ຍານາງ ເວັນດີ້ ເຊີ້ຣ໌ແມນ ຢ້ຽມຢາມ ສປປ ລາວ
2022.06.12

ໃນໂອກາດ ທີ່ມາຢ້ຽມຢາມ ປະເທດລາວ ຍານາງ ເວັນດີ້ ອາຣ໌. ເຊີ້ຣ໌ແມນ (Wendy R. Sherman) ຮອງຣັຖມົນຕຣີ ກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ໄດ້ສົນຮ່ວມສົນທະນາພິເສດ ກັບ ບັນດາອະດີດນັກສຶກ ໃນໂຄງການ YSEALI.
ໃນການສົນທະນາ ພາກພິເສດ ໄດ້ຈັດຂຶ້ນ ໃນວັນທີ 10 ມິຖຸນາ ຢູ່ ນະຄອນຫລວງວຽງຈັນ. ມີໄວໜຸ່ມຫຼາຍຄົນ ທີ່ເປັນອະດີດນັກສຶກສາໂຄງການ YSEALI ໄດ້ຖາມຄຳຖາມ ຍານາງ ເວັນດີ້ ອາຣ໌. ເຊີ້ຣ໌ແມນ (Wendy R. Sherman) ກ່ຽວກັບບັນຫາຕ່າງໆ ເຊິ່ງນຶ່ງໃນຄຳຖາມທີ່ໜ້າສົນໃຈກໍຄື ຄຳຖາມທີ່ວ່າ: “ທ່ານ ມີວິທີຮັບມືກັບພຶດຕິກັມ ຫຼື ທັສນະຂອງຄົນທີ່ບໍ່ນັບຖືທ່ານ ໃນຖານະທີ່ທ່ານເປັນຜູ້ນຳແມ່ຍິງ ຄືແນວໃດ ທ່ານມີວິທີຮັບມືຄືແນວໃດ?”
ມີຕອນນຶ່ງ ຍານາງ ເວັນດີ້ ອາຣ໌. ເຊີ້ຣ໌ແມນ (Wendy R. Sherman) ຮອງຣັຖມົນຕຣີ ກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ໄດ້ກ່າວ ໂດຍຜ່ານລ້າມແປພາສາ ຕອນນຶ່ງວ່າ: “ຂ້າພະເຈົ້າຄິດວ່າ ພວກເຮົາທຸກຄົນຄວນມີຄວາມໃຈກວ້າງ, ຄວນມີຄວາມດີນຳກັນ ແລະກັນ, ພວກເຮົາຄວນຈະເຮັດນຳກັນ, ຖ້າພວກເຮົາເຮັດວຽກຮ່ວມກັນ ພວກເຮົາສາມາດທັບມ້າງສິ່ງດັ່ງກ່າວ ແຕ່ວ່າ ຖ້າວ່າພວກເຮົາບໍ່ມີຄວາມເຄົາຣົບນັບຖືກັນ ພວກເຮົາເອງຈະບໍ່ສາມາດ ຍາດມາໄດ້ເຖິງຜົລໄດ້ຮັບ ທີ່ພວກເຮົາຕ້ອງການເລີຍ.”
ການເຮັດໃຫ້ເກີດ ການຍອມຮັບນັ້ນ ໃນສ່ວນຂອງແມ່ຍິງເອງ ກໍຕ້ອງໄດ້ເຣີ່ມຈາກຕົນເອງ ແລະ ສນັບສນູນກັນ.
ຍານາງ ເວັນດີ້ ອາຣ໌. ເຊີ້ຣ໌ແມນ (Wendy R. Sherman) ໄດ້ກ່າວຕື່ມ ອີກວ່າ: “ສະນັ້ນ ສຳລັບ ແມ່ຍິງຜູ້ໃດ ທີ່ບໍ່ໄດ້ຮັບການເຄົາຣົບ ສະນັ້ນສ້າງກຸ່ມ ທີ່ວ່າສນັບສນູນ ເພື່ອເຮົາເອງກ່ອນ ທຳອິດອາຈເຣີ່ມຕົ້ນດ້ວຍຜູ້ຍິງນຳກັນເອງ ເພື່ອວ່າເຂົາເຈົ້າອາຈສາມາດ ແລກປ່ຽນເຣື່ອງຣາວທີ່ຜ່ານມາວ່າ ຂະເຈົ້າປະສົບພົບພໍ້ກັນ ການທີ່ວ່າ ບໍ່ໄດ້ຮັບການເຄົາຣົບຄືແນວໃດ ແລະ ກິຊິໄດ້ຊ່ວຍສນັບສນູນ ຕໍ່ກັນກັບຄວາມຝັນ ຂອງແຕ່ລະຄົນ ທີ່ຈະໄດ້ຮັບຜົນສຳເຣັດ.”
