ສໍາພາດ ລູກນ້ຳ ທິດາລັດ ວົງສິລິ

ອຸ່ນແກ້ວ ສຸກສະຫວັນ
2019.01.28
ນາງ ທິດາລັດ ວົງສິລິ ຫລື ລູກນ້ຳ ອະດີດນາງສາວລາວ ປີ 2011, ໄດ້ເປີດເຜີຍກ່ຽວກັບ ພາພຍົນເລື້ອງໃໝ່, ຊື່ວ່າ “ບັງເອີນຮັກ ຂ້ອຍຮັກເຈົ້າ” ແລະ ລະຄອນໂທຣະທັດ ທີ່ຊື່ວ່າ ດອກຄູນສຽງແຄນ.
RFA/Louknam

ນາງ ທິດາລັດ ວົງສິລິ ຫລື ລູກນ້ຳ, ອະດີດ ນາງສາວລາວ ປີ 2011 ໄດ້ເປີດເຜີຍ ກ່ຽວກັບ ພາພຍົນ ເລື້ອງໃໝ່ ຊື່ວ່າ, ບັງເອີນຮັກ ຂ້ອຍຮັກເຈົ້າ ແລະ ລະຄອນ ໂທຣະທັດ ທີ່ຊື່ວ່າ, ດອກຄູນ ສຽງແຄນ.

ຮຽນບັນດາທ່ານ, ຖ້າເຮົາຫວນຄືນ ຊ້ວງສລອງປີໃໝ່ລາວ ປີ 2018 ທີ່ຜ່ານມາ ຢູ່ແຂວງຫລວງພຣະບາງ, ມີພາບບຸກຄົນນຶ່ງ ທີ່ເຜີຍແຜ່ ຢູ່ສື່ສັງຄົມອອນລາຍ ທີ່ເປັນອະດີດ ນາງສາວລາວ ປີ 2011 ຊື່ ທິດາລັດ ວົງສິລິ ຫລື ລູກນ້ຳ ແລະ ທັງເປັນດາຣາ ນັກສະແດງ ໄດ້ໄປ ເກັບຂີ້ເຫຍື້ອ ຢູ່ຕາມຖະໜົນ ຫລວງຫລວງພຣະບາງ.

ແຕ່ມາຕອນນີ້ ລູກນ້ຳ ກຳລັງມີຜົນງານພາພຍົນ ເລື້ອງໃໝ່ ຊື່ວ່າ ບັງເອີນຮັກ ຂ້ອຍຮັກເຈົ້າ ທີ່ກຳລັງຈະອອກມາສາຍ ໃນເດືອນພຶສພາ ທີ່ຈະມາເຖິງນີ້. ແຕ່ ມີຄຳຖາມນຶ່ງ ທີ່ໜ້າສົນໃຈ ກໍຄື ທ່ານ ຄິດວ່າ ລູກນ້ຳ ຈະກ້າຫລິ້ນສາກ Love Scene ຫລື ບໍ່, ໃຫ້ທ່ານໄປຟັງ ຄຳຕອບ ຈາກການສຳພາດ ເບິ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.