ແມ່ຍິງລາວ ຖືກຜູ້ບ່າວຈີນ ຕີຈົນເກືອບສລົບ

ອຸ່ນແກ້ວ
2022.03.29
ແມ່ຍິງລາວ ຖືກຜູ້ບ່າວຈີນ ຕີຈົນເກືອບສລົບ ໂຕຢ່າງ ຮູບພາບ ປະກອບເຫດການ ທີ່ແມ່ຍິງລາວຖືກຜູ້ບ່າວຈີນ ຕີເກືອບສລົລ: “ທຸຣະກິຈຈີນໃນລາວ ແລະ ຊາວຈີນ ທີ່ດຳຣົງຊີວິດ ຢູ່ໃນປະເທດລາວ, ເດືອນພຶສພາ 2021”.
RFA

ໃນ​ວັນ​ທີ 27 ມີ​ນາ ເວ​ລາ​ປະ​ມານ 11 ໂມງ, ແມ່​ຍິງ​ລາວ​ຜູ້​ນຶ່ງ ຖືກ​ຜູ້​ບ່າວ​ຄົນ​ຈີນ ທຳ​ຮ້າຍ​ຮ່າງ​ກາຍ​ຮຸນ​ແຮງ ຈົນ​ເກືອບ​ສ​ລົບ ຢູ່​ແຄມ​ທາງ ບ້ານນາ​ເລົ່າ ເມືອງ​ສີ​ໂຄດ​ຕະ​ບາງ ນະ​ຄອນ​ຫລວງ​ຫລວງວຽງຈັນ.

ຫຼັງ​ຈາກ​ນັ້ນ ຊາວ​ບ້ານ ແລະ ໜ່ວຍ​ກູ້​ພັຍ ເຂົ້າ​ມາ​ຊ່ວ​ຍ​ເຫຼືອແມ່​ຍິງ ​ຜູ້​ທີ່​ຖືກ​ທຳ​ຮ້າຍ​ຮ່າງ​ກາຍ ໃນ​ຂະ​ນະ​ທີ່​ຜູ້​ບ່າວ​ຄົນ​ຈີນ ແລ່ນ​ໜີ​ຂຶ້ນຣົ​ຖ​ໄຟ​.

ຊາວ​ບ້ານນາ​ເລົ່າ ເມືອງ ສີ​ໂຄດ​ຕະ​ບອງ ຜູ້​ເຫັນ​ເຫດ​ການ​ ນາງ​ນຶ່ງ ໄດ້​ຂຽນ​ລົງ​ໃນ​ສື່​ສັງ​ຄົມ​ອອນ​ລາຍນ໌ວ່າ:

ຂ້ອຍບັງເອີນ ໄດ້ຍິນສຽງຜູ້ຍິງ ຮ້ອງແບບສຽງກີດ ຮ້ອງພະຫວາ ຂໍຄວາມຊ່ວຍເຫຼືອ ຫຼຽວໄປເຫັນ ແມ່ນແມ່ຍິງນອນແຄມທາງ ຍົກມືຂໍຄວາມຊ່ວເຫຼືອ ເມື່ອລົງໄປຊ່ອຍແມ່ຍິງຄົນນີ້ ເກາະຂາຂ້ອຍ ຂໍໃຫ້ຊ່ອຍແດ່ ແລະ ຢ່າຖິ້ມລາວ ຜູ້ບ່າວຊາວຈີນ ຍ່າງມາ ຄືຈະເຂົ້າມາຕີ ມີຣົກູ້ພັ່ຍຜ່ານມາພໍດີ ຂ້ອຍຈຶ່ງຂໍໃຫ້ມາຊ່ອຍພາລາວໄປສົ່ງໂຮງໝໍ ບາດນີ້ ແມ່ຍິງຄົນນີ້ ຂາດຕິແຮງ ຖາມໄດ້ພໍລາງໆ ແລ້ວ ຂ້ອຍກໍພາລາວໄປແຈ້ງຄວາມຕໍ່ເຈົ້າໜ້າທີ່ແລ້ວ.”

