ຊາວຄຣິສຕຽນລາວ ຜູ້ເຄາະຮ້າຍ ຮ້ອງຂໍຄວາມເປັນທັມ

ໄຊຍາ
2022.02.22
ຊາວຄຣິສຕຽນລາວ ຜູ້ເຄາະຮ້າຍ ຮ້ອງຂໍຄວາມເປັນທັມ ຄອບຄົວຊາວຄຣິສຕຽນລາວ ທີ່ຮ້ອງຂໍຄວາມເປັນທັມ ນຳການຈັດຕັ້ງຂັນເມືອງ, ເມືອງພະລານໄຊ ແຂວງສວັນນະເຂດ.
ນັກຂ່າວ ພົລເມືອງ

ຄອບຄົວຊາວຄຣິສຕຽນລາວ ທີ່ມີສະມາຊິກທັງໝົດ 12 ຄົນ ຢູ່ບ້ານດົງສວັນ ເມືອງພະລານໄຊ ແຂວງສວັນນະເຂດ ພະຍາຍາມຮຽກຮ້ອງຂໍຄວາມເປັນທັມ ຈາກອຳນາດການປົກຄອງເມືອງພະລານໄຊ ພາຍຫລັງທີ່ຄອບຄົວດັ່ງກ່າວຖືກເຈົ້າໜ້າທີ່ ຂັ້ນບ້ານ, ບ້ານດົງສວັນມາຈູດເຮືອນວັນທີ 19 ກຸມພາທີ່ຜ່ານມາ ພ້ອມຖີືກຂົ່ມເຫັງຫລາຍຢ່າງ ຍ້ອນບໍ່ມັກຜູ້ເຊື່ອຖືສາສນາຄຣິສຕ໌, ຊຶ່ງປັດຈຸບັນເຮັດໃຫ້ທາງຄອບຄົວ ໄດ້ຮັບຄວາມເດືອດຮ້ອນຫລາຍ ແລະຂາດບ່ອນຢູ່ອາສັຍຖາວອນ.

ດັ່ງຫົວໜ້າຄອບຄົວ ນາງ ແສງອາລຸນ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 21 ກຸມພາ ນີ້ວ່າ:

ເຂົາບໍ່ມັກຂ້ານ້ອຍ ຜູ້ໃດເຊື່ອຖືພຣະເຍຊູ ກາໄລ່ໜີແລ້ວເທື່ອນຶຶ່ງນ່າ ເຂົາບໍ່ໃຫ້ເອົາ ບໍ່ໃຫ້ຢູ່ໃນບ້ານ ເຊື່ອສາສນານີ້ນ່າ ບໍ່ເອົາເຈົ້າເດັດຂາດ, ປີ 2017 ພຸ້ນນ່າ ຂ້ານ້ອຍເຊື່ອພຣະເຍຊູນ່າ, ເພິ່ນວ່າບໍ່ມັກສາສນາ ປະເທດນອກ ມີແຕ່ບອກໃຫ້ເຈົ້າໜ້າທີ່ ເຮັດຕາມກົດໝາຽອາຍາ ພຸ້ນແຫລະເນາະ.

ຍານາງກ່າວຕື່ມວ່າ ກ່ອນໜ້ານັ້ນໃນວັນທີ 4 ທັນວາປີ 2021 ທີຜ່ານມາ ຜູ້ເປັນຜົວຂອງຕົນໄດ້ເສັຽຊີວິດ ຍ້ອນພະຍາດສ່ວນໂຕ ຂອງຜູ້ກ່ຽວ. ຈາກນັ້ນມາຮອດວັນທີ 6 ທັນວາທາງຄອບຄົວ ກໍໄດ້ນຳສົບໄປປ່າຊ້າ ຂອງບ້ານເພື່ອທີ່ຈະຝັງ ຢູ່ບ່ອນດັ່ງກ່າວ ແຕ່ຖືກເຈົ້າໜ້າທີ່ ຂັ້ນບ້ານຫ້າມບໍ່ໃຫ້ຝັງສົບ ໃນປ່າຊ້າຂອງບ້ານ ແລະໄດ້ມີການທ້າທາຍ ພ້ອມທັງພາກັນ ມາເຄາະຕີໂລງສົບຜົວຕົນ ແລະພະຍາຍາມໄລ່ຕີຄົນໃນຄອບຄົວ ເພື່ອສະແດງການຂົ່ມເຫັງ ເຮັດໃຫ້ຕົນຕ້ອງນຳສົບ ຂອງຜົວກັບມາຢູ່ເຮືອນ ແລະນຳໄປຝັງຢູ່ທີ່ນາຂອງຄອບຄົວ ໃນວັນທີ 7 ທັນວາ. ພາຍຫລັງ ແລ້ວການຝັງສົບຂອງຜົວ ໄດ້ບໍ່ດົນເຈົ້າໜ້າທີ່ ຂັ້ນບ້ານກໍໄດ້ມາບຸກລຸກ ຍາດເອົາດິນນາ ຂອງຄອບຄົວໄປ ແລະກໍລົງມືຈູດເຜົາເຮືອນໃນມື້ດັ່ງກ່າວ ເພື່ອຢາກໄລ່ໃຫ້ຄອບຄົວ ພາກັນອອກຈາກບ້ານ.

