ຊາວຄຣິສຕຽນລາວ 15 ຄອບຄົວ ຢູ່ຫລວງນໍ້າທາ ຖືກໄລ່ອອກຈາກບ້ານ

ພອນ ພູມມີທອນ
2023.02.07
ຊາວຄຣິສຕຽນລາວ 15 ຄອບຄົວ ຢູ່ຫລວງນໍ້າທາ ຖືກໄລ່ອອກຈາກບ້ານ ສຳນັກງານ ສູນກາງແນວລາວສ້າງຊາຕ, ນະຄອນຫຼວງວຽງຈັນ ເດືອນສິງຫາ ປີ 2022.
ນັກຂ່າວ ພົລເມືອງ

ເມື່ອປະມານ ວັນທີ 15 ເດືອນມົກຣາ ປີ 2023 ນີ້ ຄຣູສອນສາສນາຄຣິສຕຽນ ທ່ານນຶ່ງ ພ້ອມກັບຊາວລາວຄິຣສຕຽນ ອີກ 15 ຄອບຄົວ ເຊິ່ງເປັນຊາວເຜົ່າອາຄາ ຢູ່ບ້ານໃໝ່ ເມືອງຫລວງນ້ໍາທາ ແຂວງຫລວງນ້ໍາທາ ໄດ້ຖືກເຈົ້າໜ້າທີ່ຂັ້ນບ້ານ ຂັບໄລ່ອອກຈາກບ້ານ ສາເຫດ ທີ່ຖືກໄລ່ອອກຈາກບ້ານ ຍ້ອນວ່າ ເຈົ້າໜ້າທີ່ບໍ່ພໍໃຈ ທີ່ຊາວລາວຄິຣສຕຽນ ດັ່ງກ່າວໄດ້ປ່ຽນໄປນັບຖື ສາສນາຄິຣສຕຽນ ແທນການນັບຖືຜີ ຕາມຄວາມເຊື່ອ ຂອງຊົນເຜົ່າອາຄາ ຈຶ່ງເຮັດໃຫ້ຄອບຄົວ ຊາວລາວຄິຣສຕຽນ ດັ່ງກ່າວ ຕ້ອງໄດ້ປະລະເຮືອນ ແລະ ບໍມີບ່ອນຢູ່ອາສັຍ.

ມາຮອດວັນທີ 7 ກຸມພາ ນີ້  ເຄືອຂ່າຍຊາວລາວ ຄິຣສຕຽນ ຢູ່ແຂວງຫລວງນ້ໍາທາ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ສຽງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:

“ໃນມື້ນີ້ ເຈົ້າໜ້າທີ່ ຫ້ອງການແນວລາວສ້າງຊາຕ ແຂວງຫລວງນ້ໍາທາ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງແຂວງຫລວງນ້ໍາທາ ໄດ້ເອີ້ນຄອບຄົວ ຊາວລາວຄິຣສຕຽນ ດັ່ງກ່າວ ພ້ອມທັງເຈົ້າໜ້າທີ່ ຂັ້ນບ້ານ ມາໂອ້ລົມ ແລະ ຫາລືກັນ ເພື່ອໃຫ້ທັງສອງຝ່າຍ ໄດ້ປັບຄວາມເຂົ້າໃຈກັນ ແລະ ສາມາດຢູ່ຮ່ວມກັນໄດ້ຢ່າງສະງົບ ແຕ່ໃນເບື້ອງຕົ້ນ ຍັງບໍ່ສາມາດ ໃຫ້ຣາຍລະອຽດຫລາຍໄປກ່ວານີ້ໄດ້.

ເຖິງຢ່າງໃດກໍຕາມ ແຫລ່ງຂ່າວທ່ານນີ້ ບໍ່ສາມາດລະບຸຈໍານວນ ຂອງຊາວລາວຄິຣສຕຽນ ດັ່ງກ່າວໄດ້ຢ່າງຄັກແນ່ວ່າ ມີຈັກຄົນ, ມີແຕ່ລະບຸພຽງຈໍານວນຄອບຄົວ ເທົ່ານັ້ນ ໃນຂະນະທີ່ ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ໄປຫາເຈົ້າໜ້າທີ່ ຫ້ອງການແນວລາວສ້າງຊາຕ ແຂວງຫລວງນ້ໍາທາ ເພື່ອຂໍຣາຍລະອຽດເພີ່ມຕື່ມ ຕໍ່ເຫດການດັ່ງກ່າວ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄດ້ປະຕິເສດ ທີ່ຈະໃຫ້ສັມພາດ ແລະ ໃຫ້ຣາຍລະອຽດເພີ່ມຕື່ມ ເຊິ່ງໄດ້ມີການຊີ້ແຈງ ພຽງແຕ່ວ່າ ກໍາລັງມີການແກ້ໄຂບັນຫານີ້ຢູ່ ໃນຂະນະດຽວກັນ ກໍໄດ້ພະຍາຍາມຕິດຕໍ່ ຫາຄອບຄົວຊາວລາວ ຄິຣສຕຽນດັ່ງກ່າວ ແຕ່ທາງຄອບຄົວ ບໍ່ສະດວກທີ່ຈະໃຫ້ສັມພາດ ຍ້ອນ ເພື່ອຄວາມປອດພັຍ.

