ເຣື້ອງທີ່ເກັບບັນທຶກໄວ້
2024-05-23
ສປປ ລາວ ຍັງຕອບໂຕ້ ແລະແກ້ໄຂບັນຫາຊັກຊ້າ ກ່ຽວກັບເຫດການຕົວະຍົວະ, ຫຼອກລວງ ແລະການຄ້າມະນຸດ ເພື່ອບັງຄັບໃຫ້ກໍ່ເຫດອາດຊະຍາກໍາ ທ່າມກາງບັນຫາດັ່ງກ່າວ ທີ່ນັບມື້ເພີ່ມຂຶ້ນເລື້ອຍໆໃນລາວ ປັດໄຈສໍາຄັນ ທີ່ເຮັດໃຫ້ຊັກຊ້າ ແມ່ນຍ້ອນ ລັດຖະບານລາວ ຍັງຂາດເຂີນງົບປະມານ.
2024-05-22
ປະເທດລາວ ສົ່ງຄົນງານໄປເຮັດວຽກຢູ່ເກົາຫຼີໃຕ້ຫຼາຍຂຶ້ນ. ໃນໄລຍະສີ່ເດືອນທຳອິດຂອງປີ 2024 ນີ້ ຄົນງານລາວ ໄດ້ໄປເຮັດວຽກຢູ່ເກົາຫຼີໃຕ້ແລ້ວ 3,323 ຄົນ ຫຼາຍກວ່າທຸກໆປີໄລຍະສີ່ປີທີ່ຜ່ານມາ ທີ່ມີຄົນງານລາວ ໄດ້ໄປເຮັດວຽກຢູ່ເກົາຫຼີໃຕ້ປະມານ 850 ຄົນຕໍ່ປີ.
2024-05-22
ຊາວບ້ານຫຼາຍເຂດ ທົ່ວນະຄອນຫຼວງວຽງຈັນ ຍັງປະສົບກັບບັນຫາ ນ້ຳປະປາບໍ່ໄຫຼ ໂດຍສະເພາະ ໃນໄລຍະກາງເວັນ ແລະ ວັນເສົາ-ອາທິດ ເຮັດໃຫ້ຊາວບ້ານ ໄດ້ຮັບຄວາມເດືອດຮ້ອນຫຼາຍ ໃນການດຳລົງຊີວິດ ປະຈຳວັນ.
2024-05-22
ເຈົ້າໜ້າທີ່ໜ່ວຍງານປ່າໄມ້ ເມືອງຄູນຄໍາ ແຂວງຄໍາມ່ວນໄດ້ຈັບຊາວບ້ານ ຊື່ ທ້າວ ໄພບູນ ທຳມະວົງ ຊາວບ້ານພູໝາກແໜ່ງ ມາເຮັດການສືບສວນ-ສອບສວນ ແລະ ດຳເນີນຄະດີ ພາຍຫຼັງທີ່ຜູ້ກ່ຽວໄດ້ໂພສຕ໌ຮູບພາບກິນໂຕທະນີ ແກ້ມຂາວຖິ່ນໃຕ້ ເຊິ່ງເປັນສັດປ່າສະຫງວນແລ້ວ ເຜີຍແຜ່ ລົງທາງສື່ສັງຄົມອອນລາຍ ໃນວັນທີ 12 ພຶດສາພາ 2024.
2024-05-22
ຊາວບ້ານ 10 ກວ່າບ້ານ ໃນເມືອງລ້ອງແຈ້ງ ແຂວງໄຊສົມບູນ ໄດ້ຮັບຜົນກະທົບຈາກລົດຂົນແຮ່ ຂອງຫລາຍ ບໍລິສັດຈີນ ແລ່ນທຸກມື້ ເຮັດໃຫ້ເສັ້ນທາງ ສັນຈອນໄປມາລຳບາກ ແຕ່ບໍ່ມີການແກ້ໄຂ.
2024-05-22
ອອສເຕຣເລຍ ໄດ້ເຜີຍແຜ່ຂໍ້ມູນຜ່ານເວັບໄຊ ຢ່າງເປັນທາງການ ໃນວັນທີ 21 ພຶດສະພາ 2024 ວ່າ ປັດຈຸບັນຍັງມີການແຜ່ລະບາດ ຂອງພະຍາດໄຂ້ເລືອດດຳ ຫຼື Anthrax ຢູ່ທາງພາກໃຕ້ຂອງລາວ ໂດຍສະເພາະແຂວງຈຳປາສັກ ພ້ອມເຕືອນພົນລະເມືອງຂອງຕົນ ທີ່ຈະເດີນທາງເຂົ້າໄປລາວ ໃຫ້ລະວັງ.
2024-05-21
ການແກ້ໄຂບັນຫາ ຄົນລາວເສັຍຊີວິດ ຍ້ອນຢາສູບ ຍັງເປັນເລື່ອງທີ່ຫຍຸ້ງຍາກ ແລະ ທ້າທາຍ ໃນຂະນະທີ່ ມີຄົນລາວ ເສັຍຊີວິດຍ້ອນຢາສູບ 6,700 ຄົນ ໃນປີ 2023.
