ເຣື້ອງທີ່ເກັບບັນທຶກໄວ້
2022-06-30
ຣັຖວິສາຫະກິຈ ນ້ຳປະປາລາວ ເປັນອີກນຶ່ງໂຕຢ່າງ ທີ່ມີການການທຸຈະຣິຈ ເຮັດໃຫ້ເງີນ ຈຳນວນນຶ່ງຮົ່ວໄຫລ ບໍ່ເຂົ້າໃນລະບົບ, ໃນນີ້ບາງແຂວງ ມີການໄລ່ພະນັກງານອອກ ແຕ່ເປັນພຽງ ພະນັກງານລະດັບ ເກັບເງີນ ທີ່ຖືກລົງໂທດ ດ້ວຍການໃຫ້ອອກຈາກວຽກ.
2022-06-28
ມາຮອດປັດຈຸບັນຜແນກ ສຶກສາທິການ ແລະກິລາໃນຫຼາຍແຂວງ ໄດ້ສຳເຣັດການສອບເສັງ ຄັດເລືອກ ຄຣູອາສາສມັກ ເປັນຣັຖກອນປະຈຳປີ 2022 ແຕ່ຄຣູອາສາສມັກ ຫລາຍຄົນ ໝົດຫວັງ ເພາະລະບົບເສັ້ນສາຍ ຍັງມີແຜ່ຫຼາຍ.
2022-06-28
ປີນີ້ ທາງການ ແຂວງບໍຣິຄໍາໄຊ ສັ່ງໂຈະ 7 ໂຄງການກໍ່ສ້າງຂອງຣັຖ ມູນຄ່າ 700 ຕື້ປາຍກີບ ຍ້ອນຂາດເຂີນງົບປະມານ ສ່ວນຫລາຍເປັນການ ກໍ່ສ້າງທາງ ຢູ່ເຂດຫ່າງໄກ ບ້ານທຸກຍາກ ຊຶ່ງປະຊາຊົນເວົ້າວ່າ ມັນຈະເຮັດໃຫ້ການພັທນາ ໃນເຂດນັ້ນຫຼ້າຊ້າ ອອກໄປຕື່ມອີກ.
2022-06-27
ຣັຖບານລາວ ກວດພົບນໍ້າມັນເຊື້ອເພີງ 700 ລ້ານລິດ ທີ່ນໍາເຂົ້າມາ ໃນປະເທດ ໂດຍບໍ່ໄດ້ເສັຍພາສີ ຊຶ່ງນາຍົກຣັຖມົນຕຣີ ເວົ້າວ່າ ຍ້ອນມີການຮ່ວມກັນ ສວຍໂອກາດສໍ້ໂກງ ຂອງເຈົ້າໜ້າທີ່ຣັຖ ແລະບໍຣິສັດນໍ້າມັນ.
2022-06-24
ປະຊາຊົນລາວຜູ້ທຸກຍາກ ສ່ວນຫລາຍແມ່ນຊົນເຜົ່າທີ່ຢູ່ 10 ແຂວງພາກເໜືອ ທັງໝົດ 192 ຄອບຄົວ-925 ຄົນໄດ້ພາກັນໂຍກຍ້າຍ ໄປຕັ້ງຖິ່ນຖານ ແລະທໍາມາຫາກິນ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ໂດຍບໍ່ບອກໃຫ້ ອໍານາດການປົກຄອງບ້ານ ແລະເມືອງຮັບຮູ້ນຳ.
2022-06-23
ທົ່ວປະເທດລາວ ມີຈໍານວນໂຄງການ ເຊົ່າ-ສັມປະທານທີ່ດິນ ທັງໝົດ 2,045 ໂຄງການ ກວມເອົາເນື້ອທີ່ ປະມານ 927,457 ເຮັກຕ້າຣ໌ ແຕ່ເນື້ອທີ່ ນໍາໃຊ້ໂຄງການໂຕຈິງ ມີພຽງແຕ່ 582,320 ເຮັກຕ້າຣ໌ ນັ້ນໝາຍຄວາມວ່າ ມີເນື້ອທີ່ສັມປະທານຫຼາຍກວ່າ 345,137 ເຮັກຕ້າຣ໌ ຍັງບໍ່ໄດ້ຮັບການພັທນາໃດໆ ເຮັດໃຫ້ຣັຖສູນເສັຽເງິນ ພາສີເຂົ້າປະເທດ.
2022-06-23
ທາງການລາວ ກວດພົບ 438 ໂຄງການ ທີ່ດໍາເນີນໄປ ແບບບໍ່ມີປະສິທທິພາບ ແລະການອະນຸມັດບໍ່ຖືກ ຕ້ອງຕາມກົດໝາຍ ຊຶ່ງຈຳນວນນຶ່ງ ເປັນການອະນຸມັດ ຈາກທາງການທ້ອງຖິ່ນ ເຊັ່ນເຈົ້າເມືອງ ແລະ ເຈົ້າແຂວງເປັນຕົ້ນ ທີ່ເຂົ້າຂ່າຍມີການ ສໍ້ຣາສບັງຫຼວງ.
2022-06-23
ສະພາບໍຣິຫານ ເຂດເສຖກິຈພິເສດ ສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມອບຄ້າຍຄຸມຂັງ-ດັດສ້າງ ຢູ່ເຂດບ້ານມ່ວງຄໍາ ໃຫ້ຕໍາຣວດ ປ້ອງກັນຄວາມສງົບ ແຂວງບໍ່ແກ້ວ ເປັນຜູ້ຄຸ້ມຄອງ ໃນວັນທີ 16 ມິຖຸນານີ້ ສຳລັບຂັງນັກໂທດ ທີ່ກໍ່ຄະດີ ໃນເຂດເສຖກິຈ ພິເສດໂດຍສະເພາະ.
