ລັດຖະບານ ເລີ່ມຕື່ນໂຕ ຕໍ່ເຫດການ ຄົນລາວຖືກຄ້າມະນຸດ
2024.05.20

ກົມຕໍາຫລວດສະກັດກັ້ນ ແລະຕ້ານການຄ້າມະນຸດ ໄດ້ແຈກຢາຍອຸປະກອນໂຄສະນາ ຮວມທັງປ້າຍໂຄສະນາ ແລະບົດເພັງ ແຕ່ວັນທີ 6 ຫາວັນທີ 10 ພຶດສະພານີ້ ກ່ຽວກັບຕ້ານການຄ້າມະນຸດໃນຫລາຍຮູບແບບ ຮວມທັງຮູບແບບການແຕ່ງ ດອງແບບແອບແຝງ, ການຊັກຊວນໄປອອກແຮງງານຢູ່ຕ່າງປະເທດ ໃຫ້ 24 ບ້ານ ຢູ່ນະຄອນຫລວງວຽງຈັນ ທີ່ມີຄວາມສ່ຽງ ຕໍ່ປະຊາຊົນ ເປັນຕົ້ນຊາວໜຸ່ມ ຍິງສາວ ທີ່ຈະຕົກເຂົ້າໃນວົງຂອງການຄ້າມະນຸດ ໃຫ້ຮູ້ທັນເລ້ລ້ຽມ ກົນອຸບາຍ ຂອງພວກຄ້າມະນຸດ ພາຍຫລັງທີ່ມີຜູ້ຕົກເປັນເຫຍື່ອຂອງການຖືກຄ້າມະນຸດ ຢູ່ປະເທດຈີນ ແລະໄທມາແລ້ວ ແລະໃນປັດຈຸບັນ ກໍປາກົດວ່າ ມີຂໍ້ມູນກ່ຽວກັບວ່າ ໃນຈໍານວນບ້ານດັ່ງກ່າວ ມີແມ່ຍິງລາວຈໍານວນນຶ່ງ ແຕ່ງ ດອງກັບຄົນຈີນ ໃນຂະນະທີ່ທາງການແນະນໍາ ໃຫ້ການແຕ່ງດອງກັບຄົນຕ່າງປະເທດນັ້ນ ເປັນໄປແບບຖືກຕ້ອງຕາມກົດໝາຍ ແລະລະບຽບການຂອງປະເທດ ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເມືອງຫາດຊາຍຟອງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 16 ພຶດສະພານີ້.
“ພວກຄ້າມະນຸດນີ້ນໍ ເພາະວ່າ ພວກບ້ານເຮົາມີເປົ້າໝາຍ ທີ່ເພີ່ນນີ້ມາສົ່ງ ເປັນຜູ້ຍິງນຶ່ງຄົນ ທີ່ວ່າຖືກຫລອກລວງໄປຈີນ ແລ້ວກໍຜູ້ນຶ່ງຫັ້ນ ຖືກໄປຂາຍແຮງງານ ມີຜູ້ຊາຍຜູ້ນຶ່ງແລ້ວເຂົາເຈົ້າເອົາຄືນມາສົ່ງກັບຄອບຄົວແລ້ວ ອັນທີ່ວ່າແຕ່ງງານແອບແຝງນີ້ ບໍ່ມີ ແຕ່ວ່າມີອັນຄົນມາສູ່ຂໍ ເຮົາກໍເບິ່ງເອກກະສານ ເຮົາກໍເບິ່ງເອກກະສານຢູ່ນໍ ເອກກະສານ ກໍຕາມຂໍ້ມູນທາງເຈົ້າໜ້າທີ່ ທີ່ເພີ່ນໃຫ້ເຮົາຫັ້ນ ເພາະວ່າເຮົາເຮັດບົດບັນທຶກສູ່ຂໍແລ້ວ ແລ້ວເຮົາກໍສົ່ງໄປຫາສັນຕິບານ ເປັນຜູ້ຊີ້ນໍາເຂົາເຈົ້ານໍ.”
