ຊາວລາວຈົ່ມ ລາຄານ້ຳມັນເຊື້ອເພີງ ແພງຂຶ້ນຫຼາຍ
2022.02.22

ປັດຈຸບັນ, ລາຄານ້ຳມັນເຊື້ອເພີງໃນລາວ ມີລາຄາແພງຂຶ້ນ ຢ່າງໄວວາ, ໂດຍນ້ຳມັນແອັດຊັງ ມີລາຄາປະມານ 15 ພັນກີບຕໍ່ລິທ ແລະ ນ້ຳມັນກ່າຊ້ວນ ມີລາປະມານ 12 ພັນກີບຕໍ່ລິທ. ເມື່ອທຽບໃສ່ໄລຍະດຽວກັນ ໃນປີ 2021 ທີ່ຜ່ານມາ ນ້ຳມັນແອັດຊັງ ລາຄາປະມານ 9 ພັນປາຍກີບ ແລະ ນ້ຳມັນກ່າຊ້ວນ ລາຄາປະມານ 8 ພັນປາຍກີບເທົ່ານັ້ນ.
ຂະນະທີ່ຊາວລາວ ຈຳນວນຫຼາຍ ພາກັນຈົ່ມວ່າ ນ້ຳມັນເຊື້ອເພີງ ມີລາຄາແພງຈົນເກີນໄປ, ເຊິ່ງສົ່ງຜົລກະທົບ ຕໍ່ການດຳເນີນຊີວິດ ຂອງປະຊາຊົນ ແລະ ຜູ້ຂັບຂີ່ຣົຖ ຢ່າງໜັກໜ່ວງ, ໂດຍຢາກໃຫ້ທາງການລາວ ເລັ່ງຫາມາຕການ ຄວບຄຸມລາຄານ້ຳມັນເຊື້ອເພີງ ບໍ່ໃຫ້ມີລາຄາສູງ ຈົນເກີນໄປ. ດັ່ງຊາວລາວຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ກຸມພາ ນີ້ວ່າ:
“ນ້ຳມັນຂຶ້ນຫຼາຍ ນ້ຳມັນແອັດຊັງຫັ້ນລະ ເກືອບ 15 ພັນກີບ ເກືອບ 50 ບາທແລ້ວ. ໂດຍຍາກຢູ່ ເຮັດຈັ່ງໃດລະເນາະ ມັນກະໄດ້ໃຊ້ຄືເກົ່າ ຄົນກະຫາເງິນຍາກໄດ໋ ບາດນີ້ນ່າ.”
ຊາວລາວຜູ້ນີ້ ກ່າວອີກວ່າ ບັນຫາລາຄານ້ຳມັນແພງ ຍັງກະທົບໄປເຖິງ ລາຄາສິນຄ້າຕ່າງໆ ເພາະສິນຄ້າສ່ວນຫຼາຍ ຕ້ອງຖືກຂົນສົ່ງຢ່າງໜ້ອຍ 2-3 ຕໍ່, ເຊິ່ງບໍຣິສັດຂົນສົ່ງເຫຼົ່ານັ້ນ ກໍຕ້ອງບວກຄ່າຂົນສົ່ງແພງຂຶ້ນ ເພາະອ້າງວ່າ ນ້ຳມັນເຊື້ອເພີງແພງ.
ຊາວລາວຜູ້ນຶ່ງ ໃນແຂວງໄຊຍະບູຣີ ກ່າວວ່າ ນັບແຕ່ຕົ້ນປີ 2022 ມານີ້ ທາງການລາວ ໄດ້ປັບລາຄານ້ຳມັນເຊື້ອເພີງ ຂຶ້ນຫຼາຍເທື່ອ, ເຊິ່ງເຮັດໃຫ້ລາຄານ້ຳມັນເຊື້ອເພີງ ມີລາຄາແພງຫຼາຍ ແລະ ເຣີ່ມສັງເກດເຫັນວ່າ ມີຊາວບ້ານຈຳນວນນຶ່ງ ໄດ້ຫັນໄປຊື້ຣົຖຈັກໄຟຟ້າ ຂອງຈີນ ມາຂັບຂີ່ແທນ ເພາະເຫັນວ່າ ບໍ່ຕ້ອງສິ້ນເປືອງ ກັບການຊື້ນ້ຳມັນເຊື້ອເພີງ. ດັ່ງຊາວລາວຜູ້ນຶ່ງ ໃນເມືອງໄຊຍະບູຣີ ແຂວງໄຊຍະບູຣີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ກຸມພາ ນີ້ວ່າ:
“ໂອ້, ດຽວນີ້ ກ່າຊ້ວນກະແພງໄດ໋ ແອັດຊັງກະເກືອບ 15 ພັນ. ມັນຂຶ້ນໄລຍະ 2-3 ອາທິດນີ້. ໂອ້ຫຼາຍຂນາດເລີຍ ຂຶ້ນ 2-3 ເທື່ອ. ສ່ວນຫຼາຍດຽວນີ້ ເຂົາໃຊ້ຣົຖໄຟຟ້າຈີນບໍ່ ໄປຕລາດ ຊາດໄຟເອົາ, ຫັ້ນນ່າ.”
