ເຣີ່ມເປີດຂາຍປີ້ ຣົຖໄຟ ຂ້າມແດນ ລາວ-ຈີນ
2023.04.11
ໃນຕອນເຊົ້າຂອງວັນທີ 11 ເມສານີ້ ບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈຳກັດ ໄດ້ເຣີ່ມເປີດຂາຍປີ້ຣົຖໄຟຂ້າມແດນ ລາວ-ຈີນ ເປັນມື້ທຳອິດທັງເປີດຂາຍ ຜ່ານແອັບພລິເຄຊັນ ແລະ ຢູ່ສະຖານີຣົຖໄຟ ບາງແຫ່ງ. ການເປີດນຳໃຊ້ ຂະບວນຣົຖໄຟຂ້າມແດນ ລາວ-ຈີນ ຢ່າງເປັນທາງການເຣີ່ມວັນທີ 13 ເມສາ 2023 ນີ້.
ດັ່ງເຈົ້າໜ້າທີ່ ບໍຣິສັດ ທາງຣົຖໄຟ ລາວ-ຈີນ ຈຳກັດກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 11 ເມສານີ້ວ່າ:
“ຂາຍຢູ່ປະຈຳແອັບພລິເຄຊັນ ກາມີເຈົ້າ ຫລື ວ່າຂາຍປະຈຳ ຢູ່ສະຖານີ ຢູ່ຈຸດຂາຍປີ້ ລູກຄ້າສາມາດກວດເບິ່ງ ຢູ່ແອັບພລິເຄຊັນໄດ້ເລີຍເຈົ້າ.”
ສະຖານີຣົຖໄຟ ລາວ-ຈີນ ແລະ ບ່ອນຂາຍປີ້ຣົຖໄຟບາງແຫ່ງ ເປັນຕົ້ນຢູ່ນະຄອນຫຼວງວຽງຈັນ ເຣີ່ມມີຊາວລາວຫຼັ່ງໄຫຼໄປຊື້ປີ້ຣົຖໄຟ ຂ້າມແດນຢ່າງຄຶກຄັກ ເພື່ອວາງແຜນເດີນທາງ ໄປປະເທດຈີນ ຊຶ່ງຂັ້ນຕອນການຊື້ປີ້ ແບບຂ້າມແດນ ລາວ-ຈີນ ກໍຕ້ອງມີໜັງສືເດີນທາງ ແລະ ວິຊ້າເປັນເອກກະສານ ປະກອບໃນການຊື້ປີ້ຣົຖໄຟ ຂ້າມແດນເພື່ອເປັນໄປຕາມລະບຽບການ ເດີນທາງເຂົ້າ-ອອກ ປະເທດຈີນ.
ດັ່ງຊາວລາວນາງນຶ່ງກ່າວວ່າ:
“ຂາຍປີ້ຂ້າມແດນ ມື້ນີ້ແຕ່ວ່າມື້ເດີນທາງແທ້ໆ ວັນທີ 13 ຂ້າມໄປຈີນ ຖາມກັບຊາຍແດນ ເຣື່ອງວີຊອກວີຊ້າ ແມ່ນຫຍັງຫັ້ນນ່າຂາຍປີ້ ປົກກະຕິແຕ່ລະມື້.”
ສະຖານີຣົຖໄຟ ແຂວງຫຼວງພຣະບາງ ກໍມີຜູ້ໂດຍສານ ແລະ ຜູ້ປະກອບການຮັບຈອງປີ້ຣົຖໄຟ ຈຳນວນຫຼາຍ ໄດ້ໄປລໍຖ້າຊື້ປີ້ຣົຖໄຟສຳລັບຂ້າມແດນ ລາວ-ຈີນ ສ່ວນຂໍ້ມູນຣາຍລະອຽດຕ່າງໆ ຂອງການຂາຍປີ້ຣົຖໄຟ ຂ້າມແດນເປັນຕົ້ນລາຄາ ປີ້ໂດຍສານ ແລະ ຈຳນວນປີ້ຣົຖໄຟ ທີ່ເຫຼືອນັ້ນຜູ້ທີ່ມາລໍຖ້າ ຊື້ປີ້ຍັງລໍຖ້າ ການອັບເດດຂໍ້ມູນ ຈາກທາງສະຖານີຣົຖໄຟຢູ່.
