ປກສ ນະຄອນຫຼວງວຽງຈັັນ ຮັກສາຄວາມສະຫງົບ ໄລຍະບຸນປີໃໝ່ລາວ
2024.04.08

ໃນວັນທີ 1 ເມສາ 2024, ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ເລື່ອງ ເພີ່ມທະວີປ້ອງກັນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໃນໄລຍະການສະເຫຼີມສະຫຼອງ ບຸນປີໃໝ່ລາວ ພ.ສ.2567 ຫຼື ປີ 2024 ຢູ່ນະຄອນຫຼວງວຽງຈັນ ໂດຍແນໃສ່ປ້ອງກັນບັນຫາການຈູດໝາກກະໂພກ, ສຽງດັງເນືອງນັນ, ການຂ້າມຊາຍແດນ ແບບບໍ່ຖືກຕາມກົດໝາຍ ແລະ ການລະເມີດກົດໝາຍຈະລາຈອນ.
ຊຶ່ງຕາມລາຍງານຂ່າວ ຂອງສຳນັກຂ່າວ “Laotian Times” ລະບຸຕຶ່ມວ່າ ທາງການນະຄອນຫຼວງວຽງຈັນ ຈະໄດ້ວາງກຳລັງຕຳຫຼວດ 724 ນາຍ ລົງກວດກາປ້ອງກັນບັນຫາ ການຈະລາຈອນ ທົ່ວນະຄອນຫຼວງວຽງຈັນ. ເພື່ອຮັບປະກັນການປະຕິບັດ ກົດໝາຍຈະລາຈອນ ແລະ ການຮັກສາຄວາມປອດໄພ ທາງຖະໜົນ ໃນໄລຍະບຸນປີໃໝ່ລາວປີນີ້.
ກ່ຽວກັບເລື່ອງທີ່ວ່ານີ້, ເຈົ້າໜ້າທີ່ຕຳຫຼວດ ທ່ານນຶ່ງ ຢູ່ນະຄອນຫຼວງວຽງຈັນ ຊຶ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ເມສາ 2024 ນີ້ວ່າ ເພິ່ນຍັງບໍ່ທັນຮູ້ລາຍລະອຽດ ກ່ຽວກັບເລື່ອງນີ້ປານໃດ ຍ້ອນເພິ່ນບໍ່ໄດ້ເຂົ້າຮ່ວມປະຊຸມ ກ່ຽວກັບການຈັດຕັ້ງປະຕິບັດ ການຮັກສາຄວາມສະຫງົບ ຢູ່ນະຄອນຫຼວງວຽງຈັນ ທີ່ຈັດຂຶ້ນໃນຕອນເຊົ້າມື້ນີ້.
“ກະບໍ່ຮູ້ລາຍລະອຽດນຳເພິ່ນ. ໂອ້, ອັ່ນນີ້ມັນຕ້ອງຖາມຫົວໜ້າເພິ່ນໄດ໋ອັນນີ້. ມື້ນີ້ເພິ່ນກະເປີດກອງປະຊຸມຢູ່ກອງບັນຊາການຕວ່າ ເຮົາບໍ່ໄດ້ອັ່ນນັ້ນ (ເຂົ້າຮ່ວມປະຊຸມ).”
ທາງດ້ານ ເຈົ້າໜ້າທີ່ຕຳຫຼວດ ອີກນາງນຶ່ງ ຢູ່ແຂວງພາກເໜືອຂອງລາວ ຊຶ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ ເຊັ່ນດຽວກັນ ກ່າວວ່າ ທາງກອງບັນຊາການປ້ອງກັນຄວາມສະຫງົບແຂວງ ຈະໄດ້ມີການກວດກາປ້ອງກັນອຸບັດຕິເຫດ ແລະ ການປະຕິບັດກົດໝາຍຈະລາຈອນ ໃນໄລຍະບຸນປີໃໝ່ລາວ ເປັນເວລາ 6 ມື້ ຕັ້ງແຕ່ວັນທີ 11 ຫາ 17 ເມສາ 2024. ໂດຍຈະແນໃສ່ປ້ອງກັນ ໃນເຂດເທສະບານແຂວງ ຊຶ່ງເປັນບ່ອນທີ່ຈະມີການສະເຫຼີມສະຫຼອງບຸນປີໃໝ່ ຢ່າງຄຶກຄື້ນ. ຂະນະທີ່ ໃນແຕ່ລະເມືອງ ກໍຈະມີເຈົ້າໜ້າທີ່ຕຳຫຼວດ ຂອງແຕ່ລະກອງບັນຊາການ ປ້ອງກັນຄວາມສະຫງົບຂັ້ນເມືອງ ຮັບຜິດຊອບຢູ່ແລ້ວ.
