ເຮືອນຊາວຄຣິສຕຽນຫຼັງນຶ່ງ ຢູ່ສວັນນະເຂດ ຖືກມ້າງທຳລາຍ
2024.02.05

ເມື່ອເວລາປະມານ 10:30 ໂມງຂອງວັນທີ 04 ກຸມພາ ທີ່ຜ່ານມາ ເຈົ້າໜ້າທີ່ຂັ້ນບ້ານ ແລະສະມາຊິກຈຳນວນ 15 ຄົນ ຢູ່ບ້ານກະລຶມວັງແຂ້ ເມືອງຊົນນະບູຣີ ແຂວງສວັນນະເຂດ ເຊິ່ງປະກອບດ້ວຍນາຍບ້ານ, ປກສ ບ້ານ, ເຖົ້າແກ່ແນວໂຮມບ້ານ ແລະ ສະມາຊິກປະມານ 40 ຄົນໄດ້ພາກັນບຸກລຸກໄປມ້າງເຮືອນຫຼັງນຶ່ງ ໃນເຂດບ້ານດັ່ງກ່າວ ໃນຂະນະທີ່ຊາວຄຣິສຕຽນ ຈຳນວນຫຼາຍຄົນ ກຳລັງປະກອບພິທີນະມັດສະການພຣະເຈົ້າ ປະຈຳສັປດາ ຢູ່ພ້ອມທັງຈູດເຜົາ ພຣະຄຳພີ ແລະປື້ມຕ່າງໆ ທີ່ກ່ຽວຂ້ອງກັບສາສນາຄຣິສຕຽນ ຍ້ອນເຈົ້າໜ້າທີ່ກຸ່ມດັ່ງກ່າວ ບໍ່ເຂົ້າໃຈທີ່ມີການເຊື່ອຖືສາສນາຄຣິສຕຽນ ຢູ່ເຂດບ້ານ ເຊິ່ງເຫດການດັ່ງກ່າວນີ້ ໄດ້ມີຊາວບ້ານຈຳນວນນຶ່ງ ຖ່າຍວີດີໂອ ແລະຮູບພາບໄວ້ ພ້ອມທັງເຜີຍແຜ່ ລົງສື່ສັງຄົມອ໋ອນລາຍນ໌.
ກ່ຽວກັບເຣື່ອງນີ້ ຊາວຄຣິສຕຽນລາວ ທີ່ເຫັນເຫດການ ໄດ້ກ່າວວ່າ ໃນຂະນະທີ່ຊາວຄຣິສຕຽນ ຈຳນວນຫຼາຍຄົນ ກຳລັງປະກອບພິທີ ນະມັດສະການພຣະເຈົ້າ ຢູ່ໃນເຮືອນຫຼັງດັ່ງກ່າວ ໄດ້ຖືກກຸ່ມເຈົ້າໜ້າທີ່ຂັ້ນບ້ານ ບຸກລຸກແລະມ້າງເຮືອນທັນທີ ເຮັດໃຫ້ຊາວຄຣິສຕຽນ ແຕກຕື່ນ ຕ້ອງໄດ້ແລ່ນໜີ ອອກຈາກເຮືອນແຕ່ບໍ່ສາມາດຕອບໂຕ້ໄດ້.
ດັ່ງທ່ານໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 05 ກຸມພາ ນີ້ວ່າ:
“ເຂົາເຈົ້າມາບຸກແລ້ວມ້າງເລີຍໄດ໋ ພໍດີຕອນເຊົ້າ ມື້ວັນອາທິດ. ຕອນເວລາ 10 ໂມງເຄິ່ງ ແລ້ວເຂົາເຈົ້າມາໂຈມຕີເລີຍ. ທັງນາຍບ້ານ, ທັງອຳນາດການປົກຄອງ, ເຖົ້າແກ່ແນວໂຮມ ໝົດບ້ານແຫຼະ. ເຂົາເຈົ້າມາເຮັດໝົດກຸ່ມໝູ່ບ້ານເລີຍ. ເຂົາເຈົ້າທຳລາຍ.”
ຊາວຄຣິສຕຽນ ອີກທ່ານນຶ່ງ ທີ່ເຫັນເຫດການນີ້ກ່າວວ່າ ສາເຫດທີ່ກຸ່ມເຈົ້າໜ້າທີ່ ຂັ້ນບ້ານໄດ້ລົງມື ເຮັດແນວນັ້ນ ຍ້ອນບໍ່ພໍໃຈທີ່ມີການເຄື່ອນໄຫວ ກ່ຽວກັບສາສນາຄຣິສຕຽນ ຢູ່ເຂດບ້ານ ແລະ ພາຍຫຼັງເກີດເຫດການດັ່ງກ່າວ ຊາວຄຣິສຕຽນລາວ ຈຳນວນນຶ່ງ ໄດ້ໄປແຈ້ງຄວາມ ຕໍ່ເຈົ້າໜ້າທີ່ຂັ້ນເມືອງ ເພື່ອຮ້ອງຂໍຄວາມເປັນທັມ ແຕ່ຍັງບໍ່ທັນໄດ້ຮັບການແກ້ໄຂເທື່ອ.
