ຄຳສັ່ງຮັກສາຄວາມສະຫງົບ ໃນການສະຫຼອງບຸນປີໃໝ່ລາວ ຢູ່ນະຄອນຫຼວງ
2024.04.05
ໃນວັນທີ 25 ມີນາ ປີ 2024 ນີ້, ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ອອກຄຳສັ່ງ ວ່າດ້ວຍການຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ໃນໄລຍະການສະຫຼອງບຸນປີໃໝ່ລາວ ພ.ສ. 2567 ຢູ່ນະຄອນຫຼວງວຽງຈັນ ໃຫ້ມີຄວາມເບີກບານມ່ວນຊື່ນ. ປະກອບມີ 6 ຂໍ້ ໂດຍແນໃສ່ການຮັກສາ ຂະນົບທຳນຽມ, ຮີດຄອງປະເພນີ ແລະ ວັດທະນະທຳ, ຮັບປະກັນຄວາມສະຫງົບ, ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ລວມທັງ ສົ່ງເສີມປີທ່ອງທ່ຽວລາວ 2024 ນີ້.
ກ່ຽວກັບເລື່ອງນີ້, ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນຶ່ງ ຢູ່ນະຄອນຫຼວງວຽງຈັນ ຊຶ່ງບໍ່ປະສົງອອກຊື່ ແລະ ຕຳ
ແໜ່ງທ່ານ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ມີນານີ້ວ່າ ໄດ້ຮັບຊາບຄຳສັ່ງດັ່ງກ່າວແລ້ວ ຊຶ່ງສ່ວນຫຼາຍກໍຄ້າຍຄືກັບ ຄຳສັ່ງທີ່ເຄີຍວາງອອກໃນປີຜ່ານມາ ແລະທ່ານຄາດວ່າ ພາກສ່ວນຂອງທ່ານ ກໍຈະສາມາດຈັດຕັ້ງປະຕິບັດ ຄຳສັ່ງດັ່ງກ່າວ ໄດ້ຢ່າງມີປະສິດທິພາບ.
“ມີແທ້ໆ, ຄືແຕ່ລະປີຫັ້ນແຫຼະເນາະ. ມີອັ່ນນ່າ ເພິ່ນເຮັດກົດລະບຽບອອກມາ ແລະໃນຂໍ້ຫ້າມການຫຼິ້ນບຸນຫັ້ນເນາະ ຂໍ້ຫ້າມເພິ່ນມີ. ຈັ່ງວ່າດຽວກວດເບິ່ງກ່ອນເດີ້ ເພາະວ່າມັນຫຼາຍ ລະບໍ່ອ່ານ ຍັງບໍ່ໄດ້ອ່ານເບິ່ງໝົດ. ມີແຕ່ວ່າໂຕບັນດາຂໍ້ຫ້າມຫັ້ນຊິກວດເບິ່ງຄືນກ່ອນ. ແມ່ນໆໆ ການຫຼິ້ນນ້ຳ ການຂໍ້ຫ້າມເພິ່ນ ກະຄືເກົ່າຫັ້ນແຫຼະ ໃນແຕ່ລະປີນ່າ.”
ທັງນີ້, ການສະເຫຼີມສະຫຼອງບຸນປີໃໝ່ລາວ ໃນປີນີ້ ແມ່ນຈະຈັດຂຶ້ນ ລະຫວ່າງວັນທີ 13 ຫາ 16 ເມສາ ປີ 2024 ແລະ ໃຫ້ຖືເອົາວັນທີ 17 ຫາ 18 ເມສາ ເປັນວັນພັກລັດຖະການຊົດເຊີຍ ແທນວັນທີ 13 ແລະ 14 ເມສາ ທີ່ກົງກັບມື້ວັນເສົາ-ອາທິດ.
