ອງການເປົ່າແອວກໍຮໍ ກໍຍັງບໍ່ເຄັ່ງຄັດປານໃດ. ຊາວບ້ານເມືອງປາກເຊ ແຂວງຈຳປາສັກ ກ່າວວ່າ:
“ກໍມີຫຼາຍຢູ່ຫັ້ນລະ ກໍວ່າ ຕົວເມືອງນີ້ ກໍວ່າ ມີຫຼາຍ ນອກຕົວເມືອງ ກໍຫຼາຍເຕີບ ທີ່ເຫັນໆ ມີແຕ່ເພິ່ນຕັ້ງລານກວດແຕ່ລະຈຸດໆ ແລ້ວກໍຈະຣາຈອນກໍຢູ່ຕົງຈຸດຕ່າງໆ ເຂດນອກເມືອງ ເພິ່ນກໍຊິຈັບຄວາມໄວ ຕາມຈຸດໆ ແຕ່ລະເມືອງຕ່າງຫັ້ນນ່າ ເປົ່າແອລກໍຮໍ ນີ້ບໍ່ຄ່ອຍເຄັ່ງປານໃດ.”
ຢູ່ແຂວງວຽງຈັນ ເພື່ອສະກັດກັ້ນ ບັນຫາອຸບັດຕິເຫດ ທີ່ອາດຈະເກີດຂຶ້ນ ໃນກາງວັນ ຕຳຣວດຈະຣາຈອນ ກໍໄດ້ອຳນວຍຄວາມສະດວກ ດ້ານການຈະລາຈອນ ລະບາຍຣົຖ ແລະ ໂຄສະນາ ແລະ ແນະນຳການຂັບຂີ່ຕ່າງໆ ທີມີຄົນຊຸມນຸມກັນ ແລະ ມີການຕັ້ງຈຸດກວດກາຈັບທາດເຫຼົ້າ ແລະ ຈຳກັດຄວາມໄຍນຳ ເພື່ອສະກັດກັ້ນອຸບັດຕິເຫດ ຕ່າງໆ ສ່ວນກາງຄືນ ເຈົ້າໜ້າທີ່ຊິລົງເປັນບາງຈຸດ.
ເຈົ້າໜ້າທີ່ກ່ຽວຂ້ອງແຂວງວຽງຈັນ ໄດ້ກ່າວວ່າ:
“ທາງຈະລາຈອນ ນີ້ ກໍໄດ້ລົງລະບາຍການສັນຈອນ ແລ້ວກໍໂຄສະນາ ແນະນຳການຂັບຂີ່ ຢູ່ຕາມຈຸດຕາມແຍກ ສີ່ແຍກ ເຍິ່ງຊຸມນຸມຊົນເນາະ ຫຼັງຈາກນັ້ນ ກໍລົງຕັ້ງຈຸດກວດກາ ແນະນຳການຂັບຂີ່ ກວດກາທາດເຫຼົ້າຫັ້ນແຫຼະ ແລ້ວ ກໍຈັບຄວາມໄວ.”
ໃນວັນທີ 10 ເມສາ ກ່ອນໄລຍະບຸນປີໃໝ່ລາວ, ພັນເອກ ຄຳເລັກ ໄຊຍະສິດ ຮອງກົມໃຫຍ່ຕຳຣວດ ກະຊວງປ້ອງກັນຄວາມສງົບ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ ໄດ້ແຕ່ງຕັ້ງປະຈຳການ ຄອຍເຫດ ຂອງກົມ ເພື່ອເກັບກຳສະພາບອຸບັດຕິເຫດ ຢູ່ໃນ ຂອບເຂດທົ່ວໄປະເທດຕລອດ 24 ຊົ່ວໂມງ ແລະ ແຕ່ງຕັ້ງ ຈຸດອອກກວດກາ ທາດເຫຼົ້າຈັບຄວາມໄວ ຢູ່ເສັ້ນທາງ ເລກທີ່ 13 ເໜືອ, 13 ໃຕ້ ເພື່ອສະກັດກັ້ນອຸບັດຕິເຫດ ແລະ ຮອງຮັບອຳນວຍຄວາມສະດວກ ໃຫ້ແກ່ປະຊາຊົນ ໃນໄລຍະບຸນປີໃໝ່ລາວ.