ຄອບຄົວ ຊົນເຜົ່າ ຢູ່ແຂວງພາກເໜືອ ຍ້າຍຖິ່ນຖານ ລົງໃຕ້

ຈຳປາທອງ
2022.06.24
ຄອບຄົວ ຊົນເຜົ່າ ຢູ່ແຂວງພາກເໜືອ ຍ້າຍຖິ່ນຖານ ລົງໃຕ້ ແຜນທີ່ ເມືອງປາກຊ່ອງ ແຂວງຈຳປາສັກ.
ຮູບພາບ: Datawrapper

ປະຊາຊົນລາວ ສ່ວນຫລາຍແມ່ນຊົນເຜົ່າ ທີ່ຢູ່ 10 ແຂວງພາກເໜືອຂອງປະເທດ ຄືແຂວງຜົ້ງສາລີ, ອຸດົມໄຊ, ຫລວງພຣະບາງ, ໄຊຍະບູຣີ, ຫົວພັນ, ຊຽງຂວາງ, ໄຊສົມບູນ, ວຽງຈັນ, ນະຄອນຫລວງວຽງຈັນ ແລະແຂວງບໍຣິຄໍາໄຊ ທັງໝົດ 192 ຄອບຄົວ, 925 ຄົນ ໄດ້ພາກັນໂຍກຍ້າຍ ໄປຕັ້ງຖິ່ນຖານ ແລະທໍາມາຫາກິນຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ. ໃນຈໍານວນຜູ້ທີ່ໄດ້ໂຍກຍ້າຍນັ້ນ ມີສ່ວນນຶ່ງໄດ້ຂຶ້ນທະບຽນສໍາມະໂນຄົວ ຢູ່ບ້ານເດີມ ແຕ່ສ່ວນຫລວງຫລາຍ ຍັງບໍ່ທັນໄດ້ຂຶ້ນທະບຽນ ແລະພາກັນໂຍກຍ້າຍລົງມາຢູ່ຕລອດ ໂດຍບໍ່ມີການບອກໃຫ້ ອໍານາດການປົກຄອງບ້ານ, ເມືອງ ຮູ້.

ດັ່ງເຈົ້າໜ້າທີ່ ຜແນກພາຍໃນ ຂອງທາງການລາວ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີໃນມື້ວັນທີ 24 ມິຖຸນານີ້ວ່າ:

ເຮົາຍ້າຍໂດຍພາ ລະການຫັ້ນນະ ຍ້າຍໄປໂລດ ຢູ່ໂລດຫັ້ນນະໄປຢູ່ບ້ານນຶ່ງ ໂດຍບໍ່ໄດ້ຮັບອະນຸຍາດຫັ້ນແຫລະ ແລ້ວບໍ່ໄດ້ເຂົ້າໃນພາກຣັຖ ຂອງເຮົາຫັ້ນນະ ບໍ່ໄດ້ຢູ່ໃນການຄຸ້ມຄອງ ຂອງພາກຣັຖເຮົາຫັ້ນນະ ອັນນີ້ມັນກໍແນມເວົ້າເຖິງ ຄວາມໝັ້ນຄົງຫັ້ນແຫລະ ເຂົາບໍ່ຢາກໃຫ້ໂຍກຍ້າຍຖິ່ນຖານ ແບບວ່າເຮົາບໍ່ຮູ້ຕົ້ນສາຍປາຍເຫດວ່າ ຍ້າຍມາເພື່ອຫຍັງ ເຈົ້າສິເຮັດຫຍັງຫັ້ນນະ ຢູ່ຈຸດນີ້ນະ.

ຈາກການກວດສອບ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນເບື້ອງຕົ້ນຮູ້ວ່າ ໃນຈໍານວນຜູ້ທີ່ໂຍກຍ້າຍ ມາຢູ່ເມືອງປາກຊ່ອງນັ້ນ ສ່ວນຫລາຍແມ່ນຊົນເຜົ່າ ທີ່ມາຊອກຫາດິນຢູ່ ແລະເຮັດໄຮ່ ເຮັດສວນຢູ່ຕາມເຂດພູດອຍ  ຍ້ອນວ່າພວກເຂົາເຈົ້າບໍ່ມີບ່ອນຢູ່, ບໍ່ມີບ່ອນທໍາມາຫາກິນ.

