ເຮືອນ ຂອງຊາວຄຣິສຕຽນລາວ ຢູ່ສວັນນະເຂດ ຖືກມ້າງ

ຈຳປາທອງ
2023.07.21
ເຮືອນ ຂອງຊາວຄຣິສຕຽນລາວ ຢູ່ສວັນນະເຂດ ຖືກມ້າງ ສະພາບເຮືອນ ຂອງຊາວຄຣິສຕຽນລາວ ຢູ່ບ້ານຕັ່ງຫວາຍນໍ້າ ເມືອງຊົນນະບູຣີ ແຂວງສວັນນະເຂດ ຖືກມ້າງ. ວັນທີ 19 ກໍຣະກະດາ 2023.
ນັກຂ່າວ ພົລເມືອງ

ຊາວຄຣິສຕຽນລາວຄອບຄົວນຶ່ງ ມີ 6 ຄົນ ຢູ່ບ້ານຕັ່ງຫວາຍນໍ້າ ເມືອງຊົນນະບູຣີ ແຂວງສວັນນະເຂດ ໄດ້ຖືກຜູ້ບໍ່ຫວັງດີກຸ່ມນຶ່ງ ລັກມ້າງເຮືອນ ແລະຖຽງນາ ໃນມື້ວັນທີ 19 ກໍຣະກະດານີ້  ຍ້ອນບໍ່ພໍໃຈທີ່ຄອບຄົວນີ້ເຊື່ອຖືສາສນາຄຣິສຕຽນ, ເຮັດໃຫ້ບໍ່ມີບ່ອນຢູ່, ອີງຕາມຄໍາເວົ້າຂອງຫົວໜ້າຄອບຄົວນີ້. ກ່ຽວກັບເຣື່ອງດັ່ງກ່າວ ຊາວບ້ານຜູ້ນຶ່ງ ທີ່ຕິດຕາມເຫດການນີ້ເວົ້າວ່າ ສໍາລັບກຸ່ມຄົນທີ່ໄປມ້າງເຮືອນຂອງຊາວຄຣິສຕຽນນັ້ນ ແມ່ນອໍານາດປົກຄອງບ້ານ ແລະພັກພວກຂອງເຂົາ ຍ້ອນບໍ່ພໍໃຈນໍາຜູ້ທີ່ເຊື່ອຖືສາສນາຄຣິສຕຽນ, ໄດ້ພາກັນຂົ່ມເຫັງ ນາບຂູ່ພວກເຂົາເຈົ້າ ຊຶ່ງຂະນະນີ້ ບັນຫາດັ່ງກ່າວຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງຈິງຈັງເທື່ອ.

ດັ່ງທີ່ທ່ານກ່າວວ່າ:

“ອໍ ຮູ້ແລ້ວ ກໍເປັນຜູ້ປົກຄອງບ້ານຫັ້ນແຫລະ ອໍານາດການປົກຄອງນີ້ນ່າ ເຂົາກໍຍຸແຍ່ໃຫ້ມ້າງເຮືອນຫັ້ນນ່າ ມັນຍາກແຫລະ ທາງເຈົ້າໜ້າທີ່ກະບໍ່ຮູ້ສິແກ້ໄຂແນວໃດຫັ້ນນ່າ ບໍ່ພ້ອມກັບເຂົາ.”

ທ່ານກ່າວຕື່ມວ່າ ມາຮອດປັດຈຸບັນ ຊາວຄຣິສຕຽນລາວບາງຄົນທີ່ຮູ້ຂ່າວນີ້ ກໍໄປໃຫ້ການຊ່ອຍເຫລືອສິ່ງຂອງທີ່ຈໍາເປັນຈໍານວນນຶ່ງ ເລັກໆ ໜ້ອຍໆ ແລະເຈົ້າໜ້າທີ່ທາງການເມືອງ ກໍໄດ້ໃຫ້ການຄຸ້ມຄອງຄອບຄົວດັ່ງກ່າວ, ບໍ່ໃຫ້ອໍານາດການປົກ ຄອງບ້ານຂົ່ມເຫັງຕື່ມອີກ. ແຕ່ກໍຍັງບໍ່ໝັ້ນໃຈວ່າຈະສາມາດຄຸ້ມຄອງພວກເຂົາເຈົ້າ ໄດ້ອີກດົນປານໃດ.

