ຄົນງານລາວຢູ່ໄທ ພວມທະຍອຍກັບເມືອປະເທດ ເພື່ອສະຫຼອງບຸນປີໃໝ່ລາວ
2024.04.12

ໃນວັນທີ 12 ເດືອນເມສາ 2024 ນີ້, ຢູ່ສະຖານີຂົນສົ່ງຜູ້ໂດຍສານ ນະຄອນຫຼວງບາງກອກ (ຈະຕຸຈັກ ຫຼື ໝໍຊິດ 2) ປະເທດໄທ. ຄົນງານລາວ ຈຳນວນຫຼາຍກວ່າ 50 ຄົນ ພວມທະຍອຍຂຶ້ນລົດ ສາຍທາງນະຄອນຫຼວງບາງກອກ ຫາແຂວງມຸກດາຫານ ແລະ ແຂວງນະຄອນພະນົມ ເພື່ອເດີນທາງ ກັບຄືນບ້ານ ຢູ່ແຂວງສະຫວັນນະເຂດ, ແຂວງສາລະວັນ ແລະ ແຂວງຄຳມ່ວນ ໃນໄລຍະ ບຸນປີໃໝ່ລາວ ພ.ສ. 2567 ນີ້. ໂດຍສ່ວນຫຼາຍ ເດີນທາງກັບ ເພື່ອສະເຫຼີມສະຫຼອງບຸນປີໃໝ່ລາວ ນຳຄອບຄົວ ແລະ ໄປກາບໄຫວ້ພໍ່ແມ່ ຜູ້ມີພະຄຸນ ຕາມຮີດຄອງປະເພນີ ອັນດີງາມຂອງຊາວລາວ.
ກ່ຽວກັບເລື່ອງທີ່ວ່ານີ້, ຄົນງານຊາວລາວ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ເມສາ ນີ້ວ່າ ລາວ ພ້ອມທັງໝູ່ຄູ່ ຈະກັບຄືນບ້ານ ຢູ່ເມືອງອຸທຸມພອນ ແຂວງສະຫວັນນະເຂດ ເປັນເວລາປະມານ 1 ອາທິດ ເພື່ອໄປກາບໄຫວ້ພໍ່ແມ່ ແລະສະຫຼອງບຸນປີໃໝ່ນຳຄອບຄົວ ພາຍຫຼັງ ທີ່ບໍ່ໄດ້ກັບຄືນບ້ານ ມາປະມານ 1 ປີແລ້ວ. ທັງນີ້, ລາວເວົ້າວ່າ ການທີ່ລາວເຂົ້າມາເຮັດວຽກ ຢູ່ປະເທດໄທ ນອກຈາກຈະໄດ້ເງິນຄ່າຈ້າງ ທີ່ດີກວ່າຢູ່ລາວແລ້ວ ກະຍັງໄດ້ປະສົບການ ໄດ້ຮຽນຮູ້ວຽກງານຫຼາຍຢ່າງ ທີ່ຢູ່ລາວບໍ່ມີ.
“ແຂວງສະຫວັນນະເຂດ ຢູ່ເມືອງອຸທຸມພອນ. ເຮັດວຽກກໍ່ສ້າງຕໍ່ເຕີມ. ປະມານໜຶ່ງອາທິດ ໄປກາບໄຫວ້ພໍ່ແມ່ ຊິໄປຫຼິ້ນ ກ່ຽວກັບໃນຄອບຄົວຫັ້ນນ່າ. ແຕ່ວ່າ ແບບຢູ່ໄທ ແບບມັນມີເຫດຜົນ ຢູ່ວ່າ ເອີ້! ເຮົາມີຄວາມຮູ້ແບບນັ້ນແບບນີ້ ທີ່ບ້ານເຮົາບໍ່ເຄີຍຮູ້ແມ່ນບໍ່? ຢູ່ໄທ ມັນກະແປກດີ ສິ່ງທີ່ເຮົາບໍ່ເຄີຍເຫັນ ບໍ່ເຄີຍຮູ້ ເຮົາກໍໄດ້ຮູ້ແມ່ນບໍ່? ເຮົາໄປຮຽນນຳ ໄປເຮັດວຽກນຳ. ບໍ່ໄດ້ກັບບ້ານດົນແລ້ວ ປະມານ 1 ປີແລ້ວ.”