ພະນັກງານຣັຖກອນ ທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ໄດ້ຮັບຜົລກະທົບໜັກໜ່ວງຫຼາຍ ຈາກລາຄານ້ຳມັນເຊື້ອເພີງແພງ ເນື່ອງຈາກຕ້ອງຂີ່ຣົຖຈັກ ໄປເຮັດວຽກທຸກມື້ ເປັນໄລຍະທາງ 80 ກິໂລແມັຕ ແລະ ຈະຕ້ອງຕື່ມນ້ຳມັນເຊື້ອເພີງໃສ່ຣົຖ ຈຳນວນ 20 ພັນກີບຕໍ່ມື້ ທັງທີ່ໃນເມື່ອກ່ອນ ຕື່ມນ້ຳມັນເຊື້ອເພີງ ປະມານ 10 ພັນ ຫາ 13 ພັນກີບຕໍ່ມື້ເທົ່ານັ້ນ. ດັ່ງພະນັກງານຣັຖກອນທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ກຸມພາ ນີ້ວ່າ:
“ໄປກັບກະ 80 ລະ ເພາະວ່າ ຂ້ອຍຢູ່ເມືອງໄຊທານີເດ້. ແຖວດົງໝາກຄາຍພຸ້ນເດ້. ຂ້ອຍກະເລີຍວ່າ ມື້ນຶ່ງໃສ່ນ້ຳມັນ 20 ພັນ. ກະຢາກມີຜົລກະທົບແດ່ຫັ້ນແລ້ວ.”
ຜູ້ປະກອບການ ປ້ຳນ້ຳມັນຂນາດນ້ອຍ ແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ໄລຍະນີ້ ນ້ຳມັນເຊື້ອເພີງແພງຫຼາຍ ເຮັດໃຫ້ປ້ຳນ້ຳມັນຂນາດນ້ອຍ ພາກັນປິດກິຈການ ຊົ່ວຄາວໄປກ່ອນ ຂະນະທີ່ປ້ຳນ້ຳມັນເຊື້ອເພີງ ຂນາດໃຫຍ່ ທີ່ມີເງິນຊື້ນ້ຳມັນເຊື້ອເພີງ ກັກຕຸ໋ນໄວ້ ກໍສາມາດເປີດຂາຍໄດ້ປົກກະຕິ ແລະ ບໍ່ໄດ້ຮັບຜົລກະທົບໜັກ. ດັ່ງຜູ້ປະກອບການ ປ້ຳນ້ຳມັນ ແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ກຸມພາ ນີ້ວ່າ:
“ລາຄານ້ຳມັນຂຶ້ນຢູ່ລາວ ມັນຂຶ້ນຫຼາຍໂພດ ໄລຍະນີ້ ຄືປ້ຳນ້ຳມັນ ໂຕແທນນ້ຳມັນເນາະ ຂະເຈົ້າກະບໍ່ສັ່ງນ້ຳມັນ ເພາະວ່າ ລາຄາມັນແພງເກີນ ກະເລີຍໄດ້ພາກັນພັກໄລຍະນີ້.”
