ບັນຫານ້ຳປະປາບໍ່ໄຫຼ ຢູ່ນະຄອນຫຼວງວຽງຈັນ ຍັງບໍ່ໄດ້ຮັບການແກ້ໄຂ
2024.05.22
ໃນໄລຍະ ເດືອນ ພຶດສະພາ ປີ 2024 ນີ້, ຊາວບ້ານຫຼາຍຂົງເຂດ ທົ່ວນະຄອນຫຼວງວຽງຈັນ ຍັງສືບຕໍ່ປະສົບກັບບັນຫາ ນ້ຳປະປາບໍ່ໄຫຼ ໂດຍສະເພາະ ໃນໄລຍະກາງເວັນ ແລະ ວັນເສົາ-ອາທິດ ເຮັດໃຫ້ຊາວບ້ານ ໄດ້ຮັບຄວາມເດືອດຮ້ອນຫຼາຍ ຍ້ອນມີນ້ຳປະປາໄວ້ໃຊ້ ບໍ່ພຽງພໍ ໃນການດຳລົງຊີວິດ ປະຈຳວັນ.
ດັ່ງທີ່ ຊາວບ້ານ ທ່ານນຶ່ງ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ພຶດສະພາ ນີ້ວ່າ.
“ເຂົາເຈົ້າວ່າແຫຼະ ລຸກມາຕອນເຊົ້າປະມານໂມງ 5-6 ໂມງມານີ້ ມັນໄຫຼຄ່ອຍໆ. ໄຫຼຄ່ອຍໆ ກະພໍໄດ້ໃຊ້ຢູ່ຫັ້ນ. ຫາກບໍ່ເຖິງຄັນວ່າຊິ ຊິແຫ້ງຫັ້ນນ່າ. ເລີ່ມ 7-8 ໂມງມາລະ ເລີ່ມອອກມາ ຈ໋ອກໆໆໆໆ ແລະ ກະບໍ່ມີນ້ຳໃຊ້ເລີຍ ຕອນສວາຍກະພີ້ ສວາຍກະຊິແຮ່ງບໍ່ມີຫັ້ນນ່າ. ພໍໄດ້ຄ້າຍແລງມາກະ ອອກມາຄ່ອຍໆ. ເລີ່ມຄ່ຳໆ ມາໜ້ອຍນຶ່ງ ລະກະອອກແຮງມາໜ້ອຍນຶ່ງ. ແຕ່ວ່າແຕ່ຄ່າວັນທີ 3 ມານີ້ນ່າ ພາຍຸເຂົ້າມານີ້ນ່າ ມິດຈີ່ຫຼີ່ເລີຍ ຖືວ່າບໍ່ອອກເລີຍນ້ຳ ບາງມື້ກະບໍ່ໄດ້ໃຊ້ນ້ຳເລີຍ ກະໄດ້ໃຊ້ຖ້າເປີດໄວ້ຕັ້ງມື້ຄືນ ຢ່າງດຽວຫັ້ນນ່າ.”
ທ່ານກ່າວຕື່ມວ່າ ເຖິງແມ່ນວ່າ ຊາວບ້ານ ຈະໄດ້ໂຕ່ງນ້ຳປະປາໃສ່ຖັງໄວ້ແລ້ວ ແຕ່ນ້ຳທີ່ໂຕ່ງໄວ້ ກະຍັງບໍ່ທັນພຽງພໍ ໃນການຊັກເຄື່ອງ ພາຍໃນຄອບຄົວ.
ທັງນີ້, ທາງເພື່ອນບ້ານ ກະໄດ້ໄປແຈ້ງບັນຫາດັ່ງກ່າວ ແກ່ນາຍບ້ານຮຽບຮ້ອຍແລ້ວ ຊຶ່ງກໍໄດ້ຮັບຄຳຕອບວ່າ ທາງພາກສ່ວນນ້ຳປະປາ ພວມກຳລັງສ້ອມແປງເຄື່ອງຈັກ ໃນການຜະລິດນ້ຳຢູ່ ຂະນະທີ່ ນ້ຳແມ່ນ້ຳຂອງ ແລະ ແມ່ນ້ຳງຶ່ມ ກໍຍັງພວມບົກຫຼາຍ ຈຶ່ງເຮັດໃຫ້ນ້ຳປະປາ ໄຫຼບໍ່ເປັນປົກກະຕິ. ແຕ່ກໍຢາກໃຫ້ ພາກສ່ວນກ່ຽວຂ້ອງ ຟ້າວແກ້ໄຂບັນຫາດັ່ງກ່າວຢ່າງຮີບດ່ວນ, ຍ້ອນຊາວບ້ານ ໄດ້ຮັບຄວາມເດືອດຮ້ອນ ຢ່າງຫຼວງຫຼາຍ.
