ສລອງ ວັນປະທານາທິບໍດີ ສະຫະຣັຖອາເມຣິກາ
2022.02.21
ວັນປະທານາທິບໍດີ ສະຫະຣັຖອາເມຣິກາ ເປັນວັນພັກທາງຣາຊການ ໃນມື້ວັນຈັນອາທິດທີສາມ ຂອງເດືອນກຸມພາທຸກໆ ປີ ຖືວ່າໄດ້ພັກຍາວໃນອາທິດນັ້ນ ຊຶ່ງໃນປີນີ້ຕົກຖືກວັນທີ 21, ເຖິງແມ່ນໂຄວິດ-19 ຍັງຣະບາດຢູ່ ແຕ່ຊາວອາເມຣິກັນທັງມວນ ຮວມທັງຊາວລາວອາເມຣິກັນ ກໍພາກັນສລອງຢ່າງມີຄວາມໝາຍ.
ວັນປະທານາທິບໍດີ ຖືເປັນວັນເກີດຂອງປະທານາທິບໍດີ ຄົນທໍາອິດຂອງສະຫະຣັຖອາເມຣິກາ ຄືທ່ານ George Washington, ມີປະວັດຄວາມເປັນມາດົນສົມຄວນ. ໃນຂະນະທີ່ເກືອບທົ່ວທຸກຣັຖ ຂອງສະຫະຣັຖອາເມຣິກາ ຮັບຮອງເອົາວັນເກີດຂອງ ທ່ານ George Washington ໂດຍກໍານົດໄວ້ຢູ່ໃນກົດໝາຍ, ແຕ່ຢູ່ບາງຣັຖກໍສລອງ ວັນປະທານາທິບໍດີຢ່າງເປັນທາງການ ໂດຍຖືເອົາວັນທີ່ໃກ້ກັບວັນເກີດຂອງປະທານາທິບໍດີ Abraham Lincoln ເປັນມື້ສລອງ ແລະຢູ່ບາງຣັຖ ກໍຖືວັນເກີດຂອງປະທານາທິບໍດີ Abraham Lincoln ໄປພ້ອມໆກັບປະທານາ ທິບໍດີ George Washington.
ວັນເກີດຂອງທ່ານ George Washington ສລອງກັນເປັນມື້ພັກທາງຣາຊການ ເທື່ອທໍາອິດໃນຂົງເຂດ District of Colombia ເມື່ອປີ 1880 ຫລັງຈາກການເຖິງແກ່ກັມຂອງທ່ານໃນປີ 1799, ແລະກໍກາຍເປັນມື້ພັກທາງຣາຊການທົ່ວສະຫະຣັຖໃນປີ 1885.
ເວົ້າເຖິງວັນປະທານາທິບໍດີ ຂອງສະຫະຣັຖອາເມຣິກາ ແລະຄວາມສໍາຄັນຂອງວັນດັ່ງກ່າວ ທ່ານ ວັນລັງ ຄໍາສີ ປະທານອົງການ ພັນທະມິດເພື່ອປະຊາທິປະໄຕໃນລາວ ຈາກສະຫະຣັຖອາເມຣິກາ ແລະທັງເປັນປະທານພາຄີ ຂອງອົງການໂຮມລາວເພື່ອສັນຕິພາບ ແລະປະຊາ ທິປະໄຕ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນນາມສ່ວນຕົວ ຂະນະທີ່ຊາວອາເມຣິກັນ ທັງມວນກໍາລັງຫ້າງຫາກະກຽມ ສເລີມສລອງ ເຖິງແມ່ນວ່າເຊື້ອໂຄວິດ-19 ຍັງຣະບາດຢູ່ ຊຶ່ງເບື້ອງຕົ້ນ ທ່ານໄດ້ເວົ້າເຖິງຄວາມສໍາຄັນ ຂອງວັນປະທານາທິບໍດີ ຂອງສະຫະຣັຖ ແລະທ່ານມີຄວາມຖະນົງຕົວ ທີ່ໄດ້ເປັນຄົນອາເມຣິກັນ ເຊື້ອສາຍລາວ ແລະຢູ່ສະຫະຣັຖອາເມຣິກາ ມາໄດ້ 46 ປີແລ້ວ.
