ເດັກນ້ອຍ ຂໍທານ ຢູ່ດ້ານໜ້າ ທາງເຂົ້າ ເຂດເສຖກິຈພິເສດ
2022.02.23
ເມື່ອວັນທີ 19 ກຸມພາທີ່ຜ່ານມາ ມີຜູ້ໃຊ້ເຟສບຸກ ຜູ້ນຶ່ງເຜີຍແຜ່ຄລິບເດັກນ້ອຍ ອາຍຸລະຫວ່າງ 5-7 ປີຈຳນວນຫລາຍຄົນ ຢ່າງຂໍທານຈາກຜູ້ທີ່ເດີນທາງສັນຈອນໄປມາຢູ່ບໍຣິເວນໜ້າດ່ານທາງເຂົ້າເຂດເສຖກິຈພິເສດສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຊຶ່ງເຫດການໃນລັກສະນະດັ່ງກ່າວນີ້ ເກີດຂຶ້ນມາດົນແລ້ວ ແຕ່ຍັງບໍ່ມີໜ່ວຍງານທີ່ກ່ຽວຂອ້ງ ລົງກວດສອບ ແລະແກ້ໄຂບັນຫາດັ່ງກ່າວເທື່ອ.
ດັ່ງພະນັກງານຂົນສົ່ງສິນຄ້າ ລະຫວ່າງປະເທດລາວ ແລະຈີນທີ່ມັກເດີນທາງໄປຮັບເຄື່ອງ ຢູ່ເຂດເສຖກິຈພິເສດສາມຫລ່ຽມຄຳ ນາງນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ເມື່ອວັນທີ 23 ກຸມພາ 2022 ນີ້ວ່າ:
“ອັນຂໍທານຫັ້ນຫວາ ເຫັນແຕ່ເດັກນ້ອຍຕັ້ງແຕ່ຂ້ອຍມາ ໄດ້ສອງປີ, 5-6 ຄົນນີ້ບໍ່ 6-7 ປີນີ້ຕີິ້ ກາປະມານຜູ້ຍິງບໍ່ມີຢູ່ຕໍ່ໜ້າກາຊິໂນ ໃນສາມຫລ່ຽມຄຳ, ຂໍເງິນບໍ່ເຄີຍຂໍອາຫານຄັ້ງທຳອິດ ເຮົາກໍໃຫ້ເພາະເຮົາອີຕົນແຕ່ເຮົາເບິ່ງໄປເບິ່ງມາ ມັນບໍ່ແມ່ນຄຳວ່າອີຕົນ ເພາະວ່າເດັກນ້ອຍໂຕນີ້ ມັນແບບດົນໄປມັນບໍ່ແມ່ນຄຳວ່າອີຕົນ.”
ຍານາງກ່າວຕື່ມວ່າ ພາຍຫລັງຈາກທີ່ຄລິບດັ່ງກ່າວຖືກເຜີຍແຜ່ ອອກໄປເປັນກະແສ ກໍເຮັດໃຫ້ເດັກນ້ອຍຂໍທານກຸ່ມດັ່ງກ່າວນີ້ ມິດໄປບໍ່ໄດ້ອອກມາ ລໍຖ້າຂໍເງິນຈາກຜູ້ເດີນທາງ ສັນຈອນໄປມາ ບໍຣິເວນເຂດສາມຫລ່ຽມຄຳຄືເກົ່າ ຫລືອາດຈະມີໜ່ວຍງານທີ່ກ່ຽວຂ້ອງ ເດີນທາງໄປລົມນຳພວກເຂົາເຈົ້າແລ້ວ ກໍເປັນໄປໄດ້. ແຕ່ຢ່າງໃດກໍຕາມ ກໍຢາກໃຫ້ໜ່ວຍງານທີ່ກ່ຽວຂ້ອງ ລົງໄປກວດສອບວ່າ ເດັກນ້ອຍກຸ່ມດັ່ງກ່າວນີ້ທຸກຍາກແທ້ໆ ຫລືຢູ່ໃນເຂົາບວນການມິດສາຊີບ ຫລືບໍ່, ເພື່ອປ້ອງກັນບໍ່ໃຫ້ເກີດບັນຫານີ້ອີກ.
