ລາຄາ ມັນຕົ້ນຕ່ຳ, ຊາວບ້ານ ບໍ່ມີກຳລັງໃຈ ປູກຕໍ່
2022.02.24

ລາຄາມັນຕົ້ນຢູ່ເມືອງລອງ ແຂວງຫລວງນໍ້າທາ ຕົກຕໍ່າຫລາຍ ເມື່ອທຽບໃສ່ແຂວງອື່ນ ເຊັ່ນແຂວງໄຊຍະບູຣີ ແລະແຂວງບໍຣິຄໍາໄຊ, ຊາວບ້ານບໍ່ມີກໍາລັງໃຈທີ່ຈະປູກຕໍ່ໄປ ຍ້ອນລາຄາມັນຕົ້ນ ທີ່ຈະຂາຍໃຫ້ໂຮງງານແປຮູບມັນຕົ້ນຈີນ ຊຶ່ງຄາດວ່າຈະເປີດຄືນໃນມື້ວັນທີ 1 ມິນາ ທີ່ຈະມາເຖິງນີ້ ກິໂລລະ 530 ກີບ, ແຕ່ຢູ່ແຂວງອື່ນ ກິໂລລະ 800-900 ກີບ. ປະຊາຊົນ 30-40 ບ້ານຢູ່ເມືອງລອງນີ້ ບໍ່ໄດ້ເກັບກູ້ມັນຕົ້ນຂາຍມາໄດ້ 2 ປີແລ້ວ ຍ້ອນວ່າໂຮງງານແປຮູບມັນຕົ້ນຈີນຢູ່ເມືອງນີ້ຍັງປິິດຢູ່ ເພາະໂຄວິດ-19 ຣະບາດ, ເຈົ້າຂອງໂຮງງານຈີນ ກັບມາລາວບໍ່ທັນໄດ້. ມັນຕົ້ນ ຈໍານວນນຶ່ງເນົ່າແລະຖືກໜູກັດເສັຍຫາຍ.
ດັ່ງຊາວ ບ້ານຈະເຣີນໄຊ ເມືອງລອງຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນ ມື້ວັນທີ 24 ກຸມພານີ້ວ່າ:
“ລາຄານີ້ 530 ກີບແຕ່ວ່າຢູ່ແຂວງອື່ນ ຢູ່ແຂວງໄຊຍະບູຣີ ບໍີລິຄໍາໄຊນີ້ ແມ່ນ 800-900 ນີ້ນ່າ ປູກເຂົ້າປະເທດຈີນຄືກັນໝົດ ແຕ່ວ່າອັນນີ້ ຢູ່ແຂວງຫ/ວງນໍ້າທານີ້ ຕິດກັບຊາຍແດນຈີນນີ້ນ່າ ກວ່າສິຂ້າມລາຄາສົງກໍຖືກເດ້ ແຕ່ວ່າລາຄາມັນຕົ້ນຕໍ່ານີ້ນ່າ ໂອ໋ ມີຫລາຍບ້ານ 30 ປາຍບ້ານ ປູກມັນຕົ້ນນ່າດຽວນີ້ນ່າ ຕ່າງແຕ່ປີນີ້ ຄືບໍ່ຂຍາຍແລ້ວແຫ/ະ ມັນບໍ່ຄືແຂວງອື່ນນີ້ນ່າ ບໍ່ມີກໍາລັງໃຈສິປູກລະ.”
ຊາວບ້ານຜູ້ນີ້ເວົ້າຕື່ມວ່າ ສະເພາະຢູ່ບ້ານຈະເຣີນໄຊນີ້ ຊາວບ້ານໝົດບ້ານພາກັນປູກມັນຕົ້ນແນວພັນດັ້ງເດີມຂອງພວກເຂົາເຈົ້າເອງ ຂາຍໃຫ້ໂຮງງານແປຮູບມັນຕົ້ນຈີນ ໄດ້ໃນເນື້ອທີ່ 100 ເຮັກຕາຣ໌ແລ້ວ. ແຕ່ກ່ອນ ຄາວທີ່ຍັງບໍ່ທັນມີໂຮງງານຈີນ ຊາວບ້ານກໍພາກັນຊອຍມັນ ຕົ້ນ ຕາກແຫ້ງຂາຍ.
