ຜູ້ນຳ ຄຣິສຕຽນ ສູນລວມ ຄຣິສຕະຈັກ ເສັຽຊີວິດ
2022.01.04

ສຈ. ດຣ. ຄໍາພອນ ກຸນທະປັນຍາ ປະທານບໍຣິຫານສູນລວມຄຣິສຕະຈັກຂ່າວປະເສີດ ສປປລາວ ຫລືທີ່ຊາວຄຣິສຕຽນລາວພາກັນເອີ້ນ ແລະຮູ້ຈັກກັນຢ່າງກວ້າງຂວາງວ່າ ອາຈານໃຫຍ່ສູນລວມຄຣິສຕະຈັກດັ່ງກ່າວ ອາຍຸ 81 ປີ ໄດ້ເສັຍຊີວິດຢູ່ໂຮງໝໍແລ້ວ ຍ້ອນອາຍຸສັງຂານ ໃນມື້ວັນທີ 3 ມົກກະຣານີ້, ອີງຕາມການແຈ້ງຂ່າວຂອງຄອບຄົວຂອງທ່ານ ເວລາປະມານ 15:00 ໂມງຂອງວັນດັ່ງກ່າວ. ແຕ່ທາງຄອບຄົວ ແລະໂຮງໝໍບໍ່ເປີດເຜີຍລາຍລະອຽດກ່ຽວກັບສາເຫດຂອງການເສັຍຊີວິດນັ້ນ. ສົບຂອງທ່ານ ໄດ້ຖືກນໍາໄປປະກອບພິທີທາງສາສນາຄຣິສຕຽນ ແລະຝັງທີ່ສຸສານປ່າສັກສິດຂອງຊາວຄຣິສຕຽນ ຢູ່ຫລັກ 24 ບ້ານນາພອກ ນະຄອນຫລວງວຽງຈັນ ໃນມື້ວັນທີ 3 ມົກກະຣານີ້, ອີງຕາມຄໍາເວົ້າຂອງສະມາຊິກປະຈໍາໂບດຄຣິສຕະຈັກຂ່າວປະເສີດ ຢູ່ນາໄຊ ນະຄອນຫລວງວຽງຈັນ ຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 4 ມົກກະຣານີ້.
“ທາງໂຮງໝໍແລະກໍທາງຄອບຄົວ ເຂົາກໍບໍ່ຢາກເປີດເຜີຍໃນເຣື່ອງນີ້ ອີ່ຫຍັງແບບນີ້ຫັ້ນນ່າ. ແລ້ວປັດຈຸັນ ພະຍາດໂຄວິດ-19 ກໍກໍາລັງຣະບາດຫັ້ນນ່າ ເພື່ອເປັນການປ້ອງກັນໄວ້ກ່ອນອີ່ຫຍັງແບບນີ້ຫັ້ນນ່າ ຜູ້ຫລັບຕາລາໂລກ ຫືຜູ້ທີ່ເສັຽຊີວິດຢູ່ໃນໂຮງໝໍ ສ່ວນຫລາຍເຂົາກໍພະຍາຍາມທີ່ຈະເຮັດພິທີແບບຮີບດ່ວນ ແບບນີ້ຫັ້ນນ່າ.”
ທ່ານກ່າວຕື່ມວ່າ ພິທີທາງສາສນາຄຣິສຕຽນ ທີ່ໄດ້ຈັດຂຶ້ນໃນມື້ວານນີ້ ເປັນພິທີບໍ່ຍິ່ງໃຫຍ່ ຍ້ອນໄດ້ຈັດພິທີພຽງມື້ດຽວພາຍຫລັງເພິ່ນເສັຍຊີວິດ, ມີແຂກມາຮ່ວມງານປະມານ 100 ປາຍຄົນ, ມີການຮັກສາໄລຍະຫ່າງ, ໃສ່ຜ້າອັດປາກດັດດັງ ຕາມຫລັກການສາທາຣະນະສຸຂ ເພື່ອປ້ອງກັນການແພ່ຣະບາດຂອງໂຄວິດ-19.
ເມື່ອຊາບຂ່າວການເສັຍຊີວິດຂອງອາຈານໃຫຍ່ ຄໍາພອນ ກຸນທະປັນຍາ ຜູ້ນໍາທາງສາສນາຄຣິສຕຽນຢູ່ລາວນັ້ນແລ້ວ ຊາວຄຣິສຕຽນລາວທັງຫລາຍ ກໍພາກັນເສົ້າໂສກ ເສັຍໃຈ ຍ້ອນເຫັນວ່າເພິ່ນມີຜົລງານຫລາຍໃນໄລຍະຜ່ານມາ, ໄດ້ທຸ້ມເທທັງສະຕິປັນຍາ, ເຮື່ອແຮງ, ເວລາ ແລະຊັພສິນ ເຂົ້າໃນວຽກງານຄຣິສຕຽນຈົນເຖິງວາລະສຸດທ້າຍ ກ່ອນທີ່ທ່ານຈະຈາກໂລກນີ້ໄປ.