ໂດຍຄຳສັ່ງສະບັບດັ່ງກ່າວ ກຳນົດໃຫ້ການຫຼິ້ນບຸນປີໃໝ່ ໃນແຕ່ລະວັນກໍຄືການຫຼິ້ນສາດນ້ຳ, ການລ້ຽງສະຫຼອງ ຫຼື ຄົບງັນຕາມປະເພນີ ແມ່ນບໍ່ໃຫ້ກາຍເວລາ 23 ໂມງ ເພື່ອບໍ່ໃຫ້ເກີດມີສຽງດັງເນືອງນັນ ລົບກວນການພັກຜ່ອນ ຂອງຊາວບ້ານ ແລະ ໃຫ້ມີການຈັດຕັ້ງປ້ອງກັນເວນຍາມ, ກວດກາລາດຕະເວນ ແລະ ເຝົ້າລະວັງ ຕາມເຮືອນຊານບ້ານຊ່ອງ, ສຳນັກງານ, ຫ້ອງການ ເພື່ອປ້ອງກັນ ສະກັດກັ້ນເຫດຮ້າຍ ແລະ ອຸບັດຕິໄພຕ່າງໆ ໃນໄລຍະບຸນປີໃໝ່ລາວ.
ທາງດ້ານ ພະນັກງານໂຮງແຮມ ນາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ທາງໂຮງແຮມ ກໍໄດ້ກຽມພ້ອມ ໃນການຮັບນັກທ່ອງທ່ຽວ ທີ່ຈະເຂົ້າມາຫຼິ້ນບຸນປີໃໝ່ລາວ ໃນປີນີ້. ຍ້ອນໂຮງແຮມຕັ້ງຢູ່ຕິດກັບທາງທີ່ຊາວບ້ານຫຼິ້ນສາດນ້ຳ ແລະ ຢູ່ໃກ້ກັບວັດວາອາຮາມສຳຄັນ ຂອງນະຄອນຫຼວງວຽງຈັນ ທີ່ຈະໄດ້ເປີດໃຫ້ຊາວບ້ານ ແລະ ນັກທ່ອງທ່ຽວ ເຂົ້າໄປສັກກາລະບູຊາ ຫົດສົງນ້ຳພຣະ ນຳດ້ວຍ.
“ໂດຍ, ມີເຈົ້າ. ອ່າ ຖນົນນີ້ຈະເປັນຖນົນຫຼິ້ນປີໃໝ່ເລີຍເຈົ້າ. ກະຊິມີຫົດສົງນ້ຳພຣະເຈົ້າ, ຖນົນອັ່ນນີ້ ຈະເປັນບ່ອນອັນນັ້ນ ຈຸດລວມບຸນສົງການເລີຍເຈົ້າ. ອັ່ນໂຕນີ້ຈະບໍ່ເຈົ້າ ແຕ່ທາງວັດເພິ່ນຈະຂາຍ.”
ຂະນະທີ່ ພະນັກງານບໍຣິສັດ ທ່ານນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ໃນໄລຍະບຸນປີໃໝ່ລາວ ທີ່ຈະມາຮອດນີ້ ທາງບໍຣິສັດທີ່ທ່ານເຮັດວຽກ ກໍຈະມີຈັດກິດຈະກຳ ສະຫຼອງບຸນປີໃໝ່ ເປັນການພາຍໃນ ໂດຍເປັນງານສະຫຼອງນ້ອຍໆ, ລ້ຽງອາຫານ ແລະ ມ່ວນຊື່ນໂຮແຊວ ຕາມຮີດຄອງປະເພນີ. ທັງນີ້, ການສະຫຼອງບຸນປີໃໝ່ລາວ ກໍຈະຕ້ອງປະຕິບັດຕາມກົດລະບຽບ ແລະ ຄຳສັ່ງທີ່ທາງການນະຄອນຫຼວງວຽງຈັນ ວາງອອກ.
“ໂດຍມີເຈົ້າ, ມີແຕ່ເພິ່ນຈະຈັດງານນ້ອຍໆ ລ້ຽງແບບພະນັກງານທົ່ວໄປຫັ້ນຫຼະ. ລ້ຽງແບບພະນັກງານ ແລ້ວກໍເຮັດກິນ ບໍ່ມີຫຍັງຫຼາຍເຈົ້າ. ອ່າ, ໄດ້ໆ ຫຼິ້ນໄດ້ ມີແຕ່ຫຼິ້ນແບບ ບໍ່ໃຫ້ເກີນແບບເກີນໆ ລ່ະ ກະຫຼິ້ນທົ່ວໄປໄດ້ດອກ ຫຼິ້ນໄດ້ຢູ່ດອກ.”