ອີກຄຳຖາມນຶ່ງ ທີ່ຜູ້ເຂົ້າຮ່ວມໄດ້ຍົກຂຶ້ນມາ ກໍຄື: “ສະຫະຣັຖອາເມຣິກາ ຈະມີທິດທາງໃນການສນັບສນູນ ການຈ້າງງານໃນໄວໜຸ່ມ ໃນ ສປປ ລາວ ຄືແນວໃດ ແລະ ທ່ານ ມີຄຳແນະນຳແນວໃດແດ່ ຕໍ່ກັບຜູ້ວາງນະໂຍບາຍຂອງພວກເຮົາ ແລະຕໍ່ກັບຊາວໜຸ່ມຂອງລາວ?”
ຍານາງ ເວັນດີ້ ອາຣ໌. ເຊີ້ຣ໌ແມນ (Wendy R. Sherman) ກ່າວວ່າ: “ຣັຖບານ ມີຄວາມຮັບຜິດຊອບ ໃນການສນັບສນູນ ແລະ ຊ່ວຍເຫຼືອ ພົລເມືອງ ແລະ ສ້າງເສຖກິຈ ທີ່ສາມາດສ້າງວຽກເຮັດ ງານທໍາ.”
ຍານາງກ່າວຕື່ມວ່າ: “ສິ່ງທີ່ວ່າກ່ຽວກັບໄວໜຸ່ມຫັ້ນ ທີ່ມັນມີຄວາມພິເສດຫຼາຍຫັ້ນ ກະຄືວ່າທຸກໆທ່ານ ຫຼາຍໆທ່ານ ສາມາດສ້າງໂປຣເຈັກທ໌ (Project-ໂຄງການ) ຜ່ານອອນລາຍນ໌ ສ້າງທຸຣະກິດຈຕ່າງໆ ສ້າງໂອກາດຕ່າງໆ ຜ່ານທີ່ວ່າໜ້າປະທັບໃຈຫຼາຍ ສະນັ້ນຂ້າພະເຈົ້າຮູ້ສຶກວ່າ ມັນມີໂອກາດຫຼາຍໆ ນຶ່ງຫັ້ນແມ່ນ ເຮົາຈຳເປັນ ທີ່ວ່າຈະຕ້ອງໄດ້ມີການສນັບສນູນ ຈາກຣັຖບານ ແລ້ວໃນສ່ວນຂອງພວກເຮົາເອງ ພວກເຮົາກະຕ້ອງຕັ້ງໜ້າ ເພື່ອທີ່ວ່າຈະສ້າງໂອກາດໃຫ້ພວກເຮົາເອງ.”
ນອກຈາກນີ້, ສຳນັກຂ່າວສານປະເທດລາວ ໄດ້ຣາຍງານ ໃນວັນທີ 10 ພຶສພາວ່າ: “ການຮ່ວມມືລະຫວ່າງ ລາວ ແລະ ສະຫະຣັັຖອາເມຣິກາ ມີຫຼາຍດ້ານ ເຊັ່ນ ເສຖກິຈ, ການຄ້າ, ສາທາຣະນະສຸຂ, ການສຶກສາ, ການຮ່ວມມືດ້ານມະນຸສທັມ ໃນວຽກງານຂຸດຄົ້ນ ແລະ ຊອກຫາສິ່ງເສດເຫຼືອ ຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ໃນລາວ, ການເກັບກູ້ຣະເບີດບໍ່ທັນແຕ່ກ ທີ່ຕົກຄ້າງຢູ່ລາວ.”
ການຮ່ວມມື ດ້ານການປ້ອງກັນ ແລະ ຄວບຄຸມການຣະບາດ ຂອງໂຄວິດ-19 ທີ່ສະຫະຣັຖອາເມຣິກາ ໄດ້ໃຫ້ການສນັບສນູນ ແລະ ຊ່ວຍເຫຼືອດ້ານທຶນຮອນ, ອຸປະກອນການແພດ ແລະ ວັກຊິນຕ້ານໂຄວິດ-19 ແກ່ ສປປ ລາວ.