ຊາວຄຣິສຕຽນທັງຫລາຍ ຕ່າງກໍຕັ້ງອະທິຖານໃຫ້ເຈຕນາລົມຂອງທ່ານ ໃນການປົກປັກຮັກສາ ແລະຂຍາຍສາສນາຄຣິສຕຽນໃຫ້ກ້ວາງຂວາງຕໍ່ໆໄປນັ້ນ ບັງເກີດຜົລ ເຖິງແມ່ນພວກຕົນຈະບໍ່ສາມາດໄປຮ່ວມພິທີສົ່ງສະການ.
ດັ່ງຊາວຄຣິສຕຽນລາວຢູ່ນະຄອນຫລວງວຽງຈັນທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:
“ອະທິຖານເພື່ອຄອບຄົວຂອງເພິ່ນນັ້ນແຫລະ ອະທິຖານໃຫ້ເຂົາເຈົ້າ ນໍາພາຄອບຄົວຂອງເພິ່ນຕໍ່ໄປ ເຮົາກໍບໍ່ຮູ້ເນາະວ່າ ສິໄປມື້ໃດ ແຜນການຂອງເຂົາເຈົ້າ.”
ຫລາຍສິບປີທີ່ຜ່ານມາ ໂດຍປະຕິບັດຕາມຂໍ້ກໍານົດຂອງຣັຖທໍາມະນູນລາວ ທີ່ພົລເມືອງລາວມີສິດເສຣີພາບໃນການເຊື່ອຖື ຫລືບໍ່ເຊື່ອຖືສາສນາ ທ່ານໄດ້ເອົາຫລັກທໍາຄໍາສອນຂອງສາ ສນາຄຣິສຕຽນ ໄປເຜີຍແພ່ໃນທົ່ວປະເທດ, ສອນໃຫ້ຊາວຄຣິສຕຽນລາວ ມີຄວາມສາມັກຄີ ຮັກແພງ ເປັນອັນນຶ່ງອັນດຽວກັນທົ່ວປວງຊົນທັງຊາດ ແລະສາສນາຄຣິສຕຽນຖືກຮັບຮູ້ຄືກັນກັບສາສນາອື່ນໃນລາວ.
ດັ່ງຊາວຄຣິສຕຽນ ຢູ່ເມືອງພີນ ແຂວງສວັນນະເຂດທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 4 ມົກກະຣານີ້ວ່າ:
“ໃນເມື່ອກ່ອນທີ່ທຸກຍາກ ກ່ຽວກັບເຣື່ອງລາງຄວາມເຊື່ອເນາະເພິ່ນກໍມີການຜວດເຜີຍ ໃຫ້ຮູ້ຈັກທົ່ວເຖິງວ່າ ສາສນານີ້ ເປັນສາສນາຂອງຣັຖບານໄດ້ຮັບຮູ້ວ່າ ບໍ່ໃຫ້ມີການຂົ່ມເຫັງກັນ ບໍ່ໃຫ້ມີການກຽດກັນ ໃຫ້ເຮົາຮັກແພງກັນ ເປັນປະຊາຊົນພົລເມືອງລາວອັນດຽວກັນ ບໍ່ແມ່ນສາສນາຕ່າງປະເທດ ເປັນສາສນາທີ່ເຮົາຖືແລ້ວ ມັນເປັນສາສນາຂອງເຮົາ.”
ທ່ານກ່າວຕື່ມວ່າ ອາຈານໃຫຍ່ ຄໍາພອນ ສອນໃຫ້ຕ້ອງເວົ້າ, ຕ້ອງປະກາດເຣື່ອງລາວຂອງ ພຣະເຈົ້າໃນສາສນາຄຣິສຕຽນ ເພື່ອໃຫ້ຫລັກຄໍາສອນຂອງພຣະເຈົ້າ ຂຍາຍໄປເຖິງທຸກຊົນ ເຜົ່າ ແລະທຸກເຂດທົ່ວປະເທດລາວ.
ທີ່ຜ່ານມາ ຊາວຄຣິສຕຽນລາວ ໄດ້ຮັບຄວາມເດືອດຮ້ອນ ແລະຫຍຖຸ້ງຍາກ ຮວມທັງຊາວ ຄຣິສຕຽນ ຢູ່ເມືອງຕະໂອ້ຍ ແຂວງສາຣະວັນ ຖືກອໍານາດການປົກຄອງບ້ານ ມ້າງເຮືອນ ແລະໄລ່ອອກຈາກບ້ານ ຍ້ອນພວກເຂົາເຈົ້ານັບຖືສາສນາຄຣິສຕຽນ ແລະຊາວຄຣິສຕຽນ ຢູ່ເມືອງຊົນນະບູລີ ແຂວງສວັນນະເຂດ ກໍຖືກເຈົ້າໜ້າທີ່ຕໍາຣວດຈັບ ໃນຂະນະທີ່ກໍາລັງກຽມພິທີນະມັດສະການພຣະເຈົ້າ ປະຈໍາສັບປະດາ.
