ເຈົ້າໜ້າທີ່ ແຂວງຄຳມ່ວນຈັບຊາວບ້ານ ຍ້ອນລ່າສັດປ່າສະຫງວນ

ຜູ້ທີ່ໂພສຕ໌ກິນສັດປ່າຫວງຫ້າມຖືກຈັບ.
ຜູ້ທີ່ໂພສຕ໌ກິນສັດປ່າຫວງຫ້າມຖືກຈັບ. (Photo Credit: ວິທະຍາກຄານຕຳຫຼວດປະຊາຊົນ)

0:00 / 0:00

ວັນທີ 15 ພຶດສະພາ ທີ່ຜ່ານມານີ້ ເຈົ້າໜ້າທີ່ໜ່ວຍງານປ່າໄມ້ ເມືອງຄູນຄໍາ ແຂວງຄໍາມ່ວນໄດ້ຈັບຊາວບ້ານ ຊື່ ທ້າວ ໄພບູນ ທຳມະວົງ ຊາວບ້ານພູໝາກແໜ່ງ ມາເຮັດການສືບສວນ-ສອບສວນ ແລະ ດຳເນີນຄະດີ ພາຍຫຼັງທີ່ຜູ້ກ່ຽວໄດ້ໂພສຮູບພາບກິນໂຕທະນີ ແກ້ມຂາວຖິ່ນໃຕ້ເຊິ່ງເປັນສັດປ່າສະຫງວນແລ້ວເຜີຍແຜ່ ລົງທາງສື່ສັງຄົມອອນລາຍ ໃນວັນທີ 12 ພຶດສາພາ 2024. ອີງຕາມການລາຍງານ ຂອງເຟສບຸກ ວິທະຍາຄານຕຳຫຼວດປະຊາຊົນ.

ກ່ຽວກັບເລື່ອງນີ້ ຊາວບ້ານຢູ່ເມືອງຄູນຄໍາກ່າວວ່າ ສໍາລັບເຫດການດັ່ງ່ກາວມີຜູ້ກະທໍາຜິດ 2 ຄົນເຊິ່ງຜູ້ທີ່ຖືກຈັບໄດ້ນັ້ນເປັນຜູ້ທີ່ໂພສຕ໌ຮູບພາບ ທະນີແກ້ມຂາວຖິ່ນໃຕ້ລົງສື່ສັງອອນລາຍລາຍສື່ໆ ສ່ວນຜູ້ທີ່ເປັນຄົນຍິງທະນີແກ້ມຂາວຍັງລົບໜີ ແລະ ບໍ່ທັນຖືກຈັບໄດ້ເທື່ອ. ໂດຍເປັນທະນີແກ້ວຂາວທີ່ຖືກລ່າ ມາຈາກເຂດພູຜາມ່ານທີ່ເປັນແຫຼ່ງທ່ອງທ່ຽວ ທີ່ມີຊື່ສຽງ ໃນເມືອງຄູນຄຳ.

ດັ່ງທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ພຶດສະພາ ນີ້ວ່າ:

“ຈັບໂຕຜູ້ທີ່ໂພສຕ໌ຫັ້ນ ໄດ້ແລ້ວຜູ້ທີ່ຍິງສັດຫັ້ນຍັງຈັບບໍ່ໄດ້ ຍັງຈັບບໍ່ໄດ້ເທື່ອເປັນສັດສະຫງວນ ຫວງຫ້າມອັນດັບໜຶ່ງເດ້ ໂຕທະນີແກ້ມຂາວກາຢູ່ກັບໂຕພູຜາ ມ່ານເລີຍປະມານ 2-3 ມື້ມັນຈະອອກມາບໍລິເວນ ພູຜາມ່ານ.”

ຊາວບ້ານອີກທ່ານ ກໍ່ຢືນຢັນວ່າ ສໍາລັບທະນີແກ້ມຂາວຖິ່ນໃຕ້ຖືວ່າ ຈັດເປັນສັດປ່າສະຫງວນ ທີ່ສຸດ ແລະຜູ້ທີ່ໄປໄລ່ລ່າ ເພື່ອມາເຮັດເປັນອາຫານ ຫຼື ນຳໄປຂາຍຈະຕ້ອງໄດ້ຮັບໂທດ ຕາມກົດໝາຍຢ່າງເຂັ້ມງວດ ສ່ວນທີ່ກໍ່ເຫດການດັ່ງກ່າວນັ້ນ ທ່ານເອງກໍ່ບໍ່ຮູ້ທີ່ມາທີ່ໄປ.