ບໍ່ພຽງເທົ່ານັ້ນ ເມື່ອປະມານ ເດືອນສິງຫາ ປີ 2022 ຊາວລາວຄິຣສຕຽນ ຄອບຄົວນຶ່ງ ຢູ່ເມືອງຊຽງເງິນ ແຂວງຫລວງພຣະບາງ ທີ່ບໍ່ລະບຸຢ່າງຄັກແນ່ວ່າ ມີສະມາຊິກທັງໝົດຈັກຄົນ ແລະ ຢູ່ບ້ານໃດ ໄດ້ຖືກເຈົ້າໜ້າທີ່ຂັ້ນບ້ານ ຍຶດເອກສານຕ່າງໆ ເປັນຕົ້ນ ປື້ມສັມມະໂນຄົວ, ບັດປະຈໍາໂຕ, ໜັງສືເດີນທາງ ແລະ ອື່ນໆ ເພື່ອເປັນການກັ່ນແກ້ງ ຄອບຄົວດັ່ງກ່າວ ແລະ ຈະຄືນເອກສານຕ່າງໆໃຫ້ ກໍຕໍ່ເມື່ອ ໄດ້ຢຸດເຊົາການນັບຖື ສາສນາຄິຣສຕຽນແລ້ວ, ອີງຕາມການຣາຍງານ ຂອງແຫລ່ງຂ່າວຜູ້ດຽວກັນນີ້. ກ່ຽວກັບເຣື່ອງນີ້ ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ເຄືອຂ່າຍ ຊາວຄິຣສຕຽນລາວ ຢູ່ແຂວງຫລວງພຣະບາງ ແລະ ເຈົ້າໜ້າທີ່ ຫ້ອງການແນວລາວສ້າງຊາຕ ແຂວງຫລວງພຣະບາງ ເພື່ອສອບຖາມຂໍ້ມູນເພີ່ມຕື່ມ ແຕ່ກໍບໍ່ຮູ້ຜູ້ໃດຮູ້ຣາຍລະອຽດ ຂອງເຣື່ອງດັ່ງກ່າວເທື່ອ, ແຕ່ເຖິງຢ່າງໃດກໍຕາມ ຊາວລາວ ຄິຣສຕຽນ ທີ່ຮັບຮູ້ຂ່າວ ທັງ 2 ເຫດການດັ່ງກ່າວ ຮູ້ສືກບໍ່ສະບາຍໃຈ ທີ່ຍັງເກີດເຫດການ ຂົ່ມເຫັງຊາວລາວ ຄິຣສຕຽນ ຢູ່ເລື້ອຍໆ.

ດັ່ງຊາວ ຄິຣສຕຽນລາວ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ 7 ກຸມພາ ນີ້ວ່າ:

ຢູ່ຫລວງນ້ໍາທານີ້ອູ້ຢູ່ ກໍແຮງແຫລະບາງຄັ້ງ ເພາະວ່າການບັງຄັບບັນຊາ ກະໝາຍຄວາມວ່າ ຢາກເອົາຊັພສົມບັດບໍ່ ກໍຢາກໄລ່ຫນີຈາກບ້ານ ຈາກເຮືອນ ໄປຢູ່ບ່ອນອື່ນ ແບບທຸກຍາກລໍາບາກ.”

IMG_0601.JPG
ສຳນັກງານ ສູນກາງແນວລາວສ້າງຊາຕ, ນະຄອນຫຼວງວຽງຈັນ ເດືອນສິງຫາ ປີ 2022.

ໃນໄລຍະທີ່ຜ່ານມາ ເຈົ້າໜ້າທີ່ການ ຢູ່ແຂວງຫລວງນ້ໍາທາ ແລະ ແຂວງອື່ນໆ ທາງພາກເໜືອ ກໍມັກ ໂຄສະນາໃຫ້ ຊາວ-ລາວ ຄິຣສຕຽນ ປະລະການເຊື່ອຖື ສາສນາຄິຣສຕຽນ ຢູ່ເລື້ອຍໆ ຈຶ່ງເປັນເຣື່ອງປົກກະຕິ ທີ່ເກີດເຫດການຂົ່ມເຫັງ ຊາວລາວຄິຣສຕຽນ. ສ່ວນຊາວລາວຄິຣສຕຽນ ຢູ່ແຂວງພາກເໜືອ ທ່ານນຶ່ງກ່າວວ່າ:

ຜ່ານມາ ເຂົາເຈົ້າກະມາທາງການ ເພິ່ນກະມາຊື້ເຂົ້າຊື້ເຄື່ອງ ໄປໃຫ້ຄອບຄົວທຸກຍາກ ທີ່ເຊື່ອພຣະເຍຊູ ຜ່ານມາຫັ້ນເນາະ ໄປແລ້ວກະວ່າໃຫ້ເຈົ້າ ມາເອົາເຄື່ອງນີ້ ເຈົ້າຮັບອັນນີ້ແລ້ວ ເຈົ້າອອກຈາກພຣະເຍຊູ ເພາະວ່າພຣະເຍຊູນີ້ ມັນເປັນສາສນາຕ່າງປະເທດ ເປັນສາສນາສັດຕູ, ສາສນາຕາເວັນຕົກ ແບບຊີ້ຫັ້ນນ່າ ທັງໆ ທີ່ເຂົາເຈົ້າສັດທາ ໃນຄວາມບໍ່ຄິດເຖິງຕະເວັນຕົກ ບໍ່ຄິດເຖິງສັດຕູ.”