“ເຈົ້າ, ເຮົາຈະເລີ່ມປ້ອງກັນແຕ່ວັນທີ 11 ຫາ 17 ເຈົ້າ. ອັ່ນ ມີແຕ່ອັ່ນແຂວງເຮົາຈະປ້ອງກັນສະເພາະອັ່ນ ເທສະບານແຂວງນີ້ເນາະ ແລະອັ່ນແຕ່ລະເມືອງກໍຈະມີອັ່ນ ຈະລາຈອນແຕ່ລະເມືອງ ເຂົາປ້ອງກັນເລີຍເຈົ້າ. ເຈົ້າ, ກະບໍ່ຫຼາຍປານໃດເນາະ ເພາະວ່າອັ່ນ ຊ່ວງປີກາຍປີກ່ອນກະ ຫວ່າງປີກະບໍ່ມີເລີຍ.”
ຜູ້ໃຊ້ສື່ສັງຄົມອອນລາຍນ໌ຊາວລາວ ຈຳນວນນຶ່ງ ກໍມີການວິພາກວິຈານ ກ່ຽວກັບການຕັ້ງດ່ານກວດກາລົດ ຂອງເຈົ້າໜ້າທີ່ຕຳຫຼວດຈະລາຈອນ ໃນໄລຍະເທສະການບຸນປີໃໝ່ລາວ ວ່າອາດຈະມີເຈົ້າໜ້າທີ່ຕຳຫຼວດ ຈຳນວນນຶ່ງ ຮຽກຮັບເງິນ ຈາກປະຊາຊົນຜູ້ໃຊ້ລົດ ເຂົ້າກະເປົາຕົນເອງ ແທນການປັບໃໝ ຕາມລະບຽບກົດໝາຍ.
ຂະນະທີ່ ຊາວບ້ານ ນາງນຶ່ງ ຢູ່ແຂວງສະຫວັນນະເຂດ ກ່າວວ່າ ບັນຍາກາດ ການສະຫຼອງບຸນປີໃໝ່ລາວ ຢູ່ແຂວງສະຫວັນນະເຂດ ກໍໜ້າຈະມີຄວາມປອດໄພ ເຊັ່ນດຽວກັບທຸກປີທີ່ຜ່ານມາ ຍ້ອນເຈົ້າໜ້າທີ່ຕຳຫຼວດ ມີການລົງກວດກາ. ທັງນີ້, ປະຊາຊົນຊາວນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ຈະໄດ້ມີການສະຫຼອງບຸນປີໃໝ່ລາວ ຢູ່ບໍລິເວນທາງຕະຫຼາດສະຫວັນລາຕີ ທີ່ຢູ່ໃຈກາງເມືອງ. ໂດຍທາງການແຂວງ ແລະ ນະຄອນ ຍັງບໍ່ທັນວາງອອກ ແຜນຈັດກິດຈະກຳສະຫຼອງບຸນປີໃໝ່ແຕ່ຢ່າງໃດ.
“ໂດຍ, ປອດໄພ ປົກກະຕິ ທຳມະດາ. ຢູ່ສະຫວັນບໍ່? ຖະໜົນຫັ້ນ ໃຈກາງເມືອງນີ້ແຫຼະ. ປີນີ້ບໍ່ມີກິດຈະກຳຢ່າງໃດ ເພາະວ່າກິດຈະກຳເພິ່ນເຮັດໄປຫຼາຍອັນ ຄືສະຫວັນຫັນສາ ແລະ ກະເປີດງານລາວ-ຫວຽດ ຫວ່າງກີ້ນີ້, ວັນທີ 3 ຫາ ວັນທີ 7 ນີ້.”