2024-05-21
ການຖິ້ມຂີ້ເຫຍື້ອ ຊະຊາຍຕາມແຄມຖະໜົນ ແຖວປ່າຊ້າ ແລະທາງນໍ້າແບງ ຍ້ອນຊາວ ບ້ານສີບຸນເຮືອງ ເມືອງຮຸນ ແຂວງອຸດົມໄຊ ບໍ່ມີລົດມາເກັບຂີ້ເຫຍື້ອ ແລະບໍ່ມີບ່ອນຖິ້ມຂີ້ເຫຍື້ອ.
2024-05-21
ໃນໄລຍະເດືອນມັງກອນ ຫາ ເດືອນເມສາ ປີ 2024 ນີ້, ທາງພະແນກຕຳຫຼວດສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຂອງແຂວງເຊກອງ ຈັບຄະດີຢາເສບຕິດໄດ້ 31 ກໍລະນີ ຊຶ່ງຜູ້ຖືກກ່າວຫາ ໃນຄະດີຢາເສບຕິດດັ່ງກ່າວ ສ່ວນຫຼາຍແມ່ນຜູ້ເສບ ຫຼື ຜູ້ຄ້າລາຍຍ່ອຍ.
2024-05-21
ໂຮງງານແປ້ງມັນຕົ້ນ ຂອງຈີນ ປ່ອຍກິ່ນເໝັນໜັກໜ່ວງ ທັງຍາມແລ້ງ ແລະຍາມຝົນ ກະທົບໃສ່ຊາວບ້ານບ້ານນາຊໍ່າ ແລະບ້ານຜາຊ້າງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ຂະນະທີ່ພາກສ່ວນທີ່ກ່ຽວຂ້ອງ ອະທິບາຍວ່າ ຍັງບໍ່ມີການຮ້ອງຮຽນໃດໆ ຈາກຊາວບ້ານ.
2024-05-21
ເກີດເຫດໄຟໄໝ້ເຮືອນ ປະຊາຊົນ ຊົນເຜົ່າກຶມມຸ ທີ່ທຸກຍາກ ຢູ່ບ້ານຕອງ ເມືອງປາກແບງ ແຂວງອຸດົມໄຊເມື່ອວັນທີ 18 ພຶດສະພາ 2024 ຜ່ານມາ ເຊິ່ງໄດ້ສ້າງຄວາມເສຍຫາຍໃຫ້ ກັບ 11 ຫຼັງ, 100 ກວ່າຄົນບໍ່ມີເຮືອນຢູ່ ລວມທັງສູນເສຍຊັບສິນອື່ນໆ.
2024-05-20
ທາງການລາວ ແຈກຢາຍເຄື່ອງໂຄສະນາ ຕ້ານການຄ້າມະນຸດ ໃນຮູບແບບຕ່າງໆ ໃຫ້ 24 ບ້ານ ຢູ່ນະຄອນຫລວງວຽງຈັນ ທີ່ມີຄວາມສ່ຽງ.
2024-05-20
ແຂວງຫຼວງພຣະບາງ ໄດ້ລົງກວດກາ ແລະ ຮື້ຖອນປ້າຍໂຄສະນາ ທີ່ບໍ່ຖືກຕ້ອງ ຕາມລະບຽບການ ຈຳນວນນຶ່ງ ໃນວັນທີ 14 ພຶດສະພາ 2024 ນີ້.
2024-05-20
ເກີດເຫດການຝົນຕົກໜັກ ແລະ ນ້ຳປ່າໄຫຼຊຸ ເຂົ້າຖ້ວມເຂດຊຸມຊົນ ຢູ່ໃກ້ກັບບ້ານຫ້ວຍສູ່ ເມືອງຫຼາ ແຂວງອຸດົມໄຊ ໃນຕອນເຊົ້າຂອງວັນທີ 17 ພຶດສະພາ 2024 ທີ່ຜ່ານມາ ເຮັດໃຫ້ເຮືອນຊານ ແລະ ເນື້ອທີ່ປູກຝັງ ຂອງຊາວບ້ານ ທີ່ຢູ່ຕິດຫ້ວຍນ້ຳ-ທາງນ້ຳ ໄດ້ຮັບຄວາມເສຍຫາຍ ຈຳນວນໜຶ່ງ.
2024-05-20
ລາຄາພືດຜັກບາງຊະນິດ ຢູ່ຕາມທ້ອງຕະຫລາດ ເລີ່ມສູງຂຶ້ນ ເຊັ່ນ ຜັກຫອມປ້ອມ ແຕ່ກ່ອນ ລາຄາປະມານ 60,000 ກີບ ຕໍ່ກິໂລກະຣາມ ແຕ່ປັດຈຸບັນ ລາຄາສູງເຖິງ 160,000 ກີບ ຕໍ່ກິໂລກະຣາມ.