ໃນຂະນະດຽວກັນ ຊາວຄຣິສຕ໌ຕຽນລາວອີກນາງນຶ່ງ ກໍຢືນຢັນວ່າເຈົ້າໜ້າທີ່ ຂັ້ນບ້ານບໍ່ມັກຊາວບ້ານ ທີ່ນັບຖືກສາສນາຄຣິສຕ໌ແທ້ ແລະກໍບໍ່ຍອມເຊັນເອກະສານໃດໆ ໃຫ້ແກ່ຊາວຄຣິສຕຽນລາວ ແລະ ທາງເຈົ້າໜ້າທີ່ຕຳຣວດບ້ານເອງ ກໍບໍ່ເຄີຍໃຫ້ຄວາມຊ່ອຍເຫລືອພວກຕົນ ໃນຍາມເດືອດຮ້ອນ.

ດັ່ງຍານາງກ່າວວ່າ:

ແມ່ນແຕ່ພີ່ນ້ອງ ໄປຂໍໃຫ້ເຊັນເອກະສານນັ້ນນີ້ ໃຫ້ພໍ່ບ້ານນີ້ປີ່ນຫລັງໃຫ້ເລີຍ ຕຳຣວດໃນບ້ານຄືກັນ ເຮົາໄປເວົ້ານໍານີ້ ເຂົາກາເຂົ້າຂ້າງຄົນໝົດບ້ານຫັ້ນນ່າ ເຮົາກາເລີຍວ່າເຮົາຊິໄປຂໍຄວາມເປັນທັມ ນຳໃຜດຽວນີ້.

ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ຫາເຈົ້າໜ້າທີ່ຂັ້ນບ້ານ, ບ້ານດົງສວັນເພື່ອສອບຖາມຣາຍລະອຽດ ເພີ່ມຕື່ມໃນເບື້ອງຂອງ ເຈົ້າໜ້າທີ່ບ້ານ ແຕ່ບໍ່ສາມາດຕິດຕໍ່ ຫາຜູ້ໃດໄດ້.

ໃນຕອນເຊົ້າ ຂອງວັນທີ 21 ກຸມພາ ນີ້ ທາງເຄືອຂ່າຍຊາວຄຣິສຕຽນລາວ ປະຈຳແຂວງ ສວັນນະເຂດ ກໍໄດ້ພາຄອບຄອບຄົວ ຜູ້ເຄາະຮ້າຍດັ່ງກ່າວ ໄປພົບປະກັບເຈົ້າໜ້າທີ່ຫ້ອງການ ເມືອງພະລານໄຊ ຕາມການນັດໝາຽ ຂອງເຈົ້າໜ້າທີ່ດັ່ງກ່າວ ເພື່ອຫາລືແລະແກ້ໄຂບັນຫານີ້ຢ່າງຮີບດ່ວນ.

ດັ່ງເຄືອຂ່າຍ ຊາວຄຣິສຕຽນລາວ ນາງນຶ່ງກ່າວວ່າ:

ໂທມາໃຫ້ເຂົ້າໄປລົມກັບເພິ່ນ ວ່າເພິ່ນຈະມີທາງອອກແບບໃດ ຢາກໃຫ້ເພິ່ນໄດ້ແກ້ໄຂໃຫ້ ມີທາງອອກໃຫ້ ແກ້ໄຂຫັ້ນແຫລະເນາະ ທາງກົດໝາຽເຮົາກາແລ່ນແລ້ວ ກາບາດນີ້ໂລກໂຊຊຽວ ມັນກາດັງແລ້ວ ເສັຽພາບພົດປະເທດຊາດ ບ້ານເມືອງ ເຮົາບໍ່ຢາກໃຫ້ ມັນເປັນແນວນັ້ນເນາະ ບໍ່ແມ່ນວ່າເຮົາຊິໃຫ້ມັນເສັຽຫາຍ.