ໂດຍຄຳສັ່ງສະບັບນີ້ ໄດ້ມອບໃຫ້ຫຼາຍຂະແໜງການ ຂອງນະຄອນຫຼວງວຽງຈັນ ເປັນຜູ້ຮັບຜິດຊອບໃນການຈັດຕັ້ງປະຕິບັດ ໂດຍສະເພາະ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຜະ
ແໜກອຸດສາຫະກຳ ແລະ ການຄ້າ ແລະ ກອງບັນຊາການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຮ່ວມກັນກຳນົດຈຸດ ຫຼື ສະຖານທີ່ຈັດງານຫຼິ້ນບຸນປີໃໝ່ລາວ ແລະ ອະນຸມັດການຈັດຕະຫຼາດນັດ ເພື່ອໃຫ້ມີຄວາມເປັນລະບຽບຮຽບຮ້ອຍ.
ພ້ອມດຽວກັນນີ້, ຄໍາ ສັ່ງດັ່ງກ່າວ ຍັງມອບໃຫ້ແຕ່ລະຂະແໜງການ ລົງໄປກວດກາ ໃນຂົງເຂດຄວາມຮັບຜິດຊອບຂອງຕົນເປັນຕົ້ນ ໃຫ້ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບອົງການຈັດຕັ້ງທຸກຂັ້ນ ຢູ່ນະຄອນຫຼວງວຽງຈັນ ໂຄສະນາເຜີຍແຜ່ ຄຳສັ່ງສະບັບນີ້ ແລະ ນິຕິກຳທີ່ກ່ຽວຂ້ອງ ໃຫ້ທົ່ວສັງຄົມຮັບຮູ້, ໃຫ້ພະແນກອຸດສາຫະກຳ ແລະ ການຄ້າ ລົງກວດກາລາຄາສິນຄ້າ ບໍ່ໃຫ້ມີການສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າ, ຄ່າອາຫານ ແລະ ຄ່າບໍລິການຕ່າງໆ ອີກທັງ ບໍ່ໃຫ້ນຳເຂົ້າ ແລະ ຂາຍໝາກກະໂພກ ແລະ ວັດຖຸກໍ່ສຽງແຕກ ແລະ ໃຫ້ກອງບັນຊາການປ້ອງກັນ ຄວາມສະຫງົບ ສົມທົບກັບກອງບັນຊາການ ທະຫານ ທຸກຂັ້ນ ໃນນະຄອນຫຼວງວຽງຈັນ ຈັດວາງກຳລັງ ເຄື່ອນໄຫວລາດຕະເວນ ປ້ອງກັນເຫດຮ້າຍຕ່າງໆ.
ເຈົ້າໜ້າທີ່ ກ່ຽວຂ້ອງ ອີກທ່ານນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ພາກສ່ວນຂອງທ່ານ ຍັງບໍ່ທັນມີແຜນ ໃນການເຄື່ອນໄຫວ ປ້ອງກັນຄວາມສະຫງົບ ໃນໄລຍະບຸນປີໃໝ່ລາວ ຢ່າງຈະແຈ້ງເທື່ອ. ຊຶ່ງກຳລັງລໍຖ້າຄຳສັ່ງ ແລະ ແຜນການຈັດຕັ້ງປະຕິບັດ ຈາກທາງກອງບັນຊາການຂັ້ນນະຄອນຫຼວງ ໃນອີກມໍ່ໆ ນີ້.
“ໂອ້, ອັ່ນນີ້ບໍ່ທັນຮູ້ເດີ້. ເຮົາຕ້ອງ ແຜນບໍ່ທັນແຈ້ງດອກ. ເພິ່ນຈະແຈ້ງຢູ່ລະແມ່ນເດືອນໜ້າພຸ້ນ. ບໍ່ຮູ້ໆ ເພາະພວກເຮົາບໍ່ໄດ້ອອກແຜນ, ນະຄອນຫຼວງພຸ້ນເດີ້.”