ກົມຕໍາຫລວດ ສະກັດກັ້ນ ແລະຕ້ານການຄ້າມະນຸດ ໄດ້ນໍາເອົາສິ່ງໂຄສະນາຕ່າງໆ ເປັນຕົ້ນປ້າຍແຜ່ນພັບ, ໂປສເຕີ, ສະປອດໂຄສະນາ ແລະບົດເພັງຕ້ານການຄ້າມະນຸດ ໄປມອບໃຫ້ອໍານາດການປົກຄອງທັງໝົດ 24 ບ້ານທີ່ວ່ານັ້ນ ແລ້ວ. ເວົ້າສະເພາະ ສະປອດໂຄສະນາ ແລະບົດເພັງຕ້ານການຄ້າມະນຸດ ແມ່ນຖືກບັນທຶກໄວ້ຢູ່ໃນ USB Drive ທີ່ສາມາດນໍາໄປສຽບໃສ່ເຄື່ອງກະຈາຍ ສຽງ ເພື່ອໂຄສະນາ ຜ່ານໂທລະໂຂ່ງຂອງແຕ່ລະບ້ານໄດ້ ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງບ້ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:
“ມັນເປັນອັນນ່າ USB ຈັ່ງຊີ້ນ່າ ເຂົາໃສ່ເຄື່ອງຂະຫຍາຍສຽງຫັ້ນແຫລະ ເວລາຫວ່າງກະເປີດ ຈັ່ງຊີ້ນ່າ ສ່ວນຫລາຍເວລາເຂົ້າຫ້ອງການຫັ້ນແຫລະ ໃຫ້ປະຊາຊົນຫັ້ນແຫລະ ໂທລະໂຄ່ງມັນຢູ່ ໄລຍະນີ້ພວກເຮົາປັບປຸງໂທລະໂຄ່ງຢູ່ໂອ໋ ເປັນ USB ແລ້ວກໍເປັນແຜ່ນພັບໂຄສະນາ ແລ້ວກໍໂປສເຕີຫັ້ນ ກໍຕິດຢູ່ຫ້ອງການ ແພ່ນພັບດກຫໍມີແຕ່ແຈກຢາຍ ເວລາປະຊາຊົນໄປພົວພັນວຽກຫຍັງ ກໍແຈກຢາຍໂຄສະນາໄປ.”
ໃນຂະນະດຽວກັນ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກັບການຄວບຄຸມການກະຈາຍສຽງ ຂອງໂທລະໂຄ່ງ ໃນບ້ານ ທີ່ປະຊາຊົນມີຄວາມສ່ຽງ ຕໍ່ການທີ່ຈະຕົກເປັນເຫຍື່ອຂອງການຄ້າມະນຸດນັ້ນ ກໍກ່າວວ່າ ຈະໂຄສະນາຕ້ານການຄ້າມະນຸດ ທາງໂທ ລະໂຄ່ງບ້ານໃນຕອນເຊົ້າ ແລະທັງຈະມີການອະທິບາຍເສີມໃສ່ ເຖິງເລື່ອງການຄ້າມະນຸດວ່າ ເປັນແນວໃດ, ການແຕ່ງດອງກັບຄົນຕ່າງປະເທດ ຕ້ອງມີຂັ້ນຕອນແນວໃດຈຶ່ງຈະເປັນການແຕ່ງດອງ ທີ່ຖືກຕ້ອງຕາມລະບຽບກົດໝາຍ ເພື່ອບໍ່ໃຫ້ແມ່ຍິງລາວ ຕົກເປັນຜູ້ເຄາະຮ້າຍຈາກການຄ້າມະນຸດ.
ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 16 ພຶດສະພານີ້ວ່າ:
“ໂອ້ ການໂຄສະ ນານີ້ ປັດຈຸບັນນີ້ ພວກເຮົາກໍໃສ່ເຄື່ອງສຽງເປີດເນາະ ມື້ເຊົ້າເປີດແຕ່ລະເຊົ້າ ເປັນການໂຄສະນາ ທັງເອົາໃສ່ທາງໂທລະໂຄ່ງ ແລ້ວພວກເຮົາກໍແຈ້ງການຕື່ມອີກເນາະ ເນື້ອໃນເອກກະສານແນວນັ້ນໆ ຫລັກໆພວກເຮົາກໍອີງໃສ່ USB ຫັ້ນແຫລະເພາະວ່າເພິ່ນເວົ້າລະອຽດຢູ່ໃນນັ້ນແລ້ວ ມີຜົນດີຢູ່ເຖິງວ່າບໍ່ຫລາຍກໍໜ້ອຍເນາະ ກໍດີກວ່າເຮົາບໍ່ໂຄສະນາ ພໍ່ແມ່ປະຊາຊົນນີ້ ເຂົ້າໃຈເນາະ ໂອ໋ ຄ້າມະນຸດເປັນເປັນແນວນັ້ນ ການແຕ່ງດອງກັບຄົນຕ່າງດ້າວ ເຮົາຕ້ອງເຮັດຂັ້ຍຕອນເປັນແນວນັ້ນ ໆ ຄັນເຮົາບໍ່ເຮັດແນວນີ້ຄວາມຜິດພາດ ຈະເກີດຂຶ້ນ ເປັນແນວໃດເນາະ.”
ເວົ້າເຖິງເລື່ອງຜົນປະໂຫຍດຂອງການໂຄສະນາຄືດັ່ງກ່າວ ປະຊາຊົນຜູ້ນຶ່ງ ຢູ່ບ້ານຫາດກັນຊາ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ເວົ້າວ່າ ເມື່ອປີກາຍຜ່ານມານີ້ ກໍມີແມ່ຍິງລາວ ແຕ່ງດອງກັບຄົນຈີນ, ການແຕ່ງດອງນັ້ນ ແມ່ນເປັນໄປຢ່າງຖືກຕ້ອງຕາມກົດໝາຍ, ແລະວ່າ ນັ້ນເປັນເລື່ອງທີ່ໜ້າຊື່ນຊົມ, ເປັນການແຕ່ງ ດອງ ທີ່ຫລີກລ່ຽງ ບໍ່ໃຫ້ຕົກເປັນຜູ້ເຄາະຮ້າຍ ຈາກການຄ້າມະນຸດ ດັ່ງທີ່ທ່ານກ່າວ ໃນມື້ດຽວກັນນີ້ວ່າ:
“ເອີ! ອັນນັ້ນຖືວ່າແບບວ່າ ຄົນຕ່າງປະເທດຄົນຈີນຄົນເກົາຫລີ ບໍ່ຢາກມາແຕ່ງ ງານກັບຄົນລາວເຮົາຊື່ໆ ແມ່ນບໍ່ມີແຕ່ວ່າ ໄທບ້ານເຮົາໄປເຮັດວຽກ ຢູ່ອັນນັ້ນອັນນີ້ ໄປພໍ້ກັນມັກກັນ ແລ້ວ ນໍາກັນມາເຮືອນ ມາຊານມາສູ່ມາແຕ່ງເອົາໄປຈີນ ກໍມີຜ່ານມາ ຫວ່າງປີກາຍປີກ່ອນກໍມີແນວນີ້ ໃຫ້ອໍານາດການປົກຄອງເນາະ ປະຊາສໍາພັນປະກາດ ທາງໂທລະໂຄ່ງຫລືວ່າ ປະຊຸມ ປຸກແນວຄິດຂອງພໍ່ຂອງແມ່ ຂອງໄວລຸ້ນເຮົາຫັ້ນຍ່າ ອັນນີ້ດີແລ້ວ ຊົມເຊີຍແຕ່ຂັ້ນເທີງ ເຮັດຈັ່ງໃດ ເພື່ອຫລີກລ້ຽງ ມັນຈະເກີດອັນບໍ່ດັບບໍ່ດີ ຕໍ່ປະຊາຊົນລາວເດນໍ.”