ຍານາງ ເວັນດີ້ ອາຣ໌. ເຊີ້ຣ໌ແມນ (Wendy R. Sherman) ໄດ້ພົບກັບ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກຣັຖມົນຕຣີ.
ນອກຈາກນີ້, ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕຣີ ຕ່າງປະເທດ ກໍໄດ້ພົບ ແລະ ເຮັດວຽກຮ່ວມກັບ ຍານາງ ເວັນດີ້ ອາຣ໌. ເຊີ້ຣ໌ແມນ ທີ່ກະຊວງການຕ່າງປະເທດ ເຊິ່ງສອງຝ່າຍໄດ້ມີການປຶກສາຫາລື ຫລາຍບັນຫາທີ່ສໍາຄັນ ກ່ຽວກັບການພົວພັນຮ່ວມມື ລາວ-ອາເມລິກາ ແນໃສ່ເສີມຂະຫຍາຍການພົວພັນ ຮ່ວມມືສອງຝ່າຍ ໃນຕໍ່ໜ້າ ແລະ ແລກປ່ຽນຄໍາເຫັນ ກ່ຽວກັບບັນຫາພົ້ນເດັ່ນ ຂອງພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.
ນອກຈາກນີ້, ສຳນັກຂ່າວ BenarNews ໄດ້ຣາຍງານວ່າ ຟິລິປີນສ໌ ກ່າວໃນວັນພະຫັດທີ່ຜ່ານມາ ວ່າ ຈະຍື່ນປະທ້ວງທາງການທູຕ ຕໍ່ຣັຖບານຈີນ ກ່ຽວກັບກໍຣະນີຈີນ ເຂົ້າມາດຳເນີນການທີ່ຜິດກົດໝາຍ ຢູ່ ເຂດອ້ອມຮອບ ເກາະ Witsun Reef ຢູ່ໃນເຂດເສຖກິຈສະເພາະ ຂອງພິລິປິນສ໌ ໃນທະເລຈີນໃຕ້.
ກະຊວງການປະເທດ ຂອງຟິລິປີນສ໌ ໄດ້ອອກປະກາດ ບໍ່ພໍເທົ່າໃດຊົ່ວໂມງ ຫຼັງຈາກ ຍານາງ ເວັນດີ້ ອາຣ໌. ເຊີ້ຣ໌ແມນ ຮອງຣັຖມົນຕຣີ ກະຊວງການຕ່າງປະເທດ ສະຫະຣັຖອາເມຮິກາ ໄດ້ປະຊຸມກັບ ປະທານ Ferdinand Marcos Jr ວ່າທີ່ ປະທານາທິບໍດິຟິລິປິນສ໌ ຢູ່ນະຄອນຫລວງມານີລາ ປະເທດຟິລີປີນສ໌ ໃນເວລາທີ່ ຍານາງ ເວັນດີ້ ອາຣ໌. ເຊີ້ຣ໌ແມນ ມາຢ້ຽມຢາມ ຟິລິປີນສ໌ ເຊິ່ງເປັນສ່ວນນຶ່ງ ຂອງວຽກງານອິນໂອ-ປາຊິຟິກ ໃຫ້ມີຄວາມເປັນເສຣີ ແລະເປີດກວ້າງ.
ກະຊວງການຕ່າງປະເທດ ຟະລິປິນສ໌ ໄດ້ກ່າວວ່າ: “ຈະປະທ້ວງ ກໍຣະນີ ການກັບມາຂອງເຮຶອສິນຄ້າ ຂອງຈີນຫຼາຍ 100 ລຳ ທີ່ເຂົ້າມາດຳເນີນການ ແບບຜິດກົດໝາຍ ຢູ່ໃນເຂດນ່ານນ້ຳ ຢູ່ໃນເຂດເຂດ ໝູ່ ເກາະ Julian Felipe Reef ໃນວັນທີ 4 ເມສາ 2022 ທີ່ຜ່ານມາ ຫຼັງຈາກກ່ອນໜ້ານີ້ ກໍມີເຫດການເກີດຂຶ້ນແບບດຽວກັນ ທີ່ຟິລິປິນສ໌ ໄດ້ປະທ້ວງຝ່າຍຈີນ.”
