ທົ່ງໄຫຫິນຈະເປັນ ມໍຣະດົກ ໂລກ
2019.05.16
ກົມມໍຣະດົກໂລກ ກະຊວງຖແລງຂ່າວ, ວັທນະທັມ ແລະທ່ອງທ່ຽວ ຢືນຢັນວ່າ ທົ່ງໄຫຫິນ ແຂວງຊຽງຂວາງ ຈະຖືກປະກາດ ຮັບຮອງ ເປັນມໍຣະດົກໂລກ ແຫ່ງທີ 3 ຂອງລາວ ຈາກອົງການ UNESCO ໃນເດືອນ ມິຖຸນາ ທີ່ຈະມາເຖິງນີ້, ຕາມຄຳວົ້າ ຂອງເຈົ້າໜ້າທີ່ກົມ ມໍຣະດົກໂລກ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 14 ພຶສ ພານີ້:
“ທົ່ງໄຫຫິນເພິ່ນສິໄປ ມື້ວັນທີ 26-27 ນີ້ແຫຼະ, ແມ່ນແລ້ວເພີ່ນສິິໄປ ໂຕນີ້ກ່ອນຫັ້ນນ່າ ເພິ່ນສິກຽມຖແລງຂ່າວຢູ່.”
ແລະ ເຈົ້າໜ້າທີ່ ກົມມໍຣະດົກໂລກ ອີກທ່ານນຶ່ງ ກໍໄດ້ກ່າວ ໃນມື້ດຽວກັນນັ້ນວ່າ ໃນເດືອນ ມິຖຸນາ ທີ່ຈະມາເຖິງນີ້ ອົງການ UNESCO ຈະປະກາດຮັບຮອງເອົາທົ່ງໄຫຫິນ ແຂວງຊຽງຂວາງ ເປັນມໍຣະດົກໂລກ ຢູ່ໃນກອງປະຊຸມ ຂອງຄນະກັມມະການ ມໍຣະດົກໂລກ ຄັ້ງທີ 43 ທີ່ປະເທສ Azerbaijan ແລະ ຫຼັງຈາກນັ້ນ ຣັຖບານລາວ ກໍຈະຕຣຽມ ຈັດການຖແລງຂ່າວ ແລະ ຈະມີພິທີ ສເລີມສລອງ ທົ່ງໄຫຫິນ ເປັນມໍຣະດົກໂລກ ແຫ່ງທີ 3 ຂອງລາວ ຢ່າງເປັນທາງການ ດັ່ງທີ່ທ່ານກ່າວວ່າ:
“ຄນະຮັບຜິດຊອບ ເພິ່ນຈະໄດ້ໄປຮ່ວມກອງປະຊຸມຢູ່ Azerbaijan ເພື່ອຮັບຮອງຜົນຢັ້ງຢືນຫັ້ນ ກະວ່າວັນທີ 07 ເດືອນ 07 ຖືກປະກາດ ຮັບຮອງແລ້ວ ຄາດວ່າເດືອນ 11 ພວກເຮົາຈະຈັດສເລີມສລອງ.”
ການສເນີທົ່ງໄຫຫິນ ເປັນມໍຣະດົກໂລກ ເຣີ້ມມາແຕ່ປີ 2009, ແຕ່ມີບັນຫາງົບປະມານ ຈຶ່ງເຮັດໃຫ້ແຜນການ ສເນີທົ່ງໄຫຫິນນັ້ນຖືກໂຈະໄວ້. ຈົນມາຮອດປີ 2015, ຣັຖບານລາວຈຶ່ງໄດ້ຮັບທຶນສນັບສນູນ ຈາກອົງການ UNESCO ທີ່ມີສຳນັກງານໃຫຍ່ ຢູ່ປະເທສຝຣັ່ງເສດ ໃນຣະຍະ 18 ເດືອນ.
ຢູ່ແຂວງຊຽງຂວາງ ມີໄຫຫິນ ທັງໝົດ 1,000 ປາຍໜ່ວຍ ຢູ່ 11 ແຫ່ງ, ໃນເນື້ອ ທີ່ປະມານ 200 ເຮັກຕາ ຊຶ່ງກວມເອົາ 4 ເມືອງ ຄື ເມືອງຄຳ, ເມືອງຜາໄຊ, ເມືອງແປກ ແລະ ເມືອງພູກູດ ຊຶ່ງໃນນັ້ນ ເປັນພື້ນທີ່ ຕັດຫິນ 3 ແຫ່ງ ແລະພື້ນທີ່ ຕັ້ງຫິນ 8 ແຫ່ງ.
ປັດຈຸບັນ, ປະເທສລາວ ມີສະຖານທີ່ ເປັນເມືອງມໍຣະດົກໂລກ 2 ແຫ່ງ. ແຫ່ງທີ 1 ແມ່ນ ນະຄອນຫຼວງພຣະບາງ ທີ່ຖືກຮັບຮອງ ເປັນເມືອງ ມໍຣະດົກໂລກ ໃນປີ 1995 ແລະ ວັດພູຈຳປາສັກ ໄດ້ຖືກຮັບຮອງ ເອົາເປັນເມືອງມໍຣະດົກໂລກ ແຫ່ງທີ 2 ໃນປີ 2001.