ຊາວຄຣິສຕຽນລາວ ຖືກຈູດເຮືອນ, ອົງການ ພປລ ສົ່ງເຣື່ອງເຖິງ ສປຊ
2022.03.23
ໃນມື້ວັນທີ 17 ມີນາ ທີ່ຜ່ານມານີ້, ອົງການພັນທະມິຕ ເພື່ອປະຊາທິປະຕັຍໃນລາວ ທີ່ມີສູນກາງ ຢູ່ປະເທດເຢັຽຣະມັນ ໄດ້ສົ່ງຖແລງການ ເຖິງຂ້າຫຼວງໃຫຍ່ ສະຫະປະຊາຊາດ ດ້ານສິດທິມະນຸດ ປະຈຳເອເຊັຽ ຕາເວັນອອກສຽງໃຕ້ (Human Rights Officer, Regional Office for South-East Asia Office of the United Nations High Commissioner for Human Rights) ກ່ຽວກັບກໍຣະນີ ການລະເມີດສິດທິ ຂອງຄອບຄົວຊາວຄຣິສຕຽນລາວ ທີ່ມີສະມາຊິກ 10 ຄົນ ຢູ່ບ້ານດົງສວັນ, ເມືອງພະລານໄຊ ແຂວງສວັນນະເຂດ ທີ່ຖືກກຸ່ມນາຍບ້ານ ຈູດເຮືອນ, ຍຶດດິນນາ ແລະ ຂົ່ມເຫັງ ອີກຫຼາຍຢ່າງ, ເຊິ່ງຖືເປັນການລະເມີດ ສິດທິມະນຸດ ຂັ້ນຮ້າຍແຮງໃນລາວ. ດັ່ງ ດຣ. ບຸນທອນ ຈັນທະລາວົງ ວີເຊີ, ປະທານອົງການພັນທະມິຕ ເພື່ອປະຊາທິປະຕັຍໃນລາວ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ:
1: “ເພື່ອວ່າ ໃຫ້ທາງການ ຂອງສະຫະປະຊາຊາດ ຜັກດັນທາງການ ສປປລາວ ໃຫ້ມີການປະຕິບັດຕົວຈິງ ໃນການນັບຖືສິດທິ ໃນການນັບຖືສາສນາ ຢູ່ໃນລາວ ເປັນຕົ້ນ ຕ້ອງມີການແກ້ໄຂ ບັນຫາການຈູດເຜົາບ້ານເຮືອນ ແລະ ຍຶດດິນໄຮ່ດິນນາ ຂອງປະຊາຊົນ ຊາວບ້ານແຂວງສວັນນະເຂດ.”
ໃນຖແລງການດັ່ງກ່າວ ຍັງໄດ້ປະນາມ ຢ່າງຮຸນແຮງ ຕໍ່ກຸ່ມນາຍບ້ານ ທີ່ຈູດເຮືອນ ແລະ ຂົ່ມເຫັງ ຊາວຄຣິສຕຽນລາວ ແລະ ຄອບຄົວດັ່ງກ່າວ ພ້ອມທັງຂໍທວງໄປຍັງທາງການລາວ ໃຫ້ມີການສອບສວນ ແລະ ລົງໂທສ ກຸ່ມຜູ້ກໍ່ເຫດນັ້ນ ຢ່າງຮີບດ່ວນ ແລະ ທົດແທນຄ່າເສັຽຫາຍ ໃຫ້ແກ່ຄອບຄົວ ຊາວຄຣິສຕຽນລາວດັ່ງກ່າວ ພ້ອມທັງຮຽກຮ້ອງໃຫ້ ທາງເຈົ້າໜ້າທີ່ ຂັ້ນເມືອງ ເມືອງພະລານໄຊ ຍຸຕິການບັງຄັບ ບໍ່ໃຫ້ປະຊາຊົນ ອອກຂໍ້ມູນຄວາມຈິງ ແລະ ຕ້ອງປະຕິບັດຕາມ ສົນທິສັນຍາ ສິດທິມະນຸດ ຂອງສະຫະປະຊາຊາດ ທີ່ບົ່ງໄວ້.
ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາ ອົງການສະຫະປະຊາຊາດ ຫຼື UN ປະຈຳນະຄອນຫຼວງບາງກອກ ປະເທດໄທຍ ເພື່ອສອບຖາມ ຄວາມເຫັນ ກ່ຽວກັບເຣື່ອງດັ່ງກ່າວ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຍັງບໍ່ສະດວກ ໃຫ້ຄວາມເຫັນ ທີ່ວ່ານັ້ນໄດ້ເທື່ອ ແລະ ຈະສົ່ງຄຳຕອບ ຜ່ານທາງໜັງສື ໃນພາຍຫຼັງ.
ຢ່າງໃດກໍຕາມ, ທ່ານ ຟີລ ໂຣເບີດຊັ້ນ, ຮອງຜູ້ອຳນວຍການ ອົງການສີ້ງຊອມ ດ້ານສິດທິມະນຸດ ຫຼື Human Rights Watch ປະຈຳພາກພື້ນ ເອເຊັຽປາຊິຟິກ ກໍຮຽກຮ້ອງໃຫ້ທາງການລາວ ເລັ່ງແກ້ໄຂບັນ ທີ່ເກີດຂຶ້ນ ພ້ອມທັງໃຫ້ຄວາມເປັນທັມ ແກ່ຄອບຄົວ ຂອງຜູ້ຖືກເຄາະຮ້າຍ ແບບຮີບດ່ວນ ຍ້ອນເປັນການລະເມີດ ສິດທິມະນຸດ ຢ່າງຮ້າຍແຮງ ທີ່ຮັບບໍ່ໄດ້. ດັ່ງທ່ານກ່າວວ່າ:
2: ທ່ານວ່າ: “ແທ້ໆແລ້ວ, ຣັຖບານລາວ ຄວນທີ່ຈະເຂົ້າໄປບອກ ເຈົ້າໜ້າທີ່ທ້ອງຖິ່ນ ວ່າຫ້າມລົບກວນ ແລະ ຫ້າມຂົ່ມເຫັງ ຜູ້ທີ່ເຊື່ອຖືສາສນາຕ່າງກັນ ກໍແມ່ນສິດທິ ຂອງພວກເຂົາ ທີ່ຈະເຊື່ອຖືສາສນາໃດໆ ກໍໄດ້. ຄັນແມ່ນສາສນາຄຣິສ ກໍແມ່ນໃຫ້ເຊື່ອຖືໄປ, ແຕ່ບັນຫາຄື ເຈົ້າໜ້າທີ່ຂັ້ນເມືອງ ພະຍາຍາມເຮັດແນວໃດກໍຕາມ ເພື່ອບໍ່ໃຫ້ມີຂ່າວ ອອກສູ່ພາຍນອກ ຈຶ່ງຄິດວ່າ ບໍ່ໜ້າຈະມີການຂໍໂທສ ຫຼືຊ່ອຍເຫຼືອ ຜູ້ທີ່ຖືກຂົ່ມເຫັງນັ້ນ.”
ທ່ານກ່າວອີກວ່າ ຄັນທາງຂັ້ນເທິງຮັບຮູ້ ບັນຫາດັ່ງກ່າວແລ້ວ ກໍຄວນເລັ່ງແກ້ໄຂ ແບບຮີບດ່ວນ ແລະ ໃຫ້ທາງພາກສ່ວນທີ່ກ່ຽວຂ້ອງ ຂອງເມືອງພະລານໄຊ ຍຸຕິແນວຄິດ ທີ່ຈະປິດຂ່າວນີ້ ແລະ ຍຸຕິແນວຄິດ ທີ່ຈະໃຫ້ຄອບຄົວຜູ້ເສັຽຫາຍ ອອກມາແກ້ຂ່າວເສັຽຫາຍນັ້ນດ້ວຍ.
ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ຫາຄອບຄົວ ຂອງຊາວຄຣິສຕຽນລາວ ດັ່ງກ່າວ ແລະ ທາງເຄືອຂ່າວ ຊາວຄຣິສຕຽນ ທີ່ເຂົ້າໄປຊ່ອຍເຫຼືອ, ແຕ່ຜູ້ກ່ຽວ ບໍ່ສະດວກທີ່ຈະເວົ້າ ຫຼືໃຫ້ຂໍ້ມູນ ແກ່ນັກຂ່າວໄດ້ອີກຕໍ່ໄປ ຍ້ອນຢ້ານວ່າ ອາຈເກີດສິ່ງທີ່ບໍ່ພຶງປຣາຖນາ ຕໍ່ຄອບຄົວ ຂອງເຂົາເຈົ້າ.
