ຊາວສວນມັນຕົ້ນ ຖືກເອົາປຽບ, ກົດລາຄາມັນຕົ້ນ ຈາກພໍ່ຄ້າຄົນກາງ
2024.03.08

ລາຄາມັນຕົ້ນໃນລາວ ໄລຍະນີ້ ເຣີ່ມສູງຂຶ້ນ ກວ່າແຕ່ກ່ອນຫຼາຍ ເປັນຕົ້ນ ລາຄາຮັບຊື້ມັນຕົ້ນແຫ້ງ ຕົກຢູ່ປະມານ 5,000 ກີບ ຕໍ່ກິໂລກະຣາມ ຈາກແຕ່ກ່ອນ ປີກາຍ ລາຄາ ປະມານ 4,000 ກີບ ຕໍ່ກິໂລກະຣາມ ສ່ວນລາຄາມັນຕົ້ນດິບ ປັດຈຸບັນ ລາຄາຕົກຢູ່ປະມານ 2,000 ກີບ ຕໍ່ກິໂລກະຣາມ ແລະປີກາຍ ລາຄາປະມານ 1,500 ກີບ, ແຕ່ຊາວສວນມັນຕົ້ນ ບາງແຂວງ ກໍຍັງຖືກກົດລາຄາຕໍ່າ ຈາກນາຍໜ້າຄົນລາວ ທີ່ເຂົາເຈົ້າຮັບຊື້ມັນຕົ້ນໄປຂາຍຕໍ່ ໃຫ້ບັນດາໂຮງງານໄທຍ, ວຽດນາມ ແລະຈີນ, ດັ່ງຊາວສວນມັນຕົ້ນ ໃນເມືອງໂພນໂຮງ ແຂວງວຽງຈັນ ທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 8 ມີນາ ນີ້ວ່າ ໃນເຂດທ່ານເອງ ມັນຕົ້ນ ກໍຍັງຖືວ່າ ລາຄາຕໍ່າກວ່າເຂດອື່ນໆ ແຕ່ກໍຖືວ່າ ບໍ່ໄດ້ຂີ້ຮ້າຍຫຼາຍ ເຊັ່ນ ມັນຕົ້ນແຫ້ງ ເຂົາເຈົ້າຮັບຊື້ພຽງ 4,300 ກີບ ຕໍ່ກິໂລກະຣາມ, ແຕ່ແຂວງໄຊຍະບູຣີ, ແຂວງສວັນນະເຂດ, ແຂວງຄໍາມ່ວນ ເຂົາເຈົ້າຮັບຊື້ມັນຕົ້ນແຫ້ງ ເກືອບ 5,000 ກີບ ຕໍ່ກິໂລກະຣາມ ເຊິ່ງຊາວສວນມັນຕົ້ນ ກໍຢາກໃຫ້ທາງການລາວ ຊ່ອຍຜັກດັນລາຄາມັນຕົ້ນ ໃນເຂດທີ່ທ່ານຢູ່ ທີ່ມີການຮັບຊື້ຕໍ່າເກີນໄປ ໃຫ້ເທົ່າທຽມກັນ ບໍ່ຢາກໃຫ້ກົດລາຄາຫຼາຍເກີນໄປ ເພື່ອບໍ່ໃຫ້ລາຄາມັນຕົ້ນ ຫຼຸດລື່ນກັນຫຼາຍ ເພາະຊາວສວນ ກໍມີການລົງທຶນ ລົງແຮງ.
ດັ່ງທ່ານກ່າວວ່າ:
“ລາຄາເຂດເຮົາມັນຕໍ່າກວ່າ ເຂດອື່ນຫຼາຍຫັ້ນນ່າ ຢາກໃຫ້ມາດືງລາຄາໄປຊ່ວຍໆກັນແດ່ ລາຄາມັນບໍ່ໄດ້ຄື ຢູ່ເຂດໂຮງງານໃຫຍ່ ປຽບທຽບໃສ່ກັບເຂົາ ກໍຫຼຸດລື່ນກັນຫຼາຍຫັ້ນແຫຼະ ໂຕຢູ່ ໄຊຍະເບາະ ສວັນເບາະ ເຂດທ່າແຂກ ຄໍາມ່ວນ ມັນລາຄາ ຈະປະສານ 5 ພັນ ມັນແຫ້ງ ເຂດຂ້ອຍ ມັນກໍຈະໄດ້ຢູ່ ປະມານ 4,300 ຊິນ່າ."