ດັ່ງເຈົ້າໜ້າທີ່ ທ່ານດຽວກັນນີ້ເວົ້າວ່າ:

ແບບຍ້າຍຖິ່ຖານ ບໍ່ມີບ່ອນຢູ່ ບໍ່ມີບ່ອນທໍາມາຫາກິນ ເຂົາກໍຍ້າຍຕາມອັນນັ້ນນະ ກໍຍ້າຍມາຢູ່ປາກຊ່ອງ ມັນບໍ່ມີແນວເຮັດຢູ່ບ່ອນອື່ນຫັ້ນ ເຂົາເລີຍຍ້າຍມາຢູ່ຫັ້ນ ມາທໍາການຜລິດ ກະສິກໍາອີ່ຫຍັງຕ່າງໆ ຫັ້ນນະ ບາງ ເທື່ອເຂົາກໍມີ ບາງເທື່ອຣັຖກໍຈັດສັນໃຫ້ຫັ້ນນະ ບາງເທື່ອກໍບໍ່ມີ ເຂົາກໍຈັດສັນເອົາ ເຂົາກໍຫາເອົາເອງ ຈັກເຂົາມາແບບໃດຫັ້ນນະ ຈັກເຂົາຍ້າຍມາແຕ່ຈັ່ງໃດ ເຮົາກໍບໍ່ຮູ້ຕົ້ນສາຍປາຍເຫດວ່າ ເຂົາຍ້າຍມາເພື່ອອີ່ຫຍັງ ບາງເທື່ອກໍມີບຸກຄົນພາຍນອກ ຍຸແຍ່ເຂົາມາກໍມີ.

ກ່ຽວກັບເຣື່ອງທີ່ວ່ານີ້ ກະຊວງພາຍໃນ ໄດ້ສົມທົບກັບຜແນກພາຍໃນ ແຂວງຈໍາປາສັກ ແລະກົມສໍາມະໂນຄົວ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສງົບ ກວດສອບຜູ້ທີ່ໄດ້ໂຍກຍ້າຍ ລົງມາຢູ່ທີ່ຍັງບໍ່ທັນໄດ້ຂຶ້ນທະບຽນສໍາມະໂນຄົວ, ຖ້າເຫັນສົມຄວນ ກໍຈະເຮັດປຶ້ມສໍາມະໂນຄົວ ແລະບັດປະຈໍາຕົວໃຫ້.

ດັ່ງເຈົ້າໜ້າທີ່ຕໍາຣວດ ກອງບັນຊາການປ້ອງກັນຄວາມສງົບເມືອງ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ອໍ່ ພວກໂຍກຍ້າຍມາຢູ່ອີ່ຫຍັງນີ້ບໍ ກໍຄືເຫັນກົມມາເຮັດວຽກຢູ່ໃດ໋ລະ ເພິ່ນຊິປະກອບປື້ມສໍາມະໂນຄົວ ບັດປະຈໍາໂຕອີ່ຫຍັງຫັ້ນ.

ປັດຈຸບັນ ປະຊາຊົນລາວ ເປັນຕົ້ນຈາກແຂວງພາກເໜືອ ໂຍກຍ້າຍຖິ່ນຖານມາຢູ່ ແລະບຸກເບີກທີ່ດິນທໍາກິນຢູ່ຫລາຍບ້ານ ເຂດເມືອງປາກຊ່ອງ ແຂວງຈໍາປາສັກ ຊຶ່ງໃນນັ້ນ ສ່ວນຫລາຍເປັນຊົນເຜົ່າ, ຈໍານວນນຶ່ງກໍເຮັດວຽກ ດ້ານການປູກຝັງນໍາບໍຣິສັດຈີນ ແລະບໍຣິສັດວຽດນາມ.

ດັ່ງເຈົ້າຂອງທຸຣະກິດເຮືອນພັກ ຢູ່ເມືອງປາກຊ່ອງທ່ານນຶ່ງເວົ້າວ່າ:

ຊົນເຜົ່າ ແລ້ວກໍ ມັນເປັນຊົນເຜົ່າສ່ວນຫລາຍ ກະເສດສ່ວນຫລາຍ ພວກບໍຣິສັດຈີນແນ່ ແລ້ວກໍວຽດແນ່ ສ່ວນຫລາຍປູກກາເຟ ອັນຈຸດຫັ້ນແຫລະ ຈຸດປາກຊ່ອງຫັ້ນແຫລະ ຫລາຍກວ່າໝູ່ເລີຍ ບ້ານທີ່ວ່າປູກກະເສດແມ່ນບໍ ທົ່ວເບິດ ເຕັມເມືອງປາກຊ່ອງຫັ້ນແຫລະ.

ແລະຊາວບ້ານ ຢູ່ເມືອງປາກຊ່ອງນາງນຶ່ງ ກໍເວົ້າວ່າ ພວກເຂົາເຈົ້າ ສ່ວນຫລາຍເປັນຊົນເຜົ່າຈາກພາກເໜືອ, ເຮັດວຽກນໍາບໍຣິສັດໃຫຍ່ໆ, ປູກຝັງນໍາບໍຣິສັດຈີນ ແລະວຽດນາມ.

