ຄົນຈີນ, ວຽດນາມ ລັກແຕ່ງດອງ ແອບແຝງ ກັບຄົນລາວ
2022.02.24

ທ່ານພັນຕີ ເຟືອງຄໍາມະນີ ຫົວໜ້າຫ້ອງການ ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງໃໝ່ ແຂວງຜົ້ງສາລີ ກ່າວໃນກອງປະຊຸມ ສລຸບການຈັດຕັ້ງປະຕິບັດວຽກປ້ອງກັນຄວາມສະຫງົບ ປະຈໍາປີ 2021 ແລະວາງແຜນທິດທາງວຽກງານຈຸດສຸມ ປະຈໍາປີ 2022 ເມື່ອວັນທີ່ 18 ກຸມພາ ທີ່ຜ່ານມາ ນີ້ວ່າ ສະເພາະເມືອງໃໝ່ ແຂວງຜົ້ງສາລີ ມີການລັກແຕ່ງດອງແບບບໍ່ຖືກຕ້ອງຕາມກົດໝາຍ ຈໍານວນ 197 ຄູ່ ໃນນັ້ນ ເປັນຄົນລາວ ລັກແຕ່ງດອງກັບຄົນວຽດນາມ ຈໍານວນ 193 ຄົນ, ຄົນຈີນ 3 ຄົນ ແລະຄົນໄທຍ 1 ຄົນ.
ກ່ຽວກັບຄົນຕ່າງປະເທດ ໂດຍສະເພາະຄົນຈີນແລະວຽດນາມ ທີ່ແຕ່ງດອງກັບຄົນລາວ ແບບຖືກກົດໝາຍກໍມີຫຼາຍ ເພື່ອວ່າຂະເຈົ້າຈະໄດ້ຢູ່ ແລະໄດ້ເຮັດທຸຣະກິຈຢູ່ລາວ.
ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບສິດທິມະນຸດ ຜູ້ບໍ່ປະສົງອອກຊື່ແລະຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 24 ກຸມພາ 2022 ນີ້ວ່າ:
“ມັນຈະມີຕ່າງປະເທດ ມາອາສັຍຢູ່ລາວ ຄົນຕ່າງດ້າວກະມີເນາະ ມີຈີນ ເຂົ້າມາຢູ່ຜົ້ງສາລີຫຼາຍ ໂດຍສະເພາະ ມາດໍາເນີນທຸຣະກິຈ ມາແຕ່ງການກໍມາ ແຕ່ວ່າ ເຂົາເຂົ້າມາກໍແບບເຂົ້າມາດໍາເນີນທຸຣະກິຈຂາຍເຄື່ອງ ເປັນເຄື່ອງນຸ່ງ ເຄື່ອງໃຊ້ສອຍກະມີຫຼາຍ ມາອາສັຍຢູ່ຊົ່ວຄາວ ເປັນຄົນຕ່າງດ້າວກະມີ ທີ່ວ່າບໍ່ມາແຕ່ງງານກໍມີ ເຂົ້າມາດໍາເນີນທຸຣະກິຈ ຊົ່ວຄາວກໍມີ.”
ການແຕ່ງດອງລະຫວ່າງຄົນລາວ ແລະຄົນຕ່າງປະເທດນັ້ນ ມີຫຼາຍຮູບແບບ ເປັນຕົ້ນ ຄົນລາວຈໍານວນນຶ່ງ ໄປແຕ່ງດອງເອົາຜົວເອົາເມັຍ ພາຍຫຼັງເດີນທາງໄປຮຽນຢູ່ປະເທດນັ້ນ ບາງສ່ວນ ຄົນຈີນແລະຄົນວຽດນາມ ທີ່ມາເຮັດວຽກຢູ່ລາວ ແລະຕ້ອງການທີ່ຈະແຕ່ງດອງກັບຄົນລາວ ແລະອີກສ່ວນນຶ່ງ ທີ່ຍັງຄົງເປັນບັນຫາມາຮອດປັດຈຸບັນ ຄື ຄົນຈີນ ແລະຄົນວຽດນາມ ຕ້ອງການແຕ່ງດອງກັບຄົນລາວ ເພື່ອຕ້ອງການໃຊ້ສິດ ໃນການສ້າງເປັກຖານ ຢູ່ພາຍໃນປະເທດລາວ ເພາະການແຕ່ງດອງ ຈະຊ່ອຍໃຫ້ຊາວຕ່າງປະເທດ ສາມາດເຮັດທຸຣະກິຈ ຢູ່ໃນປະເທດແບບຖາວອນໄດ້.
