ຊາວຄຣິສຕຽນລາວ 6 ຄົນ ຢູ່ແຂວງຄໍາມ່ວນ ທີ່ຖືກຈັບ ແຕ່ຖືກປ່ອຍຕົວເວລາຕໍ່ມາ

ຈຳປາທອງ
2024.08.01
ຊາວຄຣິສຕຽນລາວ 6 ຄົນ ຢູ່ແຂວງຄໍາມ່ວນ ທີ່ຖືກຈັບ ແຕ່ຖືກປ່ອຍຕົວເວລາຕໍ່ມາ ຮູບປະກອບ ຄະນະນຳເມືອງໄຊບົວທອງເຜີຍແຜ່ດຳລັດວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາດສະໜາ ຢູ່ບ້ານທ່າແຮ ວັນທີ 7 ມິຖຸນາ 2024.
ຮູບພາບຈາກວິດີໂອໂທລະພາບແຂວງຄຳມ່ວນ

ເຈົ້າໜ້າທີ່ທາງການທ້ອງຖິ່ນຈໍານວນໜຶ່ງ ຮວມທັງນາຍບ້ານ ບ້ານທ່າແຮ ໄດ້ຈັບ ອາຈານ ມໍາ ຄູສອນສາດສະໜາຄຣິສຕຽນ ຢູ່ບ້ານທ່າແຮ ເມືອງໄຊບົວ ທອງ ແຂວງຄໍາມ່ວນ ແລະຊາວຄຣິສຕຽນລາວອີກ 5 ຄົນ ຢູ່ເຮືອນ ຊຶ່ງໃຊ້ເປັນໂບດນ້ອຍ ໃນມື້ວັນທີ 22 ມິຖຸນາທີ່ຜ່ານມາ ໃນຂະນະທີ່ກໍາລັງປະກອບພິທີສູດມົນ ປະຈໍາວັນເສົາຢູ່, ອີງຕາມການລາຍງານຂອງ ອົງການສຽງຂອງຜູ້ຖືກເຄາະຮ້າຍ ຈາກການເຊື່ອຖື (The Voice of the Martyrs) ປະຈໍາປະເທດເກົາຫຼີໃຕ້ ໃນມື້ວັນທີ 30 ກໍລະກົດ 2024.

ດຣ. ຮຸນ ຊຸກ ໂຟລີ້ (Dr. Hun Sook Foley) ຜູ້ຕາງໜ້າ ອົງການສຽງຂອງຜູ້ຖືກເຄາະຮ້າຍ ຈາກການເຊື່ອຖື ໄດ້ກ່າວວ່າ:

“ໃນຕອນເຊົ້າຂອງມື້ດັ່ງກ່າວ ໃນຂະນະທີ່ອາຈານ ມໍາ ແລະຊາວຄຣິສຕຽນລາວ ກໍາລັງປະກອບພິທີສູດມົນນັ້ນ ມີເຈົ້າໜ້າທີ່ທ້ອງຖິ່ນ ບຸກເຂົ້າມາທໍາລາຍສະຖານທີ່ດັ່ງກ່າວ ແລະໄດ້ນໍາຕົວຊາວຄຣິສຕຽນລາວ ທັງ 6 ຄົນ ໄປຂັງໄວ້ຢູ່ໃນຄຸກແຫ່ງໜຶ່ງ ຂອງເມືອງໄຊບົວທອງ ຊຶ່ງກ່ອນໜ້ານັ້ນ ຊາວຄຣິສຕຽນໃນບ້ານດັ່ງກ່າວ ສາມາດປະກອບພິທີຕ່າງໆໄດ້. ແຕ່ພາຍຫຼັງ ທີ່ໄດ້ມີການປ່ຽນນາຍບ້ານຜູ້ໃໝ່ມາ ກໍມີການໃຊໍ້ອໍານາດ ຂົ່ມເຫັງຊາວຄຣິສຕຽນລາວ.

ກ່ຽວກັບເລື່ອງດັ່ງກ່າວ ຊາວຄຣິສຕຽນລາວຜູ້ໜຶ່ງ ທີ່ຮູ້ ແລະຕິດຕາມຂ່າວນີ້ ເວົ້າວ່າ ເຫດການດັ່ງກ່າວ ໄດ້ເກີດຂື້ນແທ້ ແລະຊາວຄຣິສຕຽນທັງ 6 ຄົນນັ້ນ ໄດ້ຖືກປ່ອຍອອກຈາກຄຸກແລ້ວ ເມື່ອປະມານທ້າຍເດືອນກໍລະກົດ ທີ່ຜ່ານມານີ້ ແຕ່ທ່ານບໍ່ໄດ້ຕິດຕໍ່ກັບພວກເຂົາເຈົ້າ ຈຶ່ງບໍ່ຮູ້ລາຍລະອຽດ ແລະວ່າ ມັນເປັນເລື່ອງທໍາມະດາ ສໍາລັບຊາວຄຣິສຕຽນ ຢູ່ແຂວງພາກກາງ ແລະພາກໃຕ້ຂອງລາວ ທີ່ມັກຖືກເຈົ້າໜ້າທີ່ທ້ອງຖິ່ນ ຂົ່ມເຫັງຢູ່ເລື້ອຍໆ ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 1 ສິງຫານີ້ວ່າ:

ເພິ່ນປ່ອຍແລ້ວ ໄດ້ຍິນຂ່າວວ່າ ປ່ອຍອາທິດກ່ອນນີ້ເບາະ ຕາມທີ່ໄດ້ຍິນຂ່າວ ກະຊິແມ່ນເລື່ອງນັ້ນຫັ້ນແຫຼະ ເພາະວ່າເຂດນັ້ນ ຄຣິສຕຽນເຮົາ ມັນຂ້ອນຂ້າງຍາກໜ້ອຍໜຶ່ງນໍ ການເຄື່ອນໄຫວ ເຂົາກໍບໍ່ຄ່ອຍມັກປານໃດຫັ້ນນະ ເຂດນັ້ນ ເປັນແບບນີ້ມາເລື້ອຍໆ ໂດຍສະເພາະແຂວງຄໍາມ່ວນ.

ເພື່ອຂໍຮູ້ລາຍລະອຽດ ກ່ຽວກັບເລື່ອງທີ່ວ່ານີ້ ວິທະຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ໄປຫາຫ້ອງການພາຍໃນ ແລະຫ້ອງການແນວລາວສ້າງຊາດ ເມືອງໄຊບົວທອງ ແຕ່ບໍ່ມີເຈົ້າໜ້າທີ່ທ່ານໃດ ສາມາດໃຫ້ຂໍ້ມູນໄດ້.

ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ແນວລາວສ້າງຊາດ ຢູ່ແຂວງຄໍາມ່ວນທ່ານໜຶ່ງ ກໍເວົ້າວ່າ ສໍາລັບບັນຫາດັ່ງກ່າວ ທາງຫ້ອງການພາຍໃນ ເມືອງໄຊບົວທອງ ແລະພະແນກພາຍໃນ ແຂວງຄໍາມ່ວນ ໄດ້ແກ້ໄຂແລ້ວ. ແຕ່ບໍ່ໄດ້ສົ່ງລາຍລະ ອຽດ ມາໃຫ້ຂັ້ນແຂວງຮູ້. ດັ່ງນັ້ນຈຶ່ງບໍ່ຮູ້ທີ່ມາທີ່ໄປ ຂອງເຫດການນີ້. ແຕ່ກໍຮູ້ວ່າ ໄດ້ປ່ອຍຕົວຊາວຄຣິສຕຽນທັງ 6 ຄົນນັ້ນແລ້ວ ດັ່ງທີ່ທ່ານກ່າວວ່າ:

“ແມ່ນ ກພິ່ຍັງຄືບໍ່ເຫັນ ສົ່ງມາຫາແນວລາວສ້າງຊາດ ຂະແໜງສາດສະໜາພວກເຮົາ ຄືຍັງບໍ່ໄດ້ເຫັນນ່າ ແຕ່ພະແນກພາຍໃນ ອາດຈະໄດ້ຮັບແລ້ວ ພາຍໃນເປັນຜູ້ແກ້ໄຂເນາະ ຕົ້ນຕໍໂຕນີ້ນ່າ.”

ພ້ອມດຽວກັນນີ້ ຊາວຄຣິສຕຽນຢູ່ທາງພາກໃຕ້ຜູ້ໜຶ່ງ ກໍໄດ້ເວົ້າເຖິງເຫດການດັ່ງກ່າວວ່າ ຍັງບໍ່ເປັນທີ່ຮູ້ຈັກກັນ ຢ່າງກ້ວາງຂວາງ ໃນກຸ່ມຊາວຄຣິສຕຽນລາວ ຢູ່ແຂວງ ອື່ນໆ. ແຕ່ຈໍານວນໜຶ່ງ ກໍເຫັນວ່າ ເປັນເລື້ອງປົກກະຕິຢູ່ແລ້ວ ທີ່ເຈົ້າໜ້າທີ່ທ້ອງ ຖິ່ນ ບໍ່ມັກການເຄື່ອນໄຫວຂອງຊາວຄຣິສຕຽນ ຢູ່ໃນທ້ອງຖິ່ນຂອງພວກເຂົາເຈົ້າ ດັ່ງນັ້ນ ຈຶ່ງພາກັນຂົ່ມເຫັງ ແລະກໍບັງຄັບໃຫ້ປະລະການເຊື່ອຖື ສາດສະໜາຄຣິສຕຽນ.