ແມ່ນ ຢູ່ນີ້ເຂົາມາເຮັດກະເສດ ພວກເຮົາເຮັດກະເສດອັນນັ້ນ ອັນນີ້ຫລາຍຢູ່ແຖວນີ້ ສ່ວນຫລາຍກໍຄົນທາງເໜືອຈັ່ງຊີ້ນະ ໄດ້ພາສາຈີນບໍ່ ອີ່ຫຍັງບໍ່ ເຂົາເຈົ້າມາເຮັດການກະເສຕ ໃຫ້ອີ່ຫຍັງໃຫ້ຄົນຈີນບໍ່ຈັ່ງຊີ້ ແມ່ນແຫລະ ຄົນຕ່າງຖິ່ນແບບວ່າ ໄປເຮັດກັບບໍຣິສັດໃຫຍ່ໆບໍ່ ອັນນັ້ນພະນັກງານແບບວ່າ ພະນັກງານເຮັດວຽກນໍາເຂົາຫລາຍຢູ່.

ໃນຂະນະດຽວກັນ ປະຊາຊົນຢູ່ເມືອງປາກຊ່ອງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 24 ມິຖຸນານີ້ວ່າ ຊາວບ້ານ ທີ່ຢູ່ເມືອງປາກຊ່ອງ ມາດົນນານ ບໍ່ມັກເຮັດວຽກຄືທີ່ວ່ານັ້ນ, ຈໍານວນນຶ່ງເຮັດສວນຂອງຕົນເອງ, ວັຍລຸ້ນຈໍານວນນຶ່ງ ກໍໄປຊອກຫາເຮັດວຽກຢູ່ເມືອງອື່ນ, ຢູ່ປະເທດໄທຍ.

ຄົນຕ່າງຖິ່ນເດີນີ້ ສ່ວນໃຫຍ່ເຂົາຈະໄປຢູ່ນໍາບໍຣິສັດ ປູກກາເຟນໍາສວນບໍຣິສັດ ສ່ວນຊາວບ້ານຊາວຫຍັງເຂົາກໍປູກຜັກ ຊາວຫຍ້າຂອງເຂົາ ແລ້ວກຸ່ມວັຍລຸ້ນສ່ວນໃຫຍ່ ບາງທີເຂົາກໍໄປເຮັດວຽກອັນນ່າ ຢູ່ໃນເມືອງ ຫລືໄປເມືອງໄທຍ.

ກ່ຽວກັບເຣື່ອງທີ່ວ່ານີ້ ທ່ານ ທອງຈັນ ມະນີໄຊ ຣັຖມົນຕຣີກະຊວງພາຍໃນ ໄດ້ກ່າວຕໍ່ກອງປະຊຸມສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9 ໃນມື້ວັນທີ 16 ມິຖຸນານີ້ວ່າ ການໂຍກຍ້າຍຂອງພົລເມືອງ ທີ່ບໍ່ຖືກຕ້ອງຕາມກົດໝາຍ ມາຕັ້ງຖິ່ນຖານ ທໍາມາຫາກິນຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ ຊຶ່ງກະຊວງພາຍໃນ ໄດ້ປະສານກັບຜແນກພາຍໃນ ແຂວງຈໍາປາສັກ ແລະກົມສໍາມະໂນຄົວ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສງົບ ເຫັນວ່າ ການໂຍກຍ້າຍຄືດັ່ງກ່າວ ມີຈໍານວນນຶ່ງໄດ້ຂຶ້ນສໍາມະໂນຄົວຢູ່ທ້ອງຖິ່ນເດີມ ກ່ອນທີ່ຈະໄດ້ໂຍກຍ້າຍ ແລະຈໍານວນນຶ່ງຍັງບໍ່ທັນໄດ້ຂຶ້ນສໍາມະໂນຄົວ ແລະຍັງສືບຕໍ່ໂຍກຍ້າຍມາຕລອດ. ປັດຈຸບັນ ຂແນງການພາຍໃນ ແລະຂແນງປ້ອງກັນຄວາມສົງບ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແລະອໍານາດການປົກຄອງເມືອງປາກຊ່ອງ ໄດ້ເກັບກໍາຂໍ້ມູນ ແລະສຶກສາອົບຮົມໃຫ້ປະຊາຊົນ ທີ່ໄດ້ໂຍກຍ້າຍແບບບໍ່ຖືກຕ້ອງ ຕາມກົດໝາຍກັບຄືນຖິ່ນຖານເດີມ ແລະໄດ້ເກັບກໍາຂໍ້ມູນລະອຽດ ເປັນ ຕົ້ນ ບ່ອນທໍາການຜລິດ ແລະເຮືອນຢູ່ ເພື່ອແກ້ໄຂໄປຕາມລະບຽບກົດໝາຍ ແລະສຶກສາອົບຮົມໃຫ້ປະຊາຊົນ ຮູ້ລະບຽບການ ຄືກ່ອນຈະໂຍກຍ້າຍ ຕ້ອງໄດ້ປະກອບເອກກະສານ ສເນີຂໍໃຫ້ບ້ານ ແລະເມືອງ ທີ່ພວກຕົນຈະໄປຢູ່ໃໝ່ ຮັບເອົາກ່ອນ ແລ້ວຈຶ່ງມາເອົາໃບໂຍກຍ້ານ ຈາກບ້ານ ແລະເມືອງເດີມ ຂອງຕົນ ຈຶ່ງໂຍກຍ້າຍໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.