ກ່ຽວ​ກັບ​ເຣື່ອງນີ້, ວິທຍຸເອ​ເຊັຽ​ເສ​ຣີ ໄດ້​ພະ​ຍາ​ຍາມຕິດ​ຕໍ່​ໄປ​ຍັງ ປກ​ສ ເມືອງ​ສີ​ໂຄດ​ຕະ​ບອງ ເພື່ອ​ສອບ​ຖາມ​ກ່ຽວ​ກັບ​ຣາຍ​ລະ​ອຽດ ຂອງ​ຄະ​ດີ​ຄວາມ​ດັ່ງ​ກ່າວ ວ່າ ຜູ້​ບ່າວ​ຈີນ ຈະ​ໄດ້​ຮັບ​ບົດ​ລົງ​ໂທດ​ແນວ​ໃດ ແລະ ແມ່​ຍິງ​ລາວ​ຈະ​ໄດ້​ຮັບ​ການ​ຊ່ອຍ​ເຫຼືອແນວ​ໃດ ແຕ່ບໍ່​ສາ​ມາດ​ຕິດ​ຕໍ່​ຫາ​ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ໄດ້.

ໜ່ວຍ​ງານ​ກູ້​ພັຍ ໄດ້​ສົ່ງຄົນ​ເຈັບ​ໄປ​ໂຮງ​ໝໍ ແຕ່ ຍັງ​ບໍ່​ສາ​ມາດ​ໃຫ້​ຣາຍ​ລະ​ອຽດ ​ກ່ຽວ​ກັບ​ເຣື່ອງນີ້ໄດ້.

ເຈົ້າ​ໜ້າ​ທີ່​ກູ້​ພັຍ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 29 ມີ​ນາ 2022 ວ່າ:

ອ່າໂຕນີ້ ເຮົາກໍໄປສົ່ງຢູ່ໂຮງໝໍນ່າ ທີມທີ່ອອກກໍຍັງບໍ່ທັນໄດ້ຣາຍງານໃຫ້ເທື່ອ ໂຕນີ້ ນິນ່າ ຈະບໍ່ມີໃຜໃຫ້ຄຳຕອບໄດ້ ວ່າ ແມ່ນຜົວເມັຽກັນ ຫຼື ບໍ່ ນອກຈາກຜູ້ທີ່ວ່າ ເປັນຜູ້ເຈົ້າຂອງເຫດເອງ.”

ທີ່​ຜ່ານ​ມາ ມີ​ຜູ້​ຍິງ​ລາວ ຈຳ​ນວນ​ນຶ່ງ ທີ່​ອາ​ຍຸ​ຕ່ຳ​ກວ່າ 18 ປີ ແລະ ອາ​ຍຸ 18 ປີ ນັ້ນ ຖືກ​ຜູ້​ບ່າວ ຊາວ​ຈີນ ທຳ​ຮ້າຍ​ຮ່າງ​ກາຍ​ ຢ່າງ​ຮຸນ​ແຮງ ໂດຍ ບໍ່​ມີ​ຜູ້​ໃດສາ​ມາດ ​ເຂົ້າ​ໄປ​ຊ່ອຍ​ເຫຼືອ​ໄດ້ ຍ້ອນ​ພວກ​ຂະ​ເຈົ້າ ບໍ່​ສາ​ມາດເຂົ້າ​ເຖິງ​ ຂະ​ບວນ​ການ​ຍຸ​ຕິ​ທັມ ໃນ​ເວ​ລ​ຖືກ​ທຳ​ຮ້າຍ​ຮ່າງ​ກາຍ ແລະ ບໍ່​ຮູ້​ວ່າຈະ​ຕ້ອງ​ໄປ​ຂໍ​ຄວາມ​ຊ່ອຍ​ເຫຼືອ​ຈາກ​ໃຜ.

ຊາວ​ບ້ານ​ນາ​ເລົ່າ ເມືອງ​ສີ​ໂຄດ​ຕະ​ບອງ ນະ​ຄອນ​ຫລວງວຽງ​ຈັນ ໄດ້​ກ່າວ​ວ່າ:

ກໍຮູ້ສຶກບໍ່ດີຫັ້ນແຫຼະເນາະ ກໍເຫັນຫຼາຍຄົນຢູ່ ກໍມີເດັກນ້ອຍທີ່ວ່າ ຂະເຈົ້າຖືກອັນ ຖືກແຕ່ງໄປເປັນເມັຽ ກໍຖືກຕີມາຫຼາຍຄົນຊິນ່າ ບໍ່ໄດ້ ເພາະວ່າ ຂະເຈົ້າບາງຄົນ ເຈົ້າບໍ່ເຂົ້າເຖິງກົດໝາຍ ແລ້ວ ຂະເຈົ້າກໍຢ້ານ ເພາະວ່າ ຂະເຈົ້າ ບໍ່ເຂົ້າເຖິງກົດໝາຍ ແລ້ວ ຂະເຈົ້າກໍບໍ່ຮູ້ສຶກສາໃຜ ແລ້ວ ກໍຢ້ານຄືຄົນຈີນບາງຄົນ ມັກຂູ່ວ່າ ເອີ ຖ້າມຶງບອກຜູ້ນີ້ ຜູ້ນັ້ນ ຊິຂ້າພໍ່ແມ່ ຊິຕີພໍ່ແມ່ຊິນ່າ.”