ສຳລັບພຶດຕິກັມ ຂອງເດັກນ້ອຍຂໍທານກຸ່ມດັ່ງກ່າວນີ້ ພວກເຂົາເຈົ້າຈະຂໍເງິນ ຈາກຜູ້ເດີນທາງສັນຈອນໄປມາ ບໍຣິເວນໜ້າດ່ານຂອງ ເຂດເສຖກິຈພິເສດ ສາມຫລ່ຽມຄຳ ໂດຍຈະເອີ້ນຂໍເງິນ ປະມານ 50-100 ຢວນ ຫລືເປັນເງິນກີບປະມານ 50,000 ກີບ ຄັນວ່າຜູ້ຖືກຂໍເງິນ ບໍ່ໃຫ້ ຫລືໃຫ້ເງິນແຕ່ບໍ່ເຕັມ ຕາມຈຳນວນທີ່ຕ້ອງການ ພວກເຂົາເຈົ້າຈະກອດແຂນ ກອດຂາ ແລະ ດຶງກະເປົາເຄື່ອງຂອງຜູ້ຖືກຂໍເງິນ, ແມ່ຄ້າຂາຍເຄື່ອງ ຢູ່ບ້ານຕົ້ນເຜິ້ງຜູ້ເຄີຍຖືກ ເດັກນ້ອຍຂໍທານດຶງກະເປົາ ນາງນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:
“ໂດຍມີຢູ່ເພາະວ່າ ຕອນເຂົ້າມາແລ້ວ ເຂົາເຈົ້າມາຂໍຫັ້ນນ່າ ຄືຫລີ້ນໜ້ອຍແລ້ວກໍແບບພາກັນແລ່ນ ອີ່ຫຍັງມາຫັ້ນນ່າ ແບບບໍ່ໃຫ້ແລ້ວກໍດຶງກະເອົາເຮົາໄປຫັ້ນນ່າ ເຂົາເຈົ້າຢຶດໄປຫັ້ນນ່າຫີ້ວໄປຫີ້ວ ມານີ້ແຫລະ 3 ຄົນ ເດັກນ້ອຍໆ ກໍປະມານ 4-5-6 ປີນີ້ແຫລະ ຖ້າເຂົ້າມາແລ້ວນີ້ແລ້ວກໍແບບຢ່າງເຂົ້າມາ ຢູ່ໜ້າດ່ານແລ້ວກໍຖ້າຫັ້ນນ່າກໍຢືນຖ້າຢູ່ ແລ້ວເຂົາເຈົ້າມາຫັ້ນນ່າມາຂໍ.”
ໃນຂະນະດຽວກັນ ເດັກນ້ອຍຂໍທານກຸ່ມດັ່ງກ່າວນີ້ ບາງສ່ວນເປັນເດັກນ້ອຍຈາກ ຄອບຄົວທຸກຍາກທີ່ພໍ່-ແມ່ ຂອງເຂົາເຈົ້າ ບໍ່ມີດິນທຳກິນ ແລະຕ້ອງມາຮັບຈ້າງເປັນກັມມະກອນຢູ່ພາຍໃນສວນກ້ວຍ ຂອງນັກທຸຣະກິຈຈີນທີ່ຕິດຈອດ ກັບເຂດເສຖກິຈພິເສດ ສາມຫລ່ຽມຄຳ ເມື່ອພໍ່-ແມ່ກຳ ລັງເຮັດວຽກ ເດັກນ້ອຍກຸ່ມນີ້ກໍຈະອອກມາຂໍທານ.
ດັ່ງຊາວບ້ານເຮັດວຽກ ແລະອາສັຍຢູ່ບໍຣິເວນອ້ອມຂ້າງເຂດເສຖກິຈ ພິເສດສາມຫລ່ຽມຄຳທ່ານນຶ່ງກ່າວ ໃນມື້ດຽວກັນວ່າ:
“ສ່ວນຫາຍຈະເປັນເດັກຂໍທານທີ່ວ່າ ພໍ່ແມ່ມາເຮັດພວກເຂົາເຈົ້າ ເຮັດສວນກ້ວຍເນາະຢູ່ທາງອັນນ່າ ຕົ້ນເຜິ້ງທາງນັ້ນຈະມີສວນກ້ວຍ ຂອງຈີນເນາະທີ່ມາສັມປະທານແລ້ວ ກໍທີ່ມາປູກກ້ວຍແລ້ວເຂົາເຈົ້າກໍຈະເອົາຄົນຕ່າງແຂວງ ມາຄືກັນເນາະມາເຮັດວຽກຢູ່ໃນສວນກ້ວຍຫັ້ນແລ້ວ ກໍລູກເຂົາເຈົ້າເລົ່ານັ້ນເນາະ ຈະອອກໄປຂໍທານລັກສະນະແບບນັ້ນ.”
