ສຽງແຄນລາວເປັນມໍຣະດົກ ໂລກ
2018.04.11

ໃນຕອນເຊົ້າຂອງວັນພຸດ ທີ 11 ເມສາ 2018 ທາງການລາວໄດ້ຈັດຂະບວນແຫ່ ແລະພິທີສເລີມສລອງ ສຽງແຄນລາວ ເປັນ ມໍຣະດົກໂລກ ພາຍຫລັງ ທີ່ອົງການ UNESCO ໄດ້ຮັບຮອງເອົາ ສຽງແຄນລາວ ທີ່ເປັນວັທນະທັມ ພື້ນເມືອງຂອງລາວ ໃຫ້ເປັນ ມໍຣະດົກໂລກ ທາງ ວັທນະທັມ ເມື່ອເດືອນທັນວາ 2017 ທີ່ປະເທດເກົາຫລີໃຕ້. ດັ່ງເຈົ້າໜ້າທີ່ ຜແນກຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ນະຄອນຫລວງ ວຽງຈັນ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ກ່າວກ່ຽວກັບ ພິທີສເລີມສລອງ ນັ້ນວ່າ:
"ມື້ນີ້ແມ່ນເປັນມື້ທີ່ວ່າ ເພິ່ນປະກາດຮັບຮອງເອົາ ສຽງແຄນລາວ ເປັນມໍຣະດົກໂລກ ສຽງແຄນໃດ໊, ສຽງທຳນອງຂອງແຄນຫັ້ນ ເປັນມໍຣະດົກ ໂລກ, ຄັນຊັ້ນລະແຄນຢູ່ລາວ ນີ້ມັນກະມີຫລາຍຊົນເຜົ່າເນາະ ແຕ່ລະຊົນເຜົ່າ ກະມີການສະແດງ ເອົາມາສະແດງ ເອົາແຄນມາສະແດງ ຫັ້ນນ່າ."
ທ່ານກ່າວຕື່ມວ່າ ນອກຈາກມີຂະບວນແຫ່ ແລະ ພີທີສເລີມສລອງແລ້ວ ກໍ່ຍັງມີການຄົບງັນ ແລະການສະແດງສິລປະຕ່າງໆ ເປັນຕົ້ນແມ່ນ ການສະແດງ ສຽງແຄນລາວ ຢູ່ຫໍວັທນະທັມ ແຫ່ງຊາດລາວ. ຊຶ່ງມີຄນະສີລປະວັທນະທັມ ຈາກສູນກາງແລະທ້ອງຖິ່ນ ເຂົ້າມາສະແດງ ໃຫ້ ຜູ້ທີ່ມາຮ່ວມງານ ໄດ້ຮັບຊົມ ແລະຮັບຟັງ.
ຂະບວນແຫ່ສຽງແຄນລາວເປັນ ມໍຣະດົກໂລກ ໄດ້ເລີ້ມຈາກ ເດີ່ນພຣະທາດຫລວງ ນະຄອນຫຼວງວຽງຈັນ ໄປຕາມຖນົນສາຍສຳຄັນຕ່າງໆ. ເຊັ່ນຖນົນລ້ານຊ້າງ ແລະ ຖນົນເສດຖາທິຣາສ ເພື່ອໄປຄອບໄຂ່ວ ບັນພະບູຣຸສລາວ ທີ່ເລີ້ມຈາກ ອານຸສາວະຣີ ເຈົ້າຟ້າງຸ່ມ, ອານຸສາວະຣີ ນັກຮົບນິຣະນາມ ແລະ ຮູບປັ້ນທ່ານ ໄກສອນ ພົມວິຫານ ຕາມລຳດັບ ຊຶ່ງໄດ້ມີການແຫ່ເຊີ້ງ ຕລອດເວລາທີ່ມີຂະບວນແຫ່ຜ່ານໄປ.