ໃນຈໍານວນ 24 ບ້ານ ຢູ່ນະຄອນຫລວງວຽງຈັນ ທີ່ມີຄວາມສ່ຽງ ຕໍ່ການທີ່ຈະຕົກເປັນເຫຍື່ອຂອງການຄ້າມະນຸດນັ້ນ ກໍມີ 6 ບ້ານຢູ່ເມືອງໄຊເສດຖາ ຄືບ້ານໂຊກໃຫຍ່, ບ້ານໂຊກນ້ອຍ, ບ້ານດຸງ, ບ້ານນາຄວາຍກາງ, ບ້ານນາໄຫ ແລະບ້ານຂາມງອຍ; 3 ບ້ານຢູ່ເມືອງສັງທອງ ຄືບ້ານຄົກເພີງ, ບ້ານອ່າງນ້ອຍ ແລະບ້ານສະໄກ; 6 ບ້ານຢູ່ເມືອງຫາດຊາຍຟອງ ຄືບ້ານໜອງແປ້ນໃຕ້, ບ້ານທ່ານາແລ້ງ, ບ້ານດົງໂພສີ, ບ້ານນາລ້ອງ, ບ້ານໂຄກຊາຍ ແລະບ້ານຫາດກັນຊາ; 4 ບ້ານຢູ່ເມືອງໄຊທານີ ຊຶ່ງມີທັງບ້ານທ່າມັ່ງ, ບ້ານໄຜ່ລ້ອມ, ບ້ານຫາດກ້ຽງ; 3 ບ້ານຢູ່ເມືອງສີສັດຕະນາກ ຄືບ້ານໄຊສະຖານ, ບ້ານຈອມແຈ້ງ ແລະບ້ານພັນໝັ້ນ ແລະ 2 ບ້ານຢູ່ເມືອງສີໂຄດຕະບອງ ຄືບ້ານອຸບມຸງ ແລະບ້ານວັດໄຕນ້ອຍທົ່ງ.
ປີ 2023 ທີ່ຜ່ານມາ ມີແມ່ຍິງ ແລະເດັກນ້ອຍຍິງ ອາຍຸຕໍ່າກວ່າ 18 ປີ ຈາກນະຄອນຫລວງວຽງຈັນ 3 ຄົນ ຖືກຮຽກຄ່າໄຖ່ ຫລາຍສິບພັນຢວນ ພາຍຫລັງທີ່ພວກເຂົາເຈົ້າ ຖືກຕົວະໄປເຮັດວຽກ ເປັນສາວຮ້ານ, ເປັນສາວນວດແຜນບູ ຮານ ແລະສາວ KTV ຢູ່ເຂດເສດຖະກິດພະເສດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະຢູ່ເມືອງລາ ລັດສານ ປະເທດພະມ້າ ແລ້ວຖືກກັກຂັງ, ຖືກຕີ, ຖືກໄລ່ຂ້າ, ຖືກໃສ່ກຸນແຈມື, ຖືກຍຶດເງິນ ທີ່ໄດ້ຈາກການເຮັດວຽກ, ໃຫ້ກິນເຂົ້າມື້ລະຄາບ ແລະຖືກຂາຍຕໍ່ໃຫ້ນັກທຸລະກິດຈີນໄປເລື້ອຍໆ. ແຕ່ໃນທີ່ສຸດ ແມ່ຍິງທັງ 3 ຄົນຜູ້ເຄາະຮ້າຍທີ່ວ່ານັ້ນ ໄດ້ຖືກທາງການລາວ ແລະທາງການ ມຽນມາ ຊ່ວຍເຫລືອໃຫ້ໄດ້ກັບຄືນມາສູ່ຄອບຄົວຢູ່ລາວ ໃນໄລຍະບຸນປີໃໝ່ລາວ ປີ 2024 ນີ້.