ຂະນະທີ່ ຊາວສວນມັນຕົ້ນ ນາງນຶ່ງ ໃນແຂວງວຽງຈັນ ກໍກ່າວວ່າ ເຣື່ອງລາຄາ ການຊື້-ຂາຍມັນຕົ້ນ ເປັນບັນຫາມາດົນແລ້ວ ເຊິ່ງທາງພາກຣັຖ ກໍບໍ່ເຫັນມາເບິ່ງແຍງ ການຕັ້ງລາຄາໃຫ້ເປັນມາຕຖານເທື່ອ ມີແຕ່ທາງໂຮງງານ ທີ່ເຂົາເຈົ້າຮັບຊື້ມັນຕົ້ນ ຕັ້ງລາຄາກັນເອງ ບໍ່ມີຄວາມແນ່ນອນ ເຊິ່ງວ່າງເດືອນທີ່ແລ້ວ ຖືກກົດລາຄາມັນຕົ້ນດິນ ຢູ່ປະມານ 1,000-1,200 ກີບ ຕໍ່ກິໂລກະຣາມ ຊາວສວນມັນຕົ້ນ ກໍຈໍາເປັນຕ້ອງຂາຍ ເພາະໄດ້ປູກ ໄດ້ເກັບກ່ຽວໄປແລ້ວ:
“ຜົລກະທົບມັນກໍຫຼາຍຫັ້ນແຫຼ້ວ ເພາະທາງພັກ ທາງຣັຖ ເພິ່ນກໍບໍ່ມາເບິ່ງເລີຍດຸ ເອົາແຕ່ໂຮງງານເຂົາຈະຊື້ດຸ ຊ່ວງຫວ່າງແລ້ວນີ້ ເດືອນແລ້ວນີ້ເດ້ ມີແຕ່ລະໂລລະ 1,000,1,100, 1,200 ຢູ່ເດ້. ມັນດິບ ເຣື່ອງລາຄາມັນ. ຂຶ້ນກັບໂຮງງານ ເປັນຄົນກໍານົດເດ້. ພາກຣັຖເຂົາກໍບໍ່ໄດ້ສົນໃຈ ກັບເຮົາແລ້ວ ເຂົາກໍບໍ່ໄດ້ບອກ ໃຫ້ເຮົາປູກເດ້ ເຮົາພໍໃຈເດ້ ມັນບໍ່ມີອັນເຮັດເດ້ ກໍຈໍາເປັນ."
ໃນຂະນະທີ່ ຊາວສວນມັນຕົ້ນ ໃນແຂວງໄຊຍະບູຣີ ທ່ານນຶ່ງ ກໍກ່າວວ່າ ລາຄາມັນຕົ້ນແຫ້ງ ໃນແຂວງໄຊຍະບູຣີ ນີ້ ຕົກຢູ່ປະມານ 4,800-4,900 ກີບ ຕໍ່ກິໂລກະຣາມ ສ່ວນລາຄາມັນຕົ້ນດິບ ລາຄາປະມານ 2,000 ກີບ ຕໍ່ກິໂລກະຣາມ ເຊິ່ງລາຄານີ້ ສໍາລັບໄປຂາຍຢູ່ໂຮງງານ ທີ່ເຂົາເຈົ້າຮັບຊື້ ແຕ່ຖ້າມີນາຍໜ້າ ມາຮັບຊື້ຢູ່ສວນ ກໍຈະລາຄາຕໍ່າໄປອີກ ເພາະອີງໃສ່ເຂົາເຈົ້າບໍ່ມີຣົຖ ຂົນໄປຂາຍໃຫ້ໂຮງງານ:
“ດຽວນີ້ຫວາ ມັນແຫ້ງນີ້ ກໍ 4,800-4,900 ນີ້ແຫຼະ ມັນດິບນ່າ ດຽວແທ້ 2,000 ບໍ່ແນ່ ບໍ່ນອນ ບາງຄັ້ງກໍຂຶ້ນ ບາງຄັ້ງກໍລົງນ່າ. ຜູ້ຂາຍ ຢູ່ສວນກໍຂາຍຫຼຸດ ອີງໃສ່ ບໍ່ມີພາຫະນະ ຂົນສົ່ງຫັ້ນແຫຼະ. ຖ້າວ່າ ເຮົາມີພາຫະນະຂົນສົ່ງ ຕ່າງມາຂາຍ ຢູ່ໂຮງງານ ກໍລາຄານຶ່ງ."