ທ່ານໄດ້ກ່າວຕື່ມວ່າ ໃນຂະນະດຽວກັນເດັກນ້ອຍຂໍທານ ທີ່ມາຂໍທານຢູ່ເຂດເສຖກິຈພິເສດ ສາມຫລ່ຽມຄຳບາງຄົນ ພັດເປັນທີ່ພໍ່-ແມ່ຂອງພວກເຂົາເຈົ້າ ສອນແນວທາງໃນການຂໍທານ ເປັນຕົ້ນການໃຊ້ຄຳເວົ້າ, ບອກຈຳນວນເງິນ ທີ່ຕ້ອງການຂໍນໍານັກທ່ອງທ່ຽວ ແລະຄັນວ່າບໍ່ໄດ້ ເງິນຕາມທີ່ຂໍກໍໃຫ້ເດີນຕາມ, ກອດແຂນ ແລະ ຫຸ້ມຂາຫລືດຶງກະເປົາເຄື່ອງດັ່ງທີ່ປະກົດໃຫ້ເຫັນ ໃນຄລິບທີ່ຖືກເຜີຍແຜ່. ເຖິງແມ່ນວ່າເຫດການໃນລັກສະນະນີ້ ຈະມິດໄປແລ້ວໄລຍະນຶ່ງແຕ່ຢ່າງໃດກໍຕາມ ພາຍຫລັງສະຖານະການແຜ່ຣະບາດຂອງ ໂຄວິດ-19 ຫລຸດຜ່ອນລົງ ແລະມີຜູ້ເດີນທາງໄປບ່ອນດັ່ງກ່າວຫລາຍຂຶ້ນຈຶ່ງເຮັດໃຫ້ ມີເດັກນ້ອຍທັງຄົນໃໝ່ ແລະຄົນເກົ່າກັບມາຂໍທານອີກເທື່ອນຶ່ງ.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງໜ່ວຍງານທີ່ຮັບຜິດຊອບ ວຽກງານກ່ຽວກັບການຫລຸດຜ່ອນບັນຫາ ຄົນຂໍທານໂດຍກົງ ເພື່ອສອບຖາມກ່ຽວກັບທີ່ມາ ຂອງບັນຫາແລະແນວ ທາງການແກ້ໄຂ ເດັກນ້ອຍຢ່າງຂໍທານຢູ່ເຂດເສຖກິຈພິເສດ ສາມຫລ່ຽມຄຳ ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງບໍ່ສາມາດ ໃຫ້ຄຳຕອບໄດ້ ເນື່ອງຈາກຍັງບໍ່ທັນໄດ້ລົງພື້ນທີ່ ກວດສອບ ແລະຫາກມີມູນ ຄວາມຈິງແນວໃດ ໜ່ວຍງານທີ່ກ່ຽວຂ້ອງ ຈະອອກຖແລງຂ່າວຕໍ່ໄປ.
ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ແລະຕຳແໜ່ງຢູ່ແຂວງບໍ່ແກ້ວ ທ່ານນຶ່ງກ່າວວ່າ:
“ພວກເຮົາກໍຍັງບໍ່ໄດ້ໄປ ໄປແລ້ວມັນກໍບໍ່ມີເທື່ອ ຖ້າມີແລ້ວເພິ່ນໃຫ້ຖແລງຂ່າວແລ້ວ. ແມ່ນລະເພິ່ນກຳລັງຈັດອັນ ການໄປກວດເບິ່ງວ່າ ມັນມີແທ້ບໍ່.”
ໃນໄລຍະທ້າຍປີ 2021 ຜ່ານມາເຈົ້າໜ້າທີ່ ຜແນກແຮງງານແລະສວັດດີການ ສັງຄົມໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ວ່າສາເຫດທີ່ເຮັດໃຫ້ຄົນຂໍທານ ພາຍໃນປະເທດລາວໃນເມືອງ ແລະແຂວງ ຕ່າງໆ ມີຈຳນວນເພີ່ມຂຶ້ນ ເປັນຍ້ອນພໍ່-ແມ່ຈຳນວນນຶ່ງ ໄດ້ເສັຽດິນເຮັດໄຮ່ເຮັດນາໃຫ້ແກ່ໂຄງການ ພັທນາຂອງນັກລົງທຶນຊາວຕ່າງປະເທດ ພວກເຂົາເຈົ້າຈຶ່ງຈຳເປັນຕ້ອງເດີນທາງ ມາຊອກວຽກເຮັດງານທຳໃນໂຕເມືອງ ຫລືບ່ອນທີ່ຈະເລີນກວ່າ ແຕ່ເມື່ອບໍ່ມີວຽກເຮັດງານທຳ ຈຶ່ງຕ້ອງກາຍເປັນຄົນເລ້ລ້ອນອາສັຍ ຢູ່ແຄມທາງ ແລະໃຫ້ເດັກນ້ອຍອອກ ໄປຂໍທານຕາມບ່ອນຕ່າງໆ ແທນ.