ແລະ ໃນຂະນະດຽວກັນ, ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ຫາ ຄະນະກັມມະການ ທີ່ຮັບຜິດຊອບ ແກ້ໄຂບັນຫາດັ່ງກ່າວ ປະຈຳຫ້ອງການພາຍໃນ ເມືອງພະລານໄຊ ພ້ອມດ້ວຍຕິດຕໍ່ຫາ ເຈົ້າໜ້າທີ່ ຫ້ອງການແນວລາວສ້າງຊາດ ແຂວງສວັນນະເຂດ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຊີ້ແຈງພຽງແຕ່ວ່າ ກຳລັງດຳເນີນການ ແກ້ໄຂຢູ່ ໂດຍບໍ່ສະດວກ ໃຫ້ຂໍ້ມູນເພີ່ມຕື່ມ.
ທາງດ້ານຊາວຄຣິສຕຽນລາວ ຫຼາຍຄົນ ທີ່ຮັບຮູ້ເຣື່ອງດັ່ງກ່າວ ກໍພາກັນສູດມົນ ຂໍພອນພຣະເຈົ້າ ໃຫ້ຄອບຄົວຄຣິສຕຽນ ທີຖືກຂົ່ມເຫັງນັ້ນ, ລອດພົ້ນຈາກພັຍຕ່າງໆ ແລະ ກໍຫວັງວ່າ ພາກສ່ວນທີ່ກ່ຽວຂ້ອງເອງ ກໍຄົງຈະເຫັນໃຈ ແລະ ໃຫ້ຄວາມເປັນທັມ ແກ່ຂະເຈົ້າ.ດັ່ງຊາວຄຣິສຕຽນລາວ ເຄືອຂ່າຍຄຣິສຕະຈັກ ຂ່າວປະເສີດ ທ່ານນຶ່ງ ກ່າວວ່າ:
3: “ກະຄຶດເປັນຫ່ວງເປັນໃຍຢູ່, ແຕ່ວ່າຈັກຊິຊ່ອຍແນວໃດ? ມີແຕ່ຖາມທາງຜູ້ປົກຄອງທາງນັ້ນ ຕິດຕາມຢູ່ເຣື່ອງຂ່າວຄາວ ຢາກຮູ້ວ່າແນວໃດໆ, ແຕ່ວ່າທາງນັ້ນ ກະວ່າຍັງບໍ່ທັນໄດ້ຮູ້ ຜູ້ໃດແທ້ຈູດເຮືອນ.”
ໃນຂະນະທີ່ ຊາວຄຣິສຕຽນລາວ ອີກທາງນຶ່ງ ກ່າວວ່າ ເຖິງແນວໃດກໍຕາມ ພາກສ່ວນທີ່ກ່ຽວຂ້ອງ ຕ້ອງໄດ້ແກ້ໄຂ ແລະ ຄຸ້ມຄອງ ຊາວຄຣິສຕຽນລາວ ດັ່ງກ່າວ ໃຫ້ດີຂຶ້ນ ບໍ່ເຊັ່ນັ້ນແລ້ວ ກໍຈະຖືກກຸ່ມນາຍບ້ານ ຂົ່ມເຫັງຢູ່ເລື້ອຍໆ. ດັ່ງທ່ານກ່າວວ່າ:
4: “ເຂົາບໍ່ແກ້ໄຂ ກະພີ່ນ້ອງກະທຸກລະບາກຫັ້ນແຫຼະ.ເຂົານາບຂູ່ ເຂົາຕີສົບຕີໂລງນ່າ ເຂົາບໍ່ຍອມຮັບ.”