ທາງດ້ານເຈົ້າໜ້າທີ່ ເມືອງພະລານໄຊ ທ່ານນຶ່ງທີ່ຢູ່ໃນຄະນະແກ້ໄຂ ບັນຫາດັ່ງກ່າວໄດ້ກ່າວວ່າ ໃນເບື້ອງຕົ້ນຂໍ້ຂັດແຍ່ງດັ່ງກ່າວ ແມ່ນການຂັດແຍ່ງລະຫວ່າງ ບຸກຄົນຕໍ່ບຸກຄົນ ໂດຍບໍ່ກ່ຽວຂ້ອງ ກັບການຈັດຕັ້ງ ຫລືດ້ານສາສນາແຕ່ຢ່າງໃດ ສ່ວນຜູ້ທີ່ຈູດເຮືອນຜູ້ເສັຽຫາຍນັ້ນ ກໍຍັງສືບສວນຢູ່ວ່າ ຜູ້ໃດເປັນຜູ້ລົງມືເຮັດ.

ດັ່ງທ່ານໄດ້ກ່າວວ່າ:

ເບື້ອງຕົ້ນ ຕາມການເອົາຂໍ້ມູນ ຂອງເຈົ້າໜ້າທີ່ ມັນກາໝາຽຄວາມວ່າ ມັນມີການຂັດແຍ່ງກັນ ເວົ້າເຣື່ອງ ບໍ່ແມ່ນກັບການຈັດຕັ້ງດອກ ເປັນການຂັດແຍ່ງລະຫວ່າງບຸກຄົນ ກັບບຸກຄົນຫັ້ນຫລາຍກວ່າ ດຽວນີ້ກາຍັງບໍ່ທັນໄດ້ ສາມາດຮູ້ໄດ້ເນາະ ວ່າມັນເປັນພາກສ່ວນໃດ ທີ່ວ່າຈູດ.

ທ່ານກ່າວອີກວ່າ ປັດຈຸບັນເຈົ້າໜ້າທີ່ ວິຊາສະເພາະຂອງ ເມືອງພະລານໄຊ ກຳລັງສືບສວນເຫດຈູດເຮືອນດັ່ງກ່າວ ວ່າແມ່ນກຸ່ມເຈົ້າໜ້າທີ່ ຂັ້ນບ້ານນັ້ນແທ້ຫລືບໍ່ ຫລືວ່າເປັນບຸກຄົນອື່ນ ທີ່ຕ້ອງການສ້າງສະຖານະການ ຄວາມວຸ້ນວາຍ ຊຶ່ງຫາກຮູ້ໂຕການ ທີ່ເປັນຜູ້ຈູດເຮືອນແລ້ວ ກໍຈະນຳໂຕໃຫ້ເຈົ້າໜ້າທີ່ ປກສ ດຳເນີນຄະດີຕາມກົດໝາຽຕໍ່ໄປ.

ຢ່າງໃດກໍຕາມ ພາຍຫລັງທີ່ຄລິບ ວີດີໂອ ກ່ຽວກັບການຮຽກຮ້ອງ ຂໍຄວາມເປັນທັມຂອງຄອບຄົວ ຊາວຄຣິສຕຽນລາວ ດັ່ງກ່າວໄດ້ຖືກເຜີຍແຜ່ ຜ່ານທາງສື່ສັງຄົມອ໋ອນລາຍນ໌ ກໍມີຊາວຄຣິສຕຽນລາວ ແລະຊາວຄຣິສຕຽນ ຈາກປະເທດອື່ນໆ ຫລາຍຄົນ ໄດ້ສະແດງຄວາມເປັນຫ່ວງ ຕໍ່ສະຕາກັມຂອງຄອບຄົວດັ່ງກ່າວ ພ້ອມທັງຮຽກຮ້ອງໃຫ້ ພາກສ່ວນທີ່ກ່ຽວຂ້ອງເລັ່ງແກ້ໄຂ ບັນຫາທີ່ເກີດຂຶ້ນ ແລະເພີ່ມການຄຸ້ມຄອງ ຊາວຄຣິສຕຽນລາວ ທີ່ອາສັຍຢູ່ເຂດຫ່າງໄກສອກຫລີກ ຊຶ່ງມັກຖືກເຈົ້າໜ້າທີ່ ຂັ້ນບ້ານຂົ່ມເຫັງຢູ່ເລື້ອຍໆ .

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Lao
Feb 23, 2022 02:29 PM

ສາສນາຄຣິສຕຽນແລະສສນາອຶ່ນໆ ເຂົາມີມາແຕ່ດົນແລ້ວໃນລາວ ແຕ່ບໍ່ຫຼາຍ. ໂອຽນໍຊ່າງເກີດມາບໍ່ຮູ້ຫຍັງເລີຽເນາະ ໜ້າສົງສານອີຫຼີ.