ນາງ ກ່າວ​ຕື່ມ​ວ່າ ສຳ​ລັບ​ກໍ​ລະ​ນີ ຜູ້​ບ່າວຊາວ​ຈີນ ທຳ​ຮ້າຍ​ຮ່າງ​ກາຍ​ແມ່​ຍິງ​ລາວ ມີ​ໃຫ້​ເຫັນ​ຢ່າງ​ແຜ່​ຫຼາຍ ຢູ່​ໃນ ບ້ານ ແລະ ເມືອງ ພາຍ​ໃນ​ນະ​ຄອນ​ຫລວງວຽງ​ຈັນ ສ່ວນ​ນຶ່ງພັດ​ເປັນ​ຂ່າວ ຍ້ອນ​ຜູ້​ເຫັນ​ເຫດ​ການ​ຖ່າຍ​ຄ​ລິບ​ວີ​ດີ​ໂອ ເຜີຍ​ແຜ່ລົງ​ສື່​ສັງ​ຄົມ​ອອນ​ລາຍນ໌ ຊຶ່ງ​ຖືວ່າເປັນ​ຈຳ​ນວ​ນ​ໜ້ອຍ​ເທົ່າ​ນັ້ນ ຖ້າ​ທຽບ​ໃສ່​ຈຳ​ນວນ​ເຫດ​ການ​ທີ່​ເກີດ​ຂຶ້ນ ​ຕາມ​ສະ​ພາບ​ໂຕ​ຈິງ ສ່ວນ​ເຫດ​ການ​ທີ່ບໍ່​ທັນ​ໄດ້​ເປັນ​ຂ່າວ ​ເກີດ​ຂຶ້ນ​ກໍ​ມັກ​ຈະ​ມິດ​ໄປ ແລະ ແມ່​ຍິງ​ຜູ້​ຖືກ​ເຄາະ​ຮ້າຍ ​ກໍ​ມັກ​ຈະ​ບໍ່​ໄດ້​ຮັບ​ການ​ຊ່ອຍ​ເຫຼືອ​ແຕ່​ຢ່າງ​ໃດ.

ຊາວ​ບ້ານ​ກໍ​ເລັ່ງ​ໃຫ້​ພາກ​ສ່ວນ​ກ່ຽວ​ຂ້ອງ ໃຊ້​ກົດ​ໝາຍ​ຢ່າງ​ຈິງ​ຈັງ ເພື່ອບໍ່​ໃຫ້​ແມ່​ຍິງ​ລາວ ຖືກ​ທຳ​ຮ້າຍ​ຮ່າງ​ກາຍ ໃນ​ຮູບ​ແບບ​ຕ່າງໆ ໂດຍ ສະ​ເພາະ ຄົນ​ຈີນ ທີ່​ຢູ່​ລາວທຳ​ຮ້າຍ​ຮ່າງ​ກາຍ​ແມ່​ຍິງ​ລາວ ໃນ​ຫຼາຍ​ກໍ​ລະ​ນີ. ຊາວ​ບ້ານ​ນາ​ເລົ່າ ອີກ​ທ່ານ​ນຶ່ງ ກ່າວ​ວ່າ:    

ເອີ ກໍໃຫ້ມັນມີແບບຄຸ້ມຄອງແດ່ ຈັ່ງຊີ້ຫັ້ນນ່າ ບໍ່ໃຫ້ເຮັດເກີນ ໄປຈັ່ງຊີ້ນ່າ ແມ່ນລະກໍຢາກໃຫ້ມີຄຸ້ມຄອງຂຶ້ນອີກແດ່ ຊ່ອຍຢ່າໃຫ້ເຮັດຈັ່ງຊັ້ນອີກ ໃຫ້ມັນມີກົດໝາຍ ເຂັ້ມງວດຂຶ້ນກ່ອນເກົ່າຫັ້ນນ່າ.”  

ຄົນ​ຈີນ​ຈຳ​ນວນ​ນຶ່ງ ທີ່ຢູ່​ປະ​ເທດ​ລາວ ທີ່ບໍ່​ປະ​ຕິ​ບັດ​ຕາມ​ກົດ​ໝາຍ ຈະ​ຕ້ອ​ງຖືກ​ລົງ​ໂທດຕາມ​ກົດ​ໝາຍ ​ຂອງ​ລາວ.