ກ່ຽວກັບເຣື່ອງນີ້, ເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະ ການຄ້າ ທ່ານນຶ່ງ ກ່າວວ່າ ໃນໄລຍະນີ້ ນ້ຳມັນເຊື້ອເພີງ ຢູ່ປະເທດລາວ ມີລາຄາແພງແທ້ ສາເຫດມາຈາກ ລາຄານ້ຳມັນເຊື້ອເພີງ ໃນຕລາດໂລກ ປັບໂຕສູງຂຶ້ນ ບວກກັບນ້ຳມັນ ຢູ່ປະເທດລາວ ຕ້ອງນຳເຂົ້າ ຈາກປະເທດໄທຍ ແລະ ວຽດນາມ ເປັນຫຼັກ, ເຊິ່ງຈະມີການເສັຽພັນທະຕ່າງໆ ກວມເອົາປະມານ 31-46%. ສະນັ້ນ, ຈຶ່ງສົ່ງຜົລໃຫ້ລາຄານ້ຳມັນເຊື້ອເພີງ ຢູ່ລາວ ມີລາຄາສູງຂຶ້ນນຳດ້ວຍ.
ແນວໃດກໍຕາມ, ຕອນນີ້ ກໍຍັງບໍ່ສາມາດຢັ້ງຢືນໄດ້ວ່າ ຈະຄວບຄຸມລາຄານ້ຳມັນເຊື້ອເພີງ ໄດ້ຕາມເປົ້າໝາຍ ຫຼືບໍ່. ດັ່ງເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະ ການຄ້າ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ກຸມພາ ນີ້ວ່າ:
“ໄລຍະນີ້ຂຶ້ນເດ້ ຂຶ້ນຫວ່າງ 2 ອາທິດຫຼັງນີ້ເບາະ ກະຕ້ອງໄດ້ຄຸມ ບໍ່ຄຸມມັນກະບໍ່ໄດ້. ປະຊາຊົນໃຊ້ນ້ຳມັນເກຣດຕ່ຳຫຼາຍ ມັນກະບໍ່ດີ, ຫັ້ນນ່າ ເພາະລາຄາແຮ່ງແພງຢູ່ ຄູ່ມື້ນີ້.”
ປັດຈຸບັນ, ກະຊວງອຸດສາຫະກັມ ແລະ ການຄ້າ ແລະ ພາກສ່ວນທີກ່ຽວຂ້ອງ ກໍກຳລັງຄົ້ນຄວ້າ ເພື່ອເຮັດໃຫ້ ລາຄານ້ຳມັນເຊື້ອເພີງ ບໍ່ແພງຈົນເກີນໄປ. ຫາກລາຄານ້ຳມັນເຊື້ອເພີງ ແພງຂຶ້ນອີກ ກໍຈະກະທົບ ຕໍ່ສະພາບເສຖກິຈໂດຍລວມ ຂອງປະເທດ ກໍຄືການດຳຣົງຊີວິດປະຈຳວັນ ຂອງປະຊາຊົນລາວ, ການຂົນສົ່ງສິນຄ້າ, ອັດຕຣາເງິນເຟີ້ ແລະ ຄ່າຄອງຊີບ ຈະຍິ່ງຖີບໂຕສູງຂຶ້ນ.
ໃນເບື້ອງຕົ້ນ, ພາກສ່ວນທີກ່ຽວຂ້ອງ ມີແຜນການ ຈະຫຼຸດອາກອນມູລຄ່າເພີ່ມ ລົງເຫຼືອ 7% ຈາກເດີມ ທີ່ເກັບ 10% ແລະ ຫຼຸດຜ່ອນການເກັບເງິນ ຄັງແຮນ້ຳມັນເຊື້ອເພີງ ທຸກຊະນິດ ໃຫ້ເຫຼືອ 0 ກີບຕໍ່ລິທ. ນອກຈາກນີ້, ທາງການລາວ ຈະພິຈາຣະນາ ການເກັບເງິນກອງທຶນ ບູຣະນະທາງຫຼວງ, ພາສີຂາເຂົ້າ, ອາກອນຊົມໃຊ້, ອາກອນກຳໄລ ແລະ ຄ່າໃຊ້ຈ່າຍຕ່າງໆ ກັບຜູ້ປະກອບການ ບໍຣິສັດ ນຳເຂົ້າ-ສົ່ງອອກ ນ້ຳມັນເຊື້ອເພີງ ພາຍໃນປະເທດ ບໍ່ໃຫ້ສູງຈົນເກີນໄປ.
ຂະນະດຽວກັນ, ຣັຖບານລາວ ກໍຮຽກຮ້ອງ ໃຫ້ພະນັກງານຣັຖກອນ, ທະຫານ, ຕຳຣວດ ໃຫ້ປະຢັດຊ່ອຍກັນ ແລະ ຊົມໃຊ້ຍານພາຫະນະ ໃນຍາມຈຳເປັນເທົ່ານັ້ນ.