ຄົນງານຜູ້ນີ້ ກ່າວຕື່ມວ່າ ລາວ ຍັງບໍ່ທັນມີຄວາມຄິດວ່າ ຊິໄດ້ກັບຄືນໄປຢູ່ປະເທດລາວ ເມື່ອໃດ ແຕ່ກໍຕັ້ງໃຈວ່າ ຈະຊອກຫາເກັບເງິນ ເພື່ອໃຫ້ຄອບຄົວມີຄວາມເປັນຢູ່ທີ່ດີຂຶ້ນ.
ທາງດ້ານ ຄົນງານຊາວລາວ ອີກນາງໜຶ່ງ ກ່າວວ່າ ຈະກັບໄປຍາມພໍ່ແມ່ ແລະ ຍາດຕິພີ່ນ້ອງ ຢູ່ເມືອງສອງຄອນ ແຂວງສະຫວັນນະເຂດ ເປັນເວລາ 3-4 ມື້. ຊຶ່ງໃນໄລຍະ ບຸນປີໃໝ່ລາວນີ້ ນາງ ກໍຢາກຂໍພອນໃຫ້ໂຕເອງ ມີສຸຂະພາບຮ່າງກາຍແຂງແຮງ ເພື່ອທີ່ຈະໄດ້ມີແຮງໃນການເຮັດວຽກ ໃນໄລຍະຕໍ່ໜ້າ. ສຳລັບການເດີນທາງ ຈາກນະຄອນຫຼວງບາງກອກ ໄປຫາ ແຂວງມຸກດາຫານນັ້ນ ນາງເວົ້າວ່າ ການຊອກຊື້ປີ້ລົດໂດຍສານ ກໍບໍ່ໄດ້ຫຍຸ້ງຍາກເລີຍ.
“ປະມານ 3-4 ມື້ ກັບໄປຫາຍາດພີ່ນ້ອງ ກັບໄປຫາພໍ່ແມ່. ຝັ່ງ ຫວັນນະເຂດ, ສອງຄອນ. ກະຂໍໃຫ້ ສຸຂະພາບຮ່າງກາຍແຂງແຮງ. ຢູ່ເຍົາວະລາດ ຂາຍກ່ຽວກັບພວກເຈັ້ຍ. ການຊື້ (ປີ້ລົດໂດຍສານ) ບໍ່ຍາກເລີຍ ປັດຈຸບັນນີ້ ຄືມັນບໍ່ຍາກ ຖາມປຸບ ກະໄດ້ເລີຍ.”
ຂະນະທີ່ ຄົນງານຊາວລາວ ອີກທ່ານໜຶ່ງ ກ່າວວ່າ ຈະໄດ້ກັບຄືນບ້ານ ຢູ່ເມືອງທ່າແຂກ ແຂວງຄຳມ່ວນ ເປັນເວລາປະມານ 3 ມື້ ໂດຍຂີ່ລົດໄປລົງ ຢູ່ແຂວງ ນະຄອນພະນົມ ແລະຕໍ່ລົດ ຈາກແຂວງນະຄອນພະນົມ ຂ້າມຂົວມິດຕະພາບລາວ-ໄທ ແຫ່ງທີ 3 ໄປຍັງເມືອງທ່າແຂກ. ໂດຍລາວເວົ້າວ່າ ສາເຫດຫຼັກ ທີ່ຕ້ອງໄດ້ມາເຮັດວຽກຢູ່ໄທ ກໍຍ້ອນບັນຫາເສດຖະກິດ-ການເງິນ ພາຍໃນຄອບຄົວ:
“ສາມມື້ ຢູ່ແຂວງຄຳມ່ວນ ເມືອງທ່າແຂກ, ຂ້າມຂົວ. ກັບມາປະມານ ມື້ວັນທີ 17-18. ເຮັດວຽກຢູ່ກຸງເທບ ຢູ່ສາຍໄໝ ຫຼັກໆກະຄື ເງິນຄຳນີ້ແຫຼະ (ຈັ່ງມາເຮັດວຽກຢູ່ກຸງເທບ).”
ຄົນງານຜູ້ນີ້ ກ່າວອີກວ່າ ລາວ ຫາກໍ່ມາເຮັດວຽກຢູ່ໄທ ໄດ້ປະມານ 4 ຫາ 5 ເດືອນນີ້ ພາຍຫຼັງທີ່ຮຽນຈົບມັດທະຍົມປາຍ ຊັ້ນ ມ.7 ແຕ່ຍ້ອນຢູ່ລາວ ບໍ່ທັນມີໂອກາດໃນການສຶກສາ ແລະ ການເຮັດວຽກຫຼາຍປານໃດ ລາວຈຶ່ງຕ້ອງໄດ້ເຂົ້າມາເຮັດວຽກ ຢູ່ປະເທດໄທ.