ພ້ອມດຽວກັນນີ້ ຊາວສວນມັນຕົ້ນ ຢູ່ເມືອງປະທຸມພອນ ແຂວງຈໍາປາສັກ ທ່ານນຶ່ງ ກໍກ່າວວ່າ ໃນເຂດນີ້ ໄລຍະນີ້ ລາຄາມັນຕົ້ນດິບ ກໍຖືວ່າສູງຂຶ້ນ ຕົກຢູ່ປະມານ 2,000 ກີບ ຕໍ່ກິໂລກະຣາມ ແຕ່ຊ່ວງເດືອນກ່ອນນີ້ ລາຄາຕໍ່າແຮງ ຢູ່ປະມານ 1,300 ກີບ ຕໍ່ກິໂລກະຣາມ ເຊິ່ງຢາກໃຫ້ທາງການ ກວດກາ ເຣື່ອງລາຄານີ້ນໍາ ບາງເທື່ອ ຄົນຮັບຊື້ມັນຕົ້ນ ເຂົາເຈົ້າກໍຕັ້ງລາຄາເອງ. ສ່ວນມັນຕົ້ນແຫ້ງ ໃນໄລຍະນີ້ ລາຄາປະມານ 4,300 ກີບ ຕໍ່ກິໂລກະຣາມ ຖືວ່າ ລາຄາມັນຕົ້ນແຫ້ງ ກໍຍັງຕໍ່າຢູ່ ເຫັນວ່າ ແຂວງບໍຣິຄໍາໄຊ ເຂົາເຈົ້າຮັບຊື້ 5,300 ກີບ ຕໍ່ກິໂລກະຣາມ ສ່ວນໃຫຍ່ ຈະເປັນລານມັນຂອງຄົນລາວ ແລະເຂົາເຈົ້າ ກໍເອົາໄປຂາຍຕໍ່ໃຫ້ຄົນໄທຍ, ຄົນວຽດ, ຄົນຈີນ ອີກລາຄານຶ່ງ ທີ່ສູງກວ່າ:
“ເຣີ່ມມີລາຄາແລ້ວເດ້ ມັນດິບສູງຂຶ້ນ 2,000 ແຕ່ຊ່ວງປະມານ 1 ເດືອນຫຼັງ ຂາຍໄດ້ລາຄາ 1,300 ມັນແຫ້ງ 4,300 ເຮົາຂາຍເຂົ້າລານຫັ້ນນ່າ ບໍຣິຄໍາໄຊ ແພງເດ້ແຖວນັ້ນ ລາຄາມັນແຫ້ງເຂົາ 5,300 ລານນີ້ ກໍແມ່ນຄົນລາວແຫຼະ ເຮັດເປັນໂຕແທນຮັບຊື້ ໃຫ້ໄທຍ ໃຫ້ວຽດ ໄປຈັ່ງຊັ້ນນ່າ ຈີນກໍມີ ກໍຢາກໃຫ້ພາກສ່ວນກ່ຽວຂ້ອງຫັ້ນແຫຼະຕິດຕາມ ເບິ່ງລາຄາໃຫ້ມັນພໍຟັງຫັ້ນແຫຼະ.”