ຜູ້ປະກອບການເຮືອນພັກ ທ່ານນຶ່ງ ຢູ່ແຂວງຫຼວງພະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນດຽວກັນນີ້ວ່າ ບັນຍາກາດຢູ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ ກໍມີຄວາມປອດໄພຫຼາຍ ແລະ ທາງການແຂວງ ແລະ ນະຄອນ ກໍຈະໄດ້ມີການກະກຽມກິດຈະກຳ ໃນໄລຍະບຸນປີໃໝ່ລາວປີນີ້ແລ້ວ ດັ່ງເຊັ່ນທຸກປີທີ່ຜ່ານມາ ເຮັດໃຫ້ນັກທ່ອງທ່ຽວຈອງທີ່ພັກເຕັມໝົດແລ້ວ ໃນໄລຍະດັ່ງກ່າວ.
“ຫຼາຍແລ້ວເຈົ້າ ຫຼາຍແລ້ວ. ຊ່ວງປີໃໝ່ຫຼາຍແລ້ວຫວາເຈົ້າ ຊ່ວງປີໃໝ່ເຂົາເຈົ້າຈອງມາ ເຮືອນພັກໃດກະເຕັມເບິດແລ້ວ. 13-14-15-16 ນີ້ແຫຼະ ຖາມໃສໄປຊອກໃຫ້ໝູ່ ກະບໍ່ມີ ເຕັມເບິດ. ກະຫຼາຍທຸກປີເຈົ້າ ປີໃໝ່ຫຼາຍທຸກປີ.”
ສຳລັບໃນໄລຍະບຸນປີໃໝ່ລາວ ປີ 2023 ທີ່ຜ່ານມາ, ທົ່ວປະເທດລາວເກີດອຸບັດຕິເຫດ 324 ຄັ້ງ ມີຜູ້ເສຍຊີວິດ 35 ຄົນ ແລະ ບາດເຈັບ 611 ຄົນ. ພາຫະນະເສຍຫາຍ 589 ກັນ. ໂດຍແຂວງຈຳປາສັກ ເກີດອຸບັດຕິເຫດຫຼາຍກວ່າໝູ່ ເຖິງ 53 ຄັ້ງ, ຂະນະທີ່ ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ເກີດອຸບັດຕິເຫດ 33 ຄັ້ງ. ທຽບໃສ່ປີ 2022 ອຸບັດຕິເຫດເພີ່ມຂຶ້ນ 30 ຄັ້ງ, ຄົນບາດເຈັບເພີ່ມຂຶ້ນ 59 ຄົນ ແລະ ຈຳນວນຍານພາຫະນະເສຍຫາຍ ເພີ່ມຂຶ້ນ 44 ຄັນ. ແຕ່ຈຳນວນຜູ້ເສຍຊີວິດແມ່ນເທົ່າເດີມ.
ສະເພາະຢູ່ນະຄອນຫຼວງວຽງຈັນນັ້ນ, ເມືອງຫາດຊາຍຟອງ ເກີດອຸບັດຕິເຫດ 6 ຄັ້ງ ຖືວ່າເປັນເມືອງທີ່ເກີດອຸບັດຕິເຫດຫຼາຍທີ່ສຸດ, ຮອງລົງມາແມ່ນເມືອງໄຊທານີ ແລະ ເມືອງສີໂຄດຕະບອງ ເກີດອຸບັດຕິເຫດ ເມືອງລະ 3 ຄັ້ງ. ຂະນະທີ່ ເມືອງໄຊເສດຖາ ເກີດອຸບັດຕິເຫດ 2 ຄັ້ງ ແລະ ເມືອງອື່ນໆ ທີ່ເຫຼືອ ແມ່ນເກີດອຸບັດຕິເຫດ ເມືອງລະ 1 ຄັ້ງ. ໂດຍທົ່ວນະຄອນຫຼວງວຽງຈັນ ມີຜູ້ເສຍຊີວິດທັງໝົດ 7 ຄົນ ຊຶ່ງເປັນຈຳນວນຫຼາຍທີ່ສຸດໃນທົ່ວປະເທດ, ຮອງລົງມາແມ່ນ ແຂວງສະຫວັນນະເຂດ ຊຶ່ງມີຜູ້ເສຍຊີວິດ 4 ຄົນ. ກ ສາເຫດສ່ວນຫຼາຍແມ່ນຍ້ອນ ເມົາແລ້ວຂັບ, ການແລ່ນລົດໄວເກີນກຳນົດ, ການຂັບລົດບໍ່ເປັນລະບຽບຮຽບຮ້ອຍ ແລະ ອື່ນໆ.