ຕາມປົກກະຕິ ໂຮງງານແປຮູບມັນຕົ້ນຈີນ ຈະເກັບຊື້ມັນຕົ້ນນໍາປະຊາຊົນໃນເດືອນ ພຶສຈິກາຂອງແຕ່ລະປີ, ແຕ່ມາເຖິງປັດຈຸບັນ ໂຮງງານຍັງປິດຢູ່, ຊາວບ້ານໝົດກໍາລັງໃຈທີ່ຈະປູກຕໍ່ ແລະໃນປີນີ້ກໍຈະບໍ່ໄດ້ຂຸດມັນຕົ້ນຂາຍ.
ດັ່ງປະຊາຊົນຢູ່ບ້ານເຕົ້າໂຮມ ເມືອງລອງ ຊຶ່ງມີການປູກມັນຕົ້ນໃນເນື້ອທີ່ປະມານ 100 ເຮັກຕາຣ໌ ກ່າວໃນມື້ດຽວກັນນີ້ວ່າ:
“ບໍ່ມີກໍາລັງໃຈແລ້ວ ມັນຕົ້ນ ບໍ່ໄດ້ຂຸດແຫລະປີນີ້ ປ່ອຍປະໄວ້ຈັ້ງຊັ້ນແຫລະ ເຂົາເຈົ້າກໍສືບຕໍ່ປູກແລ້ວກໍຮັກສາຕໍ່ໄປ ກໍແບບວ່າ ບໍ່ມີລາຍໄດ້ຫຍັງນ່າ ມີແຕ່ລໍຖ້າແຕ່ຂາຍ ມັນຕົ້ນຫັ້ນເນາະ ກໍແບບວ່າບໍ່ມີເງິນໃຊ້ແດ່ເນາະ ແລະກໍບາງຄອບຄົວກໍບໍ່ຢາກໄປເຮັດແລ້ວ.”
ຊາວບ້ານຜູ້ດຽວກັນນີ້ເວົ້າຕື່ມວ່າ ການປູກມັນຕົ້ນຢູ່ເມືອງລອງນີ້ ຈະປູກໄດ້ຕລອດປີ ຍ້ອນມັນຕົ້ນເປັນພືດທົນແລ້ງໄດ້ດີກວ່າພືດຊນິດອື່ນ ແລະບໍ່ຈໍາກັດເວລາເກັບກ່ຽວ, ບໍ່ຂຸດ, ປະໄວ້ຂາຍໃນລາຄາທີ່ຕ້ອງການໄດ້.
ຊາວບ້ານທີ່ປູກມັນຕົ້ນຢູ່ເມືອງລອງນີ້ ບໍ່ມີຜູ້ໃດເອົາມັນຕົ້ນຂອງຕົນໄປຂາຍຢູ່ຕ່າງເມືອງ, ຕ່າງແຂວງຈັກເທື່ອ ຍ້ອນບໍ່ຮູ້ຈັກໂຮງງານຮັບຊື້, ມີແຕ່ລໍຖ້າໃຫ້ໂຮງງານຢູ່ເມືອງລອງນີ້ເປີດຮັບເກັບຊື້ ຊຶ່ງທີ່ຜ່ານມາຍັງບໍ່ມີໃຜມາເກັບຊື້.
ດັ່ງປະຊາຊົນຢູ່ບ້ານສົມປານໃຕ້ ເມືອງລອງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 24 ກຸມພານີ້ວ່າ:
“ແຕ່ວ່າທີ່ຜ່ານມາ ບໍ່ມີໃຜມາເກັບ ບໍ່ມີໃຜມາຊື້ ບໍ່ໄດ້ໄປຂາຍ ມີແຕ່ເຂົາບໍຣິສັດນີ້ ປະຊາຊົນນີ້ບໍ່ຮູ້ເນາະ ປີນີ້ ເຮົາຮູ້ແລ້ວ ແລ້ວກໍປີນີ້ ເຂົາວ່າລາຄາບໍ່ຂຶ້ນ ແລະກໍໂຮງງານບໍ່ເປີດງ່າຍແດ່ ແລ້ວກໍປະຊາຊົນນີ້ ຢາກຂຸດໄວດຽວນີ້.”