ດັ່ງຊາວບ້ານ ຢູ່ແຂວງຫຼວງພຣະບາງ ທ່ານນຶ່ງກ່າວວ່າ:
“ໂຕນີ້ ເພິ່ນຍັງບໍ່ໄດ້ແຈ້ງລາຄາມາເທື່ອ ມີແຕ່ວ່າເພິ່ນເປີດຂາຍ ມີແຕ່ວ່າເຮົາຍັງບໍ່ໄດ້ຂໍ້ມູນ ອັບເດດຈາກທາງຣົຖໄຟ ເພາະວ່າເຮົາກຳລັງອັບເດດ ຂໍ້ມູນນຳທາງຣົຖໄຟ ເຮົາຫາກໍໄດ້ເອກກະສານ ແຈ້ງມາຈາກສະຖານີຣົຖໄຟ.”
ການຂາຍປີ້ຣົຖໄຟ ລາວ-ຈີນ ແບບຂ້າມແດນນັ້ນ ໃນເບື້ອງຕົ້ນເປີດຂາຍຢູ່ ແຕ່ສະຖານີ້ຣົຖໄຟພຽງບາງແຫ່ງ ທີ່ເປັນສະຖານີສຳຄັນ ເປັນຕົ້ນສະຖານີ ນະຄອນຫຼວງວຽງຈັນ, ສະຖານີຫຼວງພຣະບາງ ແລະ ສະຖານີບໍ່ເຕັນ. ສຳລັບທີ່ເຫຼືອອີກ 3 ສະຖານີ ຍັງບໍ່ທັນເປີດຂາຍປີ້ ຣົຖໄຟຂ້າມແດນເທື່ອ.
ດັ່ງຊາວບ້ານ ທີ່ຊື້ປີ້ີຣົຖໄຟຢູ່ສະຖານີ ນາເຕີຍ ແຂວງຫຼວງນໍ້າທາ ກ່າວວ່າ:
“ດຽວນີ້ເຂົາເປີດ ຂາຍແຕ່ສະຖານີ້ບໍ່ເຕັນ, ຫຼວງພຣະບາງ, ນະຄອນຫຼວງວຽງຈັນ ເຂົ້າໄປຈີນໄດ້ 3 ສະຖານີນີ້ແຫຼະ ນາເຕີຍນີ້ເປັນສະຖານີນ້ອຍ ແລ້ວເຂົາເຈົ້າບໍ່ເປີດຂາຍເທື່ອ ມີແຕ່ວ່າຄັນເຮົາຊິເຂົ້າໄປຈີນ ມີແຕ່ໄປຂຶ້ນຢູ່ບໍ່ເຕັນ ເຂົ້າໄປຈີນເລີຍເຮົາຊິລົງສະຖານີໃດ ກາມີຢູ່ໄປລົງຄຸນໝິງກາໄດ້.”
ພະນັກງານນຳທ່ຽວ ນາງງນຶ່ງກ່າວວ່າພາຍຫຼັງ ທີ່ຣົຖໄຟ ລາວ-ຈີນ ເປີດໃຊ້ແບບຂ້າມແດນ ລາວ-ຈີນ ແລ້ວທາງບໍຣິສັດ ຂອງຍານາງເອງ ອາຈໃຊ້ໂອກາດນີ້ສຳລັບ ພານັກທ່ອງທ່ຽວຊາວລາວ ເດີນທາງໄປຈີນດ້ວຍຣົຖໄຟ ລາວ-ຈີນ ແບບຂ້າມແດນເພາະວ່າ ຊ່ອງທາງນຶ່ງທີ່ສະດວກ ແກ່ການເດີນທາງ ແລະ ຄ່າປີ້ໂດຍສານ ລາຄາຕໍ່າກ່ວາປີ້ຍົນລະຫວ່າງ ລາວ-ຈີນ.
