ຄຣູອາສາ ຕ້ອງລາອອກ ຫຼັງຈາກ ລໍການບັນຈຸ ມາຫຼາຍປີ
2022.02.23
ຫວ່າງວັນທີ່ 18 ກຸມພາ 2022 ທີ່ຜ່ານມາ ມີຄຣູອາສາສມັກ 2 ຄົນ ເປັນເພດຍິງ ແລະເພດຊາຍ ອາຍຸປະມານ 25 ປີ ທັງສອງຄົນ ເປັນໝູ່ກັນ ໄດ້ສອນໜັງສືຢູ່ບ້ານເກີດຂອງຕົນເອງ ຢູ່ທີ່ໂຮງຮຽນປະຖົມປາກຊ່ອງ ໃນເມືອງພຽງ ແຂວງໄຊຍະບູຣີ ທັງສອງຄົນ ໄດ້ຕັດສິນໃຈລາອອກຈາກການເປັນຄຣູອາສາ ຍ້ອນຮູ້ສຶກທໍ້ໃຈ ທີ່ສອນນັກຮຽນມາເປັນເວລາ 7 ປີ ແລ້ວ ແຕ່ບໍ່ຖືກບັນຈຸ ເປັນຣັຖກອນຈັກເທື່ອ ພວກເຂົາເຈົ້າສອນມາຕັ້ງແຕ່ປີ 2016 ໂດຍທີ່ບໍ່ໄດ້ຮັບເງິນເດືອນ ແລະບໍ່ມີສວັດດີການໃດໆເລີຍ.
ດັ່ງຄຣູອາສາສມັກ ທີ່ລາອອກ ຢູ່ແຂວງໄຊຍະບູຣີ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ່ 23 ກຸມພາ ນີ້ວ່າ:
“ໂຕຂ້ອຍເນາະ ແບບວ່າຣັຖ ຂະເຈົ້າເອົາໂຕເລຂໄປຮຽນຊິນ່າ ຈົບ ມ.4 ແລ້ວໄປຊິນ່າ ແບບວ່າລໍຖ້າຂອງຣັຖຫັ້ນແຫຼະ ມັນບໍ່ໄດ້ກະເລີຍອອກ ກະຢູ່ບ້ານນີ້ແຫຼະ ເຮັດສວນເຮັດໄຮ່ ເຮັດນານີ້ ມັນບໍ່ໄຫວ ບໍ່ມີເງິນເນາະ ມີລູກນໍາ ຕ້ອງໄດ້ຫາລ້ຽງຄອບຄົວຫັ້ນນ່າ ບໍ່ມີເງິນໃສ່ນໍ້າມັນຣົຖເຮັດຈັ່ງໃດ ນໍ້າມັນກະແພງເນາະ ເງິນນໍາຣັຖບານບໍ່ໄດ້.”
ທ່ານກ່າວຕື່ມວ່າ ທີ່ຕົນຍອມເປັນຄຣູອາສາ ມາ 7 ປີນັ້ນ ກໍຍ້ອນ ໃຈຮັກໃນອາຊີບຄຣູ ແລະມີຄວາມຫວັງວ່າ ຕົນຈະໄດ້ບັນຈຸເປັນຣັຖກອນ ເພາະຕົນເອງເປັນນຶ່ງໃນຣາຍຊື່ ທີ່ທາງຂັ້ນເມືອງ ສົ່ງໄປຮຽນຕໍ່ດ້ານສາຍຄຣູໂດຍຕຣົງ ເພາະຂັ້ນເມືອງເຫັນວ່າພາຍໃນເມືອງຍັງຂາດເຂີນຄຣູຫຼາຍ ໂດຍສະເພາະເຂດຊົນນະບົດ ຫ່າງໄກສອກຫຼີກ ເນື່ອງຈາກຄຣູ ທີ່ເປັນຣັຖກອນເຂດອື່ນ ສ່ວນໃຫຍ່ກໍບໍ່ຢາກມາສອນຢູ່ເຂດຫ່າງໄກສອກຫຼີກ ຖ້າຫາກບໍ່ແມ່ນບ້ານເກີດຂອງຕົນເອງ.