ດັ່ງຊາວບ້ານກ່າວວ່າ:

“ມັນຂຶ້ນມາຈາກບ້ານພັກຂ້ອຍປະມານ 2 ກິໂລຕອນເຊົ້າມັນຈະອອກມາຢູ່ ເຫັນຢູ່ຊ່ວງນີ້ນ່າຢູ່ໃນເຂດບໍລິເວັນຖືວ່າຫ້າມບໍ່ໃຫ້ລ່າເລີຍເດັດຂາດເລີຍ.”

ເຈົ້າໜ້າທີ່ ເມືອງຄູນຄໍາກ່າວວ່າ ສໍາລັບຊາວບ້ານທີ່ຖືກຈັບໄດ້ນັ້ນ ກໍ່ໄດ້ຖືກເຈົ້າໜ້າທີ່ກ່ຽວຂ້ອງນໍາໂຕໄປສືບສວນ-ສອບສວນ ແລະ ຈະມີການດຳເນີນຄະດີ ຍ້ອນເປັນການລ່າສັດປ່າສະຫງວນ ທີ່ຮ້າຍແຮງທີ່ສຸດສ່ວນຄືບໜ້າຂອງການສືບສວນ-ສອບສວນ ທາງພາກສ່ວນທີ່ກ່ຽວຂ້ອງກໍ່ຍັງບໍ່ໄດ້ຊີ້ແຈງ ໃຫ້ຮັບຊາບເທື່ອ.

ດັ່ງເຈົ້າໜ້າທີ່ເມືອງຄູນຄຳກ່າວວ່າ:

“ເພິ່ນກາເຮັດຕາມລະບຽບແຫຼະ ສົມຄວນຢູ່ເຈົ້າເພາະວ່າສັດຫວງຫ້າມປະເພດ 1 ເດ້ ມີແຕ່ຢູ່ເຂດສະຫງວນເປັນແຫຼ່ງທ່ອງທ່ຽວ ເພິ່ນຫັ້ນນ່າບ້ານທີ່ເຂົາເຈົ້າຍິງກາຢູ່ບໍລິເວັນນັ້ນແຫຼະ ບາງເທື່ອມັນກາອາດຊິອອກໄປນອກເຂດຫັ້ນນ່າ ນັກລ່າເຂົາກາບໍ່ໄດ່ຢູ່ຄືເກົ່າກາຊອກຫາ ຢູ່ຫາກິນອອກໄປຫາກາງຄໍ່າກາງຄືນແຫຼະ ບໍ່ຮູ້ນໍາເຂົາເຈົ້າເຂົາເຈົ້າໄປແນວໃດ.”

ທາງດ້ານວິຊາການ ທີ່ມີຄວາມຮູ້ກ່ຽວກັບສັດປ່າກ່າວວ່າ ສໍາລັບໂຕນີແກ້ມຂາວ ກໍ່ນັບເປັນສັດປ່າສະຫງວນທີ່ຫາເບິ່ງໄດ້ຍາກຂຶ້ນ ແລະ ໃນໄລຍະຜ່ານມາກໍ່ເຄີຍເຫັນຂ່າວວ່າ ມີຊາວບ້ານຈຳນວນໜຶ່ງ ໄດ້ອອກຕາມລ່າທະນີແກ້ມຂາວ ແຕ່ໂຊກດີທີ່ບໍ່ໄດ້ຮັບອັນຕະລາຍ ເຖິງຂັ້ນຊີວິດ ແລະ ເຈົ້າໜ້າທີ່ກໍ່ນໍາໄປປີ່ນປົວກ່ອນນໍາປ່ອຍສູ່ປ່າ.