ທາງດ້ານ ເຈົ້າໜ້າທີ່ກ່ຽວຂ້ອງ ອີກທ່ານນຶ່ງ ຢູ່ນະຄອນຫຼວງວຽງຈັນ ຊຶ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ ໄດ້ກ່າວຕໍ່ ວິທະຍຸເອເຊຍເສລີ ໃນມື້ວັນດຽວກັນນີ້ວ່າ ໃນເບື້ອງຕົ້ນ ກິດຈະກຳທາງສາສະໜາ ທີ່ທາງພາກສ່ວນຂອງທ່ານ ຈະໄດ້ຈັດຂຶ້ນ ກໍແມ່ນການແຫ່ພຣະພຸດທະຮູບ ເພື່ອໃຫ້ຊາວບ້ານໄດ້ຫົດສົງນ້ຳ. ຂະນະທີ່ ກິດຈະກຳອື່ນໆ ເປັນຕົ້ນ ການຫົດສົງນ້ຳພຣະ ຫຼື ການສະຫຼອງບຸນປີໃໝ່ລາວ ແມ່ນຈະຂຶ້ນກັບທາງແຕ່ລະວັດ ຫຼື ຊຸມຊົນຊາວບ້ານ ຈະເປັນຜູ້ຈັດກັນເອງ.
“ຖືວ່າກິດຈະກຳບຸນປີໃໝ່ລາວນີ້ ວ່າເພິ່ນເຮັດຫຼາຍຢ່າງຢູ່ເນາະ. ຄືມື້ທໍາ ອິດກະແມ່ນຖືວ່າ ແຫ່ພຣະພຸດທະຮູບ ຢູ່ຄຸ້ມເມືອງເກົ່າເຈົ້າ. ລະມື້ທີ 2 ກະຫົດສົງນ້ຳ ຕາມວັດ ຕາມວາ ຕາມອັນນີ້ຊີ້ນ່າ.”
ໃນໄລຍະບຸນປີໃໝ່ລາວ ພ.ສ. 2566 ລະຫວ່າງວັນທີ 11 ຫາ 17 ເມສາ ປີ 2023 ທີ່ຜ່ານມາ, ເກີດອຸບັດຕິເຫດ ທົ່ວປະເທດ ຈຳນວນ 342 ກໍລະນີ, ມີພາຫະນະເປ່ເພ 589 ຄັນ, ມີຜູ້ໄດ້ຮັບບາດເຈັບ 611 ຄົນ ແລະ ມີຜູ້ເສຍຊີວິດ 35 ຄົນ. ໃນນີ້, ຢູ່ນະຄອນຫຼວງວຽງຈັນ ມີຜູ້ເສຍຊີວິດ 7 ຄົນ, ແຂວງສະຫວັນນະເຂດ 5 ຄົນ, ແຂວງບໍລິຄຳໄຊ 4 ຄົນ, ແຂວງບໍ່ແກ້ວ 3 ຄົນ ແລະແຂວງອື່ນໆ ລວມກັນ 16 ຄົນ. ໂດຍມີສາເຫດຈາກການດື່ມສິ່ງມຶນເມົາ ແລ້ວຂັບຂີ່ລົດ, ແລ່ນລົດເກີນຄວາມໄວທີ່ກຳນົດ ແລະ ອື່ນໆ. ຊຶ່ງກໍເຮັດໃຫ້ ທາງການນະຄອນຫຼວງວຽງຈັນ ຕ້ອງໄດ້ມີມາດຕະການປ້ອງກັນ ອຸບັດຕິເຫດ ແລະ ບັນຫາເມົາແລ້ວຂັບ ໃນໄລຍະບຸນປີໃໝ່ ພ.ສ. 2567 ຢູ່ໃນຄຳສັ່ງສະບັບດັ່ງກ່າວ ຂອງປີນີ້ ນຳດ້ວຍ.