ຜູ້ຊ່ຽວ​ຊານ​ດ້ານ​ກົດ​ໝາຍ ທ່ານ​ນຶ່ງ ໄດ້​ກ່າວ​ວ່າ:

ກໍມີກົດໝາຍອັນ ນຶ່ງກົດໝາຍການປົກປ້ອງແມ່ຍິງເນາະ ແລ້ວກໍມີກົດໝາຍອາຍາແດ່ເນາະ ຜູ້ຊາຍຕີເນາະ ຜູ້ຊາຍຈະຖືກດຳເນີນຕາມດີອາຍາເນາະ ວ່າດ້ວຍ ການທຳຮ້າຍຮ່າງກາຍຫັ້ນແຫຼະເນາະ ກໍລະນີ ທີ່ຄົນຕ່າງປະເທດ ບໍ່ວ່າປະເທດໃດກໍແຕ່ເນາະ ເຂົ້າມາ ລາວ ແລ້ວ ມີການກະທຳຜິດຢູ່ລາວ ກໍ ຈະຖືກວ່າ ໄດ້ນຳໃຊ້ກົໝາຍລາວເລີຍເນາະ ບໍ່ວ່າ ຄົນລາວ ຫຼື ຄົນຕ່າງປະເທດຫັ້ນ.”

ກົດ​ໝາຍ​ອາ​ຍາ ສະ​ບັບ​ປີ 2017 ໃນ​ມາ​ຕ​ຣາ 194 ໄດ້​ລະ​ບຸ​ວ່າ ບຸກ​ຄົນ​ໃດ ຖ້າ​ເຮັດ​ໃຫ້​ຜູ້​ອື່ນ​ໄດ້​ຮັບ​ບາດ​ເຈັບ ໂດຍ​ເຈດ​ຕະ​ນາ ຈະ​ຖືກ​ລົງ​ໂທດ​ຕັດ​ອິ​ສ​ຣະພາບ​ແຕ່ 6 ເດືອນ ຫາ 3 ປີ ແລະ ຈະ​ຖືກ​ປັບ​ໃໝແຕ່ 3-10 ລ້ານ ກີບ ທັງນີ້ ໃນ​ກໍ​ລະ​ນີ ມີ​ການ​ຫຸ້ມ​ຕີ ຫຼື​ເຮັດ​ໃຫ້​ມີກ​ານ​ບາດ​ເຈັບ​ສາ​ຫັດ ຈະ​ຖືກ​ລົງ​ໂທດ​ຕັດ​ອິ​ສ​ຣະ​ພາບ​ແຕ່ 3 ປີ ຫາ 7 ປີ ແລະ ຈະຖືກ​ປັບ​ໃໝແຕ່ 10-30 ລ້ານ ກີບ ສ່ວນ​ໃນ​ກໍ​ລະ​ນີ ທີ່​ທຳ​ຮ້າຍ​ຮ່າງ​ກາຍ​ຈົນ​ເສັຽອົງ​ຄະ ຈະ​ຖືກ​ລົງ​ໂທດ​ຕັດ​ອິ​ສ​ຣະ​ພາບແຕ່ 7 ປີ ຫາ 15 ປີ ແລະ ຈະ​ຖືກ​ປັບ​ໃໝແຕ່ 30-50 ລ້ານ ກີບ.

ກໍ​ລະ​ນີ ແມ່​ຍິງ​ລາວທີ່​ຖື​ກ​ຜູ້​ບ່າວຈີນ ທຳ​ຮ້າຍ​ຮ່າງ​ກາຍ ກໍ​ຄວນ​ມີ​ການ​ດຳ​ເນີນ​ການຟ້ອງ​ຮ້ອງ ​ຂຶ້ນ​ຫາ​ບ້ານ ແລະ ເມືອງ.