ແລະມາເຖິງປັດຈຸບັນ ກໍປະມານ 7 ເດືອນແລ້ວ ທີ່ເດັກຍິງລາວ ອາຍຸ 17 ປີ ຈາກນະຄອນຫລວງວຽງຈັນ ຍັງລໍຖ້າການຊ່ວຍເຫລືອ ຈາກພາກສ່ວນທີ່ກ່ຽວ ຂ້ອງ ພາຍຫລັງທີ່ນາງ ຖືກນາຍໜ້າ ທີ່ເປັນຄົນລາວ ຊຶ່ງເປັນເຄືອຂ່າຍແກ໊ງ ຄ້າມະນຸດ ຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຕົວະຍົວະໄປຂາຍ ໃຫ້ເປັນສາວຮ້ານ ບໍລິການທາງເພດ ຢູ່ຮ້ານບັນເທີງຈີນ ທີ່ເມືອງລາ ລັດສານ ປະເທດມຽນມາ.
ຢູ່ແຂວງຫລວງນໍ້າທາ ທີ່ຜ່ານມາ ຄະນະກໍາມະການ ຕ້ານການຄ້າມະນຸດ ແຂວງນີ້ ກໍໄດ້ໃຫ້ການຊ່ວຍເຫລືອ ແມ່ຍິງລາວຜູ້ເຄາະຮ້າຍຈາກການຄ້າມະນຸດ ແລະຜູ້ທີ່ມີຄວາມສ່ຽງ ຕໍ່ການທີ່ຈະຖືກຄ້າມະນຸດ ໄດ້ທັງໝົດ 16 ຄົນ ຊຶ່ງສ່ວນຫລາຍເປັນເດັກນ້ອຍແມ່ຍິງຊົນເຜົ່າ ອາຍຸຕໍ່າກວ່າ 18 ປີ ຈາກຫລາຍແຂວງຂອງລາວ ທັງຈາກແຂວງຫລວງນໍ້າທາເອງ ແລະແຂວງອື່ນໆ ເປັນຕົ້ນແຂວງອຸດົມໄຊ, ຫລວງພະບາງ, ໄຊຍະບູລີ, ຫົວພັນ, ຊຽງຂວາງ, ສະຫວັນນະເຂດ ແລະແຂວງຈໍາປາສັກ. ພວກເຂົາເຈົ້າຖືກພວກຈີນ ທີ່ເຂົ້າມາທ່ອງທ່ຽວແບບແອບແຝງ ແລ້ວຊອກຫາສູ່ຂໍເດັກນ້ອຍແມ່ຍິງລາວ ໄປເປັນເມຍຢູ່ປະເທດຈີນ ດ້ວຍການໃຫ້ສິນສອດ ເຄື່ອງໝັ້ນຫລາຍ. ແຕ່ເມື່ອພໍໄດ້ໄປຮອດຈີນແລ້ວ ກໍຖືກບັງຄັບໃຫ້ນອນນໍາຜູ້ຊາຍຄົນອື່ນ ແລະຂາຍໃຫ້ຜູ້ຊາຍຈີນຄົນອື່ນ, ບາງກໍລະນີ ຜູ້ຊາຍຈີນ ທີ່ເວົ້າ ຂຽນ ອ່ານພາສາລາວໄດ້ ກໍຈະຕິດຕໍ່ຫາແມ່ຍິງລາວ ຜ່ານທາງສື່ສັງຄົມອອນລາຍ ແລ້ວໂອນເງິນມາໃຫ້ແລ່ນເອກກະສານ ຂໍອະນຸຍາດເອົາໄປເປັນເມຍ ຢູ່ຈີນ ແລ້ວຕົກເປັນຜູ້ເຄາະຮ້າຍ ຈາກການຄ້າມະນຸດ.
