ເກີດບັນຫາຂັດແຍ່ງ ທີ່ດິນລະຫວ່າງ ຊາວບ້ານ ກັບເຈົ້າໜ້າທີ່ ເມືອງອາດສະພັງທອງ
2022.06.06

ປະຊາຊົນບ້ານໂພນນົກຂຽນ ເມືອງອາດສະພັງທອງ ແຂວງສວັນນະເຂດຄອບ ຄົວນຶ່ງ ຖືກເຈົ້າເມືອງເມືອງອາດສະພັງທອງ ສັ່ງໃຫ້ຍຶດເອົາດິນນາ ທີ່ຢູ່ໃກ້ກັບເຂດສໍາປະທານ ຂອງບໍຣິສັດນໍ້າຕານສວັນນະເຂດ ຈໍາກັດຂອງໄທຍ ໂດຍກ່າວຫາວ່າໄປບຸກລຸກທີ່ດິນຂອງຣັຖ, ແຕ່ປະຊາຊົນເວົ້າວ່າ ໄດ້ຊື້ມາຈາກພໍ່ເຖົ້າເມື່ອປີ 1995 ຄືໄດ້ຄອບຄອງດິນຕອນນັ້ນມາເກືອບ 30 ປີແລ້ວ.
ດັ່ງຊາວບ້ານ ບ້ານໂພນນົກຂຽນຜູ້ນຶ່ງ ເວົ້າໃນຄລິບວີດິໂອຂອງຕົນວ່າ:
“ນານີ້ເຮັດມາ 20-30 ປີ ຊື້ດິນນີ້ຊື້ມາແຕ່ປີ 1995 ບາດນີ້ເຈົ້າເມືອງອາດສະພັງທອງ ສັ່ງໃຫ້ມາເອົາດິນນາ ປະຊາຊົນບຸກລຸກ ຄັນວ່າປະຊາຊົນບຸກລຸກ ເພິ່ນຈະເຮັດກິນແນວໃດ ປະຊາຊົນນ່າ ໄຮ່ອ້ອຍຫາກວ່າມາປີ ສອງພັນ ປີນີ້ ມີແຕ່ສັ່ງຄໍາດຽວໃຫ້ມາປັກຫລັກ ໃຫ້ມາພັງ ໃຫ້ມາລຸກລຸກເອົາໂລດ ສັ່ງນາຍບ້ານ ເລຂາພັກບ້ານ ກໍເຮັດບ້ານໂພນນົກຂຽນປັດຈຸບັນນີ້.”
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ທ້ອງຖິ່ນ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ໄດ້ຊີ້ແຈງໃຫ້ວິທຍຸເອເຊັຽເສຣີຊາບໃນມື້ວັນທີ 6 ມິຖຸນານີ້ວ່າ ເຈົ້າໜ້າທີ່ທາງການບໍ່ໄດ້ໄປບຸກລຸກ ເອົາດິນຂອງປະຊາຊົນຄືທີ່ຊາວບ້ານເວົ້ານັ້ນ ແຕ່ຢ່າງໃດ, ແຕ່ແມ່ນຊາວບ້ານໄປບຸກລຸກທີ່ດິນ 8 ເຮັກຕາ ໃນເຂດສັມປະທານປູກອ້ອຍ ຂອງບໍຣິສັດນໍ້າຕານສວັນນະເຂດ ຈໍາກັດ ຂອງໄທຍ ທີ່ໄດ້ສັມປະທານຈາກຣັຖ ມາຕັ້ງ ແຕ່ປີ 2005 ໃນກໍານົດ 30 ປີ.
ດັ່ງທີ່ທ່ານກ່າວວ່າ:
“ມັນແນວນີ້ ຫວ່າງແລ້ງນີ້ແຫລະບຸກເບີກດໍານາ ແລ້ວມັນໄປຖືກດິນສໍາປະທານຂອງພັກຂອງຣັຖ ແລ້ວບັດນີ້ທາງບໍຣິສັດນໍ້າຕານເຂົາພັດປະທ້ວງຄືນ ວ່າບຸກລຸກດິນສໍາປະທານ ມັນບໍ່ໄດ້ຊົດເຊີຍແຫລະ ເພາະວ່າດິນ 8 ເຮັກຕານັ້ນເພິ່ນແປະໄປ້ລາຍມືແລ້ວ ມີລາຍເຊັນໃຫ້ ມອບໃຫ້ພັກ ແລະຣັຖສໍາປະທານແລ້ວໆ 2005 ເພິ່ນບຸກເບີກ ບໍຣິສັດນໍ້າຕານສວັນນະເຂດຈໍາກັດ.”