ດັ່ງຍານາງກ່າວວ່າ:
“ທາງບໍຣິສັດ ກໍໜ້າຈະມີຢູ່ກາໜ້າຈະຫຼາຍຢູ່ ເພາະວ່າດຽວນີ້ມັນກາເຣີ່ມສະດວກແລ້ວ ເມື່ອກ່ອນມັນຕ້ອງນອກຈາກໜັ່ງເຄື່ອງບິນ ໄປມັນກາຕ້ອງໄດ້ຂີ່ຣົຖເມ, ຣົຖບັສໄປຣົຖໄຟ ກົງໄປເລີຍມັນກາໜ້າຈະຫຼາຍຢູ່.”
ສະຖານີຣົຖໄຟ ລາວ-ຈີນ ໃນປະເທດຈີນ ທີ່ຣົຖໄຟລາວ-ຈີນ ຈະແລ່ນຜ່ານນັ້ນປະກອບ ດ້ວຍສະຖານີບໍ່ຫານຊຶ່ງເປັນສະຖານີ ເຊື່ອມຕໍ່ກັບສະຖານບໍ່ເຕັນ ຕໍ່ດ້ວຍສະຖານີຟູ່ເອີ, ສະຖານີ ສິບສອງປັນນາ ແລະ ສະຖານີຄຸນໝິງ ເປັນສະຖານີປາຍທາງ. ໂດຍຄ່າປີ້ໂດຍສານ ມີຫຼາຍລາຄາແຕກຕ່າງກັນໄປ ເປັນຕົ້ນຈາກສະຖານີນະຄອນຫຼວງວຽງຈັນ ໄປສະຖານີຄຸນໝິງລາຄາຢູ່ທີ່ 1,192,000 ກີບ ຕໍ່ຄົນຕໍ່ຖ້ຽວໂດຍໃຊ້ເວລາເດີນທາງປະມານ 10 ຊົ່ວໂມງ ແລະ ຈາກສະຖານີຫຼວງພຣະບາງ ໄປສະຖານີຄຸນໝິງ ລາຄາປີ້ໂດຍສານຢູ່ທີ່ 990,000 ກີບ ໂດຍໃຊ້ເວລາ ໃນການເດີນທາງ ປະມານ 8 ຊົ່ວໂມງປາຍ. ອີງຕາມຂໍ້ມູນຈາກແອບພລິເຄຊັນ ຊື້ຂາຍປີ້ຣົຖໄຟ ລາວ-ຈີນ.
ສຳລັບພົລເມືອງລາວ ທີ່ຈະເຂົ້າປະເທດຈີນນັ້ນ ນອກຈາກໃຊ້ໜັງສືເດີນທາງແລ້ວ ກໍຕ້ອງເຮັດວິຊ້ານຳດ້ວຍ ໂດຍຈະຕ້ອງເສັຽຄ່າໃຊ້ຈ່າຍ ສຳລັບເຮັດວິຊ້າເຂົ້າປະເທດຈີນ ລາຄາ 15 ໂດລ້າຣ໌ສະຫະຣັຖ ຊຶ່ງໃຊ້ເວລາເຮັດວີຊ້າ ຢູ່ສະຖານທູດຈີນ ປະຈຳປະເທດລາວ ປະມານ 4 ວັນ ຣັຖການ ໂດຍການເດີນທາງຈາກລາວ ເຂົ້າປະເທດຈີນ ດ້ວຍຣົຖໄຟ ລາວ-ຈີນ ນັ້ນ ເມື່ອຮອດສະຖານີ ບໍ່ເຕັນແລ້ວ ຜູ້ໂດຍສານຈະຕ້ອງລົງ ຈາກຂະບວນຣົຖໄຟ ເພື່ອສະແດງເອກກະສານ ແຈ້ງອອກເມືອງ ແລະ ກວດກະເປົາເດີນທາງ ຈາກນັ້ນກັບຂຶ້ນຣົຖໄຟ ຂະບວນເກົ່າ ເພື່ອຂ້າມໄປສະຖານີ ບໍ່ຫານ ພ້ອມທັງແຈ້ງເຂົ້າເມືອງ ອີກເທື່ອນຶ່ງກ່ອນທີ່ຈະເດີນທາງ ໄປສະຖານີອື່ນໆໃນປະເທດຈີນ.