ປະຊາຊົນບ້ານເຕົ້າໂຮມ ຢູ່ເມືອງລອງ ເວົ້າໃນມື້ດຽວກັນນີ້ວ່າ ໃນໄລຍະການແພ່ຣະບາດຂອງໂຄວິດ-19 ຢູ່ຈີນ ແລະຢູ່ລາວນີ້ ເຈົ້າຂອງໂຮງງານປຸງແຕ່ງມັນຕົ້ນ ບໍ່ສາມາດເດີນ ທາງເຂົ້າມາລາວໄດ້, ແຕ່ກໍມີຂ່າວອອກມາວ່າ ໂຮງງານປຸງແຕ່ງມັນຕົ້ນຈີນ ຈະເປີດໃນມື້ວັນທີ 1 ມິນາທີ່ຈະມາເຖິງນີ້. ເຖິງໂຮງງານຈະເປີດ, ແຕ່ຊາວບ້ານຢູ່ບ້ານເຕົ້າໂຮມ ເມືອງລອງ ທີ່ປູກມັນຕົ້ນ ກໍຍັງກັງວົນວ່າ ທາງໂຮງງານອາຈຮັບຊື້ມັນຕົ້ນ ທີ່ຊາວບ້ານມີຢູ່ນັ້ນບໍ່ໝົດ ຍ້ອນວ່າມີມັນຕົ້ນຫລາຍ ປູກມາໄດ້ 2 ປີແລ້ວ ທີ່ລໍຖ້າຂຸດຂາຍໃຫ້ໂຮງງານ, ມັນຕົ້ນ ຈໍານວນນຶ່ງເນົ່າ ແລະຖືກໜູກັດເສັຍຫາຍ.
ດັ່ງທີ່ທ່ານກ່າວວ່າ:
“ສ່ວນຫລາຍເຮັດມັນຕົ້ນນີ້ນ່າ ເປັນອາຊີບຫລັກເຂົານີ້ເນາະ ຈໍານວນທີ່ມາປູກ 2 ປີກໍສິເນົ່າ ຈໍານວນນຶ່ງແລ້ວກໍ ໜູກໍເຈາະບໍ່ ເປັນແນວນັ້ນໄປ ມັນກໍຫັກມີອັນເສັຽຢູ່ແຫລະ ປີນີ້ຍັງບໍ່ທັນຮັບຊື້ທື່ອເນາະ ກໍາລັງສິເປີດ ຄັນເປີດກໍແນ່ນອນ ເຂົາສິຂຸດມັນສິໝົດ ຫລືບໍ່ໝົດ ກໍບໍ່ຊ່າງວ່າເທື່ອເດີໂຕນີ້ນ່າ.”
ທ່ານກ່າວຕື່ມວ່າ ຊາວບ້ານທີ່ປູກມັນຕົ້ນຢູ່ໃນເມືອງລອງນີ້ ຕ້ອງການໃຫ້ພາກສ່ວນທາງການທີ່ກ່ຽວຂ້ອງຊ່ອຍເຮັດໃຫ້ມັນຕົ້ນຢູ່ເມືອງນີ້ ມີລາຄາເທົ່າກັນກັບລາຄາຢູ່ເມືອງອື່ນ ແຂວງອື່ນ ແລະຊຸກຍູ້ໃຫ້ມີການເປີດໂຮງງານແປຮູບມັນຕົ້ນ ແລະຮັບຊື້ມັນຕົ້ນ.
ກ່ຽວກັບເຣື່ອງທີ່ວ່ານີ້ ທາງການທີ່ກ່ຽວຂ້ອງຂອງລາວ ກໍໄດ້ປະສານກັບເຈົ້າຂອງໂຮງງານ
ແປຮູບມັນຕົ້ນແລ້ວ ແລະເຈົ້າຂອງໂຮງງານກໍເວົ້າວ່າ ຈະເປີດໂຮງງານໃນມື້ວັນທີ 1 ມິນາທີ່ຈະມາເຖິງນີ້, ສ່ວນເຣື່ອງລາຄາມັນຕົ້ນແມ່ນຍັງບໍ່ທັນຮູ້ເທື່ອ ແລະຈະຮູ້ໄດ້ກໍຕໍ່ເມື່ອເຈົ້າຂອງໂຮງງານຈີນເຂົ້າມາລາວໄດ້.