ທ່ານກ່າວຕື່ມວ່າ ພາຍຫລັງທີ່ໄດ້ສໍາປະທານທີ່ດິນ ຈາກຣັຖໄປແລ້ວ ທາງບໍຣິສັດນໍ້າຕານ ຂອງໄທຍ ກໍໄດ້ບຸກເບີກປູກອ້ອຍ ແຕ່ບໍ່ຮູ້ວ່າປູກອ້ອຍໄປແລ້ວຈັກເຮັກຕ້າຣ໌ ແລະວ່າ ດິນ 8 ເຮັກຕ້າຣ໌ ທີ່ຊາວບ້ານບຸກລຸກນັ້ນ ແຕ່ກ່ອນເປັນດິນຫລຸບ, ດິນເຫວ, ມີຕົ້ນໄມ້ຫລາຍ, ບໍ່ສາມາດປູກອ້ອຍໄດ້, ທາງບໍຣິສັດໄດ້ເອົາດິນໄປຖົມ ເພື່ອປູກອ້ອຍໃນອະນາຄົດ. ຫລັງຈາກນັ້ນ ຊາວບ້ານຄອບຄົວດັ່ງກ່າວ ກໍໄດ້ໄປບຸກເບີກພື້ນທີ່ນັ້ນເຮັດນາ ແລະທາງບໍຣະສັດກໍຕ້ອງການດິນນັ້ນຄືນ ເພື່ອປູກອ້ອຍ. ຊາວບ້ານຄອບຄົວດັ່ງກ່າວ ມີດິນທໍາກິນຂອງຕົນຢູ່ ອີກ 12 ເຮັກຕ້າຣ໌ ແລະມີໜັງສືນໍາໃຊ້ທີ່ດິນຢ່າງຖືກຕ້ອງ, ແຕ່ບໍ່ມີໃບຕາດິນຂອບຄໍາ.
ເພື່ອຂໍຮູ້ຣາຍລະອຽດ ກ່ຽວກັບເຣື່ຶອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ໄປຫາ ບໍຣິສັດດັ່ງກ່າວ ແຕ່ບໍ່ສາມາດຕິດຕໍ່ໄດ້ ແລະໄດ້ຕິດຕໍ່ໄປຫາ ຜູ້ທີ່ວ່າເປັນເຈົ້າຂອງທີ່ດິນ ແຕ່ກໍບໍ່ສາມາດຕິດຕໍ່ໄດ້ ແລະຊາວບ້ານ ບ້ານໂພນນົກຂຽນ ຜູ້ທີ່ເວົ້າໃນຄລິບວີດິໂອນັ້ນ ກໍໄດ້ລຶບວີດິໂອໄປແລ້ວ.
ຊາວບ້ານ ບ້ານໂພນນົກຂຽນຜູ້ນຶ່ງ ທີ່ໄດ້ເຫັນຄລິບວີດິໂອນັ້ນ ເວົ້າຕໍ່ວິທຍຸເອເຊັຽເສຣີວ່າ ບໍ່ຮູ້ຂໍ້ມູນລະອຽດຄັກແນ່ ແຕ່ກໍເຫັນພວກເຂົາເຈົ້າ ກໍາລັງໄກ່ເກັ່ຍເຣື່ອງນີ້ກັນຢູ່.
“ມື້ນີ້ເຂົາກໍາລັງຊິເຄລັຍກັນຫັ້ນແຫລະ ເຂົາກໍາລັງປຶກສາກັນຢູ່ ກໍຍັງບໍ່ທັນຮູ້ວ່າເປັນແນວໃດ ມັນຕ້ອງມີທີ່ມາທີ່ໄປແຫລະ ເຂົາກໍບໍ່ໄປເອົາມົ້ວຊົ້ວດອກ.”
ເຈົ້າໜ້າທີ່ເມືອງອາດສະພັງທອງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ທ່ານນຶ່ງເວົ້າໃນມື້ດຽວກັນນີ້ວ່າ ຣັຖໃຫ້ບໍຣິສັດນໍ້າຕານສວັນນະເຂດຈໍາກັດ ຂອງໄທຍສັມປະທານທີ່ດິນ, ມີການລົງນາມໃນບັດບັນທຶກຄວາມເຂົ້າໃຈກັນ, ມີການປັກຫລັກໝາຍເຂດຄັກແນ່.
“ເພິ່ນເຮັດເຂົ້ານີ້ ບຸກລຸກດິນທີ່ວ່າສ່ວນເກີນ ເພາະວ່າຫລັກເຂດແດນມັນກໍມີຮຽບຮ້ອຍແລ້ວ ເພິ່ນໄປຕັນດິນຂອງເຂົາດຽວນີ້ນ່າ ເພິ່ນໃຫ້ບໍຣິສັດສໍາປະທານປູກອ້ອຍຕົນທາງເຂົ້າເຂົາ ມັນບໍ່ແມ່ນວ່າເຈົ້າເມືອງເອົາ ມີບັດບັນທຶກກັນຄັກແນ່ເດ ບໍ່ແມ່ນວ່າບໍ່ມີເດ ດິນນັ້ນປັນກັນແຕ່ດົນແລ້ວເດອັນເຈົ້າເມືອງບໍ່ມີສິດເອົາດິນຫັ້ນ ມັນຄວາມເຂົ້າໃຈຜິດຂອງປະຊາຊົນ.”
