ເຮືອນຊາວຄຣິສຕຽນ ເມືອງທ່າພະລານໄຊ ຖືກຈູດ

ໄຊຍາ
2022.02.18
ເຮືອນຊາວຄຣິສຕຽນ ເມືອງທ່າພະລານໄຊ ຖືກຈູດ ເຮືອນ ຊາວຄຣິສຕຽນ ເມືອງທ່າພະລານໄຊ ທີ່ຖືກເຈົ້າໜ້າທີ່ ຈູດເຜົາ ຈົນບໍ່ເຫຼືອ
ນັກຂ່າວ ພົລເມືອງ

ໃນວັນທີ 10 ກຸມພາ ຜ່ານມານີ້ຊາວຄຣິສຕຽນລາວ ຄອບຄົວນຶ່ງຊຶ່ງມີສາມະຊິກ 12 ຄົນ ຢູ່ບ້ານດົງສວັນ ຫລື ດົງບັງ ເມືອງທ່າພະລານໄຊ ແຂວງສວັນນະເຂດ ໄດ້ຖືກກຸ່ມເຈົ້າໜ້າທີ່ ຂັ້ນບ້ານບຸກຈູດເຜົາເຮືອນຖິ້ມຍ້ອນບໍ່ພໍໃຈ ທີ່ຄອບຄົວດັ່ງກ່າວ ເຊື່ອຖືສາສນາຄຣິສຕຽນ ເຮັດໃຫ້ປັດຈຸບັນຄອບຄົວຜູ້ເຄາະຮ້າຍ ຕ້ອງໄດ້ພາກັນຍ້າຍໄປຢູ່ເຮືອນອີກຫລັງນຶ່ງ ແລະຕ້ອງຢູ່ກັນ ແບບທຸກຍາກ.

ດັ່ງຫົວໜ້າຄອບຄົວ ຜູ້ເຄາະຮ້າຍໄດ້ກ່າວ ຜ່ານສື່ສັງຄົມອ໋ອນລາຍນ໌ວ່າ:

ມາເບິ່ງເດ້ບ້ານດົງສວັນ ພີ່ນ້ອງເອີຍ ເຂົາຕໍ່ຕ້ານພຣະເຈົ້າ ຂະນ້ອຍເຊື່ອພຣະເຈົ້າ ນີ້ເຮືອນກາເຂົາຈູດ ຄຽດແຄ້ນ ຈູດເຮືອນຂະນ້ອຍ ຍ້ອນຂະນ້ອຍເຊື່ອພຣະເຍຊູ ເຂົາມາເຮັດກັບຂະນ້ອຍແບບນີ້ນ່າ ມີຢູ່ປະເທດອື່ນນ່າ ເມືອງອື່ນນ່າ ບ້ານອື່ນນ່າ ເຄີຍເຫັນຢູ່ບໍ່ພີ່ນ້ອງ ເຂົາເຫັນພຣະເຍຊູ ຢູ່ນໍາເຮົາຫັ້ນແຫລະພີ່ນ້ອງເອີຍ ເຂົາຈຶ່ງເຮັດໄດ້ຫັ້ນນ່າ.

ຍານາງໄດ້ກ່າວຕື່ມວ່າ ກ່ອນໜ້ານັ້ນເຈົ້າໜ້າທີ່ຂັ້ນບ້ານ ກໍໄດ້ຍາດເອົາດິນນາ ຄອບຄົວຂອງຕົນໄປແລ້ວຍ້ອນພະຍາຍາມຂົ່ມເຫັງ ແລະ ໃນວັນທີ 4 ກຸມພາທີ່ຜ່ານມານີ້ ຜົວຂອງຕົນເອງ ກໍໄດ້ເສັຽຊີວິດແຕ່ພັດຖືກທາງເຈົ້າໜ້າທີ່ຂັ້ນບ້ານ ພາກັນມາຂົ່ມເຫັງ ໂດຍການເຄາະຕີໂລງສົບ ພ້ອມທັງບໍ່ອະນຸຍາດໃຫ້ນຳ ສົບໄປຝັງໃນປ່າຊ້າ ຂອງບ້ານຈຶ່ງຕ້ອງພາກັນ ເອົາສົບໄປຝັງບ່ອນອື່ນແທນ ຊຶ່ງເປັນການຂົ່ມເຫັງທີ່ຮ້າຍແຮງທີ່ສຸດ ເທົ່າທີ່ຕົນເຄີຍພົບມາ.

ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ຫາຊາວຄຣິສຕຽນລາວ ຄອບຄົວດັ່ງກ່າວ ພ້ອມດ້ວຍເຈົ້າໜ້າທີ່ຂັ້ນບ້ານ ບ້ານດົງສວັນເພື່ອສອບຖາມ ຣາຍລະອຽດເພີ່ມຕື່ມ ແຕ່ຍັງບໍ່ສາມາດຕິດຕໍ່ ຜູ້ກ່ຽວໄດ້.