ດັ່ງທະນາຍຄວາມ ທີ່ເຮັດວຽກກ່ຽວກັບສິດທິມະນຸດ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຄັນຕັດສັນຊາດນີ້ ເຂົາເຈົ້າກໍຈະມີສິດທິ ຄືພົລເມືອງລາວ ຖ້າບໍ່ຕັດສັນຊາດ ກໍອາຈບໍ່ມີສິິດທິ ຄືພົລເມືອງລາວ ຍົກໂຕຢ່າງວ່າ ຖ້າແຕ່ງງານ ແລ້ວກໍຖ້າສົມມຸດວ່າ ຍັງບໍ່ໄດ້ຕັດສັນຊາດ ກະບາງເທື່ອໃນແງ່ຂອງ Document ອີ່ຫຍັງຕ່າງໆ ເຂົາເຈົ້າກໍບໍ່ສາມາດອອກໜ້າໄດ້ ຍົກໂຕຢ່າງເນາະ ເຊັ່ນວ່າ: ຊື້ດິນດອນຕ່ອນຫຍ້າ ບາງເທື່ອບໍ່ໄດ້ເນາະ ກໍເອົາຄອບຄົວ ເອົາເມັຍອອກ ເອົາຍາດພີ່ນ້ອງອອກ ຍົກໂຕຢ່າງ.”
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງກອງບັນຊາການ ປ້ອງກັນຄວາມສະຫງົບ ເມືອງໃໝ່ ເພື່ອສອບຖາມກ່ຽວກັບການ ລັກແຕ່ງດອງແບບບໍ່ຖືກຕ້ອງ ວ່າມີລັກສະນະແນວໃດ ເປັນຫຍັງຈຶ່ງມີການແຕ່ງດອງ ໃນລັກສະນະດັ່ງກ່າວນີ້ເປັນຈໍານວນຫຼາຍ ມີຄວາມກ່ຽວພັນກັບບັນຫາການຄ້າມະນຸດຫຼືບໍ່ ແລະມີແຜນຕໍ່ໜ້າໃນການແກ້ໄຂ ຫຼືຫຼຸດຜ່ອນບັນຫາດັ່ງກ່າວນີ້ແນວໃດ ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ບໍ່ສະດວກໃຫ້ຂໍ້ມູນ.
ສໍາລັບການແຕ່ງດອງຂອງຄົນລາວ ກັບຊາວຕ່າງປະເທດ ຢູ່ພາຍໃນແຂວງຜົ້ງສາລີ ສ່ວນຫຼາຍແມ່ນເປັນແມ່ຍິງຊົນເຜົ່າອາຂ່າ ເປັນຄອບຄົວທຸກຍາກ ແລະອາສັຍຢູ່ໃນພື້ນທີ່ຫ່າງໄກສອກຫຼີກ ແລະມີຊາຍແດນຕິດກັບປະເທດຈີນ ແລະວຽດນາມ.
ດັ່ງຊາວບ້ານ ຢູ່ບ້ານໂພທອງ ເມືອງບຸນໃຕ້ ແຂວງຜົ້ງສາລີ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຫຼາຍໆ ບ້ານໂພນຫົວ ເມືອງບຸນໃຕ້ ແຂວງຜົ້ງສາລີ ສ່ວນນີ້ມີຊົນເຜົ່າອາຂ່າຫຼາຍກວ່າເດີ້ ຊົນເຜົ່າອາຂ່າ ສ່ວນຫຼາຍຂະເຈົ້າຈະແຕ່ງດອງກັບຄົນປະເທດຈີນ ເພາະວ່າແຂວງຜົ້ງສາລີ ຂະເຈົ້າກໍຢູ່ພາກເໜືອ ແລ້ວມັນກໍຕິດກັບປະເທດຈີນເດ້ ຫຼາຍ ມີວຽດນາມຫຼາຍ.”