ກ່ຽວກັບເຣື່ອງນີ້ ຄົນລາວ ທີ່ຕັ້ງສາງຮັບຊື້ມັນຕົ້ນ ທ່ານນຶ່ງ ໃນແຂວງວຽງຈັນ ກໍກ່າວວ່າ ລານມັນຂອງທ່ານ ຮັບຊື້ມັນແຫ້ງ ລາຄາປະມານ 4,500 ກີບ ຕໍ່ກິໂລກະຣາມ ແລ້ວກໍນໍາໄປຂາຍຕໍ່ ໃຫ້ໂຮງງານໄທຍ ແລະວຽດນາມ ຢູ່ຕ່າງແຂວງອີກເທື່ອນຶ່ງ ເຊິ່ງເດີນທາງໄປຫຼາຍໂຮງງານ ແລະໂຮງງານເຂົາເຈົ້າ ກໍຮັບຊື້ໃນລາຄາປະມານ 5,100-5,500 ກີບ ຕໍ່ກິໂລກະຣາມ ແລະທີ່ທາງສາງ ຂອງທ່ານຮັບຊື້ໃນລາຄານີ້ ກໍບໍ່ໄດ້ໝາຍຄວາມວ່າ ຈະກົດລາຄາຊາວສວນຂນາດນັ້ນ ເຊິ່ງທາງສາງ ກໍຕ້ອງຫັກຄ່າຈ້າງກັມມະກອນ, ຄ່າຂົນສົ່ງຕ່າງໆອີກ ເພາະນໍາມັນຕົ້ນສົ່ງໄປຂາຍຕໍ່ ທາງໂຮງງານຕ່າງແຂວງໂດຍຕຣົງ.
“ລາຄາຊື້ຕອນນີ້ ແມ່ນເບາະ ດຽວນີ້ ແມ່ນຊື້ 4,500 ມັນມີຄ່າກັມມະກອນ, ຄ່າຣົຖອີກ ຄ່າອື່ືນໆອີກ, ຄ່າທາງແດ່ ມັນໄປຫຼາຍໂຮງງານນ່າ ລາຄາປະມານ 5,500 – 5,100 ນີ້ແຫຼະ ມັນເຂົ້າສັນຍາຫັ້ນນ່າ ແມ່ນທາງໂຮງງານ ຈະກໍານົດເອງ. ແລ້ວມັນກໍຂຶ້ນກັບໂຮງງານ ຄັນໂຮງງານຕ້ອງການມັນຫຼາຍ ກໍຂຶ້ນລາຄາ."
ບັນຫາການກໍານົດລາຄາ ໃຫ້ແຕ່ລະແຂວງ ຂາຍມັນຕົ້ນໃນລາຄາດຽວກັນນີ້ ຫຼືບໍ່ເອົາປຽບ ຊາວສວນເກີນໄປນີ້ ທາງການລາວ ກໍຍັງບໍ່ມີມາຕການກໍານົດລາຄາ ໃຫ້ເທົ່າທຽມກັນເທື່ອ ກໍຍັງຂຶ້ນຢູ່ກັບໂຮງງານ ທີ່ເຂົາເຈົ້າຮັບຊື້ ແຕ່ເບື້ອງຕົ້ນ ໃນ 5 ແຂວງພາກໃຕ້ ຄື: ແຂວງສວັນນະເຂດ, ແຂວງຈໍາປາສັກ, ແຂວງເຊກອງ, ແຂວງສາຣະວັນ ແລະ ແຂວງອັດຕະປື ທາງການ ຈະປັບແຜນໃໝ່ຢູ່ ເພື່ອໃຫ້ລາຄາເທົ່າກັນ ໂດຍຈະກໍານົດຂັ້ນພື້ນຖານ ໃຫ້ໂຮງງານຮັບຊື້ມັນຕົ້ນ ບໍ່ຕໍ່າກວ່າ 1,500 ກີບ ຕໍ່ກິໂລກະຣາມ ແລະມັນຕົ້ນແຫ້ງ ບໍ່ໃຫ້ຕໍ່າກວ່າ 3,000 ກີບ ຕໍ່ກິໂລກະຣາມ.