ໃນຂະນະທີ່ ເຄືອຂ່າຍຊາວຄຣິສຕຽນລາວ ຢູ່ແຂວງສວັນນະເຂດ ທີ່ໄດ້ຮັບຮູ້ຂ່າວດັ່ງກ່າວ ກໍໄດ້ພະຍາຍາມຊ່ອຍເຫລືອ ຄອບຄົວຜູ້ຖືກເຄາະຮ້າຍ ແລະພົວພັນນໍາເຈົ້າໜ້າທີ່ ພາກສ່ວນກ່ຽວຂ້ອງເພື່ອໃຫ້ຄວາມເປັນທັມ ແກ່ຜູ້ກ່ຽວ ແລະໃຫ້ດຳເນີນຄະດີ ກັບກຸ່ມເຈົ້າໜ້າທີ່ ບ້ານດ່ັງກ່າວ.

ດັ່ງຊາວຄຣິສຕຽນລາວ ຢູ່ແຂວງສວັນນະເຂດ ນາງນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 18 ກຸມພານີ້ວ່າ:

ທາງນາຍບ້ານ ທາງຫຍັງເຂົາມາເຮັດສາລະພັດ ເຮັດທັງຕີສົບຕີໂລງ ແລ້ວກາເອົາກ້ອນຫີນຫັ້ນທຸບ ຄໍຄົນແລ້ວສອງຄົນຖືກເຈັບ ເຂົາຂົ່ມເຫັງໜັກການຈັດຕັ້ງເດ້ນ່າ ຕຳຣວດເດ້ ເຈົ້າໜ້າທີ່ຂອງເຂົາ ຕ້ອງກວດສອບໃດ໋ເວລາທີ່ພັຍ ມັນເກີດຂື້ນນີ້ນ່າຕ້ອງຊ່ອຍປະຊາຊົນ.

ຍານາງກ່າວຕື່ມວ່າ ສຳລັບດິນຂອງຄອບຄົວດັ່ງກ່າວ ທີ່ຖືກທາງເຈົ້າໜ້າທີ່ຂັ້ນບ້ານ ຢຶດເອົາໄປນັ້ນກໍຍັງບໍ່ທັນໄດ້ຮັບຄືນເທື່ອ ຈຶ່ງຍັງບໍ່ສາມາດໃຊ້ເຮັດປູກຝັງ ໄດ້ຕາມປົກກະຕິ, ສ່ວນສາ ເຫດທີ່ທາງເຈົ້າໜ້າທີ່ ຂັ້ນບ້ານຢຶດເອົາດິນ ແລະຈູດເຜົາເຮືອນນັ້ນ ກໍແມ່ນຢາກຂົ່ມເຫັງຊາວຄຣິສຕຽນລາວ ບໍ່ໃຫ້ມີບ່ອນຫາກິນຍ້ອນບໍ່ມັກສາສນາຄຣິສຕຽນ.

ທາງດ້ານເຈົ້າໜ້າທີ່ ເມືອງທ່າພະລານໄຊ ທ່ານນຶ່ງທີ່ຂໍສງວນຊື່ ແລະຕຳແໜ່ງກ່າວວ່າພາຍຫລັງເກີດເຫດການດັ່ງກ່າວ ທາງເຈົ້າໜ້າທີ່ເມືອງກໍໄດ້ຮັບຮູ້ແລ້ວ ແລະໄດ້ແຕ່ງຕັ້ງຄະນະສະເພາະກິດ ເພື່ອແກ້ໄຂບັນຫາດັ່ງກ່າວ ແບບຮີບດ່ວນ ສຳລັບຄວາມຄືບໜ້າ ຍັງບໍ່ທັນແຈ້ງໃຫ້ຮູ້ໄດ້ເທື່ອ ຈົນກວ່າຈະມີການແກ້ໄຂກັນສຳເຣັດ.

ດັ່ງທ່ານໄດ້ກ່າວວ່າ:

ເພິ່ນແຕ່ງຕັ້ງຄະນະກັມມະການ ລົງໄປແລ້ວເດີ້ ຍັງບໍ່ທັນຮູ້ນຳເພິ່ນ ເພິ່ນແຕ່ງຕັ້ງວິຊາສະເພາະ ລົງໄປຫາເດີ້ ອັນນີ້ແມ່ນເຈົ້າໜ້າທີ່ ຢູ່ກຸ່ມຜູ້ຮັບຜິດຊອບຢູ່ກຸ່ມສື່ໆ.

ສ່ວນຊາວຄຣິສຕຽນລາວ ທ່ານນຶ່ງທີ່ຢູ່ໃນເຄືອຂ່າຍຄຣິສຕະຈັກ ຂ່າວປະເສີດ ກ່າວວ່າລາວເອງກໍຮູ້ສຶກເສົ້າສລົດໃຈ ກັບພີ່ນ້ອງຊາວຄຣິສຕຽນລາວ ທີ່ຖືກຂົ່ມເຫັງແຕ່ກໍຍັງບໍ່ຮູ້ບ່ອນທີ່ມາທີ່ໄປ ຂອງຂໍ້ຂັດແຍ່ງດັ່ງກ່າວ ຢ່າງລະອຽດຫລືເປັນຍ້ອນທາງບ້້ານ ບໍ່ຮັບຮູ້ເອົາຜູ້ນັບຖືສາສນາຄຣິສຕຽນ ສື່ໆ.