ທາງດ້ານຊາວບ້ານ ນາງນຶ່ງ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ກ່າວວ່າ ຢູ່ຫ້ອງແຖວທີ່ນາງເຊົ່າໄວ້ ກໍມີບັນຫານ້ຳປະປາບໍ່ໄຫຼ ໂດຍສະເພາະໃນໄລຍະກາງເວັນ ຂອງວັນເສົາ ແລະ ວັນອາທິດ. ຊຶ່ງທາງເຈົ້າຂອງຫ້ອງແຖວ ກໍໄດ້ມີການຕິດຕໍ່ ປະສານງານ ນຳ ພາກສ່ວນກ່ຽວຂ້ອງ ເພື່ອແກ້ໄຂບັນຫາ ນ້ຳປະປາບໍ່ໄຫຼ ດັ່ງກ່າວແລ້ວ ແຕ່ກໍຍັງບໍ່ທັນໄດ້ຮັບການແກ້ໄຂເທື່ອ.
“ອໍ, ບໍ່ຄ່ອຍມີເດ້ (ນ້ຳປະປາ) ດົນໆ ມີເທື່ອນຶ່ງ ແຕ່ວ່າ 2-3 ຊົ່ວໂມງກະມາລະ. ກາງເວັນຊ່ວງວັນເສົາ-ວັນທິດ ເຮົາເປັນວັນທິດ. ບໍ່ເຄີຍ (ແຈ້ງຫ້ອງການປະປາ), ມີແຕ່ແຊັດຫາເຈົ້າຂອງຫ້ອງແຖວ ລະເຈົ້າຂອງຫ້ອງແຖວຈັດການໃຫ້ເອງ.”
ນາງກ່າວອີກວ່າ ຢູ່ຫ້ອງການບ່ອນເຮັດວຽກຂອງນາງນັ້ນ ນ້ຳປະປາຍັງໄຫຼ ຕາມປົກກະຕິ ຍ້ອນທາງຫ້ອງການ ມີຖັງສຳຮອງນ້ຳຂະໜາດໃຫຍ່ຫຼາຍຖັງ ແລະ ໄດ້ໂຕ່ງນ້ຳໄວ້ປະລິມານຫຼາຍໃນຍາມກາງຄືນ ສຳລັບໄວ້ໃຊ້ໃນໄລຍະຂາດເຂີນ ນ້ຳປະປາ.
ຊຶ່ງທີ່ຜ່ານມາ, ທາງຫ້ອງການ ກໍເຄີຍປະສົບບັນຫານ້ຳປະປາບໍ່ໄຫຼ ມາຫຼາຍເທື່ອແລ້ວ ຈຶ່ງຕ້ອງໄດ້ຕິດຕັ້ງ ຖັງສຳຮອງນ້ຳ ດັ່ງກ່າວໄວ້ໃຊ້.
ນອກຈາກບັນຫາ ນ້ຳປະປາບໍ່ໄຫຼແລ້ວ, ກໍຍັງມີບັນຫາ ເຮືອນຊານໃນທາງຮ່ອມ ຈຳນວນນຶ່ງ ຍັງບໍ່ທັນມີນ້ຳໃຊ້ ເຖິງແມ່ນວ່າ ຈະຢູ່ໃນເຂດຊານເມືອງ ຂອງນະຄອນຫຼວງວຽງຈັນ ຊຶ່ງເປັນນະຄອນຫຼວງ ຂອງປະເທດ ແລ້ວກໍຕາມ. ໂດຍຊາວບ້ານ ທີ່ບໍ່ມີນ້ຳປະປາໃຊ້ ຍັງຈຳເປັນ ຕ້ອງໄດ້ຂຸດເຈາະ ນ້ຳບາດານໃຊ້ແທນ.
ດັ່ງທີ່ ຊາວບ້ານ ອີກທ່ານນຶ່ງ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ກ່າວວ່າ:
“ຢູ່ດົງໂພນເລົາຫວາ? ບໍ່ໆ, ຍັງບໍ່ມີປະປາຢູ່ຫັ້ນ. ບໍ່ເຄີຍ, ມີແຕ່ນ້ຳບາດານ. ບໍ່ໆ (ບໍ່ໄດ້ໂຕ່ງນ້ຳສ້າງ, ນ້ຳຝົນ), ມີແຕ່ໃຊ້ນ້ຳບາດານເລີຍ. ມັນກະມີແຕ່ວ່າ ອັ່ນນັ້ນ ແຕ່ວ່າບ່ອນເຮືອນເຮົາຢູ່ມັນບໍ່ມີໃຊ້ ມັນເຂົ້າຮ່ອມລະ ມັນບໍ່ໄດ້ມີໃຜຕໍ່ນ້ຳໃສ່.”