ດັ່ງວິຊາການທ່ານກ່າວວ່າ:

“ແມ່ນເຄີຍເຫັນຢູ່ ແມ່ນເປັນສັດຫາຍາກເປັນສັດຫວງ ຫ້າມຂຶ້ນບັນຊີ 1 ແລ້ວເດ້ ເຄີຍເຫັນອອກຂ່າວຜ່ານມາກາມີຢູ່ແບບພວກນັກລ່າ ແລ້ວເຈົ້າໜ້າທີ່ໄປຍຶດມາແລ້ວມັນໄດ້ຮັບບາດເຈັບ ແລ້ວເພິ່ນກາເອົາໄປປິ່ນປົວຫັ້ນນ່າ.”

ເຈົ້າໜ້າທີ່ອົງການສາກົນ ກ່ຽວກັບອະນຸຮັກສັດປ່າ ໃນລາວກ່າວວ່າ ກໍລະນີນີ້ອົງກອນຍັງບໍ່ທັນໄດ້ຮັບແຈ້ງຂໍ້ມູນເທື່ອ ຍ້ອນຢູ່ແຂວງຄຳມ່ວນຢູ່ນອກເໜືອຈາກພື້ນທີ່ ທີ່ອົງກອນເປັນຜູ້ຮັບຜິດຊອບ ຈຶ່ງບໍ່ຮູ້ລາຍລະອຽດ ແລະ ບໍ່ສາມາດໃຫ້ຄຳເຫັນໄດ້.

ດັ່ງເຈົ້າໜ້າທີ່ ອົງກອນສາກົນ ນາງກ່າວວ່າ:

“ທາງຫ້ອງການເຮົາຈະບໍ່ໄດ້ຮັບຜິດຊອບ ໂດຍກົງເພາະວ່າຢູ່ຄໍາມ່ວນກາບໍ່ໄດ້ມີຂອບເຂດຮັບຜິດ ຊອບທາງເຮົາເປັນວິຊາການທຳມະດາເນາະ.”

ອີງຕາມກົດໝາຍ ມາດຕາ 337 ຂອງປະມວນກົດໝາຍອາຍາປີ 2017 ລະບຸວ່າ ບຸກຄົນໃດລ່າສັດ, ຈັບ, ກັກຂັງ, ຂ້າ, ຂົນສົ່ງ ຫຼື ຄ້າຂາຍສັດປ່າທີ່ມີຄຸນຄ່າ ຫຼື ຫາຍາກ ຫຼື ຄ້າຂາຍຜະລິດຕະພັນຂອງສັດປ່າດັ່ງກ່າວມີໂທດຈຳຄຸກຕັ້ງແຕ່ 6 ເດືອນ ຫາ 3 ປີ ແລະ ປັບໄໝຕັ້ງແຕ່ 10 ລ້ານກີບ ຫາ 50 ລ້ານກີບ.

ສໍາລັບທະນີແກ້ມຂາວ ຖິ່ນໃຕ້ສາມາດພົບເຫັນຢູ່ບໍລິເວນ ແຂວງທີ່ຕິດຊາຍແດນລາວ-ຫວຽດນາມ ເທົ່ານັ້ນ. ປັດຈຸບັນຄາດວ່າ ໜ້າຈະເຫຼືອຢູ່ປະມານ 600 ໂຕ ແລະ ກໍ່ຕົກຢູ່ໃນ ສະຖານະສັດປ່າ ທີ່ໃກ້ສູນພັນໃນຂັ້ນວິກິດຍ້ອນມີຊາວບ້ານ ອອກລ່າເພື່ອນໍາສັດລ້ຽງໄປເຮັດອາຫານ, ຢາພື້ນເມືອງ ແລະ ນໍາໄປຂາຍ, ອີກທັງຍັງປະເຊີນກັບໄພຄຸກຄາມອື່ນໆ ເປັນຕົ້ນການບຸກເບີກຖິ່ນຖານ, ການບຸກເບີກເສັ້ນທາງຕ່າງໆ ເຮັດໃຫ້ບັນດານາຍພານເຂົ້າເຖິງບ່ອນຢູ່ອາໄສ ຂອງທະນີແກ້ມຂາວໄດ້ງ່າຍ. ອີງຕາມຂໍ້ມູນ ຂອງອົງການ WWF 2022.