ດັ່ງທ່ານກ່າວວ່າ:
“ຖືກມ້າງເຮືອນຫັ້ນ ບໍ່ເອີເຂົາກາອັນນັ້ນແຫຼະ. ເຂົາກາບໍ່ມັກພີ່ນ້ອງ ເຊື່ອພຣະເຈົ້ານີ້ແຫຼະ. ພີ່ນ້ອງກາໄປແຈ້ງໄວ້ແລ້ວ. ເຂົາຊິແກ້ໄຂ ເຂົາຍັງບໍ່ທັນໄປເບິ່ງ. ອັນນີ້ກາພີ່ນ້ອງຊິລົງໄປດຳເນີນຕໍ່ອີກ.”
ຊາວຄຣິສຕຽນ ທີ່ຂໍສງວນຊື່ ແລະສຽງ ໄດ້ກ່າວວ່າ ກ່ອນໜ້າທີ່ຈະເກີດເຫດດັ່ງກ່າວ ເມື່ອວັນທີ 27 ມົກກະຣາ ທີ່ຜ່ານມາ, ເຖົ້າແກ່ແນວໂຮມບ້ານ ກະລຶມວັງແຂ້ ໄດ້ເອີ້ນຊາວຄຣິສຕຽນລາວ ຈຳນວນ 6 ຄອບຄົວ ໄປພົບ ພ້ອມກັບມີການຕໍ່ວ່າ ພີ່ນ້ອງກຸ່ມດັ່ງກ່າວ ແລະໄດ້ສັ່ງຫ້າມ ບໍ່ໃຫ້ມີການປະກອບພິທີນະມັດສະການພຣະເຈົ້າ ຕື່ມອີກ ແລະ ໄດ້ຂົ່ມຂູ່ວ່າ ຖ້າມີການພົບເຫັນອີກ ຈະມ້າງເຮືອນຖິ້ມ ຈົນກະທັ້ງມາເກີດເຫດການດັ່ງກ່າວ.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫ້ອງການ ປກສ ເມືອງຊົນນະບູຣີ ເພື່ອສອບຖາມຣາຍລະອຽດ ເພີ່ມຕື່ມ ເຊິ່ງເຈົ້າໜ້າທີ່ ໄດ້ກ່າວພຽງແຕ່ວ່າ ພາກສ່ວນທີ່ກ່ຽວຂ້ອງ ກຳລັງດຳເນີນການແກ້ໄຂຢູ່ ແຕ່ບໍ່ສະດວກໃຫ້ຮູ້ເຖິງຣາຍລະອຽດ ແລະ ໃນຂະນະດຽວກັນ ກໍໄດ້ຕິດຕໍ່ຫາຫ້ອງການປົກຄອງເມືອງຊົນນະບູຣີ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສະດວກໃຫ້ສັມພາດກ່ຽວກັບເຣື່ອງນີ້.
ທາງດ້ານຊາວຄຣິສຕຽນລາວ ຢູ່ໃນເຄືອຂ່າຍຄຣິສຕະຈັກ ຂ່າວປະເສີດ ທີ່ຮັບຮູ້ຂ່າວນີ້ ຜ່ານການເຜີຍແຜ່ໃນສື່ສັງຄົມອ໋ອນລາຍນ໌ ຮູ້ສຶກສະລົດໃຈ ທີ່ຍັງເກີດເຫດການບໍ່ດີ ຕໍ່ຊາວຄຣິສຕຽນລາວ ແລະຮູ້ພຽງແຕ່ວ່າ ການເດີນທາງເຂົ້າໄປຢ້ຽມຢາມ ພີ່ນ້ອງໃນເຂດບ້ານດັ່ງກ່າວ ມີຄວາມລະມັດລະວັງ ຫຼາຍ ເພາະວ່າທາງຂັ້ນບ້ານ ບໍ່ອະນຸຍາດໃຫ້ຊາວຄຣິສຕຽນລາວ ຈາກຕ່າງຖິ່ນເຂົ້າມາໃນເຂດບ້ານ.