ສໍາລັບຊາວຕ່າງປະເທດ ທີ່ນິຍົມແຕ່ງດອງກັບຄົນລາວ ສ່ວນຫຼາຍແມ່ນເປັນຄົນຈີນ, ຄົນວຽດນາມ ແລະຄົນໄທຍ ໂດຍພວກເຂົາເຈົ້າຈະຈ້າງໃຫ້ບໍຣິສັດເອກະຊົນ ຊ່ອຍແລ່ນເອກະສານໃຫ້ ເອກະສານທີ່ຕ້ອງໃຊ້ ຈະມີໃບແຈ້ງໂທດ, ໃບແຈ້ງໂສດ, ໃບຢັ້ງຢືນຈາກສະຖານທູດ ແລະຂໍ້ມູນສ່ວນໂຕ, ມີຄ່າໃຊ້ຈ່າຍໃນການແລ່ນເອກະສານ ປະມານ 2,100 ໂດລາສະຫະຣັຖ ຕໍ່ກໍຣະນີ ຫຼືອາດຈໍາເປັນຕ້ອງໄດ້ໃຊ້ເງິນຫຼາຍກວ່ານັ້ນ ຫາກຊາວຕ່າງປະເທດ ຕ້ອງການແຕ່ງດອງກັບແມ່ຍິງລາວ ທີ່ອາສັຍຢູ່ໃນພື້ນທີ່ ຫ່າງໄກສອກຫຼີກ.
ປັດຈຸບັນ ຊາວຕ່າງປະເທດທີ່ແຕ່ງດອງກັບຄົນລາວ ບໍ່ຈໍາເປັນຕ້ອງໄດ້ຕັດສັນຊາດຂອງຕົນເອງ ພຽງແຕ່ເດີນທາງມາແຕ່ງດອງ ແລະເຮັດເອກະສານໃຫ້ຖືກຕ້ອງຕາມກົດໝາຍຢູ່ປະເທດລາວ ກໍສາມາດໃຊ້ເງື່ອນໄຂດັ່ງກ່າວນີ້ ໃນການພັກອາສັຍຢູ່ພາຍໃນປະເທດລາວແບບຖາວອນໄດ້.
ດັ່ງພະນັກງານແລ່ນເອກະສານແຕ່ງງານ ໃຫ້ກັບຄົນລາວ ແລະຕ່າງປະເທດ ທ່ານນຶ່ງກ່າວວ່າ:
“ໝາຍຄວາມວ່າ ມັນຈະບໍ່ໄດ້ສັນຊາດລາວຕາຍໂຕ ແຕ່ວ່າມັນຈະເຂົ້າເງື່ອນໄຂ ຂໍຢູ່ລາວຖາວອນໄດ້ເນາະ ກໍຄືຕ້ອງຫຼັງຈາກແຕ່ງງານ 2 ປີ ຈຶ່ງສາມາດເຂົ້າເງື່ອນໄຂໂຕນັ້ນໄດ້ ກໍສາມາດຂໍແລ່ນ ຂໍຢູ່ລາວຖາວອນ ໝາຍເຖິງວ່າ ແລ່ນເປັນຄົນຕ່າງດ້າວຫັ້ນນ່າ ເປັນຄົນຕ່າງດ້າວ ບໍ່ຕ້ອງເຂົ້າໆອອກໆ ມີແຕ່ 5 ປີ ໄປຕໍ່ບັດເທື່ອນຶ່ງຫັ້ນນ່າ.”
ອີງຕາມມະຕິກອງປະຊຸມສະພາແຫ່ງຊາດ ສບັບເລຂທີ່ 109/ສພຊ ລົງວັນທີ່ 6 ທັນວາ 2018 ໄດ້ລະບຸ ກ່ຽວກັບເງື່ອນໄຂ ແລະລະບຽບວ່າດ້ວຍການແຕ່ງດອງ ລະຫວ່າງພົລເມືອງລາວ ກັບຄົນຕ່າງປະເທດ, ຄົນຕ່າງດ້າວ ແລະຄົນບໍ່ມີສັນຊາດ ຢູ່ພາຍໃນປະເທດລາວວ່າ ຍິງ ແລະ ຊາຍ ທີ່ແຕ່ງດອງເອົາກັນເປັນຜົວເມັຍ ຈະຕ້ອງມີອາຍຸ 18 ປີ ຂຶ້ນໄປ, ມີຄວາມສມັກໃຈທີ່ຈະແຕ່ງດອງກັນ ໂດຍທີ່ທັງສອງຝ່າຍຈະຕ້ອງເປັນໂສດ, ເປັນຮ້າງ ຫຼືເປັນໝ້າຍ ໂດຍມີເອກະສານ ຢັ້ງຢືນຢ່າງຖືກຕ້ອງ ເຊິ່ງຈໍາເປັນຕ້ອງໄດ້ດໍາເນີນການພາຍໃນປະເທດໃດປະເທດນຶ່ງ ທີ່ຄູ່ບ່າວສາວອາສັຍຢູ່.
