ທະຫານ ຍັງບໍ່ປ່ອຍ ຊາວບ້ານ 5 ຄົນ ທີ່ຖືກຈັບ

ໄຊຍາ
2022.06.10
ທະຫານ ຍັງບໍ່ປ່ອຍ ຊາວບ້ານ 5 ຄົນ ທີ່ຖືກຈັບ ເຈົ້າໜ້າທີ່ທະຫານ ແລະ ປະຊາຊົນ ຢູ່ບ່ອນເກີດເຫດການ ຂັດແຍ່ງທີ່ດິນ ລະຫວ່າງປະຊາຊົນແລະທະຫານ.
ນັກຂ່າວ ພົລເມືອງ

ມາຮອດປັດຈຸບັນຊາວບ້ານສີສະຫວາດ ແລະ ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນຈຳນວນ 5 ຄົນທີ່ຖືກຈັບໄປແຕ່ວັນທີ 10 ເມສາ ທີ່ຜ່ານມາຍ້ອນເກີດຂໍ້ຂັດແຍ່ງທີ່ດິນ ແຄມອ່າງນໍ້າຫຸມກັບເຈົ້າໜ້າທີ່ທະຫານຄ້າຍ 513 ນັ້ນຍັງບໍ່ໄດ້ຮັບການປ່ອຍ ອອກຈາກຄ້າຍຄຸມຂັງ ທະຫານບ້ານໜອງເຂັງເທື່ອ ເຖິງແມ່ນວ່າຈະມີຂ່າວວ່າທັງ 5 ຄົນດັ່ງກ່າວຈະຖືກປ່ອຍ ກັບສູ່ຄອບຄົວພາຍ ໃນວັນທີ 10 ມິຖຸນານີ້ກໍຕາມ.

ກ່ຽວກັບເຣື່ອງນີ້ ສະມາຊິກໃນຄອບຄົວ ຂອງຊາວບ້ານຜູ້ນຶ່ງໃນຈຳນວນ 5 ຄົນ ທີ່ຖືກຈັບ ທີ່ຂໍສງວນຊື່ແລະສຽງ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 10 ມິຖຸນານີ້ວ່າ:

ມາຮອດມື້ນີ້ທາງຄອບຄົວ ກໍຍັງບໍ່ທັນໄດ້ຮັບຂ່າວດີເທື່ອ ແລະຜູ້ເປັນຫົວໜ້າຄອບຄົວ ກໍຍັງຖືກຂັງຢູ່ຄ້າຍທະຫານໜອງເຂັງ ຢູ່ຄືເກົ່າມີແຕ່ລໍຖ້າຟັງຂ່າວ ຄວາມຄືບໜ້າຕໍ່ໄປ.

ໃນຂະນະທີ່ສະມາຊິກ ໃນຄອບຄົວຂອງຊາວບ້ານ ອີກຜູ້ນຶ່ງໃນຈຳນວນ 5 ຄົນດັ່ງກ່າວ ທີ່ຂໍສງວນຊື່ແລະສຽງເຊັ່ນດຽວກັນ ກໍໃຫ້ຂໍ້ມູນວ່າ:

ດຽວນີ້ຍັງບໍ່ມີທ່າທີໃດໆ ວ່າຫົວໜ້າຂອງຄອບຄົວ ຂອງລາວຈະຖືກປ່ອຍໂຕໃນໝໍ່ໆນີ້ ແລະເມື່ອສອບຖາມໄປຍັງ ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ຮັບພຽງແຕ່ຄຳຕອບວ່າ ກຳລັງຢູ່ໃນຂັ້ນຕອນ ແລະກໍບໍ່ມີຣາຍລະອຽດຫຼາຍໄປກ່ວານັ້ນ.