ດັ່ງທ່ານໄດ້ກ່າວວ່າ:
“ເອີ! ກາໄດ້ເຫັນຢູ່ເຂົາລົງຄຣິບ ແຕ່ຍັງບໍ່ທັນໄດ້ລະອຽດຄືກັນ ຍັງບໍ່ທັນໄດ້ໂທຖາມພີ່ນ້ອງ ທາງນັ້ນ ພີ່ນ້ອງຢູ່ເມືອງພິນ ເຂົາເຄີຍໄປຢູ່ທາງນັ້ນເຄີຍໄປ ເຄີຍມາ. ເຂົາບໍ່ໄດ້ອະນຸຍາດຢູ່ດອກ ແຕ່ວ່າຍາດໄປເອົາແນວນັ້ນແຫຼະ.”
ຊາວຄຣິສຕຽນລາວ ແຂວງສວັນນະເຂດ ກ່າວວ່າ ເຈົ້າໜ້າທີ່ຂັ້ນບ້ານ ໃນຫຼາຍບ້ານ ຂອງແຂວງສວັນນະເຂດ ຍັງຄົງມີການຊອກຫາໂອກາດ ປາບປາມຊາວຄຣິສຕຽນລາວ ໂດຍສະເພາະ ໃນເຂດບ້ານທີມີການເຊື່ອຖືຜີ ທີ່ມັກບໍ່ຍອມຮັບສາສນາຄຣິສຕຽນ ຢ່າງຮຸນແຮງ ເຖິງແມ່ນວ່າ ເຈົ້າໜ້າທີ່ຂັ້ນເມືອງ ແລະຂັ້ນແຂວງ ອະນຸຍາດໃຫ້ເຊື່ອຖືສາສນາຄຣິສຕຽນໄດ້ ກໍຕາມ.
ດັ່ງທ່ານໄດ້ກ່າວວ່າ:
“ໂອ! ຄຣິບເອົາລົງໂພສຕ໌ ກາເຫັນຢູ່ ຄືສວັນນະເຂດນີ້ ກໍທາງພັກຣັຖ ເຂົາກາອະນຸຍາດຢູ່, ແຕ່ວ່າເປັນແຕ່ຂັ້ນບ້ານນ່າດຽວນີ້ນ່າ. ຂັ້ນບ້ານເຮົານີ້ແຫຼະ ເປັນຜູ້ຖືສາສນາຜີ ແບບພວກເກົ່າເດ. ເຂົາວ່າຜິດຮີດ ເຂົາແນວນັ້ນ ແນວນີ້ຫັ້ນນ່າ. ເຂົາບໍ່ໃຫ້ຝັງສົບ ຢູ່ໃນດົງຜີປ່າຊ້າ.”
ສໍາລັບບ້ານກະລຶມວັງແຂ້ ເຄີຍເກີດເຫດການບໍ່ເພີ່ງປະສົງ ຕໍ່ຊາວຄຣິສຕຽນມາແລ້ວ ໃນກ່ອນໜ້ານີ້ເປັນຕົ້ນເມື່ອວັນທີ 15 ມີນາ 2020 ອາຈານ ສີທົນ ທິບພະວົງ ຄຣູສອນສາສນາຄຣິສຕຽນລາວ ເຜົ່າກະຕ່າງ ຫຼືເຜົ່າບຣູ ອາຍຸ 34 ປີ ຢູ່ບ້ານກະລຶມວັງແຂ້ ໄດ້ຖືກເຈົ້າໜ້າທີ່ ຕຳຣວດກຸ່ມບ້ານ ຈັບໄປເພື່ອບັງຄັບໃຫ້ປະລະ ຈາກການເຊື່ອຖືສາສນາຄຣິສຕຽນ ແຕ່ອາຈານສີທົນ ບໍ່ຍອມ ຈຶ່ງນຳໂຕໄປຂັງຄຸກ ແລະຫຼັງຈາກນັ້ນ ໄດ້ຖືກນໍາໂຕຂຶ້ນສານ ແລະ ຖືກຕັດສິນຈຳຄຸກ ເປັນເວລາ 1 ປີ ຢູ່ຄ້າຍຄຸມຂັງ ຫຼັກ 6 ນະຄອນໄກສອນ ພົມວິຫານ ໃນຂໍ້ຫາແບ່ງແຍກ ຄວາມສາມັກຄີ ແລະປັ່ນປ່ວນສັງຄົມ ພ້ອມທັງປັບໃໝອີກ 4 ລ້ານກີບ. ຈົນມາຮອດວັນທີ 9 ເມສາ 2021 ອາຈານ ສີທົນ ໄດ້ຖືກປ່ອຍອອກຈາກຄຸກ ພາຍຫຼັງຖືກຈຳຄຸກຄົບ 1 ປີ.