ເວົ້າເຖິງການຕ້ານການຄ້າມະນຸດຢູ່ລາວ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ຈັດກອງປະຊຸມສະຫຼຸບປະຈໍາປີ 2023 ແລະ ວາງທິດທາງ ສໍາລັບປີ 2024 ໃນວັນທີ 4 ເມສາທີ່ຜ່ານມາ ຊຶ່ງໃນນັ້ນ ພັນເອກ ກິແກ້ວ ຈັນທະລັງສີ ຮອງຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ກ່າວວ່າ ປີ 2023 ຜ່ານມາ ສະພາບການຄ້າມະນຸດ ເກີດຂື້ນຫຼາຍບັນຫາ ເປັນຕົ້ນແມ່ນ ການເຜີຍແຜ່ສິ່ງລາມົກຜ່ານສື່ສັງຄົມອອນລາຍ, ການຂາຍບໍລິ ການທາງເພດ, ການຄ້າປະເວນີ, ການແຕ່ງດອງແອບແຝງ, ການຂົນຂວາຍຄົນໄປອອກແຮງງານບໍ່ຖຶກຕ້ອງ ໂດຍໂຄສະນາຜ່ານສື່ສັງຄົມອອນລາຍ, ເຟດບຸກ, ຕິກຕ໋ອກ ເຮັດໃຫ້ຊາວໜຸ່ມ, ເຍົາວະຊົນ, ເດັກນ້ອຍ ຕົກເປັນຜູ້ຖຶກເຄາະຮ້າຍຈາກການຄ້າມະນຸດ. ໃນປີຜ່ານມາ ໄດ້ດໍາເນີນຄະດີ ຕໍ່ຜູ້ກະທໍາຜິດທັງໝົດ 8 ເລື່ອງ, ໃນນີ້ຄະດີຄ້າມະນຸດ 6 ເລື່ອງ, ຜູ້ຖຶກເຄາະຮ້າຍ 10 ຄົນ ໃນນັ້ນເປັນຍິງ 7 ຄົນ, ຜູ້ຖຶກເຄາະຮ້າຍຄົນຕ່າງປະເທດ 2 ຄົນ.
ແລະກ່ອນໜ້ານັ້ນ ກໍໄດ້ມີກອງປະຊຸມ ຫົວໜ້າໜ່ວຍງານສະເພາະກິດ ວ່າດ້ວຍຕ້ານການຄ້າມະນຸດ ຄັ້ງທີ 38 ໃນວັນທີ 27 ມີນາທີ່ຜ່ານມາ. ໃນກອງປະຊຸມ ມີຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນ, ຕີມໍ ເລດສເຕ ໃນນາມຜູ້ສັງເກດການ ແລະ ກອງເລຂາອາຊຽນ. ພິເສດແມ່ນສໍານັກງານຜູ້ຕາງໜ້າຖາວອນອົດສະຕຣາລີ ປະຈໍາອາຊຽນ ກໍ່ໄດ້ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ແມ່ນເພື່ອລາຍງານກ່ຽວກັບຄວາມຄືບໜ້າ ແລະ ທິດທາງແຜນການຕ້ານການຄ້າມະນຸດໃນຕໍ່ໜ້າ.
ຢ່າງໃດກໍດີ ຫລ້າສຸດນີ້ ກໍມີຂ່າວວ່າ ຄົນງານລາວ 14 ຄົນ ຈາກແຂວງຫຼວງນໍ້າທາ ແລະແຂວງບໍ່ແກ້ວ ທີ່ຕົກເປັນເຫຍື່ອຂອງການຄ້າມະນຸດ ຍ້ອນຖືກນາຍໜ້າທີ່ເປັນຄົນລາວ ຕົວະຍົວະໄປເຮັດວຽກຕອບແຊັດ ຢູ່ໂຮງກາສິໂນໂກຊາຍ ຂອງຈີນ ທີ່ເມືອງເມຍວະດີ ປະເທດມຽນມາ ຕັັ້ງແຕ່ເດືອນສິງຫາ 2022 ນັ້ນ ມາຮອດມື້ວັນທີ 15 ພຶດສະພານີ້ ພວກຂະເຈົ້າ ກໍໄດ້ຖືກປ່ອຍໂຕອອກຈາກ ໂຮງກາສິໂນນັ້ນແລ້ວ ຍ້ອນເຮັດວຽກຫາເງິນໃຫ້ຈີນບໍ່ໄດ້, ພວກເຂົາເຈົ້າ ໄດ້ອອກຈາກມຽນມາແລ້ວ, ຕອນນີ້ ຍັງຄ້າງຢູ່ທີ່ປະເທດໄທ ແລະຫວັງວ່າ ຄົງຈະກັບເຖິງລາວ ໃນອີກບໍ່ດົນນີ້. ສະບາຍດີ