ຢູ່ໃນຖແລງການ, ກະຊວງການຕ່າງປະເທດ ຟິລິປິນສ໌ ບໍ່ໄດ້ເວົ້າ ເມື່ອໃດ ຈະຍື່ນປະທ້ວງທາງການຈີນ ວ່າ ເຮືອບັນທຸກສິນຄ້າຂອງຈີນ ຍັງຢູ່ໃນເຂດໝູ່ເກາະດັ່ງກ່າວ ຫຼື ບໍ່. ກະຊວງການຕ່າງປະເທດ ຟິລິປີນສ໌ ແລະ ສະຖານທູຕຈີນ ຢູ່ນະຄອນຫລວງມານິລາ ບໍ່ໄດ້ໃຫ້ຄວາມເຫັນຫຍັງ ກ່ຽວກັບເຣື່ອງນີ້ ຕໍ່ນັກຂ່າວ BenarNews.
ເຂດໝູ່ເກາະ Whitsun Reef, Julian Felipe Reef ເຂດທະເລນ້ຳຕື້ນ ທີ່ນອນຢູ່ໃນເກາະ Kalayaam ເຂດທະເລຈີນໃຕ້. ກະຊວງການຕ່າງປະເທດ ຟິລີປີນສ໌ ໄດ້ກ່າວວ່າ: “ການປະກົດໂຕຂອງເຮືອນປະມົງ ແລະ ເຮືອຣົບຂອງຈີນ ໂດຍບໍ່ໄດ້ຮັບອະນຸຍາດ ຖືວ່າ ຜິດກົດໝາຍ ທີ່ເຮັດໃຫ້ເກີດຄວາມບໍ່ໝັ້ນຄົງ ໃນຂົງເຂດດັ່ງກ່າວ.”
ຖແລງການ ໄດ້ແຈ້ງວ່າ ຝູງເຮືອຂອງຂອງຈີນ ໄດ້ລະເມີດ ສົນທິສັນຍາ UN ກ່ຽວກັບກົດໝາຍທາງທະເລ ແລະ ການຕໍ່ສູ້ທາງດ້ານກົດໝາຍ ຢູ່ສານລະຫວ່າງປະເທດ ໃນປີ 2016 ທີ່ ຟິລິປິນສ໌ ເປັນຜູ້ຊະນະຈີນ. ນອກຈາກນີ້ ມັນຍັງເປັນການລະເມີດ ຂໍ້ຕົກລົງລະດັບຂົງເຂດ ເພື່ອຫຼີກລ້ຽງ ການກະທຳທີ່ ເຮັດໃຫ້ເກີດຂໍ້ຂັດແຍ່ງທະວີຄູນຂຶ້ນ.
ໃນເດືອນ ມີນາ ແລະ ເມສາ ທີ່ຜ່ານມາ, ຟິລິປິນສ໌ ໄດ້ຮ້ອງທຸກກ່ຽວກັບວ່າ ມີເຮືອຈີນຫຼາຍ 100 ລຳ ທີ່ລະເມີດເຂົ້າມາເຂດນ່ານນ້ຳ ຢູ່ໃນເຂດເກາະ Witsun Reef ທີ່ເພີ່ມທະວີຄວາມເຄັ່ງຕຶ່ງລະຫວ່າງ ຈີນ ກັບ ຟິລີປິນສ໌ ຢູ່ໃນເຂດພິພາດທາງທະເລ.
ແຈ້ງການກ່ຽວກັບ ການປະທ້ວງຂອງຟິລິປິນສ ໄດ້ອອກມາ 10 ມື້ ຫຼັງຈາກກະຊວງ ການຕ່າງປະເທດ ຟິລິປິນສ໌ ເອີ້ນນັກການທູຕອາວຸໂສຂອງຈີນ ເພື່ອປະທ້ວງ ກໍຣະນີທີ່ເຈົ້າໜ້າທີ່ ຍາມຝັ່ງຈີນ ໄດ້ກະທຳການນາບຂູ່ຄຸກຄາມ ເຮືອຄະນະວິໄຈຮ່ວມລະຫວ່າງ ຟິລິປິນສ໌ ແລະ ໄຕ້ຫວັນ ໃນເດືອນ ເມສາ ທີ່ຜ່ານມາ ຢູ່ເຂດທະເລຈີນໃຕ້.