2022-06-21
ສະພາແຫ່ງຊາຕ ເຫັນດີຮັບຮອງ ເອົາການແຕ່ງຕັ້ງ ແລະ ໂຍກຍ້າຍ ສມາຊິກຣັຖບານ ແຕ່ຂະນະທີ່ ປະຊາຊົນ ເຫັນວ່າ ຣັຖບານ ຄວນຈະຊອກຫາ ບຸກຄະລາກອນ ທີ່ມີຄວາມຮູ້, ຄວາມສາມາດ, ເຂົ້າໃຈສະພາບເສຖກິຈ, ສັງຄົມ ແລະ ການເມືອງ ເປັນຢ່າງດີ ເພື່ອແກ້ໄຂບັນຫາຕ່າງໆ ຢ່າງວ່ອງໄວ ແລະ ຖືກຈຸດ.
2022-06-17
ຣົຖເຖື່ອນ ຍັງແກ້ໄຂຍາກ ຍ້ອນມີພະນັກງານ, ທະຫານ ຕຳຣວດ ກ່ຽວຂ້ອງ ເຖິງແມ່ນວ່າ ທາງຣັຖບານ ຈະອອກກົດໝາຍ ເພື່ອປາບປາມ ແຕ່ກໍຍັງພົບຂໍ້ຫຍຸ້ງຍາກຫຼາຍດ້ານ ໂດຍສະເພາະ ຜູ້ຄອບຄອງ ຣົຖເຖື່ອນ ເປັນພະນັກງານຣັຖ.
2022-06-12
ຮອງຣັຖມົນຕຣີ ກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ຢ້ຽມຢາມ ສປປ ລາວ ແລະ ສະແດງຄວາມຄິດເຫັນ ກ່ຽວກັບບົດບາດ ຍິງ-ຊາຍ ໃນການພົບປະກັບ ອະດີດນັກສຶກສາ ໂຄງການ YSEALI ໃນວັນທີ 10 ມິຖຸນານີ້ ຢູ່ນະຄອນຫຼວງວຽງຈັນ.
2022-06-10
ຕໍາຣວດ ແຂວງໄຊສົມບູນ ປ່ອຍປະຊາຊົນ 17 ຄົນ ໃນມື້ວັນທີ 2 ມິຖຸນານີ້ຫລັງຈາກຖືກຈັບ ເມື່ອອາທິດທີ່ແລ້ວ ເພາະຖືກກ່າວຫາວ່າ ລັກຂຸດຄໍາ ໃນເຂດສັມປະທານ ຢູ່ເຂດຍອດນໍ້າເວ້ ບ້ານນໍ້າຍອນ ເມືອງອະນຸວົງ.
2022-06-10
ຊາວບ້ານ ຈຳນວນ 5 ຄົນ ຢູ່ບ້ານສີສະຫວາດ ແລະ ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ທີ່ມີຂໍ້ຂັດແຍ່ງ ທີ່ດິນກັບ ເຈົ້າໜ້າທີ່ທະຫານ ແລະຖືກຈັບຕັ້ງແຕ່ ວັນທີ 10 ເມສາ ທີ່ຜ່ານມານັ້ນ ຍັງບໍ່ໄດ້ຮັບການປ່ອຍ ອອກຈາກຄ້າຍຄຸມຂັງ ທະຫານບ້ານໜອງເຂັງເທື່ອ.
2022-06-08
ທາງການລາວ ຕຣຽມເປີດ ກອງປະຊຸມສມັຍສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9 ຊຶ່ງຈະເຣີ່ມແຕ່ ມື້ວັນທີ 13 ມິຖຸນານີ້ ໄປຈົນເຖິງ ວັນທີ 8 ກໍຣະກະດາ ໂດຍຈະເປີດໂທຣະສັບ ສາຍດ່ວນ 156 ເພື່ອຮັບເອົາຄວາມຄິດເຫັນ ແລະຄໍາສເນີ ຂອງປະຊາຊົນ, ແຕ່ປະຊາຊົນລາວ ຈໍານວນບໍ່ໜ້ອຍ ເວົ້າວ່າມັນເປັນພຽງ ພິທີການເທົ່ານັ້ນ ສ່ວນບັນຫາ ທີ່ໄດ້ສເນີໄປນັ້ນ ຈະບໍ່ໄດ້ຮັບ ການພິຈາຣະນາ ແກ້ໄຂແຕ່ຢ່າງໃດ.
2022-06-06
ຊາວບ້ານໂພນນົກຂຽນ ເມືອງອາດສະພັງທອງ ແຂວງສວັນນະເຂດຄອບຄົວນຶ່ງ ກ່າວຫາວ່າ ຖືກເຈົ້າ ເມືອງອາດສະພັງທອງ ສັ່ງໃຫ້ຍຶດເອົາດິນນາ 8 ເຮັກຕ້າຣ໌ ທີ່ຢູ່ໃກ້ກັບເຂດສັມປະທານ ຂອງບໍຣິສັດນໍ້າຕານສວັນນະເຂດ ຂອງໄທຍ ໂດຍບອກວ່າຄອບຄົວນີ້ ໄດ້ບຸກລຸກທີ່ດິນຂອງຣັຖ, ແຕ່ຊາວບ້ານ ອະທິບາຍວ່າ ໄດ້ຊື້ດິນຕອນນີ້ມາ ເມື່ອປີ 1995.