ກ່ອນໜ້ານີ້, ເມື່ອສັປດາ ທີ່ຜ່ານມາ ເຈົ້າໜ້າທີ່ ຫ້ອງການພາຍໃນ ເມືອງພະລານໄຊ ໄດ້ເອີ້ນຄອບຄົວ ຊາວຄຣິສຕຽນລາວດັ່ງກ່າວ ພ້ອມດ້ວຍເຄືອຂ່າຍ ຊາວຄຣິສຕຽນລາວ ທີ່ໄປຊ່ອຍເຫຼືອ ເພື່ອໄປຫາລືກັນ ຢູ່ຫ້ອງການພາຍໃນ ເມືອງພະລານໄຊ, ໂດຍເຈົ້າໜ້າທີ່ ໄດ້ຮ້ອງຂໍ ໃຫ້ມີການແກ້ຂ່າວ ຜ່ານທາງສື່ສັງຄົມອອນລາຍ, ແຕ່ໃນເບື້ອງຕົ້ນ ທາງຜູ້ກ່ຽວ ຍັງບໍ່ເຮັດການແກ້ຂ່າວນັ້ນເທື່ອ ຍ້ອນເຂົາເຈົ້າ ເປັນຝ່າຍຖືກຂົ່ມເຫັງ ຈຶ່ງສົມຄວນ ໄດ້ຮັບການແກ້ໄຂ.
ສຳລັບເຫດການ ການຈູດເຮືອນດັ່ງກ່າວ ເກີດຂຶ້ນໃນວັນທີ 10 ກຸມພາ ປີ 2022, ເຊິ່ງຊາວຄຣິສຕຽນລາວ ຄອບຄົວດັ່ງກ່າວ ໄດ້ຖືກກຸ່ມນາຍບ້ານ ບ້ານດົງສວັນ ບຸກມາຈູດເຮືອນຖິ້ມ ຍ້ອນບໍ່ພໍໃຈ ທີ່ຄອບຄົວດັ່ງກ່າວ ເຊື່ອຖືສາສນາຄຣິສຕຽນ ເຮັດໃຫ້ປັດຈຸບັນ ຄອບຄົວດັ່ງກ່າວ ຕ້ອງໄດ້ພາກັນຍ້າຍ ໄປຢູ່ອີກເຮືອນຫຼັງນຶ່ງ ແລະ ຕ້ອງຢູ່ກັນ ແບບຫຍຸ້ງຍາກ ໃນສູ່ມື້ນີ້.
ແລະ ກ່ອນໜ້ານັ້ນ, ທາງຄອບຄົວດັ່ງກ່າວ ກໍໄດ້ຖືກກຸ່ມນາຍບ້ານ ຂົ່ມເຫັງຫຼາຍຢ່າງ ແລະ ລະເມີດສິດທິມະນຸດ ເປັນຕົ້ນ ໃນວັນທີ 4 ທັນວາ ປີ 2021 ຜູ້ເປັນຫົວໜ້າຄອບຄົວ ໄດ້ເສັຽຊີວິດ ຍ້ອນພະຍາດ ຂອງຜູ້ກ່ຽວ ແລະ ທາງຄອບຄົວ ກໍໄດ້ນຳສົບ ໄປປ່າຊ້າ ຂອງບ້ານ ໃນວັນທີ 6 ທັນວາ ເພື່ອທີ່ຈະຝັງ ຢູ່ບ່ອນດັ່ງກ່າວ, ແຕ່ພັດຖືກກຸ່ມເຈົ້າໜ້າທີ່ຂັ້ນບ້ານ ຫ້າມຝັງສົບ ໃນປ່າຊ້າ ຂອງບ້ານ ແລະ ໄດ້ມີການທ້າທາຍ ພ້ອມທັງພາກັນມາເຄາະຕີໂລງສົບ ຜົວຂອງຍານາງ ແລະ ພະຍາຍາມໄລ່ຕີ ຄົນໃນຄອບຄົວ ຈົນໄດ້ຮັບບາດເຈັບ ເພື່ອສະແດງການຂົ່ມເຫັງ ເຮັດໃຫ້ຍານາງ ຜູ້ເປັນເມັຽ ຕ້ອງນຳສົບ ຂອງຜົວ ກັບມາຢູ່ເຮືອນ ແລະ ນຳໄປຝັງ ຢູ່ທົ່ງນາ ຂອງຄອບຄົວ ໃນວັນທີ 7 ທັນວາ ແລະ ຫຼັງຈາກນັ້ນ ເຈົ້າໜ້າທີ່ຂັ້ນບ້ານ ກໍໄດ້ຍຶດເອົາທົ່ງນາໄປ ເພື່ອບໍ່ໃຫ້ຄອບຄົວດັ່ງກ່າວ ມີບ່ອນປູກເຂົ້າ ແລະ ປູກຝັງແນວອື່ນໆ ອີກຕໍ່ໄປ.