“ຂ້ານ້ອຍບໍ່ຮູ້ບໍ່ໄດ້ເຫັນຂ່າວ ວ່າແນວໃດ ສ່ວນຫລາຍກະເຂົາບໍ່ມັກສາດສະໜານີ້ແຫລະ ຄືເຂົາວ່າສາດສະໜາຕ່າງປະເທດ ຄືເຂົາຈໍາແນກຫັ້ນແຫລະ ດຽວນີ້ກະ ຂອບຄູນຂະເຈົ້າບໍ່ປານໃດ ທໍາມະດາຢູ່.”

ກ່ຽວກັບເລື່ອງທີ່ວ່ານີ້ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານອົງການ ພັນທະມິດ ເພື່ອປະຊາທິປະໄຕໃນລາວ ທີ່ມີສູນກາງຢູ່ປະເທດເຢຽລະມັນ ກ່າວວ່າ ຍານາງເອງ ກໍຮູ້ສຶກເປັນຫ່ວງ ທີ່ຍັງມີກາລະເມີດສິດທິ ຊາວຄຣິສຕຽນລາວຢູ່ເລື້ອຍໆ ໂດຍສະເພາະແມ່ນການລະເມີດຂອງເຈົ້າໜ້າທີ່ທ້ອງຖິ່ນ ເຖິງແມ່ນວ່າທາງການລາວ ໄດ້ຮັບປາກໄວ້ກັບສາກົນວ່າ ຈະປົກປ້ອງສິດທິ ແລະຄຸ້ມຄອງ ຊາວຄຣິສຕຽນລາວ ກໍຕາມ, ແຕ່ບັນຫານີ້ ກໍຍັງມີຢູ່ຄືເກົ່າ ດັ່ງທີ່ ດຣ. ກ່າວວ່າ:

“ພວກເຮົາກະໄດ້ຮັບຂ່າວຢູ່ເລື້ອຍໆເນາະວ່າ ເຈົ້າໜ້າທີ່ຢູ່ໃນທ້ອງຖິ່ນຫັ້ນ ຍັງມີການຂົ່ມຂູ່ ຈັບກຸມຊາວຄຣິສຕຽນຢູ່ໃນພາກໃຕ້ຂອງລາວເນາະ ອັນນີ້ເປັນຂ່າວອອກມາເລື້ອຍໆເນາະ ເຖິງທາງການລາວ ຈະໄດ້ຮັບປາກກັບທາງສະຫະປະຊາຊາດວ່າ ໃຫ້ສິດທິແກ່ຊາວຄຣິສຕຽນ ແຕ່ໃນໂຕຈິງແລ້ວແມ່ນເຈົ້າໜ້າທີ່ທ້ອງຖິ່ນຫັ້ນ ຍັງມີການປາບປາມ.”

ກ່ອນເກີດເຫດການດັ່ງກ່າວ, ຄະນະນໍາເມືອງໄຊບົວທອງ ໄດ້ລົງໄປບ້ານທ່າແຮ ເພື່ອເຜີຍແຜ່ດໍາລັດ ວ່າດ້ວຍການຄຸ້ມຄອງ ແລະປົກປ້ອງ ການເຄື່ອນໄຫວສາດສະໜາ ຢູ່ ສປປລາວ ໃນວັນທີ 7 ມິຖຸນາ 2024 ໂດຍມີເຈົ້າໜ້າທີ່ບ້ານແລະຊາວບ້ານ ເຂົ້າຮ່ວມ ແລະໃນໂອກາດດັ່ງກ່າວ ທ່ານ ກອງສີ ເຂັມມະລາ ປະທານກອງປະຊຸມ ກໍໄດ້ເນັ້ນໜັກ ເຖິງຄວາມສາມັກຄີພາຍໃນບ້ານ ແລະໃຫ້ຊາວບ້ານ ລະວັງເລື້ອງການເຜີຍແຜ່ ທາງດ້ານສາດສະໜາ ແບບບໍ່ຖືກຕ້ອງ ຂອງບຸກຄົນຈໍານວນໜຶ່ງ ທີ່ເຄື່ອນໄຫວ ຢູ່ໃນເຂດບ້ານທ່າແຮນີ້, ອີງຕາມລາຍງານ ຂອງໂທລະພາບ ແຂວງຄໍາມ່ວນ. 

ອາຈານ ມໍາ ເລີ່ມເຊື່ອຖືສາດສະໜາຄຣິສຕຽນ ແຕ່ປີ 2019 ເປັນຕົ້ນມາ ຍ້ອນເຊື່ອວ່າ ສາດສະໜານີ້ ຊ່ວຍໃຫ້ຄົນໃນຄອບຄົວ ຫາຍເຈັບປ່ວຍ ແລະຕໍ່ມາ ທ່ານກໍໄດ້ເຕົ້າໂຮມ ຜູ້ເຊື່ອຖືສາດສະໜາຄຣິສຕຽນ ຢູ່ໃນບ້ານທ່າແຮ. ປັດຈຸບັນ ໃນບ້ານນີ້ ມີຊາວຄຣິສຕຽນ ປະມານ 40-50 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.