ລາວຄຣິສຈຽນ 5 ຄົນ ອາຈໄດ້ຮັບ ອິສຣະ
2014.09.24
ປັດຈຸບັນ ຄະດີ ຂອງ ລາວຄຣິສຈຽນ 5 ຄົນ ທີ່ ຖືກກ່າວຫາ ກ່ຽວກັບ ເຣຶ່ອງເຮັດໃຫ້ ແມ່ຍິງ ຄົນນຶ່ງ ເສັຽຊີວິດ ຢູ່ເມືອງ ອາດສະພັງທອງ ແຂວງ ສວັນນະເຂດ ນັ້ນ ຖືກ ສົ່ງໄປໃຫ້ ພາກສ່ວນ ທີ່ ກ່ຽວຂ້ອງ ຂອງ ແຂວງ ພິຈາຣະນາ ໂດຍທີ່ ເຈົ້າໜ້າທີ່ ເມືອງ ໃຫ້ຄວາມ ເຫັນວ່າ ພວກເຂົາເຈົ້າ ອາຈໄດ້ຮັບ ການປ່ອຍຕົວ ເພື່ອ ຫລຸດຜ່ອນ ຄວາມ ຂັດແຍ່ງ ຢູ່ເມືອງ ນັ້ນ ລົງ:
"ຈຸດປະສົງ ກະວ່າ ຢາກແກ້ ຫັ້ນແຫລະ ຢາກແກ້ ເວົ້າງ່າຍໆ ກໍຢາກປ່ອຍ ຫັ້ນແຫລະ ດຽວນີ້ ຄັນເວົ້າຫັ້ນ ກະຢາກ ຂໍຮ້ອງນໍາ ຜູ້ຕາງໜ້າ ບໍ ຫລືວ່າ ພາກສ່ວນ ທີ່ວ່າ ພົວພັນ ຫັ້ນນ່າ ຂໍໃຫ້ໃຈ ເຢັນໆ ນໍາກັນແນ່ ຈັກໜ່ອຍ ມັນສິ ກະທົກກະທັ້ງ ເວົ້າອີ່ຫຍັງ ກະຄ່ອຍໆ".
ທ່ານກ່າວ ຕໍ່ໄປວ່າ ເຈົ້າໜ້າທີ່ ເມືອງ ອາດສະພັງທອງ ພຍາຍາມ ເຕັມທີ ທີ່ ຈະເຮັດໃຫ້ ບັນຫານີ້ ຍຸຕິລົງ ໂດຍຈະ ຊ່ວຍໃຫ້ ມີ ການ ປ່ອຍຕົວ ພວກກ່ຽວ ຫລັງຈາກ ທີ່ ຖືກຈັບ ມາໄດ້ ເກືອບ 3 ເດືອນ ແລະວ່າ ຊາວ ຄຣິສຈຽນ ທັງ 5 ຄົນ ຖືກຂັງ ເກືອບ ເຖິງ 3 ເດືອນ ກໍ ເໝາະສົມ ແລ້ວ ກັບ ຄວາມຜິດ ຖານ ພຍາຍາມ ບັງຄັບ ໃຫ້ຜູ້ອື່ນ ປ່ຽນໄປ ນັບຖື ສາສນາ ຄຣິສຈຽນ.
ການຈັບ ຊາວ ຄຣິສຈຽນ ນັ້ນ ມີຂຶ້ນໃນ ວັນທີ 23 ມິຖຸນາ 2014 ຫລັງຈາກ ທີ່ພວກ ເຂົາເຈົ້າ ພາກັນໄປ ສູດ ອວຍພອນ ໃຫ້ ແມ່ຍິງ ທີ່ ປ່ວຍ ຢູ່ໂຮງໝໍ ໂດຍ ຫວັງ ຈະຊ່ວຍໃຫ້ ເຊົາ ເຈັບເປັນ. ແຕ່ເວລາ ຕໍ່ມາ ຜູ້ປ່ວຍໄດ້ ເສັຽຊີວິດ ພາຍຫລັງ ທີ່ ພີ່ນ້ອງ ຄອບຄົວ ພາກັບຄືນ ມາບ້ານ.
ຍ້ອນມີການ ຂັດແຍ່ງ ພາຍໃນ ຄອບຄົວ ຈຶ່ງ ເຮັດໃຫ້ ອໍານາດ ການປົກຄອງ ທ້ອງຖິ່ນ ເຂົ້າມາຈັບ ຊາວ ຄຣິສຈຽນ ຜູ້ຫວັງດີ ນັ້ນ ໂດຍ ຕັ້ງຂໍ້ຫາ ວ່າ ມີຄວາມຜິດ ໃນການ ປະປ່ອຍໃຫ້ ຄົນເຈັບ ເສັຽຊີວິດ.
ໃນຂນະ ດຽວກັນ ທ່ານ Mervyns Thomas ຈາກ ອົງການ Christian Solidarity Worldwide ໄດ້ໃຫ້ ຂໍ້ມູນ ທາງ website Christian today ວ່າ ຜູ້ຕ້ອງຫາ ຊາວຄຣິສຈຽນ ທັງ ໝົດນັ້ນ ບໍ່ມີ ຄວາມຜິດ ຕາມທີ່ ທາງການ ລາວ ກ່າວຫາ. ດັ່ງນັ້ນ ຈຶ່ງຄວນໄດ້ ຮັບການ ປ່ອຍຕົວ ເນື່ອງຈາກວ່າ ພວກເຂົາເຈົ້າ ເປັນຜູ້ ບໍຣິສຸດ. ແຕ່ເມື່ອ ອາທິດ ທີ່ແລ້ວ ເຈົ້າໜ້າທີ່ ອັຍການ ແຂວງ ສວັນນະເຂດ ເປີດເຜີຍວ່າ ຊາວ ລາວຄຣິສຈຽນ ນັ້ນ ມີຄວາມຜິດ ຖານບັງຄັບ ໃຫ້ຄົນປ່ຽນ ສາສນາ ບໍ່ແມ່ນ ໃນຂໍ້ຫາ ເຮັດໃຫ້ ຄົນຕາຍ ຈຶ່ງຍັງຖືກ ກັກຕົວຢູ່.
ແຕ່ ເຖິງຢ່າງໃດ ກໍຕາມ ຄາດວ່າ ທາງ ແຂວງ ຈະ ພິຈາຣະນາ ແລະ ຕັດສິນ ຄະດີ ວ່າ ຈະປ່ອຍ ພວກເຂົາເຈົ້າ ໃຫ້ ເປັນອິສຣະ ຫລື ວ່າ ຈະລົງໂທດ ຈໍາຄຸກ ຕໍ່ໄປ ໃນ ທ້າຍເດືອນ ກັນຍາ ນີ້.