ສ່ວນຊາວບ້ານໃກ້ຄຽງທ່ານນຶ່ງ ກໍຢືນຢັນວ່າມາຮອດປັດຈຸບັນຊາວບ້ານ 5 ຄົນດັ່ງກ່າວ ຍັງບໍ່ຖືກປ່ອຍອອກມາເທື່ອ ແຕ່ກໍຍັງບໍ່ຮູ້ຣາຍລະອຽດຄັກແນ່ ກ່ຽວກັບເຣື່ອງຄະດີຄວາມ ແລະກໍບໍ່ສາມາດອອກຄວາມເຫັນຫຍັງຫຼາຍ ໄປກ່ວານັ້ນໄດ້ ສ່ວນຊາວບ້ານຫຼາຍຄົນ ທີ່ມີດິນຢູ່ເຂດຂັດແຍ່ງນັ້ນ ກໍຍັງອອກມາເຝົ້າຕິດຕາມດິນ ຂອງພວກເຂົາເປັນໄລຍະຢູ່.

ດັ່ງທ່ານໄດ້ກ່າວວ່າ:

ເອີເພີ່ນກາຍັງບໍ່ທັນແລ້ວ ຄົນເຂົາກາຍັງບໍ່ໄດ້ອອກ ຍັງບໍ່ຮູ້ຈັກນຳ ເພິ່ນຈັ່ງ ເພີ່ນຈັ່ງໃດຂ້ອຍກາບໍ່ຮູ້ ໄປຢູ່ກາໄປທັມມະດານີ້ແຫຼະ ໄປຮົ້ວໄປສວນທັມດານີ້ແຫຼະ

ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາກອງບັນຊາການ ທະຫານນະຄອນຫຼວງວຽງຈັນ ແລະກະຊວງປ້ອງກັນປະເທດ ເພື່ອສອບຖາມຄວາມຄືບໜ້າ ເພີ່ມຕື່ມກ່ຽວກັບຊາວບ້ານທັງ 5 ຄົນ ດັ່ງກ່າວ ແຕ່ບໍ່ມີເຈົ້າໜ້າທີ່ຄົນໃດ ສາມາດເວົ້າເຖິງຣາຍລະອຽດໄດ້.

ທາງດ້ານນັກກົດໝາຽ ທ່ານນຶ່ງທີ່ຂໍສງວນຊື່ ແລະໜ່ວຍງານ ກ່າວວ່າກໍຣະນີຂອງຊາວບ້ານ ທັງ 5 ຄົນດັ່ງກ່າວນີ້ ຖືວ່າອາດຈຈະເປັນຄະດີພິເສດ ທີ່ຂຶ້ນກັບລະບົບ ສານທະຫານໂດຍຕຣົງ ຖ້າວ່າທາງທະຫານມີເອກສານຢັ້ງຢືນວ່າ ດິນຕອນດັ່ງກ່າວເປັນດິນ ຂອງກອງທັບ.

ດັ່ງທ່ານໄດ້ກ່າວວ່າ:

ແມ່ນ ເພີ່ນຢາກດຳເນີນ ເປັນທາງຄະດີທະຫານເພິ່ນບໍ່ ລະບົບຍຸຕິທັມຂອງສານທະຫານບໍ່ ກາມີຄວາມເປັນໄປໄດ້ ຖ້າວ່າດິນຫັ້ນມີໜັງສືຢັ້ງຢືນ ຖ້າວ່າເປັນດິນຂອງກອງທັບຫັ້ນນ່າ ຊິເປັນກໍຣະນີ ການບຸກລຸກຂອບເຂດ ຂອງກອງທັບຫັ້ນນ່າ.