ເພື່ອຂໍຮູ້ຣາຍລະອຽດກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີໄດ້ພະຍາຍາມຕິດ ຕໍ່ໄປຫາຄອບຕົວຊາວຄຣິສຕຽນດັ່ງກ່າວ ແຕ່ທາງຄອບຄົວນັ້ນຍັງບໍ່ສະດວກ ທີ່ຈະໃຫ້ຣາຍລະອຽດໄດ້, ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຫ້ອງການແນວລາວສ້າງຊາຕ ແຂວງສວັນນະເຂດ ກໍໄດ້ຊີ້ແຈງວ່າ ເຫດການດັ່ງກ່າວທີ່ໄດ້ເກີດຂຶ້ນນັ້ນ  ເຈົ້າໜ້າທີ່ພາກ ສ່ວນທີ່ກ່ຽວຂ້ອງ ກໍໄດ້ໄປໄກ່ເກັ່ຍບັນຫາແລ້ວ ແລະມີຄໍາສັ່ງໃຫ້ຢຸດຂົ່ມເຫັງ ຄອບຄົວຊາວ ຄຣິສຕຽນນັ້ນ ເຊິ່ງຍັງບໍ່ທັນມີຣາຍງານວ່າ ໄດ້ມີການແກ້ໄຂບັນຫານັ້ນດ້ວຍວິທີໃດ ແລະມີການເອົາຜິດຜູ້ຂົ່ມເຫັງຄອບຄົວນີ້ ຫລືບໍ່.

ດັ່ງທີ່ນາງກ່າວວ່າ:

“ເພິ່ນກະລົງແກ້ໄຂແລ້ວເດ໋ ກະລົງໄປສົມທົບກັບທາງເມືອງ ຮ່ວມກັບ ປກສ ເມືອງ ເຮົາລົງມັນມີແຂວງເນາະ ມີພາຍໃນລົງໄປແລ້ວກະສາສນາ ໂຕເພິ່ນຂັດແຍ່ງກັນຫັ້ນແຫລະ ເພິ່ນກະລົງໄປຈັ່ງຊັ້ນ.”

ກ່ຽວກັບເຫດການທີ່ວ່ານີ້ ຊາວຄຣິສຕຽນລາວ ທີ່ຮູ້ຂ່າວ ກໍຮູ້ສຶກສະເທືອນໃຈ ທີ່ຊາວຄຣິສຕຽນຍັງຖືກອໍານາດການປົກຄອງບ້ານຂົ່ມເຫັງ ຢູ່ເລື້ອຍໆຢູ່ຫລາຍແຂວງຂອງລາວ ຊຶ່ງມັນສະທ້ອນໃຫ້ເຫັນເຖິງການລະເມີດທໍາມະນູນວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວສາສນາຄຣິສຕຽນ ຂອງສູນລວມຄຣິສຕະຈັກຂ່າວປະ ເສີດແຫ່ງ ສປປ ລາວ ທີ່ໄດ້ມີກອງປະຊຸມເຜີຍແພກັນມາແລ້ວ ເພື່ອບໍ່ໃຫ້ມີການຂົ່ມເຫັງຊາວຄຣິສຕຽນ, ແຕ່ໃນຄວາມເປັນຈິງ ອໍານາດການປົກຄອງບ້ານຢູ່ຫລາຍທ້ອງຖິ່ນ ຍັງບໍ່ປະຕິບັດຕາມ ຍ້ອນພວກເຂົາເຈົ້າບໍ່ມັກຜູ້ ທີ່ເຊື່ອຖືພຣະເຍຊູເຈົ້າ.

ດັ່ງຊາວຄຣິສຕຽນລາວທ່ານນຶ່ງກ່າວວ່າ:

“ການຂົ່ມເຫັງນີ້ມີຢູ່ ເຂົາມ້າງຖຽງຢູ່ ມັນແກ່ຍືດແກ່ຍາວ ເຂົາແກ້ໄຂນີ້ ເຫດຜົນຫຍັງພວກເຈົ້າຈຶ່ງຂົ່ມເຫັງແບບນີ້ ຍ້ອນບໍ່ມັກ ເອີ້ນວ່າຄຣິສຕຽນນີ້ແຫລະ ບໍ່ມັກວ່າເຊື່ອພຣະເຍຊູນີ້ແຫລະ.”

ຄຣູສອນສາສນາຄຣິສຕຽນທ່ານນຶ່ງ ທີ່ຢູ່ໃນເຄືອຂ່າຍສູນຄຣິສຕະຈັກຂ່າວປະເສີດ ກໍຢືນຢັນວ່າ ຢູ່ຫລາຍທ້ອງຖິ່ນທາງແຂວງພາກໃຕ້ຂອງລາວ ຍັງມີການຂົ່ມເຫັງຊາວຄຣິສຕຽນຢູ່ ເນື່ອງຈາກອໍານາດການປົກຄອງບ້ານ ບໍ່ຢາກໃຫ້ລູກ ບ້ານຂອງຕົນເຊື່ອຖືສາສນາຄຣິສຕຽນ ເພາະຖືວ່າເປັນສາສນາຂອງຈັກກະພັດ, ດັ່ງນັ້ນຈຶ່ງເຮັດໃຫ້ມີຂໍ້ຂັດແຍ່ງກັນຢ່າງບໍ່ມີທີ່ສິ້ນສຸດ.