ໃນປີ 2015 ທາງການລາວ ໄດ້ກ່າວເຖິງບັນຫາຄົນຂໍທານ ໃນຫລາຍຮູບແບບບໍ່ວ່າຈະເປັນຄົນຂໍທານ ທີ່ມາຄົນດຽວ, ມາແບບສອງຄົນ, ມາພ້ອມລູກນ້ອຍ ຫລືມາແບບຄອບຄົວ ທີ່ມາເລາະຂໍເງິນປະຊາຊົນ ແລະນັກທ່ອງທ່ຽວຕ່າງປະເທດ ຢູ່ບໍຣິເວນປະຕູໄຊນະຄອນຫລວງວຽງຈັນ ຊຶ່ງບັນດາຄົນຂໍທານບາງສ່ວນ ແມ່ນເປັນການຈັດການ ຂໍທານແບບຄອບຄົວ ຫລືແບບກຸ່ມແກ້ງ, ມັກເດີນທາງມາແບບເໝົາຣົຖ ຊຶ່ງອາດຈະເປັນຣົຖຂອງທີມງານ ທີ່ຈັດສົ່ງຂໍທານ ລົງຕາມຈຸດຕ່າງໆ ຊຶ່ງຖືເປັນບັນຫາໃຫຍ່ ແລະເປັນລັກສະນະການຄ້າມະນຸດ.
ນອກຈາກເດັກທີ່ປົກກະຕິຄົບ 32 ປະການແລ້ວ ບັນຫາແກ້ງ ຄ້າມະນຸດເລົ່ານີ້ ຢູ່ບາງປະເທດຍັງມີການຕັດອາໄວຍະວະເດັກນ້ອຍ ເພື່ອເພີ່ມຄວາມອີ່ຕົນໃຫ້ແກ່ເດັກນ້ອຍ ເມື່ອໄປຂໍທານ ແລະອີກບັນຫາທີ່ພົບເຫັນຄືເດັກນ້ອຍເລົ່ານີ້ ແມ່ນມີພຶດຕິກັມບໍ່ດີ ຍ້ອນຂໍທານແບບຈູ່ໂຈມເປັນຕົ້ນ ຢ່າງເຂົ້າຮ້ານ, ຢ່າງເຂົ້າເຮືອນ, ເພື່ອເຂົ້າໄປຂໍທານໂດຍບໍ່ໄດ້ຮັບອະນຸຍາດ ແລະຫາກໃຫ້ພຽງ 1,000-2,000 ກີບ ພວກເຂົາເຈົ້າກໍຈະຕິ ຫລືບໍ່ເອົາ ແລະບາງເທື່ອກໍມີການລັກເຄື່ອງຂອງປະຊາຊົນ ໃນຂະນະທີ່ບໍ່ຮູ້ໂຕເກີດຂຶ້ນ.
ກ່ອນໜ້ານີ້ຜແນກແຮງງານ ແລະສວັດດີການສັງຄົມ ນະຄອນຫລວງວຽງຈັນ ໄດ້ອອກໜັງສືແຈ້ງການສະບັບເລກທີ 1697/ຮສສ ລົງວັນທີ 11 ຕຸລາ 2021 ເຣື່ອງການແກ້ໄຂບັນຫາ ຄົນເລ່ລ້ອນຂໍທານໃນນະຄອນຫລວງວຽງຈັນ ໂດຍຣະບຸວ່າ ປັດຈຸບັນມີຄົນເລ່ລ້ອນຂໍທານ ມາຈາກຕ່າງເມືອງ, ຕ່າງແຂວງ ແລະ ເຄື່ອນໄຫວໄປມາຢູ່ໃນຂອບເຂດ ນະຄອນຫລວງວຽງຈັນ ເປັນຈຳນວນຫລາຍ ພ້ອມສັ່ງການໃຫ້ໜ່ວຍງານທີ່ກ່ຽວຂ້ອງ ຮີບໂຮມຂໍ້ມູນປວັດແບບຣະອຽດ ເປັນລາຍລັກອັກສອນ ເຊັ່ນຊື່, ອາຍຸ, ບ້ານຢູ່ປັດຈຸບັນ, ເບີໂທລະສັບຍາດພີ່ນ້ອງ ແລະອື່ນໆ ຫລັງຈາກນັ້ນກໍໃຫ້ປະສານ ໄປຍັງອຳນາດການປົກຄອງເມືອງ, ເຈົ້າໜ້າທີ່ປ້ອງກັນຄວາມສງົບເມືອງ, ຫ້ອງການສາທາຣະນະສຸກເມືອງ, ອົງການປົກຄອງບ້ານ ເພື່ອເຮັດວຽກບັນທຶກ, ສຶກສາອົບຮົມ, ໃຫ້ການຊ່ອຍເຫລືອເບື້ອງຕົ້ນ ແລະນຳສົ່ງຄືນຄອບຄົວ. ສ່ວນກໍຣະນີ ເປັນຄົນຕ່າງແຂວງ ຫລືບໍ່ມີຍາດພີ່ນ້ອງ ແມ່ນໃຫ້ນຳສົ່ງພວກກ່ຽວເຂົ້າສູນສົງເຄາະ ຜແນກແຮງງານແລະສວັດດີການສັງຄົມ ນະຄອນຫລວງວຽງຈັນ.