ຂະນະທີ່ ເຈົ້າໜ້າທີ່ກ່ຽວຂ້ອງ ນາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ຊຶ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ສາເຫດທີ່ເຮັດໃຫ້ນ້ຳປະປາບໍ່ໄຫຼ ເປັນຕົ້ນ ຢູ່ບ້ານແສງສະຫວ່າງ ເມືອງໄຊເສດຖາ ໃນໄລຍະປັດຈຸບັນ ກໍຍ້ອນວ່າ ລະບົບທໍ່ສົ່ງນ້ຳ ເກີດບັນຫາແຮງດັນນ້ຳ ຕ່ຳກວ່າ ລະດັບປົກກະຕິ ຊຶ່ງຕິດພັນກັບບັນຫາກະແສໄຟຟ້າບໍ່ພຽງພໍ. ໂດຍນາງກໍໃຫ້ການຍອມຮັບວ່າ ໄດ້ເກີດບັນຫາດັ່ງກ່າວ ມາເປັນໄລຍະເວລາດົນນານແລ້ວ. ທັງນີ້, ທາງເຈົ້າໜ້າທີ່ ພວມກຳລັງແກ້ໄຂບັນຫາ ດັ່ງກ່າວຢູ່.
“ແສງສະຫວ່າງຫວາ. ແຖວນັ້ນເປັນໝົດເລີຍ. ມັນເປັນນຳຢູ່ໂຮງງານເຮົາ ແຮງດັນນ້ຳມັນຕົກນ່າເຈົ້າ. ໂດຍ, ກາດົນເຕີບແລ້ວເຈົ້າ ດຽວນີ້ເພິ່ນກຳລັງເລັ່ງແກ້ໄຂໃຫ້ຢູ່ເຈົ້າ. ແຕ່ວ່າບາງບ່ອນຫັ້ນ ອາດຈະມາຄ່ອຍ, ບາງບ່ອນ ອາດຈະບໍ່ມາເລີຍເຈົ້າ.”
ໂດຍໃນໄລຍະ ຕົ້ນເດືອນ ພຶດສະພານີ້, ຊາວບ້ານຢູ່ເຂດບ້ານນາຄຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ກໍໄດ້ພົບບັນຫາ ເລື່ອງນ້ຳປະປາບໍ່ໄຫຼຕາມປົກກະຕິ ເປັນເວລາຫຼາຍກວ່າ 2 ເດືອນແລ້ວ. ຊາວບ້ານ ຕ້ອງໄດ້ໂຕ່ງນ້ຳໄວ້ໃຊ້ ຫຼື ໄປຢູ່ນຳເຮືອນຜູ້ທີ່ມີນ້ຳບາດານ. ຊຶ່ງທາງ ລັດວິສາຫະກິດນ້ຳປະປາ ນະຄອນຫຼວງວຽງຈັນ, ໄດ້ອອກແຈ້ງການໃນມື້ວັນທີ 4 ພຶດສະພາ 2024 ນີ້ວ່າ ແຮງດັນນ້ຳປະປາ ຈະໄຫຼບໍ່ປົກກະຕິ ແລະ ບໍ່ມີນ້ຳພຽງພໍ ຕໍ່ການຊົມໃຊ້ ຈຶ່ງຂໍໃຫ້ປະຊາຊົນ ພາກັນປະຍັດນ້ຳ ແລະ ໃຫ້ເກັບນ້ຳໄວ້ໃຊ້ ໃນຍາມສຸກເສີນ ເນື່ອງຈາກ ມີພາຍຸລະດູແລ້ງ ພັດເຂົ້ານະຄອນຫຼວງວຽງຈັນ ສົ່ງຜົນໃຫ້ເກີິດຝົນຕົກໜັກ ລົມພັດແຮງ ກະແສໄຟຟ້າຂັດຂ້ອງບ້າງໄລຍະ ຊຶ່ງກະທົບຕໍ່ການຜະລິດນ້ຳປະປາ ທີ່ອາດຈະຂັດຂ້ອງ ນຳດ້ວຍ.
ນອກຈາກ ນະຄອນຫຼວງວຽງຈັນແລ້ວ, ຢູ່ທາງແຂວງຫຼວງພະບາງ ກໍໄດ້ມີແຈ້ງການ ປິດໃຫ້ບໍລິການນ້ຳປະປາ ຂອງໂຮງງານຜະລິດ ນ້ຳປະປານ້ຳຄານ ຢູ່ບ້ານຜານົມ ນະຄອນຫຼວງພະບາງ ເປັນເວລາ 35 ມື້ ລະຫວ່າງວັນທີ 6 ພຶດສະພາ ຫາ ວັນທີ 9 ມິຖຸນາ 2024 ເພື່ອຕິດຕັ້ງປ້ຳນ້ຳ ແລະ ອຸປະກອນໃນໂຮງງານໃໝ່ ເຮັດໃຫ້ນ້ຳປະປາ ມາບໍ່ເປັນປົກກະຕິ ຫຼື ໄຫຼອອກຄ່ອຍ. ຊຶ່ງກໍໄດ້ສ້າງຄວາມບໍ່ສະດວກ ໃຫ້ແກ່ຊາວບ້ານ, ນັກທ່ອງທ່ຽວ ແລະ ຜູ້ປະກອບການໂຮງແຮມ ແລະ ຮ້ານອາຫານ ຢູ່ນະຄອນຫຼວງພະບາງ ຢ່າງຫຼວງຫຼາຍ.