ຂັ້ນເທິງແກ້ໄຂບັນຫາ ຊາວຄຣິສຕຽນລາວ ຖືກມ້າງເຮືອນ

0:00 / 0:00

ກໍລະນີທີ່ ເຈົ້າໜ້າທີ່ບ້ານ ກະລຶມວັງແຂ້ ເມືອງຊົນນະບູລີ ແຂວງ ສວັນນະເຂດ 15 ຄົນ ແລະ ຊາວບ້ານ ອີກ 40 ຄົນ ພາກັນໄປມ້າງ ເຮືອນຫຼັງໜຶ່ງ ທີ່ເປັນຂອງຄອບຄົວ ຊາວຄຣິສຕຽນລາວ ທີ່ໃຊ້ເປັບບ່ອນນະມັດສະການ ພຣະເຈົ້າ ແລະ ຄໍາພີຖືກເຜົາ ໃນວັນທີ 4 ກຸມພາ 2024 ທີ່ຜ່ານມາ.

ຫຼ້າສຸດ ຊາວຄຣິສຕຽນລາວ ໃນເຮືອນຫຼັງດັ່ງກ່າວ ໄດ້ຮັບການຄຸ້ມຄອງ ຈາກເຈົ້າໜ້າທີ່ ກ່ຽວຂ້ອງແລ້ວ ແລະ ສາມາດເຮັດພິທີ ນະມັດສະການພຣະເຈົ້າ ປະຈໍາສັບປະດາໄດ້ຕາມປົກກະຕິ ຫຼັງຈາກໄດ້ມີການສ້ອມແປງເຮືອນຫຼັງດັ່ງກ່າວຄືນໃໝ່.

ຊາວຄຣິສຕຽນລາວ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 28 ກຸມພາ ວ່າ:

" ທາງຫ້ອງການພາຍໃນ ເພິ່ນກະຂຶ້ນມາເບິ່ງ ເພິ່ນແຈ້ງໝົດທົ່ວລະບາດນີ້ . ກະຊວງກະໄດ້ຮັບຮູ້. ເອີ! ເກີດຂຶ້ນແນວນັ້ນເນາະ. ກະຫຼັງນັ້ນໄດ້ທິດໜຶ່ງແຫຼະ ບໍ່ໄດ້ນະມັດສະການ. ດຽວນີ້ ກະເລີ່ມອາທິດນີ້ແຫຼະ ຂະນ້ອຍເລີ່ມຕົ້ນ ແລ້ວກະປູໄມ້ແຫຼະ. ນະມັດສະການເທິງເຮືອນອີກ."

ອໍານາດການປົກຄອງເມືອງ ຊົນນະບູລີ ໄດ້ຮັບອະນຸຍາດໃຫ້ຊາວຄຣິສຕຽນລາວ ຢູ່ບ້ານກະລຶມວັງແຂ້ ສາມາດປະກອບພິທີ ນະມັດສະການພຣະເຈົ້າ ໄດ້ຄຕາມປົກກະຕິ ແລະ ຢູ່ໃນບ່ອນທີ່ເໝາະສົມ ແລະ ສັ່ງຫ້າມເຈົ້າໜ້າທີ່ຂັ້ນບ້ານ ລົບກວນເຂົາເຈົ້າອີກ ແຕ່ຍັງມີບາງຄັ້ງ ທີ່ເຈົ້າໜ້າທີ່ບ້ານ ໄປນາບຂູ່.

ຊາວຄຣິສຕຽນ ຢູ່ພາກໃຕ້ທ່ານນຶ່ງ ໄດ້ກ່າວວ່າ:

" ທາງເມືອງເດ້ ທາງເມືອງເວົ້າວ່າ ອະນຸຍາດໃຫ້ເຂົານະມັດສະການພຣະເຈົ້າ . ບ່ອນເໝາະສົມຈັ່ງຊີ້ນ່າ ແຕ່ວ່າ ທາງບ້ານຫັ້ນນາບຂູ່ຢູ່ ວ່າຊິມ້າງ. ເຂົາກະເລີຍນວ່າ ບໍ່ຢ້ານ ພີ່ນ້ອງເຮົາເຂັ້ມແຂງ ແລ້ວກໍຢູ່ໃນຫັ້ນແຫຼະ ນະມັດສະການຢູ່ເຮືອນແຫຼະ ບໍ່ໄດ້ມີບັນຫາຫຍັງ."

ເຖິງວ່າ ຊາວຄຣີສຕຽນ ຢູ່ບ້ານກະລຶມວັງແຂ້ ສາມາດເຮັດພິນະມັດສະການພຣະເຈົ້າໄດ້ ແຕ່ຊາວຄຣິສຕຽນຢູ່ບ້ານອື່ນ ບໍ່ສາມາດເດີນທາງມາຮ່ວມໄດ້ ຍ້ອນເຈົ້າໜ້າທີ່ບ້ານຂັດແຂວງ.