ທ່ານກ່າວຕື່ມວ່າ ເຖິງແມ່ນວ່າຄະດີນີ້ ເປັນຄະດີທີ່ກ່ຽວກັບ ສານທະຫານກໍຕາມ ແຕ່ທາງຄອບຄົວຂອງຊາວບ້ານດັ່ງກ່າວ ກໍມີສິດແຕ່ງຕັ້ງທະນາຍຄວາມ ສຳລັບຕໍ່ສູ້ຄະດີ ຫຼືສາມາດຕິດຕໍ່ຫາໜ່ວຍງານ ດ້ານກົດໝາຽຕ່າງໆ ທີ່ຮັບເປັນທະນາຍຄວາມໃຫ້ ໂດຍບໍ່ເສັຽຄ່າໃຊ້ຈ່າຍ ແຕ່ຈະຕ້ອງຮັກສາຂໍ້ກ່າວຫາ ໃນມື້ທີ່ຖືກຈັບນັ້ນໄວ້ ເພື່ອເປັນຂໍ້ມູນສຳຄັນ ທີ່ຈະນຳໄປຕໍ່ສູ້ຄະດີ ໃນຂັ້ນສານ ຫາກວ່າທາງຄອບຄົວ ຂອງຜູ້ຖືກຈັບໝັ້ນໃຈວ່າ ຜູ້ກ່ຽວບໍ່ໄດ້ເຮັດຜິດຫຍັງ.

ແຕ່ນັກກົດໝາຽ ອີກທ່ານນຶ່ງ ທີ່ຕິດຕາມຂໍ້ຂັດແຍ່ງ ດັ່ງກ່າວໃຫ້ຄວາມເຫັນວ່າ ສຳລັບທີ່ດິນເປັນຂໍ້ຂັດແຍ່ງ ຢູ່ແຄມອ່າງນໍ້າຫຸມນັ້ນ ແມ່ນເປັນດິນຂອງຊາວບ້ານ ທີ່ໄດ້ນຳໃຊ້ແບບຊົ່ວຄາວ ແຕ່ບໍ່ທັນໄດ້ຮັບໃບນໍາໃຊ້ທີ່ດິນ ແບບຖືກຕ້ອງຕາມກົດໝາຽ ດັ່ງນັ້ນຈຶ່ງບໍ່ຖືວ່າເຈົ້າໜ້າທີ່ ທະຫານໄປບຸກລຸກທີ່ດິນ ຂອງພວກເຂົາເຈົ້າ. ດັ່ງທ່ານໄດ້ກ່າວວ່າ:

ມັນເປັນຄະດີ ທີ່ວ່າຖືກໂຄງການ ທີ່ວ່າບໍ່ມີໃບນໍາໃຊ້ທີ່ດິນ ຖືກຕ້ອງຕາມກົດໝາຽຫັ້ນນ່າ ມັນເປັນພຽງໃບນໍາໃຊ້ຊົ່ວຄາວ ສື່ໆ ແຕ່ປະຊາຊົນເຂົາຄິດວ່າ ເປັນຂອງເຂົາເຈົ້າ ແຕ່ວ່າຣັຖບານຍັງບໍ່ມີເອກະສານ ທີ່ວ່າຈະມອບໃຫ້ ທາງປະຊາຊົນເທື່ອ.

ຢ່າງໃດກໍຕາມ ກໍຍັງມີທະນາຍຄວາມອີກ ຈຳນວນນຶ່ງທີ່ກຳລັງສຶກສາ ກໍຣະນີດັ່ງກ່າວ ໃນເບື້ອງຕົ້ນເພື່ອເປັນກໍຣະນີສຶກສາ ຂໍ້ຂັດແຍ່ງທີ່ດິນລະຫວ່າງ ຊາວບ້ານກັບເຈົ້າໜ້າທີ່ ທະຫານທາງການ ແຕ່ກໍບໍ່ມີຍາດຕິພີ່ນ້ອງ ຫຼືຄອບຄົວຂອງຜູ້ກ່ຽວ ປະສານງານ ເພື່ອຂໍໃຫ້ຊ່ອຍເຫຼືອ.

