ທົ່ງໄຫຫີນມໍຣະດົກໂລກ ໃນ ອະນາຄົດ

ທົ່ງໄຫຫີນ ແຂວງຊຽງຂວາງ
ທົ່ງໄຫຫີນ ແຂວງຊຽງຂວາງ (RFA)

0:00 / 0:00

ປັດຈຸບັນ ກົມມໍຣະດົກ ແຫ່ງຊາດລາວ ທີ່ຂຶ້ນກັບ ກະຊວງຖແລງຂ່າວ ວັທນະທັມ ແລະ ການທ່ອງທ່ຽວ ກຳລັງຂຽນແຜນແມ່ບົດ ລະຍະທີ່ສີ່ ເພື່ອສເນີຕໍ່ ຄນະກັມມະການ ອົງການ ຢູແນັສໂກ ໃຫ້ຮັບເອົາ ທົ່ງໄຫຫີນ ເປັນມໍຣະດົກໂລກ ໃຫ້ໄດ້ ພາຍໃນປີ 2017 ນີ້. ດັ່ງ ເຈົ້າໜ້າທີ່ ກົມມໍຣະດົກ ແຫ່ງຊາດ ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ເມື່ອວັນ ພະຫັດນີ້ວ່າ:

“ຄາດວ່າພາຍໃນປີນີ້ລະ ສິໄດ້ໃຫ້ ມັນສຳເຣັດ ແຕ່ກະຕ້ອງຂົນຂວາຍ ແຫລ່ງທຶນ ໃຫ້ເພິ່ນ ສນັບສນູນ ການເກັບກູ້.”

ທາງການລາວ ພຍາຍາມສເນີໃຫ້ ທົ່ງໄຫຫີນ ເປັນສະຖານທີ່ ມໍຣະດົກໂລກ ເມື່ອສິບປີກ່ອນ ແລະ ຢຸດສເນີ ເມື່ອປີ 2009 ເພາະຂາດ ງົບປະມານ ຕໍ່ມາ ເມື່ອປີ 2015 ໄດ້ຮັບເງິນ ຊ່ວຍເຫລືອ ຈາກອົງການ ຢູແນັສໂກ ເພື່ອສຳຣວດ ພື້ນທີ່, ປັດຈຸບັນ ການສຳຣວດ ນັ້ນ ກໍສຳເຣັດແລ້ວ ແລະທາງການ ກຳລັງຂຽນ ແຜນແມ່ບົດ ຢູ່ ຊຶ່ງການຂຽນ ແຜນແມ່ບົດນີ້ ກໍບໍ່ງ່າຍ ຕ້ອງອາໃສ ການຊ່ວຍເຫຼືອ ຈາກນັກ ຊ່ຽວຊານ ຂອງ ອົງການ ຢູແນັສໂກ.

ບັນຫາໃຫຍ່ຫລືອຸປສັກໃຫຍ່ ຢ່າງນຶ່ງ ຕໍ່ການເປັນ ມໍຣະດົກໂລກ ຂອງ ທົ່ງໄຫຫີນນີ້ ກໍແມ່ນ ການເກັບກູ້ ຣະເບີດ ທີ່ຍັງບໍ່ແຕກ. ປັດຈຸບັນ ທົ່ງໄຫຫີນ ເຖິງສີ່ແຫ່ງ ຍັງມີຣະເບີດ ທີ່ຍັງບໍ່ແຕກ ຫຼາຍຢູ່ ຍັງບໍ່ທັນຖືກ ເກັບກູ້ເທື່ອ.

ເຖິງຢ່າງໃດກໍຕາມ ທາງການ ກໍຈະພຍາຍາມ ເກັບກູ້ ຣະເບີດໃຫ້ແລ້ວ ກ່ອນຈະສເນີ ຕໍ່ຢູແນັສໂກ. ຖ້າສເນີສຳເຣັດ ທົ່ງໄຫຫີນ ຈະເປັນ ມໍຣະດົກໂລກ ແຫ່ງທີ່ສາມ ຂອງລາວ ລອງຈາກ ນະຄອນ ຫຼວງພຣະບາງ ຊຶ່ງ ຖືກຮັບຮອງ ເມື່ອປີ 1995 ແລະ ວັດພູ ຈຳປາສັກ ເມື່ອປີ 2001.