ເຈົ້າ​ໜ້າ​ທີ່ ຜູ້​ທີ່​ເຮັດ​ວຽກ​ກ່ຽວ​ກັບ​ແມ່​ຍິງ​ລາວ ຜູ້ບໍ່​ປະ​ສົງ​ອອກ​ຊື່ ແລະ ຕຳ​ແໜ່ງ ໄດ້​ກ່າວ​ວ່າ:

ຟ້ອງຮ້ອງຂຶ້ນຜ່ານມາເນາະ ບ້ານແລ້ວຈະຂຶ້ນເມືອງ ຫັ້ນນ່າ ພັດຈະມີກົດໝາຂອງມັນ ກໍຈະມີການຊ່ອຍເຫຼືອ ກໍປຶກສາກ່ຽວກັບກົດໝາຍຫັ້ນແຫຼະ ວ່າ ມັນ ຄູ່ກໍລະນີຈະຜິດກົດໝາຍ ມາດຣາທີເທົ່າໃດ ທຳຮ້າຍຂັ້ນປານໃດ ຫຼື ລະເມີດຂັ້ນປາຍໃດ ປະມານນັ້ນເນາະ.” 

ກ່ອນ​ໜ້ານີ້ ເມື່ອ​ວັນ​ທີ 2 ມີ​ນາ ທີ່​ຜ່ານ​ມາ, ກຸ່ມ​ຄົນ​​ຈີນ​ປະ​ມານ 10 ຄົນ ພາ​ກັນ​ຫຸ້ມ​ຕີ​ຄົນ​ຂັບ​ຣົ​ຖ​ບັນ​ທຸກ​ຄົນລາວ ຢູ່​ເມືອງ​ນາ​ໝໍ້ ແຂວງ​ອຸ​ດົມ​ໄຊ ຈົນ​ບາດ​ເຈັບ​ສາ​ຫັດ ຍ້ອນ​ມີ​ການ​ມີ​ການ​ແຂງ​ຄິວ​ກັນ​ເອົາ​ຣົ​ຖ​ຜ່ານ​ດ່ານ ແລະ ໃນ​ມື້​ດຽວ​ກັນ ກຸ່ມ​ຄົນ​ຄົນ​ລາວ ກໍ​ພາ​ກັນ​ໄປ​ຕີ​ຄົນ​ຈີນ ຄືນ.  

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Mar 30, 2022 10:57 PM

ຫລັງຈາກທີ່ລັດຖະບານລາວ ເປີດຕ້ອນຮັບການລົງທຶນແລະຄົນຈີນເຂົ້າມາລາວ ຢ່າງຫລວງຫລາຍ ກໍມີຄຳຂວັນຕາມມາວ່າ ລາວແລະຈີນມີພູຜາແມ່ນ້ຳ ທີ່ຕິດຈອດກັນ ເປັນບ້ານໃກ້ເຮືອນຄຽງທີ່ດີ ເປັນເພື່ອນມິດສະຫາຍທີ່ດີ ເປັນຄູ່ຮ່ວມມືທີ່ດີ. ນັ້ນກໍແມ່ນຄໍາຂວັນ ຂອງເຈົ້າຫນ້າທີ່ ຂັ້ນສູງທີ່ໄດ້ຮັບຜົນປະໂຫຍດຈາກການລົງທຶນຈີນ. ແຕ່ໃນພາກປະຕິບັດຕົວຈິງ ຂອງປະຊາຊົນລາວແລ້ວ ແມ່ນວ່າຄົນງານລາວ ຖືກເອົາລັດເອົາປຽບ ຄົນງານລາວ ບໍ່ໄດ້ຮັບເງິນເດືອນ ຄົນງານລາວ ຖືກສານເຄມີ ແຕ່ບໍ່ໄດ້ຮັບການປິ່ນປົວ ແມ່ຍິງລາວ ຖືກຫລອກໄປເປັນເມຍ ຫລື ບໍລິການທາງເພດ ໃຫ້ຊາຍຈີນ ຊຶ່ງພວກເຂົາເຈົ້າ ຖືກຜົວຈີນ ທຳຮ້າຍຮ່າງກາຍແລະຖືກຕີ. ແຕ່ປະຈຸບັນ ຜົວຈີນ ມາຕີເມຍຄົນລາວ ຢູ່ພາຍໃນປະເທດ ແຕ່ກໍບໍ່ໄດ້ຮັບໂທດຫຍັງ. ຄົນອັນນະພານ ຂອງຈີນ ເຂົ້າມາລາວ ຫລອກໃຫ້ ແມ່ຍິງລາວ ໄປຖ່າຍຮູບລາມົກ ອອກສົດທາງເຟດ. ບັນຫາທາງສັງຄົມແລະອາສຍາກັມ ທີ່ຊາວມາສ້າງ ຈັ່ງແມ່ນຫລວງຫລາຍແທ້ໆ. ຄົນລາວເຮົາ ຈະຊິຫນີໄປຢູ່ໃສເດ້ນໍ້ບັດນີ້.