ທ່ານ George Washington ເກີດເມື່ອວັນທີ 22 ກຸມພາ 1732 ທີ່ຣັຖ Virginia, ໄດ້ເຂົ້າພິທີສາບານຕົວຮັບຕໍາແໜ່ງເປັນປະທານາທິບໍດີຄົນທໍາອິດຂອງສະຫະຣັຖອາເມຣິກາ ຢູ່ສໍານັກງານຣັຖບານສະຫະພັນສະຫະຣັຖ ຫລືຣັຖບານກາງ ທີ່ນະຄອນຫລວງ ນິວຢັອກ ເມື່ອປີ 1789 ກ່ອນຈະຍ້າຍມາຢູ່ນະຄອນຫລວງ ຂອງຣັຖ Pensylvania ເປັນເວລາ 10 ປີ ແລະໃນທີ່ສຸດກໍຍ້າຍມາຢູ່ນະຄອນຫລວງ Washington DC ໃນກາງປີ 1800.
ມື້ພັກທາງຣາຊການນີ້ ນິຍົມກັນເອີ້ນວ່າ ວັນປະທານາທິບໍດີ ຫລື Presidents’ Day ຫລັງຈາກໄດ້ກໍານົດໄວ້ຢູ່ໃນກົດໝາຍ ເປັນວັນຢຸດພັກຍາວ ໃນປີ 1971.
ເມື່ອຢູ່ຫລາຍຣັຖ ຂອງສະຫະຣັຖອາເມຣິກາ ສລອງວັນເກີດຂອງປະທານາທິບໍດີ George Washington, ປະທານາທິບໍດີ Abraham Lincoln ແລະປະທານາທິບໍດີຄົນອື່ນໆ, ວັນປະທານາທິບໍດີ ກໍເລີຍກາຍເປັນທີ່ນິຍົມກັນວ່າ ເປັນການສລອງປະທານາທິບໍດີ ຂອງສະ ຫະຣັຖທຸກທ່ານ ທັງໃນອາດີດ ແລະປັດຈຸບັນ.
ຕົກມາຮອດປີ 2000 ການສລອງວັນປະທານາທິບໍດີ ກໍມີຫລາຍກວ່າເຄິ່ງນຶ່ງໃນຈໍານວນທັງໝົດ 50 ຣັຖ ຊຶ່ງຖືກັນວ່າ ເປັນການຮູ້ບຸນຄຸນ ແລະຣະນຶກເຖິງຄຸນງາມຄວາມ ດີຂອງປະທານາທິບດີ ທັງຜູ້ທີ່ຢູ່ໃນປະວັດສາດ ແລະທັງເປັນການໃຫ້ກຽດແກ່ປະທານາທິບໍ ດີຄົນປັດຈຸບັນ.
ປະທານາທິບໍດີ George Washington ເປັນທີ່ເຄົາຣົບນັບຖືຫລາຍທີ່ສຸດ ໃນຖານະເປັນບຸກຄົນສໍາຄັນທາງປະວັດສາດຂອງອາເມຣິກາ. ທ່ານມີບົດບາດໃນການສ້າງຕັ້ງ ສະຫະຣັຖອາເມຣິກາ ຮວມທັງບົດບາດທາງດ້ານການເມືອງ ໃນການຮັບໃຊ້ສະພາຂອງ 13 ຣັຖ ທີ່ເຄີຍເປັນຫົວເມືອງຂຶ້ນຂອງອັງກິດ ເປັນເວລາ 16 ປີ ແລະກ້າວໄປສູ່ການຕັ້ງ The Continental Congress ຊຶ່ງເປັນສະພາທໍາອິດ ທີ່ກວມເອົາຫລາຍຣັຖ. ໃນປີ 1775 ທ່ານໄດ້ຖືກແຕ່ງຕັ້ງເປັນຜູ້ບັນຊາການທະຫານສະຫະຣັຖ ທີ່ເອີ້ນວ່າ Continental Army. ທ່ານໄດ້ນໍາພາການປົດປ່ອຍ 13 ຣັຖ ທີ່ເປັນຫົວເມືອງຂຶ້ນຈາກອັງກິດ ແຕ່ປີ 1777 ຫາປີ 1783. 13 ຣັຖ ຊຶ່ງຕັ້ງຢູ່ແຕ່ເໜືອລົງຮອດໃຕ້ ກໍມີຮວມທັງຣັຖ New Hamshire, New York, Maryland, Virginia, North Carolina ແລະຣັຖ Georgia.