ຄຣູອາສາສມັກ ອີກທ່ານນຶ່ງ ຢູ່ແຂວງໄຊຍະບູຣີ ທີ່ລາອອກ ກໍກ່າວວ່າ ລາວເອງກໍທົນບໍ່ໄຫວແລ້ວ ຮູ້ສຶກອຸກໃຈຫຼາຍຄືກັນ ຍ້ອນລໍຖ້າໃຫ້ຖືກບັນຈຸບັນຣັຖກອນ ມາ 7 ປີ ແຕ່ກໍບໍ່ມີວີ່ແວວທີ່ຈະໄດ້ ແລະເງິນເດືອນກໍບໍ່ໄດ້ນໍາດ້ວຍ ທັງ 2 ຄົນ ໄດ້ພຽງແຕ່ເປັນນໍ້າຈິດນໍ້າໃຈຈາກທາງໂຮງຮຽນ ພຽງເດືອນລະ 1 ແສນກີບ ເທົ່ານັ້ນ ຈຶ່ງຕັດສິນໃຈລາອອກ ໄປເຮັດອາຊີບອື່ນ.
“ໂອ້ຍ ບໍ່ໄຫວແລ້ວ ກະລໍຖ້າຣັຖກອນຫັ້ນແຫຼະ ແຕ່ວ່າບໍ່ມີວີ່ແວວເນາະ ເລີຍວ່າຕັດສິນໃຈ ແບບພັກສາໂຕນີ້ ເງິນເດືອນເນາະ ບໍ່ໆໄດ້ ແຕ່ວ່າຢູ່ຂັ້ນໂຮງຮຽນ ເຂົາເຈົ້າເອົາໃຫ້ຊິນ່າ ກໍໄດ້ເດືອນລະແສນ ພໍອອກນີ້ກະເຮັດໄຮ່ ເຮັດສວນມັນຕົ້ນ.”
ຄຣູອາສາ ທີ່ລາອອກຜູ້ນີ້ ຍັງກ່າວຕື່ມອີກວ່າ ໃນແຕ່ລະປີ ການຮັບຣັຖກອນ ໂກຕ້າຈາກຣັຖບານ ກໍຍັງມີຈໍານວນໜ້ອຍຫຼາຍ ເຊິ່ງເມືອງນຶ່ງ ຮັບບໍ່ເກີນ 1-2 ຄົນເທົ່ານັ້ນ ແລະຄຣູຈົບໃໝ່ ກໍເພີ່ມຂຶ້ນທຸກມື້ ອີກທັງຄຣູອາສາ ທີ່ລາອອກທັງສອງຄົນນີ້ ຕ່າງກໍມີຄອບຄົວ ແລະມີລູກນ້ອຍທີ່ຈະຕ້ອງລ້ຽງດູເບິ່ງແຍງ ເລີຍພາກັນຕັດສິນໃຈລາອອກ ເພື່ອໄປຫາອາຊີບອື່ນເຮັດແທນ.
ໃນຂະນະທີ່ ນ້ອງສາວຂອງຄຣູອາສາ ທີ່ລາອອກນັ້ນ ກໍກ່າວວ່າ ເອື້ອຍຂອງລາວ ຮູ້ສຶກທົນບໍ່ໄຫວແລ້ວ ແລະຄິດວ່າຄົງບໍ່ມີຫວັງ ທີ່ຈະໄດ້ເປັນຣັຖກອນແລ້ວ ບວກກັບເງິນເດືອນກໍບໍ່ໄດ້ ຮວມທັງລາວເອງ ກໍມີພາຣະທີ່ຕ້ອງຮັບຜິດຊອບນໍາດ້ວຍ ກໍເລີຍຕັດສິນໃຈລາອອກ.
“ເຂົາເຈົ້າອອກຫັ້ນນ່າ ເອືິ້ອຍຂ້ອຍຫັ້ນຜູ້ຍິງ ເຂົາເຈົ້າໄປຮຽນນໍາກັນ ມີແບບມີໂຕເລຂບ້ານ ຈົບມາແລ້ວ ຊິໃຫ້ເຂົາເຈົ້າສອນຢູ່ບ້ານ ໃຫ້ມີເງິນເດືອນກິນພ້ອມຊິນ່າ ລາວມາເຮັດໄດ້ 7 ປີ ເຮັດຊື່ໆ ອາສາສມັກຊ່ວຍ ເຂົາເຈົ້າສອນຊື່ໆນ່າ ເງິນເດືອນກະບໍ່ມີ ແນວນັ້ນຫັ້ນແຫຼະ ແຕ່ລະປີກະຄືວ່າ ເຫັນລາວໄປສອບຢູ່ ຄືວ່າບໍ່ໄດ້ເນາະ ລາວຈັ່ງຕັດສິນໃຈລາອອກ.”
