ຜູ້ນໍາຊາວຄຣິສຈຽນຖືກຈັບ
2014.06.25

ເຈົ້າໜ້າທີ່ ທາງການ ລາວ ຢູ່ພາກໃຕ້ ຂອງ ປະເທສ ໄດ້ຈັບ ກັກ ຂັງ ບັນດາ ຜູ້ນໍາໂບດ ແລະ ບຸກຄົນ ອື່ນໆ ທີ່ ເຊື່ອຖື ສາສນາ ຄຣິສຈຽນ ຊຶ່ງ ໄດ້ຈັດຕັ້ງ ພິທີ ຊາປະນະກິດສົບ ຊາວ ຄຣິສຈຽນ ອັນເປັນ ພາກສ່ວນນຶ່ງ ຂອງ ການປາບປາມ ຊາວຄຣິສຈຽນ ຢູ່ ໃນຂົງເຂດ ນັ້ນ. ຕາມຄໍາເວົ້າ ຂອງນັກ ເຄື່ອນໄຫວ ເພື່ອ ສິດທິ ມະນຸດ ຕໍ່ ໜັງສືພິມ BosNewsLife ໃນວັນ ອັງຄານ ທີ 24 ມິຖຸນາ 2014.
ທ່ານ ສີຣິກຸນ ປຣະເສີດສີ ຜູ້ ອໍານວຍການ ອົງການ ສິດທິມະນຸດ ແລະ ສິດ ເສຣີພາບ ໃນ ການເຊື່ອຖື ສາສນາ ຢູ່ ປະເທສລາວ ກ່າວວ່າ ທ່ານ ໄກທອງ, ທ່ານ ປະເພັດ, ທ່ານ ມຸກ ແລະ ທ່ານ ຫາສະດີ ທີ່ ເປັນຜູ້ນໍາ ໂບດ ແລະ ທ່່ານ ຕຽງ ຜູ້ເຊື່ອຖື ສາສນາ ຄຣິສຈຽນ ໄດ້ຖືກ ທາງການລາວ ຈັບກຸມ ເມື່ອວັນ ອັງຄານ ຢູ່ ບ້ານ ໄຊສົມບູນ, ເມືອງ ອາດສະພັງທອງ ແຂວງ ສວັນນະເຂດ ບ່ອນທີ່ ພວກເຂົາເຈົ້າ ໄດ້ທໍາພິທີ ໄວ້ອາໄລ ເຖິງ ດວງວິນຍານ ຂອງ ຜູ້ຍິງ ທີ່ ເຊື່ອຖື ສາສນາ ຄຣິສຈຽນ ຜູ້ນຶ່ງນັ້ນ. ທ່ານຈົ່ມ ເຣື່ອງ ຕໍາຫຣວດ ຣະເມີດ ສິດ ວ່າ: ພວກເຂົາເຈົ້າ ຖືກຈັບ ກັກຂັງ ດ້ວຍການ ໃສ່ກຸນແຈມື ແລະຕີນ ຢູ່ ໃນ ກົງຂັງ ທີ່ເຮັດ ດ້ວຍໄມ້.
ເຫດການ ທີ່ວ່ານັ້ນ ໄດ້ເລີ້ມ ເກີດຂຶ້ນ ໃນຕອນແລງ ຂອງ ວັນສຸກ ວັນທີ 21 ມິຖຸນາ ເວລາ ທີ່ ນາງຈານ ເສັຍຊີວິດ ຢູ່ບ້ານ ໄຊສົມບູນ ບ່ອນທີ່ ຄອບ ຄົວ ຂອງນາງ ຕ້ອງການ ຈັດຕັ້ງ ພິທີ ສົ່ງສະການ ຕາມຮີດຄອງ ຂອງ ສາສນາ ຄຣິສຈຽນ ແລະ ພິທີ ຝັງສົບ ນາງ.
ອົງການ ສິດທິມະນຸດ ແລະ ສິດ ເສຣີພາບ ກ່າວໃນ ຖແລງການ ວ່າ ນາງ ຈານ ແລະ ອ້າຍເອື້ອຍ ນ້ອງ ຂອງນາງ 8 ຄົນ ຊຶ່ງໃນນັ້ນ ແຕ່ງດອງ ແລ້ວ 4 ຄົນ, ໄດ້ເລີ້ມມີ ສັດທາ ເຫລື້ອມໃສ ໃນ ສາສນາ ຄຣິສຈຽນ ເມື່ອ ເດືອນ ເມສາ.