ດັ່ງເຈົ້າໜ້າທີ່ຫ້ອງການກະສິກໍາ ແລະປ່າໄມ້ເມືອງລອງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 24 ກຸມພານີ້ວ່າ:
“ມີເວົ້າວ່າ ປະມານວັນທີ 1 ເດືອນ 3 ນີ້ແຫລະ ປະຈໍາການ ນັກລົງທຶນຈີນ ສິໄດ້ເມືອຫລືບໍ່ໄດ້ເມືອ ບໍ່ຮູ້ ກໍເປັນໂຕ ອັນຕິດໂຄວິດ-19 ນີ້ນ່າ ບໍ່ທັນເປີດນ່າ ມີແຕ່ນາຍເຂົາພຸ້ນເດ່ ເວົ້ານ່າ.”
ທ່ານກ່າວຕື່ມວ່າ ປັດຈຸບັນ ເຈົ້າໜ້າທີ່ໂຮງງານແປຮູບມັນຕົ້ນຈີນ ກໍາລັງສ້ອມແປງທໍ່ລະ ບາຍນໍ້າເສັຍຢູ່ ເພື່ອເປີດໂຮງງານຕາມປົກກະຕິ.
ໂຮງງານແປຮູບມັນຕົ້ນຂອງຈີນ ຢູ່ເມືອງລອງ ແຂວງຫລວງນໍ້າທາ ຖືກສ້າງຂຶ້ນມາຕັ້ງແຕ່ປີ 2014. ທຸກບ້ານທີ່ມີເງື່ອນໄຂປູກມັນຕົ້ນຢູ່ໃນເມືອງນີ້ ປູກມັນຕົ້ນຂາຍໃຫ້ໂຮງງານນີ້ແຫ່ງດຽວ. ນັບຕັ້ງແຕ່ປີສ້າງຕັ້ງໂຮງງານນີ້ມາ ອໍານາດການປົກຄອງບ້ານແຕ່ລະບ້ານ ໄດ້ຕົກລົງລາຄາມັນຕົ້ນກັບທາງໂຮງງານວ່າ ບໍ່ໃຫ້ຕໍ່າກວ່າ 400 ກີບຕໍ່ກິໂລ, ແຕ່ບໍ່ໄດ້ມີການເຊັນສັນຍາຊື້-ຂາຍມັນຕົ້ນກັນຢ່າງຄັກແນ່, ມີແຕ່ໄດ້ເວົ້າກັນປາກເປົ່າເທົ່ານັ້ນ.
ເພື່ອຂໍຮູ້ລາຍລະອຽດກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ໄປຍັງຫົວໜ້າຝ່າຍປູກຝັງ ແລະຫົວໜ້າຫ້ອງການກະສິກໍາ ແລະປ່າໄມ້ເມືອງລອງຫລາຍຄັ້ງ ແຕ່ບໍ່ສາມາດຕິດຕໍ່ໄດ້.
ແຕ່ເຖິງຢ່າງໃດກໍຕາມ ອີງຕາມຂໍ້ມູນຈາກອໍານາດການປົກຄອງບ້ານຈະເຣີນໄຊ ແລະບ້ານສົມປານໃຕ້ ເມືອງລອງ, ປະຊາຊົນຢູ່ເມືອງລອງ ມີລາຍໄດ້ຈາກການຂາຍມັນຕົ້ນ ແລະຂາຍອ້ອຍເປັນຫລັກ. ໃນເມືອງນີ້ ປູກມັນຕົ້ນປະມານ 30-40 ປາຍບ້ານ ຊຶ່ງໃນນັ້ນກໍມີ ລວມທັງບ້ານຈະເຣີນໄຊ, ບ້ານໂພນສະຫວ່າງ, ບ້ານເຕົ້າໂຮມ, ບ້ານສົມປານໃຕ້, ບ້ານນໍ້າອານ...ແຕ່ລະບ້ານປູກມັນຕົ້ນໃນເນື້ອທີ່ ສເລັ່ຍ 100 ເຮັກຕາຣ໌.