ເຣື້ອງທີ່ເກັບບັນທຶກໄວ້
2022-02-24
ປະຊາຊົນ 5 ບ້ານ ຢູ່ເມືອງໂຂງ ແຂວງຈໍາປາສັກ ທີ່ໄດຮັບຜົລກະທົບ ຈາກລົມພະຍຸ ຍັງລໍຖ້າ ການຊ່ອຍເຫລືອ ຈາກທາງການຢູ່.
2022-02-24
ຢູ່ເມືອງໃໝ່ ແຂວງຜົ້ງສາລີ ມີຄົນວຽດນາມ ແລະຄົນຈີນ ລັກແຕ່ງດອງ ກັບຄົນລາວ ແບບແອບແຝງ ດ້ວຍເຫດຜົລ ທາງທຸຣະກິຈ ເພື່ອສາມາດ ຢູ່ລາວໄດ້ ແລະດຳເນີນ ກິຈການ ທຸຣະກິຈ ໄດ້ສະດວກຂຶ້ນ.
2022-02-24
ຊາວບ້ານ ໃນເມືອງລອງ ແຂວງຫຼວງນ້ຳທາ ບໍ່ມີກໍາລັງໃຈ ທີ່ຈະປູກມັນຕົ້ນ ເພື່ອສົ່ງຂາຍໃຫ້ ໂຮງງານ ເນື່ອງຈາກ ລາຄາມັນຕົ້ນ ຕ່ຳກວ່າລາຄາ ໃນແຂວງອື່ນໆ ຄືຢູ່ທີ່ 530 ກີບ ຕໍ່ກິໂລ, ສ່ວນ ຢູ່ແຂວງ ໄຊຍະບູຣີ ຫຼື ແຂວງ ບໍຣິຄຳໄຊ ກິໂລລະ 800-900 ກີບ.
2022-02-24
ເຂດເສຖກິຈ ພິເສດສາມຫຼ່ຽມຄໍາ ກໍານົດໃຫ້ ທຸກຫົວໜ່ວຍ ທຸຣະກິຈ ເຮັດສັນຍາ ແຮງງານ ຢ່າງຈະແຈ້ງ ເພື່ອຮັບປະກັນ ແລະໃຫ້ຖືກຕ້ອງ ຕາມລະບຽບ ກົດໝາຍ ທີ່ສາມາດ ຄຸ້ມຄອງ ແລະ ນຳໃຊ້ ແຮງງານ ຕາມກົດໝາຍ ຂອງປະເທດລາວ.
2022-02-23
ທາງການລາວ ຕັ້ງເປົ້າໝາຍ ໃນປີ 2022 ຈະຈັດຫາ ວຽກງານທຳ ໃຫ້ຜູ້ຫວ່າງງານ 54,500 ຄົນ ເພື່ອແກ້ໄຂບັນຫາ ການຫວ່າງງານ ຂະນະທີ່ຄົນລາວ ຈຳນວນນຶ່ງ ຍັງບໍ່ທັນຮັບຮູ້ ເຣຶ່ອງດັ່ງກ່າວ ແລະ ເຫັນວ່າ ຍັງມີຄວາມ ຫຍຸ້ງຍາກ ທີ່ຈະຮ່ວມ ໂຄງການ.
2022-02-23
ເກີດບັນຫາ ມີເດັກນ້ອຍ ຂໍທານຢູ່ດ້ານໜ້າ ທາງເຂົ້າເຂດເສຖກິຈ ສາມຫລ່ຽມຄຳ ຊຶ່ງເປັນເຫດການ ທີ່ເກີດຂຶ້ນ ມາດົນແລ້ວ ແຕ່ຍັງບໍ່ມີໜ່ວຍງານ ທີ່ກ່ຽວຂ້ອງ ເຂົ້າໄປແກ້ໄຂ ຢ່າງຈິງຈັງ.
2022-02-23
ຄຣູອາສາ 2 ຄົນ ຢູ່ເມືອງພຽງ ແຂວງໄຊຍະບູຣີ ສອນມາ 7 ປີ ຕັດສິນໃຈລາອອກ ຍ້ອນບໍ່ໄດ້ຮັບ ບັນຈຸເປັນຣັຖກອນ ຫຼັງຈາກ ທີ່ຮັບໃຊ້ ເປັນຄຣູມາຫຼາຍປີ ຊຶ່ງກໍ່ຈຳເປັນຕ້ອງ ໄດ້ລາອອກ ເພື່ອປະກອບ ອາຊີບອື່ນຕໍ່ໄປ.
2022-02-23
ຊາວບ້ານໃນເມືອງເຊໂປນ ຢ້ານໄດ້ຮັບຜົລກະທົບ ຈາກໂຄງການ ຂຸດຄົ້ນແຮ່ຄຳເຄົ້າ ທີ່ບໍຣິສັດ ເຊໂປນ ມາຍນິ້ງ ຈຳກັດ ກຳລັງຢູ່ໃນ ລະຫວ່າງ ການຕຣຽມ ການຂຸດຄົ້ນ.