ດັ່ງເຈົ້າໜ້າທີ່ການຄ້າ ໃນເຂດພາກໃຕ້ ທ່ານນຶ່ງ ກ່າວວ່າ:
“ກໍານົດລາຄາ ແຕ່ລະແຂວງ ມັນຈະຕ່າງກັນຕິ ຍັງຊິຊົ້ວກັນໃໝ່ຢູ່ ແຕ່ວ່າຕູ້ແຜນ ກໍານົດຂອງເຮົານີ້ 5 ແຂວງພາກໃຕ້ ຈະເອົາເປັນລາຄາດຽວ ເພື່ອເອົາເປັນພື້ນຖານໃນອາກອນ ເຊກອງ, ສາຣະວັນ, ອັດຕະປື, ຈໍາປາສັກ ແລະກະສວັນນະເຂດ. ທາງການຄ້າເຮົາແຈ້ງໄປ ມີແຕ່ມັນດິບ ບໍ່ໃຫ້ຫຼຸດ 1,500 ມັນແຫ້ງ ບໍ່ໃຫ້ຫຼຸດ 3,000 ແນວນັ້ນເນາະ."
ນັບຕັ້ງແຕ່ ຕົ້ນປີ 2023 ເປັນຕົ້ນມາ ຊາວກະສິກອນໃນຫຼາຍແຂວງ ໂດຍສະເພາະ ພາກກາງ ແລະພາກໃຕ້ ໄດ້ຫັນກັບມາປູກມັນຕົ້ນຫຼາຍຂຶ້ນ ຍ້ອນເປັນພືດທີ່ປູກງ່າຍ ກວ່າການປູກເຂົ້າ ແລະພືດປະເພດອື່ນໆ ໃນຂະນະທີ່ ລາຄາຮັບຊື້ມັນຕົ້ນ ກໍມີລາຄາດີກວ່າປີທີ່ຜ່ານມາ.
ຢ່າງໃດກໍຕາມ ນອກຈາກຄົນລາວ ທີ່ປູກມັນຕົ້ນແລ້ວ ຢູ່ບາງແຂວງ ກໍມີນັກລົງທຶນຈີນ ໄດ້ໃຫ້ຄວາມສົນໃຈ ເຂົ້າມາປູກມັນຕົ້ນນໍາດ້ວຍ ເປັນຕົ້ນ ເມື່ອເດືອນມີນ ປີ 2023 ທາງການແຂວງອັດຕະປື ໄດ້ອະນຸຍາດໃຫ້ບໍຣິສັດ ຄູນທະວີຊັບ ຮ່ວມມືພັທນາຄົບວົງຈອນ ເຊິ່ງເປັນບໍຣິສັດ ຂອງນັກລົງທຶນຈີນ ເຂົ້າສຶກສາຄວາມເປັນໄປໄດ້ ໃນການປູກມັນຕົ້ນ, ຖົ່ວລຽນ ແລະໝາກກ້ວຍ ໃນເນື້ອທີ່ 103 ເຮັກຕ້າຣ໌ ຢູ່ບ້ານຕະມໍຢອດ ເມືອງສນາມໄຊ ແຂວງອັດຕະປື ເຊິ່ງປັດຈຸບັນ ຢູ່ໃນລະຫວ່າງ ຫາລືເຣື່ອງຜົລກະທົບ ຕໍ່ສິ່ງແວດລ້ອມ.
ສໍາລັບເນື້ອທີ່ປູກມັນຕົ້ນຢູ່ນລາວ ປັດຈຸບັນ ບໍ່ມີຂໍ້ມູນຄັກແນ່ວ່າ ມີທັງໝົດ ຈັກເຮັກຕ້າຣ໌ ມີແຕ່ຂໍ້ມູນຫຼ້າສຸດ ຂອງເວັບໄຊຕ໌ ໃນປີ 2020 ລະບຸວ່າ ທົ່ວປະເທດລາວ ມີເນື້ອທີ່ປູກມັນຕົ້ນ ຫຼາຍກວ່າ 100,000 ເຮັກຕ້າຣ໌ ແລະການສົ່ງອອກມັນຕົ້ນຢູ່ລາວ ໄປຕ່າງປະເທດ ໃນ 6 ເດືອນທໍາອິດ ຂອງປີ 2022 ມີມູນຄ່າທັງໝົດ 250 ລ້ານໂດລ້າຣ໌ສະຫະຣັຖ.