ທາງດ້ານເຈົ້າໜ້າທີ່ ຫ້ອງການແນວລາວສ້າງຊາຕ ຢູ່ແຂວງພາກເໜືອ ທ່ານນຶ່ງໄດ້ກ່າວ ກ່ຽວກັບເຫຕການຂໍ້ຂັດແຍ້ງ ລະຫວ່າງ ເຈົ້າໜ້າທີ່ຂັ້ນບ້ານ ແລະ ຊາວລາວຄິຣສຕຽນ ໃນຕອນນຶ່ງວ່າ:

ບໍ່ແມ່ນບໍ່ໃຫ້ຖື ແຕ່ວ່າມັນກະມີບາງຄອບຄົວ ບາງກຸ່ມຄົນຈໍານວນນຶ່ງນ່າ ຖືກນໍາໃຊ້ ໃນທາງທີ່ບໍ່ຖືກຕ້ອງນ່າ ຂັດຕໍ່ລະບຽບຂອງບ້ານບໍ່ ອັນນັ້ນອັນນີ້ບໍ່ ເຮົາຖືສາສນາແລ້ວ ບໍ່ໄປຮ່ວມພິທີທາງຮີດຄອງ ເຜົ່າອື່ນບໍ່ ບາງເທື່ອ ມີການຂໍ້ຂັດແຍ້ງກັນ ໄທເຮົາກະໄດ້ແກ້ໄດ້ສືກສາອົບຮົມ.”

ໃນຂະນະດຽວກັນ ສໍາລັບເຫຕການຊາວຄິຣສຕຽນລາວ 7 ຄອບຄົວ, ມີສະມາຊິກທັງໝົດ 15 ຄົນ ຢູ່ບ້ານປະສິງ, ບ້ານກາງ ແລະບ້ານປະເຕມ ຄຸ້ມປຣຸກ ເມືອງຕະໂອຍ ແຂວງສາຣະວັນ ທີ່ຖືກເຈົ້າໜ້າທີ່ ຂັ້ນບ້ານ ຂັບໄລ່ອອກຈາກບ້ານ ໃນໄລຍະທ້າຍປີ 2020 ຫາຕົ້ນປີ 2021 ກໍໄດ້ຮັບການແກ້ໄຂແລ້ວ ເປັນບາງສ່ວນ ແລະ ສາມາດກັບໄປຢູ່ບ້ານໄດ້, ເຄືອຂ່າຍຊາວຄິຣສຕຽນ ຢູ່ແຂວງພາກໃຕ້ ກ່າວວ່າ:

ພີ່ນ້ອງກັບບ້ານມື້ນີ້ ແຕ່ນາຍບ້ານຍັງເວົ້າບໍ່ແລ້ວ ເຂົາເຈົ້າຍັງໄກ່ເກັ່ຍກັນຢູ່ບ້ານ ເພາະວ່າທາງບ້ານຢາກເອົາອັນນັ້ນ ຢາກເອົາອັນນີ້ເພິ່ນນ່າ ທາງຂັ້ນເມືອງກໍຢາກໃຫ້ບ້ານເຄຣັຍກັນ ເພາະວ່າຮອດເມືອງແລ້ວ ໃຫ້ເຂົາມາເຄຣັຍກັນ.”

ເຖິງຢ່າງໃດກໍຕາມ ກໍຍັງມີເຫຕການ ຂອງຊາວລາວຄິຣສຕຽນ ອີກຫລາຍກໍຣະນີ ທີ່ກໍາລັງລໍຖ້າ ໄດ້ຮັບຄວາມເປັນທັມ ຈາກທາງການຢູ່ ເປັນຕົ້ນ ກໍຣະນີຄາຕກັມອາຈານ  ສີ ແສງມະນີ ຄຣູສອນສາສນາຄິຣສຕຽນ ຊາວເມືອງນາກາຍ ແຂວງຄໍາມ່ວນ ເມື່ອເດືອນຕຸລາ ປີ 2022 ແລະ ກໍຣະນີຂອງຄອບຄົວຊາວຄິຣສຕຽນລາວ ຢູ່ບ້ານດົງສວັນ ເມືອງ ທ່າພະລານໄຊ ແຂວງສວັນນະເຂດ ທີ່ຖືກເຈົ້າໜ້າທີ່ ຂັ້ນບ້ານຈູດເຮືອນ ແລະ ຂົ່ມເຫັງ ເມື່ອເດືອນ ກຸມພາ ປີ 2022.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.