ທາງດ້ານ ຄົນງານຊາວລາວ ອີກທ່ານໜຶ່ງ ຊຶ່ງບໍ່ໄດ້ກັບຄືນບ້ານ ໃນໄລຍະບຸນປີໃໝ່ລາວນີ້ ກ່າວວ່າ ທຳອິດ ວາງແຜນວ່າຊິກັບເມືອບ້ານ ຫຼັງບຸນປີໃໝ່ລາວ ຍ້ອນວ່າ ເປັນຊ່ວງໄລຍະ ທີ່ການຈາລະຈອນ ບໍ່ຫຼາຍປານໃດ. ແຕ່ກໍອາດຈະບໍ່ທັນໄດ້ກັບ ຍ້ອນຕ້ອງໄດ້ເບິ່ງສະພາບການ ໃຫ້ຄັກແນ່ກ່ອນ. ທັງນີ້, ໂຕຂອງລາວ ກໍ່ຄືກັນກັບຄົນງານລາວຈຳນວນຫຼາຍ ທີ່ມາເຮັດວຽກຢູ່ໄທ ຍ້ອນບັນຫາເສດຖະກິດ-ການເງິນຢູ່ປະເທດລາວ ທີ່ບໍ່ດີ ໃນໄລຍະປັດຈຸບັນ.
“ສົງການນີ້ ກະວ່າ ຄືຊິບໍ່ໄດ້ກັບ ເທື່ອແລກວ່າ ຊິກັບຫຼັງສົງການນ່າ ແຕ່ຕ້ອງເບິ່ງສາກ່ອນເນາະ ມັນຍັງບໍ່ຮູ້ວ່າຊິໄດ້ກັບຫຼືບໍ່? ປະເທດເຮົາມັນກະ ຊິເວົ້າຈັ່ງໃດ ມັນກະຍາກ ຄືວ່ານັ້ນລ່ະ ເລື່ອງເສດຖະກິດ ມັນກະແຍ່ນ່າເນາະ ເວົ້າເຖິງນ່າເນາະ ຊ່ວງນີ້ມັນກະແຍ່ເລີຍລະ.”
ຕໍ່ກັບເລື່ອງນີ້, ວິທຍຸເອເຊັຽເສຣີ ພະຍາຍາມ ຕິດຕໍ່ໄປຫາເຈົ້າໜ້າທີ່ຕຳຫຼວດ ກວດຄົນເຂົ້າ-ອອກເມືອງ ທາງຝັ່ງລາວ ຢູ່ດ່ານສາກົນ ຂົວມິດຕະພາບລາວ-ໄທ ແຫ່ງທີ 2 ແຂວງສະຫວັນນະເຂດ ເພື່ອສອບຖາມ ເຖິງບັນຍາກາດຄົນຂ້າມດ່ານ ແຕ່ບໍ່ສາມາດຕິດຕໍ່ໄດ້.
ຂະນະທີ່ ເຈົ້າໜ້າທີ່ຕຳຫຼວດ ກວດຄົນເຂົ້າ-ອອກເມືອງ ທາງຝັ່ງໄທ ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 2 ແຂວງມຸກດາຫານ ປະເທດໄທ ນາງໜຶ່ງ ຊຶ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ໃນມື້ນີ້, ມີຜູ້ເດີນທາງ ຜ່ານດ່ານດັ່ງກ່າວ ເປັນຈຳນວນຫຼາຍ ໂດຍສ່ວນຫຼາຍເປັນຄົນງານລາວ ທີ່ເໝົາລົດຕູ້ເພື່ອຂ້າມດ່ານ. ທັງນີ້, ທາງເຈົ້າໜ້າທີ່ ໄດ້ໃຫ້ຄຳແນະນຳວ່າ ຄັນຕ້ອງການຂ້າມດ່ານ ດ້ວຍລົດສ່ວນໂຕ ໃຫ້ວາງແຜນການເດີນທາງ ໃຫ້ຄັກແນ່ ແລະ ຕ້ອງຜ່ານການກວດກາເອກະສານ ກ່ອນເວລາດ່ານປິດ 30 ນາທີ ເພື່ອໃຫ້ສາມາດຂ້າມດ່ານ ທັງເບື້ອງໄທ ແລະ ລາວ ໄດ້ຢ່າງຮຽບຮ້ອຍ.