ນຶ່ງໃນເຫດການໃຫຍ່ ທີ່ເກີດຂຶ້ນເມື່ອປີ 1832 ກໍແມ່ນການສລອງວັນເກີດຂອງທ່ານ Washington ຄົບຮອບ 100 ປີ. ຕໍ່ມາໃນປີ 1848 ກໍໄດ້ເລີ່ມສ້າງອານຸສາວະຣີທ່ານ.
ສໍາລັບທ່ານ Abraham Lincoln ແມ່ນເກີດໃນຄອບຄົວທຸກຍາກ ແລະເກີດຢູ່ໃນເຮືອນຕູບໄມ້ ທີ່ຣັຖ Kentucky ເມື່ອວັນທີ 22 ກຸມພາ 1732.
ປະທານາທິບໍດີ 2 ທ່ານນີ້ ມີບົດບາດສໍາຄັນອັນໃຫຍ່ຫລວງ ໃນຍຸກສມັຍທີ່ແຕກຕ່າງກັນ. ທ່ານ Abraham Lincoln ເປັນປະທານາທິບໍດີ ຄົນທີ 16 ຂອງສະຫະຣັຖອາເມຣິກາເມື່ອປີ 1861. ທ່ານເປັນຣັຖບຸຣຸດຜູ້ເຮັດສົງຄາມ ຕໍ່ຕ້ານສະຫະພັນຣັຖພາກໃຕ້ ຫລືເອີ້ນກັນວ່າ The Confederate States ທີ່ຢາກແຍກອອກຈາກສະຫະພັນຣັຖ The Union ແລະກໍໄດ້ລົງນາມໃນປະກາດຖແລງການ ປົດປ່ອຍຂ້າທາດໃຫ້ເປັນອິສຣະ ຈາກຣັຖ ຫລືດິນແດນທີ່ເປັນກະບົດ ຕໍ່ສະຫະພັນຣັຖ ໃນມື້ວັນທີ 1 ມົກກະຣາ 1863.
ມື້ພັກທາງຣາຊການ ຕາມກົດໝາຍແລ້ວແມ່ນວັນເກີດຂອງທ່ານ George Washington ທີ່ຖືກັນວ່າ ເປັນບິດາຂອງສະຫະຣັຖອາເມຣິກາ ຊຶ່ງຊາວອາເມຣິກັນທັງມວນຕ່າງກໍຍົກຍ້ອງນັບຖື.
ທ່ານ ວັນລັງ ຄໍາສຸກ ປະທານອົງການພັນທະມິດເພື່ອປະຊາທິປະໄຕໃນລາວຈາກສະຫະ
ຣັຖອາເມຣິກາ ແລະທັງເປັນປະທານພາຄີ ຂອງອົງການໂຮມລາວເພື່ອສັນຕິພາບ ແລະປະ ຊາທິປະໄຕ ທີ່ເຄື່ອນໄຫວຕໍ່ສູ້ເພື່ອ ໃຫ້ມີການປ່ຽນແປງຣະບົບການເມືອງໃນລາວ ອອກຈາກ ຣະບອບຜະເດັດການພັກ ໄປເປັນຣະບອບປະຊາທິປະໄຕ ຫລາຍພັກການເມືອງ, ໃຫ້ປະຊາ ຊົນລາວ ມີສິດ ເສຣີພາບແລະປະຊາທິປະໄຕ, ມີຢູ່ມີກີນ ແລະມີຊີວິດການຢູ່ດີຂຶ້ນຄືກັນກັບ ປະຊາຊາດອື່ນໆ ທີ່ສີວິລັຍຢູ່ໃນໂລກ. ສະບາຍດີ.