ດັ່ງທີ່ທ່ານກ່າວວ່າ:

“ນາຍບ້ານຫັ້ນແຫລະ ສ່ວນຫລາຍຍັງຂົ່ມເຫັງຢູ່ ເຂົາຍັງກີດຂວາງສາສນານີ້ແຫລະ ທາງໃຕ້ນີ້ເມືອງໃດກະຄືກັນໝົດ ຍັງຄົງຄ້າງຍັງຫຍູ້ງຍາກ ຄືເຂົາບໍ່ໃຫ້ມີຄວາມເຊື່ອແຫລະ ພີ່ນ້ອງທີ່ເຊື່ອແລ້ວຊິເຮັດແນວໃດ ເພາະວ່າພີ່ນ້ອງເຫັນຄວາມດີ ຫລຸດພົ້ນຈາກຄວາມຜິດ ພີ່ນ້ອງເຂົາເຈົ້າເຊື່ອຫັ້ນແຫລະ.”

ເພື່ອຂໍຮູ້ກ່ຽວກັບແນວທາງການ ດໍາເນີນຄະດີໃນກໍຣະນີດັ່ງກ່າວ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫານັກກົດໝາຍລາວ, ຊຶ່ງທ່ານເວົ້າວ່າ ນັກກົດໝາຍຈໍານວນນຶ່ງ ບໍ່ສາ ມາດເວົ້າເຖິງກໍຣະນີຂັດແຍ່ງ ດັ່ງກ່າວນັ້ນໄດ້ ຍ້ອນບໍ່ມີປະສົບການ, ບໍ່ໄດ້ໃກ້ ຊິດ ຫລື ພົວພັນກັບຊາວຄຣິສຕຽນ.

ເມື່ອກ່ອນໜ້ານີ້ ຄືໃນມື້ວັນທີ 15 ມົກກະຣາທີ່ຜ່ານມາ ຄຣູສອນສາສນາຄຣິສຕຽນ ທ່ານນຶ່ງ ພ້ອມດ້ວຍຊາວຄຣິສຕຽນ ຊົນເຜົ່າອາຄາ 15 ຄອບຄົວ ຢູ່ບ້ານໃໝ່ ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ໄດ້ຖືກເຈົ້າໜ້າທີ່ບ້ານໄລ່ອອກຈາກບ້ານ ຍ້ອນວ່າ ອໍານາດການປົກຄອງບ້ານບໍ່ພໍໃຈ ທີ່ພວກເຂົາເຈົ້າຫັນໄປນັບຖືສາສນາ ຄຣິສຕຽນ ແທນການເຊື່ອຖືຜີ ທີ່ຊົນເຜົ່າອາຄາໄດ້ນັບຖືມາ, ເຮັດໃຫ້ພວກເຂົາເຈົ້າບໍ່ມີເຮືອນຢູ່ ແລະເຈົ້າໜ້າທີ່ແນວລາວສ້າງຊາຕ ແຂວງຫລວງນໍ້າທາ ກໍປະຕິເສດທີ່ຈະໃຫ້ຄວາມເຫັນກ່ຽວກັບກໍຣະນີດັ່ງກ່າວ ແລະເມື່ອປະມານເດືອນສິງຫາ ປີກາຍ ຊາວຄຣິສຕຽນຄອບຄົວນຶ່ງ ຢູ່ເມືອງຊຽງເງິນ ແຂວງຫລວງພຣະບາງ ກໍໄດ້ຖືກເຈົ້າໜ້າທີ່ບ້ານ ຍຶດເອົາເອກກະສານຕ່າງໆ ເປັນຕົ້ນ ປື້ມສໍາມະໂນຄົວ, ບັດປະຈໍາໂຕ, ໜັງສືເດີນທາງນັ້ນໄປ ແລະບອກວ່າ ຈະສົ່ງຄືນໃຫ້ກໍຕໍ່ເມື່ອຄອບຄົວນັ້ນ ເຊົານັບຖືສາສນາຄຣິສຕຽນແລ້ວ.

ນອກຈາກນັ້ນກໍຍັງມີອີກຫລາຍກໍຣະນີ ທີ່ຊາວຄຣິສຕຽນລາວ ກໍາລັງລໍຖ້າຄວາມເປັນທັມຈາກທາງການລາວຢູ່ ເປັນຕົ້ນກໍຣະນີການຄາດຕະກໍາ ອາຈານ ສີ ແສງມະນີ ຊາວເມືອງນາກາຍ ແຂວງຄໍາມ່ວນ ຄຣູສອນສາສນາຄຣິສຕຽນ ເມື່ອເດືອນຕຸລາປີກາຍ, ຈົນມາເຖິງປັດຈຸບັນ ກໍຍັງບໍ່ມີຣາຍງານວ່າ ເຈົ້າໜ້າທີ່ຕໍາຣວດສາ ມາດຈັບຄົນຮ້າຍ ທີ່ເປັນຜູ້ຂ້ານັ້ນໄດ້ເທື່ອ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.