“ຄົນຫຼາຍເລີຍ. ແຮງງານ ກໍ່ມາເລື້ອຍໆ ແຕ່ລົດຕິດຫຼາຍ ຄັນຖ້າເອົາລົດໄປ ກໍແນະນຳວ່າ ໃຫ້ເວັ້ນຊ່ວງມາ. ທ່າເຮືອ ຍັງບໍ່ເປີດ ໃຫ້ຂ້າມຢູ່ຂົວບ່ອນດຽວ. ດ່ານປິດ 10 ໂມງກາງຄືນ ແຕ່ຖ້າຈະເອົາລົດຂ້າມ ແນະນຳໃຫ້ກວດເອກະສານ ໃຫ້ແລ້ວກ່ອນ 9 ໂມງເຄິ່ງກາງຄືນ ເພາະ ກວ່າຊິຂ້າມໄປ ລາວ ກະປິດດ່ານພໍດີ.”
ໂດຍໃນວັນທີ 10 ເດືອນເມສາ 2024 ທີ່ຜ່ານມາ, ທາງສຳນັກຂ່າວ ມະຕິຊົນອອນລາຍ ຂອງໄທ ເປີດເຜີຍວ່າ ຢູ່ສະຖານີ ຂົນສົ່ງຜູ້ໂດຍສານ ແຂວງນະຄອນພະນົມ ຂອງໄທ ມີຄົນງານຊາວລາວ ຈຳນວນຫຼາຍ ທະຍອຍເດີນທາງ ກັບເມືອປະເທດລາວ ໃນໄລຍະບຸນປີໃໝ່ລາວ. ຊຶ່ງພວກເຂົາເຈົ້າ ກໍຈະຫິ້ວເຄື່ອງຂອງ ແລະ ຂອງຝາກ ຂອງຕ້ອນ ເພື່ອເດີນທາງຕໍ່ ດ້ວຍລົດໂດຍສານ ລະຫວ່າງປະເທດ ນະຄອນພະນົມ-ທ່າແຂກ. ໂດຍຄາດວ່າ ໃນແຕ່ລະມື້ ຈະມີຜູ້ໂດຍສານ ທີ່ເປັນຄົນງານຊາວລາວ ເດີນທາງຂ້າມດ່ານດັ່ງກ່າວ ກວ່າຫຼາຍພັນຄົນ. ເຊັ່ນດຽວກັບ ຢູ່ທ່າເຮືອ ນະຄອນພະນົມ ກໍມີຄົນງານຊາວລາວເປັນຈຳນວນຫຼາຍ ລຽນແຖວ ຜ່ານດ່ານກວດຄົນເຂົ້າ-ອອກເມືອງ ເພື່ອຂ້າມເຮືອໄປຍັງເມືອງທ່າແຂກ ແຂວງຄຳມ່ວນ ນຳດ້ວຍ.
ທັງນີ້, ກະຊວງແຮງງານ ຂອງໄທ ໄດ້ຜ່ອນຜັນ ໃຫ້ແຮງງານ ສັນຊາດລາວ, ກຳປູເຈຍ ແລະ ມຽນມາ ເດີນທາງກັບປະເທດ ເພື່ອຮ່ວມງານບຸນປີໃໝ່ ໂດຍບໍ່ຕ້ອງຍື່ນໜັງສືຂໍອະນຸຍາດ ເພື່ອກັບເຂົ້າມາ ປະເທດໄທຍອີກ ຫຼື Re-Entry Permit ໃນລະຫວ່າງ ວັນທີ 1 ເດືອນເມສາ ຫາວັນທີ 15 ເດືອນພຶດສະພາ ປີ2024. ຊຶ່ງກໍເຮັດໃຫ້ ແຮງງານທັງສາມປະເທດ ບໍ່ຕ້ອງເສຍຄ່າທຳນຽມ ການຍື່ນຂໍອະນຸຍາດ ຈຳນວນ 1,000 ບາດ ຕໍ່ຄັ້ງ (Single) ຫຼື 3,800 ບາດ ສຳລັບການຂໍອະນຸຍາດ ຫຼາຍກວ່າໜຶ່ງຄັ້ງ (Multiple). ຈຶ່ງມີການຄາດການວ່າ ຄົນງານຊາວລາວ ຈະເດີນທາງກັບເມືອບ້ານ ຫຼາຍກວ່າທຸກປີ ທີ່ຜ່ານມາ.