ສັມພາດ ນ້ອງຊາຍ ທ.ແພງ

ອຸ່ນແກ້ວ ສຸກສະຫວັນ
2017.08.20
f-pheng ທ້າວ ແພງ ພັດທະກອນ, ອາຍຸ 45 ປີ, ຊາວບ້ານຫຼັກ 8 ເມືອງ ຫຼວງພ​ຣະບາງ ຖືກປ່ອຍ​ແລ້ວ ພາຍ​ຫຼັງ ທີ່​ຖືກຈັບຂັງ​ຄຸກ ໃນວັນທີ 3 ມິຖຸນາ ເພື່ອສືບສວນ
RFA/OK

ທ່ານ ຜູ້ຟັງ ໃນເດືອນ ມິຖຸນາ ທີ່ຜ່ານມາ ພວກເຮົາ ວິທຍຸ ເອເຊັຽ ເສຣີ ໄດ້ຣາຍງານຂ່າວ ເຣື່ອງ ທ້າວ ແພງ ພັດທະກອນ, ອາຍຸ 45 ປີ, ຊາວບ້ານຫຼັກ 8 ເມືອງ ຫຼວງພຣະບາງ ຖືກເຈົ້າໜ້າທີ່ຕຳຣວດ ແຂວງ ຫຼວງພຣະບາງ ຈັບຕົວໄປ ສືບສວນສອບສວນ ໃນວັນທີ 3 ມິຖຸນາ ກ່ຽວກັບ ການຫາຍໄປ ຂອງນັກທ່ອງທ່ຽວ ຊາວເກົາຫລີໃຕ້ ຢູ່ໃກ້ກັບບໍຣິເວນ ຕາດກວາງຊີ. ເຈົ້າໜ້າທີ່ຕຳຣວດ ທ່ອງທ່ຽວ ແຂວງຫຼວງພຣະບາງ ໄດ້ຣາຍງານວ່າ ນັກທ່ອງທ່ຽວ ຊາວເກົາຫລີໃຕ້ ຄົນດັ່ງກ່າວ ຫາຍສາບ​ສູນ ໃນ ວັນທີ 22 ພືສພາ, ແຕ່ ກ່ອນໜ້ານັ້ນ ທ້າວ ແພງ ເຄີຍເຫັນ ນັກທ່ອງທ່ຽວ ຄົນດັ່ງກ່າວ ຢູ່ໃກ້ຕາດກວາງຊີ ໃນເວລາທີ່ ທ້າວ ແພງ ເກັບໝາກປີ.

ຫລັງຈາກນັ້ນ ເຈົ້າໜ້າທີ່ຕຳຣວດ ແຂວງຫຼວງພຣະບາງ ຈຶ່ງນຳຕົວ ທ້າວແພງ ໄປສືບສວນ ສອບສວນ ແລະ ເຈົ້າໜ້າທີ່ ຢືນຢັນວ່າ ກໍຈະ ປ່ອຍຜູ້ກ່ຽວ ຖ້າວ່າ ສືບສວນ ສອບສວນແລ້ວ, ແຕ່ນັບແຕ່ວັນທີ 3 ມິຖຸນາ ຈົນມາຮອດມື້ນີ້ ວັນທີ 16 ສິງຫາ ເຈົ້າໜ້າທີ່ຕຳຣວດ ກໍຍັງ ບໍ່ປ່ອຍຕົວ ທ້າວ ແພງ ແລະ ຍັງບໍ່ອະນຸຍາດ ໃຫ້ຍາດພີ່ນ້ອງ ເຂົ້າພົບແຕ່ຢ່າງໃດ. ຍາດພີ່ນ້ອງ ຂອງ ທ້າວ ແພງ ກໍສະແດງຄວາມ ເປັນຫ່ວງ ແລະ ຍັງຕັ້ງຄຳຖາມ ວ່າ ເປັນຫຍັງ ເຈົ້າໜ້າທີ່ຕຳຣວວດ ຈຶ່ງບໍ່ມີການປ່ອຍຕົວຜູ້ກ່ຽວ, ໃຫ້ທ່ານ ໄປຟັງສຽງສຳພາດເບິ່ງ.

(ສຽງ​ສັມ​ພາດ)

ອັນນັ້ນ ເປັນສຽງສັມພາດ ຜູ້ເປັນນ້ອງຊາຍ ຂອງ ທ້າວ ແພງ. ນອກຈາກນີ້ ແຕ່ ທີ່ຜ່ານມາ ໃນວັນທີ 7 ມິຖຸນາ ເຈົ້າໜ້າທີ່ ຕຳຣວດ ກໍເຄີຍໃຫ້ ສັມພາດ ເອເຊັຽ ເສຣີ ວ່າ ການຈັບຕົວ ທ້າວ ແພງ ນັ້ນ ແມ່ນເຮັດຕາມຄຳສັ່ງ ຂອງ ກອງບັນຊາການ ແລະ ຂອງໄອຍະການ ແຂວງ. ຖ້າ ສືບສວນ ສອບສວນ ໄດ້ຄວາມກະຈ່າງແຈ້ງ ແລ້ວກໍຈະປ່ອຍໂຕ, ດັ່ງ ທ່ານ ຮ້ອຍເອກ ຄອນ ເຈົ້າໜ້າທີ່ ຜູ້ທີ່ຮັບຜິດຊອບ ສືບສວນ ສອບສວນ ທ້າວ ແພງ ໄດ້ໃຫ້ສຳພາດວ່າ:

(ສຽງ​ສັມ​ພາດ)

ອັນນັ້ນ ເປັນການຢືນຢັນ ຂອງເຈົ້າໜ້າສືບສວນ ສອບສວນ ຂອງແຂວງຫຼວງພະບາງ ທີ່ໄດ້ໃຫ້ສຳພາດໄວ້ ໃນເບື້ອງຕົ້ນຕອນທີ່ ທ້າວແພງ ຖືກຈັບ, ແຕ່ວ່າຫຼ້າສຸດ ໃນວັນທີ 15 ສິງຫາ ທີ່ຜ່ານມາ ເອເຊັຽ ເສຣີ ພະຍາຍາມຕິດຕໍ່ຫາ ເຈົ້າໜ້າທີ່ ທ່ານນີ້ ອີກ ເພື່ອສອບຖາມ ຄວາມ ຄືບໜ້າເພີ້ມຕື່ມ ແຕ່ວ່າທ່ານ ບໍ່ຍອມໃຫ້ຄຳເຫັນ. ນອກຈາກນີ້ ເອເຊັຽ ເສຣີ ຍັງໄດ້ຕິດຕໍ່ ໄປຫາ ເຈົ້າໜ້າທີ່ຕຳຣວດທ່ອງທ່ຽວ ອີກ 3 ທ່ານ ຜູ້ທີ່ຮັບຜິດຊອບເຣື້ອງນີ້, ແຕ່ ບໍ່ມີ ທ່ານໃດ ຮັບໂທຣະສັບ.

ທ່ານ ຜູ້ຟັງ ສິ່ງທີ່ໜ້າຕິດຕາມກໍຄືວ່າ ທ້າວ ແພງ ຈະຖືກປ່ອຍຕົວ ຫລື ວ່າ ຈະຖືກຂັງລືມ ເພາະວ່າ ທີ່ຜ່ານມາ ເຄີຍມີກໍຣະນີ ຜູ້ບໍຣິສຸດ ຖືກ ຂັງລືມຫຼາຍຄົນແລ້ວ ໂດຍທີ່ ເຈົ້າໜ້າທີ່ ບໍ່ມີການຕັ້ງຂໍຫາຫຍັງໝົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.