ກຳນົດໃຫ້ ນາຍຈ້າງ-ລູກຈ້າງ ເຮັດສັນຍາແຮງງານ

ສຸພັດຕາ
2022.02.24
ກຳນົດໃຫ້ ນາຍຈ້າງ-ລູກຈ້າງ ເຮັດສັນຍາແຮງງານ ກາສິໂນ ຄິງສ໌ໂຣມັນສ໌ ໃນ ເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ, ເດືອນກໍຣະກະດາ ປີ 2016.
RFA

ທາງການລາວ ແຈ້ງການເຖິງອໍານວຍການບໍຣິສັດ, ນັກທຸຣະກິຈ, ຜູ້ປະກອບການ ແລະຜູ້ອອກແຮງງານ ຢູ່ພາຍໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຕ້ອງໄດ້ເຮັດສັນຍາແຮງງານຮ່ວມກັນ ກ່ອນຈະນໍາໃຊ້ແຮງງານ ແລະອອກແຮງງານ ເພື່ອເຮັດໃຫ້ການຄຸ້ມຄອງ ແລະນໍາໃຊ້ແຮງງານຂອງຜູ້ປະກອບການ ເປັນໄປຕາມລະບຽບກົດໝາຍ ຂອງປະເທດລາວ ນັບແຕ່ວັນທີ່ 22 ກຸມພາ 2022 ນີ້ ເປັນຕົ້ນໄປ.

ດັ່ງເຈົ້າໜ້າທີ່ ຄະນະຄຸ້ມຄອງເຂດເສຖກິຈພິເສດ ແຂວງບໍ່ແກ້ວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 24 ກຸມພາ ນີ້ວ່າ:

“ຕ້ອງໄດ້ລົງທະບຽນ ຕ້ອງມີຫົວໜ່ວຍບໍຣິສັດ ຢັ້ງຢືນຮັບຮອງເອົາ ຫຼືໃຫ້ຜ່ານບໍຣິສັດຈັດຫາງານ ຄົນລາວ ຄົນຈີນ ຄົນໄທຍ ແມ່ນຫຍັງຕ່າງໆ ຖ້າເຂົ້າມາຖືກຕ້ອງ ສາມາດຮັບເຂົ້າມາເຮັດວຽກໄດ້ ກໍມີແຕ່ຫັນເຂົ້າສູ່ລະບົບລະບຽບ.”

ທ່ານກ່າວຕື່ມວ່າ ຫຼັງຈາກທັງ 2 ຝ່າຍ ກໍຄື ຜູ້ປະກອບການແລະຜູ້ອອກແຮງງານ ໄດ້ຕົກລົງເຊັນສັນຍາກັນແລ້ວ ທາງເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ຫຼືຜູ້ປະກອບການທຸຣະກິຈ ຈະອອກບັດປະຈໍາໂຕຜູ້ອອກແຮງງານ ຫຼື Smart Cart ໃຫ້ ເພື່ອຢັ້ງຢືນປວັດ ແລະຫົວໜ່ວຍແຮງງານຂອງຕົນເອງ ໂດຍຜູ້ອອກແຮງງານທຸກຄົນ ທີ່ເຮັດວຽກຢູ່ພາຍໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ກໍຈະຢູ່ໃນລະບົບຂອງຄະນະຄຸ້ມຄອງ ເຂດເສຖກິຈພິເສດ ແຂວງບໍ່ແກ້ວ.

ຂະນະທີ່ ຄົນທີ່ເຄີຍໄປອອກແຮງງານ ຍ້ອນຖືກຕົວະເຂົ້າໄປເຮັດວຽກຕອບແຊັດ ແລ້ວຖືກຊັກຊວນໃຫ້ໄປຂາຍບໍຣິການໃນກາຊິໂນຄິງໂຣມັນ ກ່າວວ່າ ຫາກຈະເຮັດສັນຍາແຮງງານ ກໍຕ້ອງໄດ້ເບິ່ງສັນຍາຮ່ວມກັນຢ່າງຣະອຽດ ຈະແຈ້ງ ແລະ ສັນຍາເຫຼົ່ານັ້ນ ກໍຕ້ອງສ້າງຄວາມຍຸຕິທັມ ກັບຜູ້ອອກແຮງງານນໍາດ້ວຍ ເປັນຕົ້ນ ສວັດດີການສັງຄົມຕ່າງໆ, ສິດເສຣີພາບໃນການດໍາເນີນຊີວິດ ແລະເຮັດວຽກຢ່າງໂປ່ງໃສ ຈິງໃຈກັບຜູ້ອອກແຮງງານ.