ຊາວຄຣິສຕຽນລາວ ຢູ່ພາໃຕ້ອີກທ່ານນຶ່ງ ໄດ້ກ່າວວ່າ:

" ກະເຂົາບໍ່ໃຫ້ໄປແຫຼະ ຢູ່ໃນກຫັ້ນ ເພາະວ່າ ດຽວນີ້ກໍາລັງເຂົ້າຂັດຂາງ ຖາມພີນ້ອງ ກະບໍ່ເຂົ້າໃຈລະອຽດ ຂະນ້ອຍ ຍັງບໍ່ທັນໄດ້ທວງຖາມເຂົາ ເປັນຈັ່ງໃດໆ ກະບໍ່ຮູ້. "

ເຈົ້າໜ້າທີ່ຂັ້ນບ້ານ ແລະ ຊາວບ້ານ ທີ່ພາກກັນໄປມ້າງເຮືອນ ແລະ ເຜົາຄໍາພີ ນັ້ນ ຍັງບໍ່ຖືກດໍາເນີນຄະດີ ໃນຕອນນີ້.

ເຈົ້າໜ້າທີ່ເມືອງຊົນນະບູລີ ໄດ້ກ່າວວ່າ:

“ໂອ! ໄດ້ຍິນຢູ່ທາງອັນນັ້ນ ຄື ປກສ ເນາະ ຍັງບໍ່ມີຫຍັງໄດ໋ເດີ ໂຕນີ້ຫັ້ນນ່າ ແກ້ໄຂຫຍັງ ແຕ່ວ່າ ທາງ ປກສ ເພິ່ນເປັນເຈົ້າການຫັ້ນນ່າ ຖືວ່າເປັນຕົວຫຼັກ ປກສ ເມືອງເພິ່ນຊິຮູ້ລະອຽດເດີ ໂຕນີ້ເດີ.”

ກ່ຽວກັບເລື່ອງນີ້ ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ຫາຫ້ອງການ ປກສ ເມືອງຊົນນະບູລີ ແລະ ຫ້ອງການພາຍໃນ ເມືອງຊົນນະບູລີ ແລະ ຫ້ອງການແນວລາວສ້າງຊາດ ເມືອງຊົນນະບູລີ ເພື່ອຖາມລາຍລະອຽດເພີ່ມຕື່ມ ແຕ່ເຈົ້າໜ້າທີ່ີຜູ້ຮັບຜິດຊອບ ຍັງບໍ່ສະດວກໃຫ້ສໍາພາດ.​

ຢູ່ແຂວງສວັນນະເຂດ, ຊາວຄຣິສຕຽນຢູ່ບາງບ້ານ ທີ່ຖືກເຈົ້າໜ້າທີ່ຂົ່ມເຫັງ ຍັງບໍ່ທັນໄດ້ຮັບຄວາມເປັນທໍາ. ຊາວຄຣິສຕຽນລາວຄົນນຶ່ງ ຜູ້ທີ່ຍັງບໍ່ທັນໄດ້ຮັບຄວາມເປັນທໍາ ໄດ້ກ່າວວ່າ:

" ເຮືອນນ້ອງຄືກັນ ເຂົາເຮັດອັນນັ້ນແຫຼະ ລູກນ້ອງຕາຍເຂົາບໍ່ໃຫ້ຝັງ ເຂົາວ່າຜິດຮີດເຂົາແນວນັ້ນ ແນວນີ້ . ເຂົາບໍ່ໃຫ້ຝັງສົບຢູ່ໃນປ່າຊ້າ ເຂົາບໍ່ຮັບຢູ່ໃນບ້ານ ປກສ ເຂດໃຫ້ອອກຈາກບ້ານ. ເຂົາຍັງບໍ່ທັນແກ້ໄຂເທື່ອ."

ນອກຈາກນີ້ ຍັງມີຄອບຄົວຊາວຄຣີສຕຽນລາວ 6 ຄົນ ຢູ່ບ້ານຕັ່ງຫວາຍນໍ້າ ເມືອງ ຊົນນະບູລີ ທີ່ຖືກກຸ່ມຄົນຈໍານວນນຶ່ງ ມາມ້າງຕູບ ແລະ ຖຽງນາ ໃນເດືອນກໍຣະກະດາ 2021. ມາຮອດປັດຈຸບັນ ເຂົາເຈົ້າກໍຍັງບໍ່ທັນໄດ້ຮັບຄວາມເປັນທໍາ ແລະ ເຈົ້າໜ້າທີ່ກ່ຽວຂ້ອງກໍຍັງບໍ່ເຂົ້າມາແກ້ໄຂ.

ອີກເຫດການນຶ່ງ ກໍຄື ເຫດການຄາດຕະກໍາ ອາຈານ ສີ ແສງມະນີ, ຄຣູສອນສາສນາຄຣິສຕຽນ ຢູ່ເມືອງນາກາຍ ແຂວງຄໍາມ່ວນ ໃນເດືອນຕຸລາ 2022 ແຕ່ ມາຮອດປັດຈຸບັນ ເຈົ້າໜ້າທີ່ຕໍາຣວດ ຍັງບໍ່ສາມາດຈັບໂຕຄົນຮ້າຍໄດ້.