ດັ່ງທ່ານກ່າວວ່າ:

ກາບໍ່ຮູ້ວ່າມັນມີບັນຫາ ເຣື່ອງພາຍໃນເຂົາບໍ່ກາບໍ່ແນ່ໃຈຫັ້ນນ່າ ບາງທີມັນອາດຈະຂັດແຍ່ງກັນພາຍໃນຫັ້ນນ່າເຮົາກໍບໍ່ຮູ້ແຕ່ວ່າ ທາງພັກ-ຣັຖຂະເຈົ້າຄືຊິບໍ່ມີບັນຫາ ແຕ່ວ່າອາດຈະເປັນພາຍໃນ.

ທ່ານໄດ້ກ່າວຕື່ມວ່າ ເຫດການດັ່ງກ່າວສະແດງໃຫ້ເຫັນວ່າ ບັນຫາທີ່ເຈົ້າໜ້າທີ່ຂັ້ນບ້ານ ມັກຂົ່ມເຫັງຊາວຄຣິສຕຽນລາວນັ້ນ ຍັງບໍ່ທັນໄດ້ຮັບການ ແກ້ໄຂໝົດທຸກພື້ນທີ່ ເຖິງແມ່ນວ່າທາງຫ້ອງການ ແນວລາວສ້າງຊາດ ປະຈຳແຂວງຕ່າງໆ ຈະພະຍາຍາມປັບຄວາມເຂົ້າໃຈ ກັນລະຫວ່າງເຈົ້າໜ້າທີ່ຂັ້ນບ້ານ ແລະຊາວຄຣິສຕຽນລາວແລ້ວ ກໍຕາມແຕ່ເຈົ້າໜ້າທີ່ ບາງບ້ານບໍ່ປະຕິບັດຕາມ ແລະຍັງພະຍາຍາມຂັບໄລ່ ໃຫ້ຜູ້ທີ່ນັບຖືສາສນາຄຣິສຕຽນ ອອກໄປຈາກບ້ານ.

ກ່ອນໜ້ານີ້ກໍເຄີຍເກີດເຫດການ ຄ້າຍຄືກັນຕໍ່ຊາວຄຣິສຕຽນລາວ ຢູ່ໃນແຂວງສວັນນະເຂດ ຫລາຍກໍຣະນີ,ສຳລັບກໍຣະນີທີ່ເດັ່ນກວ່າໝູ່ ແມ່ນກໍຣະນີຂອງອາຈານສີທົນ ທິບພະວົງ ຄຣູສອນສາສນາຄຣິສຕຽນ ຢູ່ບ້ານກະລືມວັງແຂ້ ເມືອງຊົນນະບູຣີ ແຂວງສວັນນະເຂດ ທີ່ຖືກເຈົ້າໜ້າທີ່ຕຳຣວດຈັບໂຕ ໃນວັນທີ 15 ມີນາ 2020, ໃນຂະນະທີ່ກຳລັງ ກະຕຣຽມພິທີນະມັສການພຣະເຈົ້າ ປະຈຳສັປດາ ຢູ່ເຂດບ້ານຂອງທ່ານ ຍ້ອນອາຈານສີທົນ ປະຕິເສດທີ່ຈະເຊັນເອກະສານ ໃຫ້ປະລະການເຊື່ອຖື ສາສນາຄຣິສຕຽນ ແລະຫລັງຈາກນັ້ນກໍໄດ້ຖືກສານຕັດສິນ ຈຳຄຸກເປັນເວລາ 1 ປີ ໃນຂໍ້ຫາປະກອບດ້ວຍ ການແບ່ງແຍກຄວາມສາມັກຄີ ແລະ ສ້າງຄວາມປັ່ນປ່ວນ ໃຫ້ກັບສັງຄົມພ້ອມທັງປັບໄໝເງິນ 4 ລ້ານກີບ, ແຕ່ເນື່ອງຈາກໄດ້ຖືກຂັງຄຸກກາຍ 1 ປີ ແລ້ວ ສານຈຶ່ງອະນຸຍາດ ໃຫ້ປ່ອຍພາງໄປ ເມື່ອວັນທີ 9 ເມສາ 2021.

ແລະ ກ່ອນໜ້ານັ້ນໃນປີ 2018, ຊາວຄຣິສຕຽນລາວ 4 ຄົນ ແລະ ຜູ້ນຳສາສນາຄຣິສຕຽນອີກ 3 ຄົນຢູ່ບ້ານນາຄະນອງ ເມືອງພີນ ແຂວງສວັນນະເຂດ ກໍໄດ້ຖືກເຈົ້າໜ້າທີ່ຕຳຣວດ ເອີ້ນໄປກັກໂຕ ແລະສຶກສາອົບຮົມ ເປັນເວລາ 7 ມື້ ຍ້ອນໄດ້ຈັດພິທີສລອງບຸນຄຣິສມາສ ໂດຍບໍ່ໄດ້ຮັບອະນຸຍາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.