ດັ່ງຊາວລາວຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ທີ່ເຄີຍໄປອອກແຮງງານ ຢູ່ພາຍໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ກ່່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຄັນສົມມຸດເຮົາມີ ຂໍ້ສັນຍາຜູກມັດ ມັນກະຢາກຍາກໜ້ອຍນຶ່ງ ເພາະວ່າ ຄັນຖືກບ່ອນດີເສັຍເງິນ ມັນກະຄຸ້ມຫັ້ນນ່າ ຖືກບ່ອນບ່ອນດີ ເຂົາບໍ່ລ້ຽງເຂົ້າ ລ້ຽງນໍ້ານີ້ ຄ່າຄອງຊີບເຂົາກະແພງ ຄັນເຮົາເຮັດວຽກບໍ່ໄດ້ເດ້ ເຮົາກະເປັນໜີ້ເຂົາຊື່ໆຊິນ່າ.”

ຊາວລາວອີກຜູ້ນຶ່ງ ທີ່ເຄີຍໄປອອກແຮງງານ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ກ່າວວ່າ ການເຮັດສັນຍາແຮງງານ ຍັງບໍ່ແມ່ນແນວທາງໃນການແກ້ໄຂບັນຫາ ທີ່ມີປະສິດທິພາບ ເພາະເຮັດສັນຍາແຮງງານໄປແລ້ວ ແຕ່ການບັງຄັບໃຊ້ແຮງງານ ຜູ້ອອກແຮງງານບໍ່ໄດ້ຮັບສິດປະກັນສັງຄົມຕ່າງໆ ຫຼືແມ້ແຕ່ບັນຫາການຄ້າມະນຸດ ກໍຍັງຈະມີໃຫ້ເຫັນຢູ່ຄືເກົ່າ ຫາກເຈົ້າໜ້າທີ່ທາງການລາວ ຍັງບໍ່ເອົາໃຈໃສ່ ໃນການຕິດຕາມກວດກາ ແລະບັງຄັບໃຊ້ກົດໝາຍຢ່າງຈິງຈັງ.

ດັ່ງຊາວລາວອີກຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ທີ່ເຄີຍໄປອອກແຮງງານ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຄືເກົ່າຫັ້ນແຫຼະ ກະໄປເຫັນສະພາບໂຕຈິງ ລະມັນແບບວ່າ ລັກສະນະ ກັກຂັງໜ່ວງໜ່ຽວເຮົາ ເຮົາບໍ່ມີອິສຣະ ເອີ່ວ່າເລີກວຽກ ລະເຮົາຊິໄປນັ້ນໄປນີ້ໄດ້ ມັນເປັນໄປບໍ່ໄດ້ ເຂົາຕ້ອງມີຄົນຄຸມຕລອດເລີຍຫັ້ນນ່າ ຄືເຮົາຮູ້ຫັ້ນແຫຼະ ທາງໃນຫັ້ນມັນ ຕໍາຣວດລາວເຮົາ ບໍ່ມີສິດຫຍັງເລີຍຫັ້ນນ່າ.”

ປັດຈຸບັນ ມີຄົນລາວຈໍານວນຫຼາຍ ສມັກເຂົ້າໄປເຮັດວຽກຕອບແຊັດ ຢູ່ພາຍໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ແຕ່ເມື່ອສມັກເຂົ້າໄປແລ້ວ ກໍຖືກຕົວະໃຫ້ໄປຂາຍບໍຣິການ ຫຼືບັງຄັບໃຊ້ແຮງງານຕ່າງໆນາໆ ເຊິ່ງບໍ່ສອດຄ່ອງກັບສັນຍາ ທີ່ຂຽນໄວ້ໃນໃບສມັກວຽກ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຫ້ອງການອັຍການປະຊາຊົນ ແຂວງບໍ່ແກ້ວ ທ່ານນຶ່ງ ກ່າວວ່າ ບັນຫາການຄ້າມະນຸດ ພາຍໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ເກີດຂຶ້ນມາແຕ່ດົນແລ້ວ ຈົນຮອດຕອນນີ້ ກໍຍັງບໍ່ສາມາດແກ້້ໄຂບັນຫາໄດ້ຢ່າງຈິງຈັງເທື່ອ, ບັນຫາສ່ວນນຶ່ງ ກໍມາຈາກ ຄວາມບໍ່ເອົາໃຈໃສ່ໃນການປາມປາບ ແລະຕິດຕາມກວດກາຢ່າງຈິງຈັງ ຂອງເຈົ້າໜ້າທີ່ທາງການລາວ ແລະຄະນະຄຸ້ມຄອງເຂດເສຖກິຈພິເສດ ແຂວງບໍ່ແກ້ວ.