ກ່ຽວກັບເຣື່ອງທີ່ວ່ານີ້ ນັກກົດໝາຍລາວທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະສຽງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 6 ມິຖຸນານີ້ວ່າ ຕາມກົດໝາຍແລ້ວ ເຈົ້າໜ້າທີ່ທາງການຕ້ອງກວດກາ ຂໍ້ມູນທັງສອງຝ່າຍ, ຖ້າກວດພົບວ່າ ຊາວບ້ານບຸກລຸກດິນສັມປະທານ, ຊາວບ້ານກໍຕ້ອງຄືນດິນນັ້ນໃຫ້ບໍຣິສັດ ຜູ້ສັມປະທານ, ຖ້າຊາວ ບ້ານບໍ່ໄດ້ບຸກລຸກ ດິນຕອນນັ້ນກໍເປັນຂອງຊາວບ້ານ.
ອີງຕາມກົດໝາຍຂອງລາວ ຖ້າເປັນດິນທີ່ມີໃບຕາດິນຂອບຄໍາ ຜູ້ເປັນເຈົ້າຂອງດິນ ມີສິດນໍາໃຊ້ດິນນັ້ນຢ່າງຍາວນານ ແລະໝັ້ນຄົງ ດັ່ງທີ່ໄດ້ກໍານົດໄວ້ຢູ່ໃນກົດໝາຍວ່າ ດ້ວຍທີ່ດິນ, ມາດຕຣາ 3 ວ່າດ້ວຍກໍາມະສິທກ່ຽວກັບທີ່ດິນ ຊຶ່ງໃນນັ້ນຕອນນຶ່ງເວົ້າວ່າ ຣັຖມອບສິດນໍາໃຊ້ທີ່ດິນ ໃຫ້ພົລເມືອງລາວ ນໍາໃຊ້ຢ່າວຍາວນານ ແລະໝັ້ນຄົງ, ແລະມີສິດຂາຍທີ່ດິນ ດັ່ງທີ່ໄດ້ກໍານົດໄວ້ຢູ່ໃນມາດຕຣາ 109 ທີ່ເວົ້າເຖິງເຣື່ອງການປະເມີນລາຄາທີ່ດິນ, ຂໍ້ທີ 5 ເວົ້າເຖິງການຊື້, ຂາຍ, ແລກປ່ຽນສິທນໍາໃຊ້ທີ່ດິນ.
ປັດຈຸບັນ ເວົ້າເຖິງເຣື່ອງການບຸກລຸກເອົາດິນ ປະຊາຊົນຢູ່ປະເທດລາວ ແມ່ນຍັງເກີດຂຶ້ນຢູ່ຫລາຍແຫ່ງ ຮວມທັງກໍຣະນີ ທີ່ເກີດຂຶ້ນຢູ່ບ້ານສີສະຫວາດ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໃນມື້ວັນທີ 10 ເມສາທີ່ຜ່ານມາ ຊາວບ້ານ 5 ຄົນ ຖືກທະຫານຄ້າຍ 513 ຈັບຕົວໄປ ຍ້ອນມີຂໍ້ຂັດແຍ່ງໃນເຣື່ອງທີ່ດິນກັບທະຫານ ທີ່ຈະສ້າງສິ່ງປຸກສ້າງໃສ່ດິນຂອງພວກເຂົາເຈົ້າ, ຈົນມາຮອດດຽວນີ້ ກໍຍັງບໍ່ທັນຖືກປ່ອຍຕົວ. ດິນທີ່ທະຫານຈະກໍ່ສ້າງໃສ່ນັ້ນ ເປັນດິນຊາວບ້ານ 43 ຄອບຄົວ, ເປັນດິນທໍາການຜລິດ ທີ່ສືບທອດມາຕັ້ງແຕ່ລຸ້ນພໍ່, ລຸ້ນແມ່ ກ່ອນປີ 1975 ໃນເນື້ອທີ່ທັງໝົດ 250 ເຮັກຕ້າຣ໌ ຢູ່ບ້ານຫ້ວຍນໍ້າເຢັນ ແລະບ້ານສີສະຫວາດ, ເປັນດິນທີ່ບໍ່ມີໃບຕາດິນ ແຕ່ຊາວບ້ານໄດ້ເສັຍພາສີ ໃຫ້ຣັຖທຸກປີ. ຕົກມາເຖິງປີ 2014 ທະຫານພະຍາຍາມ ທີ່ຈະກໍ່ສ້າງໃສ່ດິນນັ້ນ ໂດຍອ້າງວ່າເປັນດິນ ຂອງກະຊວງປ້ອງກັນປະເທດ ທີ່ໄດ້ຮັບສິທນໍາໃຊ້ ຈາກກະຊວງກະສິກັມ ແລະປ່າໄມ້ ໂດຍໄດ້ເອົາເອກສານ ກ່ຽວກັບທີ່ດິນຂອງຊາວບ້ານໄປ.