ໃນວັນທີພະຫັດທີ່ຜ່ານມາ, ຍານາງ ເວັນດີ້ ອາຣ໌. ເຊີ້ຣ໌ແມນ (Wendy R. Sherman) ໄດ້ພົບກັບທ່ານ Ferdinand Marcos Jr ວ່າທີ່ປະທານາທິບໍດີຂອງ ຟິລິປິນສ໌ ຢູ່ນະຄອນຫລວງມະນີລີ ປະເທດຟິລິປິນສ໌.
ຍານາງ ເວັນດີ້ ອາຣ໌. ເຊີ້ຣ໌ແມນ (Wendy R. Sherman) ແລະ ທ່ານ Marcos ໄດ້ຕົກລົງກັນກ່ຽວກັບຄວາມສຳຄັນການເປັນຄູ່ພາຄີກັນ ເພື່ອເພີ່ມທະວີເສຖກິຈ ໃຫ້ເຂັ້ມແຂງ.
ຫົວຂໍ້ທີ່ມີການສົນທະນາກັນ ຍັງລວມເອົາ ການເປັນພັນທະມິຕກັນ ທີ່ຍາວນານ ລະຫວ່າງ ສະຫະຣັຖ ແລະ ຟິລິປິນສ໌, ຄວາມສຳຄັນ ການເປັນຄູ່ຮ່ວມງານ ຂອງພາກເອກຊົນ, ພລັງງານທີ່ສະອາດ, ເສຖກິຈຍຸກດິຈິຕອລ, ຄວາມສຳຄັນຂອງສິດທິມະນຸສ ແລະຣະບຽບກົດໝາຍ.
ຖແລງການ ໄດ້ລະບຸວ່າ: “ຮອງຣັຖມົນຕຣີ ກະຊວງການຕ່າງປະເທດສະຫະຣັຖ ແລະ ວ່າທີ່ປະທານາທິບໍດີຟິລິປິນສ໌ ໄດ້ເຫັນຄວາມສຳຄັນ ຂອງການເປັນຄູ່ພາຄີ ລະຫວ່າງ ສະຫະຣັຖ ແລະ ຟິລິປີນສ໌ ຕໍ່ກັບປະເດັນຄວາມໝັ້ນຄົງ ແລະຄວາມຮັ່ງມີ ຢູ່ໃນເຂດອິນໂດ-ປາຊິຟິກ ແລະ ທົ່ວໂລກ.”
ຢູ່ໃນການເຜີຍແຜ່ທາງ Twitter, ກະຊວງການຕ່າງປະເທດ ຂອງຟິລິປິນສ໌ ແລະ ຍານາງ ເວັນດີ້ ອາຣ໌. ເຊີ້ຣ໌ແມນ (Wendy R. Sherman) ໄດ້ປຶກສາຫາລື ກ່ຽວກັບແນວທາງ ທີ່ໜັກແໜ້ນ ເພື່ອເພີ່ມທະວີຄວາມສຳພັນ ຖ່າມກາງການໂອນອຳນາດ ຂອງປະທານາທິບໍດີຟິລິປິນສ໌ ຈາກຄົນເກົ່າ ໄປສູ່ ຄົນໃໝ່.
ຍານາງ ເວັນດີ້ ອາຣ໌. ເຊີ້ຣ໌ແມນ (Wendy R. Sherman), ຮອງລັດຖະມົນຕຣີ ກະຊວງການຕ່າງປະເທດສະຫະຣັຖອາເມລິກາ ມີກຳນົດການມາຢ້ຽມຢາມ ເກົາຫຼີໃຕ້, ຟີລິບປິນສ໌, ຫວຽດນາມ ແລະ ສປປ ລາວ ນັບແຕ່ ວັນທີ 5-14 ມິຖຸນາ.
ໃນເວລາທີ່ຢ້ຽມຢາມວຽດນາມໃນທ້າຍອາທິດນີ້, ຍານາງ Wendy R. Shermaກn ມີການປຶກສາຫາລື ເຈົ້າໜ້າທີ່ວຽດນາມ ກ່ຽວກັບປະເດັນທີ່ຈີນ ມີແຜນສ້າງຖານທັບເຮືອ ຢູ່ກັມພູຊາ ອີງຕາມແຫຼ່ງຂ່າວທາງການທູຕ ທີ່ກ່າວຕໍ່ວິທະຍຸເອເຊັຽເສຣີ.