ດັ່ງທະນາຍຄວາມ ທ່ານນຶ່ງກ່າວວ່າ:

ເຮົາກໍຍັງບໍ່ ຮູ້ເນື້ອໃນຣາຍລະອຽດ ຂອງເຫດການເນາະ ຍ້ອນສາເຫດຫຍັງຈຶ່ງວ່າ ມີການຈັບເຣື່ອງມັນເປັນຈັ່ງໃດ ປະຊາຊົນໄປເຮັດແນວໃດ ທີ່ວ່າເກີດການຈັບເວົ້າເຣື່ອງ ທາງອາຍາບໍ່ ແມ່ນຫຍັງຫັ້ນນ່າ ຖືວ່າປະຊາຊົນເຮົານີ້ ຖືວ່າດື້ດ້ານ ຫຼືຈັ່ງໃດຫັ້ນນ່າ.

ຊາວບ້ານ 5 ຄົນດັ່ງກ່າວ ທີ່ຍັງຢູ່ໃນຄ້າຍຄຸມຂັງ ທະຫານບ້ານໜອງເຂັງ ປະກອບດ້ວຍ ຍານາງບຸນມີອາຍຸ 55 ປີ, ທ້າວ ຫງັດອາຍຸ 58 ປີ, ທ້າວບຸນທະວີອາຍຸ 36 ປີ, ທ້າວຄຳພຸດອາຍຸ 49 ປີ ແລະ ທ້າວອຸ່ນອາຍຸ 72 ປີ ຊຶ່ງພວກເຂົາເຈົ້າເປັນ 5 ຄອບຄົວໃນຈຳນວນທັງໝົດ 43 ຄອບຄົວທີມີ ທີ່ດິນຢູ່ແຄມອ່າງນໍ້າຫຸມ ທີ່ຂຶ້ນກັບບ້ານສີສະຫວາດ.

ສຳລັບທີ່ດິິນ ບ່ອນເກີດຂໍ້ຂັດແຍ່ງ ດັ່ງກ່າວນັ້ນ ມີເນື້ອທີ່ຮວມ 250 ເຮັກຕ້າຣ໌ ກວມເອົາເນື້ອທີ່ຢູ່ບ້ານຫ້ວຍນໍ້າເຢັນ ແລະ ບ້ານສີສະຫວາດ ໂດຍເປັນທີ່ດິນທີ່ຊາວບ້ານ 43 ຄອບຄົວ ນໍາໃຊ້ ແຕ່ດົນຊຶ່ງໄດ້ຮັບສືບທອດ ມາແຕ່ຣຸ້ນພໍ່-ແມ່ ກ່ອນປີ 1975 ແລະກໍໃຊ້ເປັນບ່ອນທຳການຜລິດ ໃນແຕ່ລະປີ. ເຖິງແມ່ນວ່າຈະບໍ່ມີໃບຕາດິນ ຢ່າງຄັກແນ່ກໍຕາມ ແລະພວກເຂົາເຈົ້າກໍເສັຽພາສີທີ່ດິນ ໃຫ້ແກ່ຣັຖທຸກປີ ແຕ່ມາຮອດປີ 2014 ເຈົ້າໜ້າທີ່ທະຫານຄ້າຍ 513 ພະຍາຍາມປຸກສິ່ງກໍ່ສ້າງ ໃສ່ທີ່ດິນໂດຍອ້າງວ່າເປັນທີ່ດິນ ຂອງກະຊວງ ປ້ອງກັນປະເທດ ທີ່ໄດ້ຮັບສິທນໍາໃຊ້ ຈາກກະຊວງກະສິກັມ ແລະປ່າໄມ້ ພ້ອມທັງເອົາເອກະສານທີ່ດິນ ຂອງຊາວບ້ານໄປ ແຕ່ກໍມີຊາວບ້ານຈຳນວນນຶ່ງ ໄດ້ຖ່າຍສຳເນົາເອກສານທີ່ດິນໄວ້ ແລະເກີດຂໍ້ຖົກຖຽງກັນ ເຣື່ອງທີ່ດິນກັບທະຫານດັ່ງກ່າວ ມາຮອດປັດຈຸບັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.