ຕໍ່ເຫດການດັ່ງກ່າວ ອາຈານໃຫຍ່ ຄໍາພອນ ໄດ້ຊ່ອຍອະທິຖານ ພາວະນາໃຫ້ຊາວຄຣິສຕຽນ ທີ່ຖືກທາງການຈັບນັ້ນ ໄດ້ຮັບການປ່ອຍຕົວ ຊຶ່ງຖືວ່າມີຄຸນຄ່າທາງໃຈ.
ດັ່ງສະມາຊິກໂບດຄຣິສຕະຈັກ ຢູ່ແຂວງສາຣະວັນ ກ່າວໃນມື້ດຽວກັນນີ້ວ່າ:
“ເຣື່ອງໂຕນີ້ ມີແຕ່ຄໍາອະທິຖານຂອງລາວ ເພິ່ນອະທິຖານນີ້ ອະທິຖານໃຫ້ເຂົາເຈົ້າປົດປ່ອຍອອກຈາກຄຸກ ອະທິ ຖານໃຫ້ເຂົາເຈົ້າມີກໍາລັງ ໃຫ້ສາມາດຫລຸດພົ້ນ ແຕ່ວ່າຄັນເວົ້າເຣື່ອງໄປແກ້ໄຂໂດຍກົງ ໄປພິຈາຣະນາໂດຍກົງ ບໍ່ມີ.”
ທ່ານກ່າວຕື່ມວ່າ ບັນຫາຕ່າງໆ ທີ່ເກີດຂຶ້ນກັບຊາວຄຣິສຕຽນ ຮວມທັງຄວາມເດືອດຮ້ອນ ແລະຄວາມຫຍຸ້ງຍາກໃນການນັບຖືສາສນາຄຣິສຕຽນນັ້ນ ແມ່ນພວກພີ່ນ້ອງ ທີ່ຮູ້ຈັກກົດ ໝາຍມາຊ່ອຍແກ້ໄຂ.
ສໍາລັບເຣື່ອງການແຕ່ງຕັ້ງຜູ້ນໍາທາງສາສນາຄຣິສຕຽນຄົນໃໝ່ ຍັງບໍ່ມີກໍານົດວ່າ ຈະໄດ້ຈັດຂຶ້ນເມື່ອໃດ ເນື່ອງຈາກແຕ່ລະແຂວງ ທີ່ມີໂບດຄຣິສຕະຈັກ ຈະຕ້ອງໄດ້ທໍາພິທີນະມັດ ສະ ການ ລໍ້າລຶກຄຸນງາມຄວາມດີ ແລະງານຂອບຄຸນອາຈານໃຫຍ່ ຄໍາພອນ ກຸນທະປັນຍາ ໃຫ້ແລ້ວກ່ອນ.
ດັ່ງສະມາຊິກປະຈໍາໂບດນາໄຊຄຣິສຕະຈັກຂ່າວປະເສີດ ທ່ານດຽວກັນນັ້ນເວົ້າວ່າ:
“ພິທີມັສການ ລໍາລຶກເຖິງເພິ່ນແລ້ວ ແລ້ວແຕ່ລະແຂວງເຮັດໝົດແລ້ວ ແລ້ວຫລັງຈາກນັ້ນ ຍັງຈະມີຈັດງານຂອບຄຸນອີກ. ຫລັງຈາກຈັດງານຂອບຄຸນແລ້ວກໍຖືວ່າແລ້ວ. ກ່ຽວກັບການທີ່ເພິ່ນຫລັບຕາລາໂລກ ແລ້ວຫລັງຈາກນັ້ນແລ້ວ ຢູ່ໃນຄະນະກັມການ ຈະລົມກັນກ່ຽວກັບເຣື່ອງການແຕ່ງ ຕັ້ງ.”
ອາຈານໃຫຍ່ ຄໍາພອນ ກຸນທະປັນຍາ ນອກຈາກໄດ້ເປັນປະທານບໍຣິຫານສູນລວມຄຣິສຕະຈັກຂ່າວປະເສີດ ສປປລາວ ແລ້ວ ຍັງມີຕໍາແໜ່ງເປັນ ສິດຍາພິບານອາວຸໂສ ຫລືເປັນຜູ້ເບິ່ງແຍງສິດອາວຸໂສ ຢູ່ 3 ໂບດຄຣິສຕະຈັກ ຄືໂບດອານຸ, ໂບດນາໄຊ ແລະໂບດນາຄໍາ, ເປັນຜູ້ອອກແບບ ແລະຜູ້ເຜີຍແພ່ ປະກາດບົດຮຽນ ແລະທໍາມະນູນຂອງສາສນາຄຣິສຕຽນ.
ອີງຕາມຂໍ້ມູນຈາກໂບດຄຣິສຕະຈັກນາໄຊ ແລະສະມາຊິກປະຈໍາໂບດຄຣິສຕະຈັກ ຢູ່ແຂວງສາຣະວັນ, ຢູ່ປະເທດລາວປັດຈຸບັນ ພົລເມືອງລາວ ເຊື່ອຖືສາສນາຄຣິສຕຽນປະມານ 1 ແສນຄົນ.