ສໍາລັບຄົນລາວ ທີ່ແຕ່ງດອງກັບຄົນວຽດນາມ ຫຼືຄົນຈີນ ໂດຍບໍ່ມີເອກະສານຢັ້ງຢືນ ການແຕ່ງດອງແບບຖືກຕ້ອງຕາມກົດໝາຍ ເມື່ອພວກຂະເຈົ້າໂຍກຍ້າຍໄປຢູ່ນໍາຜົວນໍາເມັຍ ແລະຖືກເຄາະຮ້າຍ ຫຼືເປັນເຫຍື່ອການຄ້າມະນຸດຢູ່ຕ່່າງປະເທດ ກໍຈະບໍ່ມີຜູ້ໃດໃຫ້ຄວາມຊ່ອຍເຫຼືອໄດ້ ເຊິ່ງທີ່ຜ່ານມາກໍມີແມ່ຍິງລາວ ທີ່ແຕ່ງດອງນໍາຄົນຈີນ ແລະວຽດນາມຈໍານວນນຶ່ງ ແລະໂຍກຍ້າຍໄປຢູ່ນໍາຜົວທີ່ຕ່າງປະເທດ ເປັນຕົ້ນ ຖືກບັງຄັບໃຊ້ແຮງງານ ຫຼືເປັນຂ້ອຍຂ້າ ໂດຍທີ່ຍາດທີ່ນ້ອງຂອງພວກເຂົາເຈົ້າ ບໍ່ສາມາດຕິດຕໍ່ໄດ້ ຫຼືບາງຄົນ ກໍເດີນທາງກັບມາຍັງປະເທດລາວດ້ວຍອາການເສັຍຈິດ ເຊິ່ງການກະທໍາໃນລັກສະນະດັ່ງກ່າວນີ້ ກ່ຽວຂ້ອງກັບບັນຫາການຄ້າມະນຸດໂດຍຕຣົງ ແລະທີ່ຜ່ານມາ ກໍຍັງມີໃຫ້ເຫັນຢູ່ດົນໆ, ອີງຕາມຄໍາກ່າວ ຂອງເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບສິດທິມະນຸດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້.
ໃນໄລຍະທ້າຍປີ 2021 ທີ່ຜານມາ ອົງການ Save the Children ເປີດເຜີຍບົດຣາຍງານວ່າ ມີຄົນລາວຫຼາຍກວ່າ 20% ຂອງຈໍານວນປະຊາກອນທັງໝົດ ທີ່ມີອາຍຸຕໍ່າກວ່າ 18 ປີ ແຕ່ງດອງຕັ້ງແຕ່ຍັງເປັນເດັກນ້ອຍ ໂດຍສະເພາະແມ່ຍິງຊົນເຜົ່າ ເຊິ່ງຖືເປັນໂຕເລຂທີ່ສູງທີ່ສຸດ ໃນພູມມິພາກເອເຊັຍຕາເວັນອອກ ແລະບັນຫາດັ່ງກ່າວນີ້ ກໍສົ່ງຜົລກະທົບໃຫ້ເດັກນ້ອຍກຸ່ມດັ່ງກ່າວ ຕ້ອງອອກຈາກລະບົບການສຶກສາ, ມີໂອກາດໃນການຊອກຫາຊ່ອງທາງໃນການໃຊ້ຊີວິດຫຼຸດລົງ ແລະສ່ຽງຕໍ່ການຖືກໃຊ້ຄວາມຮຸນແຮງ. ໃນຂະນະດຽວກັນ ເດັກນ້ອຍເພດຍິງຈໍານວນນຶ່ງ ທີ່ຖືພາຕັ້ງແຕ່ອາຍຸຍັງນ້ອຍນັ້ນ ກໍເຮັດໃຫ້ພວກເຂົາເຈົ້າ ຕົກຢູ່ໃນພາວະສ່ຽງພັຍ ຍ້ອນຮ່າງກາຍບໍ່ທັນພ້ອມ.