ຄົນສະໜິດ ຂອງຄຣູອາສາທີ່ລາອອກ ອີກທ່ານນຶ່ງ ກ່າວກໍກ່າວວ່າ ການເຮັດອາຊີບຄຣູອາສານີ້ ຫຼາຍຄົນກໍຫວັງວ່າຈະໄດ້ບັນຈຸເປັນຣັຖກອນ ເຖິງແມ່ນວ່າ ຈະບໍ່ໄດ້ເງິນເດືອນ ຫຼືສວັດດີການຫຍັງເລີຍກໍຕາມ ແຕ່ເວລາຜ່ານໄປ 7 ປີ ສໍາລັບຄຣູອາສາທ່ານນີ້ ຄິດວ່າ ບໍ່ມີທາງໄດ້ບັນຈຸເປັນຣັຖກອນແລ້ວ ເຊິ່ງຜູ້ທີ່ຈະໄດ້ບັນຈຸເປັນຣັຖກອນຄຣູນັ້ນ ກໍມີແຕ່ລູກເຈົ້າຫຼານນາຍ ຫຼືຜູ້ມີເສັ້ນມີສາຍເທົ່ານັ້ນ ລາວເອງກໍເລີຍຕັດສິນໃຈລາອອກ ອີກຢ່າງນຶ່ງ ໃນປັດຈຸບັນນີ້ ການດໍາຣົງຊີວິດ ແມ່ນລ້ວນແລ້ວຕ້ອງໃຊ້ແຕ່ເງິນ ລາວກໍຈໍາເປັນຕ້ອງໄປຫາອາຊີບອື່ນເຮັດແທນ.
“ລາວວ່າ ເຮັດເພື່ອລໍຖ້າໂຄຕ້າຣັັຖກອນຫັ້ນແຫຼະ ສ່ວນຫຼາຍກະເອີ່ ເບິ່ງລູກເຈົ້າຫຼານນາຍບໍ ອອກຊິໄປຫາເຂດນອກ ແບບບໍ່ມີໂອກາດໄດ້ເລີຍ ລາວເລີຍຕັດສິນໃຈອອກ ດຽວນີ້ ເພື່ອຈະບໍ່ໃຫ້ເສັຍເວລາ ໄປຫຼາຍກວ່ານີ້ອີກ ເພາະວ່າ 7 ປີ ກະສົມຄວນແລ້ວ ເສັຍເວລາຫຼາຍຢູ່ ຄືຊິບໍ່ໄຫວ ເພາະວ່າຄ່າກິນຄ່າຢູ່ ດຽວນີ້ກະຂ້ອນຂ້າງແພງ ແມ່ນຫຍັງກະຕ້ອງໃຊ້ຈ່າຍເງິນ.”
ດ້ານເຈົ້າໜ້າທີ່ ກະຊວງສຶກສາທິການ ແລະກິລາ ທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກໍໄດ້ກ່າວໃນມື້ດຽວກັນນີ້ວ່າ ສາເຫດທີ່ຣັຖບານ ຍັງເປີດຮັບໂກຕ້າ ຣັຖກອນຄຣູໜ້ອຍຢູ່ນັ້ນ ກໍຍ້ອນວ່າ ຍັງມີຄຣູທີ່ເປັນຣັຖກອນຫຼາຍຢູ່ ທາງການເອງກໍກໍາລັງແກ້ໄຂ ຍ້າຍຄຣູບ່ອນທີ່ມີຫຼາຍ ໄປຍັງບ່ອນທີ່ຂາດເຂີນ ຈຶ່ງເຮັດໃຫ້ໃນແຕ່ລະປີ ມີການຮັບຣັຖກອນຄຣູໜ້ອຍ.
“ເພິ່ນກະຮັບທຸກປີຫັ້ນແລ້ວ ເພິ່ນຮັບໜ້ອຍ ກະຍ້ອນວ່າ ຄຣູຍັງມີຫຼາຍຢູ່ຫັ້ນນ່າ ເພິ່ນກໍາລັງປັບປຸງແຜນຊັບຊ້ອນຄຣູ ບາງໂຮງຮຽນ ໂຮງຮຽນ້ອຍຈັ່ງຊີ້ ກະຄຣູຫຼາຍ ກະເຫຼືອຢູ່ຈຸດນັ້ນຊິນ່າ ຍ້າຍບ່ອນໜ້ອຍໄປຫາບ່ອນບໍ່ພໍຢູ່ ບ່ອນເຫຼືອກະມີ ບ່ອນບໍ່ພໍກະມີຊິນ່າ.”