ດັ່ງເຈົ້າໜ້າທີ່ ຫ້ອງການອັຍການປະຊາຊົນ ແຂວງບໍ່ແກ້ວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 24 ກຸມພາ ນີ້ວ່າ:

“ປັດຈຸບັນນີ້ ເຫັນຫຼາຍທີ່ສຸດ ກະຄືແບບນັ້ນແຫຼະ (ຄ້າມະນຸດ) ເພາະວ່າທີ່ຜ່ານມາ ຜູ້ທີ່ວ່າຄ້າມະນຸດ ນາຍໜ້າເນາະ ມາຕົວະເອົາ ພວກວັຍໜຸ່ມເຂົ້າຫຼາຍຄົນຢູ່ ແຕ່ວ່າດຽວນີ້ ຈະເຂົ້າໄປຊ່ວຍ ກະເຂົ້າໄປບໍ່ໄດ້ ພວກໃດທີ່ເຂົ້າໄປຢູ່ຫັ້ນລະແບບ ຕ້ອງເອົາໂຕລອດໃຫ້ໄດ້ ເພາະວ່າຖ້າຈະເຂົ້າ ຕໍາຣວດລາວເຮົາ ກໍບໍ່ມີສິດຈະເຂົ້າໄດ້ຫັ້ນນ່າ ຄືວ່າແຫຼະ ຖ້າຈະທຽບນີ້ ຄືກົດໝາຍເຮົາຈະໄປໃຊ້ຢູ່ເຂດນັ້ນ ແບບບໍ່ຄ່ອຍຈະໄດ້ເທົ່າໃດນ່າ.”

ເຈົ້າໜ້າທີ່ຫ້ອງການອັຍການປະຊາຊົນ ທ່ານນີ້ ຍັງກ່າວອີກວ່່າ ຣັຖບານຕ້ອງໃຫ້ສິດ-ອໍານາດ ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນ ສະຫະພັນແມ່ຍິງລາວ, ສະພາປະຊາຊົນແຂວງ, ກັມມະບານລາວ, ຄະນະຄຸ້ມຄອງແຮງງານ ແລະອົງການຈັດຕັ້ງດ້ານສິດທິມະນຸດຕ່າງໆ ໄດ້ລົງຕິດຕາມກວດກາຢ່າງຈິງຈັງ ເພື່ອປ້ອງກັນແລະປາບປາມການຄ້າມະນຸດ ແລະ ການບັງຄັບໃຊ້ແຮງງານ.

ໂດຍໄລຍະທີ່ຜ່ານມາ ບໍ່ເຄີຍມີໜ່ວຍງານໃດ ໄດ້ເຂົ້າໄປຕິດຕາມກວດກາ ການອອກແຮງງານ ຢູ່ພາຍໃນເຂດເສຖກິຈພິເສດ ສາມາຫຼ່ຽມຄໍາຈັກເທື່ອ ຈົນກາຍເປັນເຂດຕ້ອງຫ້າມ ແລະເກີດການຄ້າມະນຸດ, ບັງຄັບໃຊ້ແຮງງານ ແລະເຫດອາຊຍາກັມຕ່າງໆ.

ກ່ຽວກັບ ເຂດເສຖກິຈພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນມື້ວັນທີ່ 30 ມົກກະຣາ 2019 ກະຊວງການຄັງ ຂອງປະເທດສະຫະຣັຖອາເມຣິກາ ໄດ້ອອກຖແລງການ ເຣື່ອງ ການຂຶ້ນບັນຊີດໍາ ບໍຣິສັດ ຄິງໂຣມັນ ອິນເຕີເນຊັ້ນແນລ ອິນເວສເມັ້ນ ໃນຖານະ ອົງການອາຊຍາກັມຂ້າມຊາດ ໂດຍມີການຄ້າຢາເສບຕິດ, ການຄ້າມະນຸດ ແລະການຄ້າສັດປ່າ ແລະອະວັຍສັດປ່າສງວນ.

ໃນປີດຽວກັນນັ້ນ ເວັບໄຊຕ໌ Lifegate ໄດ້ຣາຍງານອີກວ່າ ພາຍໃນພື້ນທີ່ ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ຖືເປັນພື້ນທີ່ ອຸດສາຫະກັມເຖື່ອນຂນາດໃຫຍ່ ທີ່ມີການຄ້າຂາຍສິ່ງຜິດກົດໝາຍ ມູນຄ່າສູງເຖິງ 20 ພັນລ້ານໂດລາສະຫະຣັຖ ໂດຍສະເພາະເຣື່ອງການຄ້າອາວຸດ ແລະສັດປ່າຕ່າງໆ.

ແລະທ້າຍປີ 2019 ອົງການ Environmental Investigation Agency ຫຼື (EIA) ຊຶ່ງເປັນອົງການກວດສອບ ອາຊຍາກັມດ້ານສິ່ງແວດລ້ອມ ຍັງໄດ້ຣາຍງານອີກວ່າ ພາຍໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ມີເສືອປະມານ 1,000 ໂຕ ເພື່ອຜລິດໄວນ໌ ກະດູກເສືອສົ່ງອອກໄປປະເທດຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.