2022-02-23
ໂຄງການເຂື່ອນ ໄຟຟ້າເຊລະນອງ 1 ບໍ່ປະຕິບັດ ຕາມສັນຍາ ທີ່ໃຫ້ໄວ້ ກັບຊາວບ້ານ ທີ່ໄດ້ຮັບຜົລກະທົບ ຖືກໂຍກຍ້າຍ ຖິ່ນຖານ ຄືທາງໂຄງການ ບໍ່ໄດ້ຈັດສັນ ທີ່ດິນທຳການ ກະເສດ ໃຫ້ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກໂຄງການ.
2022-02-22
ເອກະຊົນລາວ ແລະ ຈີນ ຮ່ວມມື ເຊັນສັນຍາກໍ່ສ້າງ ໂຄງການເຂື່ອນໄຟຟ້າເຊລະນອງ 3 ຢູ່ແຂວງສວັນນະເຂດ ແລະ ແຂວງສາຣະວັນ, ເຊິ່ງມີ 2 ເມືອງ ຈະໄດ້ຮັບຜົລກທົບ
2022-02-22
ລາຄານ້ຳມັນເຊື້ອເພີງ ທຸກຊະນິດ ໃນລາວ ແພງຂຶ້ນຫຼາຍ ຍ້ອນຖືກປັບຂຶ້ນຫຼາຍຄັ້ງແລ້ວ ໃນຮອບປີ 2022 ນີ້, ເຊິ່ງໄດ້ສ້າງຜົລກະທົບ ຕໍ່ປະຊາຊົນລາວ ທຸກຍ່ອມຫຍ້າ, ຂະນະທີ່ທາງການລາວ ກໍເລັ່ງຫາມາຕການຄວບຄຸມ ເພື່ອບໍ່ໃຫ້ສູງເກີນໄປ ຈົນກະທົບເສຖກິຈ ໃນວົງກວ້າງ
2022-02-22
ໃນປີນີ້ ໄຄຫິນ ຕາມລຳ ແມ່ນໍ້າຂອງ ຂຶ້ນຫລາຍກວ່າ ປີທີ່ຜ່ານໆມາ ສົ່ງຜົລດີໜ້ອຍນຶ່ງ ຕໍ່ຜູ້ເຮັດໄຄແຜ່ນຂາຍ ຂະນະທີ່ ນັກວິຊາການວ່າ ມັນໄດ້ສ້າງ ຄວາມເສັຍຫາຍ ໃຫ້ແກ່ລະບົບນິເວດ ໃນແມ່ນໍ້າຂອງ ຢ່າງຮຸ່ນແຮງ.
2022-02-22
ເຖິງແມ່ນວ່າ ຣົຖໄຟລາວ-ຈີນ ຈະເປີດແລ້ວ ແຕ່ຍັງມີຫຼາຍບັນຫາ ທີ່ຕ້ອງໄດ້ແກ້ໄຂ ເປັນຕົ້ນ ຂັ້ນຕອນການ ຊື້ປີ້ຣົຖໄຟ, ສິ່ງອຳນວຍ ຄວາມສະດວກຕ່າງໆ ທີ່ສຳຄັນ ຄືຶຫ້ອງນ້ຳ ສາທາຣະນະ ເປັນສິ່ງອຳນວຍ ຄວາມສະດວກ ຂັ້ນພື້ນຖານ ແລະ ບ່ອນຈອດຣົຖ ໃຫ້ແກ່ຜູ້ມາໃຊ້ ບໍຣິການ.
2022-02-22
ຊາວຄຣິສຕຽນລາວ ຄອບຄົວນຶ່ງ ທີ່ນັບຖືສາສນາຄຣິສ ແຂວງສວັນນະເຂດ ຖືກຂົ່ມເຫັງ ເຮັດໃຫ້ໄດ້ຮັບຄວາມເດືອດຮ້ອນ ບໍ່ມີທີ່ຢູ່ອາສັຍ ຈຶ່ງຮຽກຮ້ອງ ຂໍຄວາມເປັນທັມ ຈາກຂັ້ນເມືອງຕໍ່ໄປ ແຕ່ຍັງບໍ່ສາມາດ ກ່າວໄດ້ເທື່ອວ່າ ບັນຫາດັ່ງກ່າວ ຈະຖືກແກ້ໄຂໄດ້.
2022-02-21
ວັນປະທານາທິບໍດີ ສະຫະຣັຖອາເມຣິກາ ເປັນວັນພັກ ທາງຣາຊການ ຊຶ່ງໃນປີນີ້ ຕົກຖືກວັນທີ 21 ກຸມພາ, ເຖິງໂຄວິດ-19 ຍັງຣະບາດຢູ່ ແຕ່ຊາວອາເມຣິກັນ ທັງມວນ ກໍພາກັນ ສລອງ ຢ່າງມີຄວາມໝາຍ.