ເຈົ້າໜ້າທີ່ ສຶກສາ ອີກທ່ານນຶ່ງ ໃນເມືອງນຶ່ງ ໃນນຄອນຫຼວງວຽງຈັນ ທີ່ຂໍສງວນຊື່ແລະຕໍາແໜ່ງ ກໍກ່າວວ່າ ປັດຈຸບັນນີ້ ຄຣູອາສາ ໃນແຕ່ລະເມືອງມີຫຼາຍ ຍັງບໍ່ສາມາດບັນຈຸເປັນຣັຖກອນໄດ້ ຍ້ອນຣັຖບານເປີດຮັບຣັຖກອນໜ້ອຍເກີນໄປ ສ່ວນນຶ່ງກໍຄິດວ່າ ຣັຖບານບໍ່ມີງົບປະມານພຽງພໍ.
ດັ່ງທີ່ທ່ານກ່າວວ່າ:
“ກະຊິແມ່ນແບບນັ້ນ ຫຼືບໍ່ຈັ່ງໃດ ເພາະຄວາມຕ້ອງການຍັງມີ ການສເລັ່ຽມັນກະບໍ່ພໍ ບາງວິຊາກໍຂາດຫຼາຍ ບາງວິຊາກະເຫຼືອ ໄດ້ແຕ່ລະປີ ກໍໄດ້ແຕ່ ປີລະປີ 5-6 ຄົນ ໜ້ອຍສຸດແຫຼະ.”
ໃນປີນີ້ ຣັຖບານຍັງບໍ່ເປີດຮັບໂກຕ້າ ຮັບຣັຖກອນເທື່ອ ຕ້ອງລໍຖ້າແຈ້ງການຈາກຣັຖບານກ່ອນ, ແຕ່ໃນປີ 2021 ສໍານັກງານນາຍົກຣັຖມົນຕຣີ ໄດ້ອອກຂໍ້ຕົກລົງ ວ່າດ້ວຍການແບ່ງໂຕເລຂຣັຖກອນໃໝ່ ປະຈໍາປີ 2021 ເລຂທີ່ 100.1/ນຍ ລົງວັນທີ່ 23 ຕຸລາ ປີ 2020 ລະບຸວ່າ ໄດ້ອະນຸມັດໂກຕ້າ ຣັຖກອນໃໝ່ ໃຫ້ກັບບັນດາກະຊວງ, ອົງການຈັດຕັ້ງຂັ້ນສູນກາງ ແລະທ້ອງຖິ່ນ ເປັນຈໍານວນ 1,600 ຄົນ ໃນຈໍານວນດັ່ງກ່າວນັ້ນ ຈະດໍາເນີນການຊັບຊ້ອນຄຣູອາສາ ໃນປີ 2020 ທີ່ມີຄຣູອາສາ ທີ່ລໍຖ້າບັນຈຸເປັນຣັຖກອນ ໃນປີ 2021 ຈໍານວນເກືອບ 10,000 ຄົນ.
ໃນນັ້ນ ກວມເອົາຄຣູອາສາ ທີ່ເຮັດວຽກມາແລ້ວ 6-8 ປີ ຈໍານວນ 600 ປາຍຄົນ, ຄຣູອາສາເຮັດວຽກ 3-5 ປີ 7,344 ຄົນ ແລະຕໍ່າກວ່າ 2 ປີ ມີ 1,802 ຄົນ ສ່ວນທິດທາງໃນການແກ້ໄຂ ຈໍານວນ 663 ຄົນ ມີຄວາມຈໍາເປັນໄດ້ຖືກບັນຈຸ, ຈະສົ່ງໄປຍົກຣະດັບ 7,344 ຄົນ ແລະ 1,802 ຄົນ ຣະດົມໃຫ້ອອກໄປເຮັດວຽກອາຊີບອື່ນ.
ຕາມການຣາຍງານຂອງທາງການລາວ ໃນປີ 2020 ຄຣູອາສາ ທີ່ຫຼາຍກວ່າໝູ່ ແມ່ນຈະສອນຢູ່ແຂວງສວັນນະເຂດ ມີ 2,298 ຄົນ ຮອງລົງມາ ແມ່ນແຂວງຫຼວງພຣະບາງ ມີ 1,154 ຄົນ, ແຂວງໄຊຍະບູຣີ 920 ຄົນ, ນະຄອນຫຼວງວຽງຈັນ 876 ຄົນ, ອຸດົມໄຊ 687 ຄົນ, ຈໍາປາສັກ 523 ຄົນ ແລະຄໍາມ່ວນ, ຜົ້ງສາລີ, ໄຊສົມບູນ, ບໍຣິຄໍາໄຊ, ວຽງຈັນ, ສາຣະວັນ, ບໍ່ແກ້ວ, ເຊກອງ, ຊຽງຂວາງ, ຫົວພັນ ສູງສຸດ 400 ປາຍຄົນ ແລະໜ້ອຍສຸດ 145 ຄົນ.