ຣົຖເຖື່ອນ ຍັງເປັນບັນຫາ ທີ່ຕ້ອງແກ້ໄຂ ຕໍ່ໄປ

ໄຊຍາ
2022.06.17
ຣົຖເຖື່ອນ ຍັງເປັນບັນຫາ ທີ່ຕ້ອງແກ້ໄຂ ຕໍ່ໄປ ເຈົ້າໜ້າ ທະຫານພຣານ ຂອງໄທຍ ສະກັດຈັບຣົຖ ທີ່ກຳລັງຖືກນຳຂ້າມ ແມ່ນ້ຳເຫືອງ ຢູ່ບໍຣິເວນ ເຂດເພື່ອນ້ຳເຂົ້າ ເມືອງແກ່ນທ້າວ, ແຂວງໄຊຍະບູຣີ ສປປ ລາວ.
RFA

ບັນຫາຣົຖເຖື່ອນໃນລາວ ຖືເປັນບັນຫາຊໍ້າເຮື້ອມາຍາວນານ ຫຼາຍປີແລ້ວ ຈົນຫຼ້າສຸດນີ້ ສຳນັກ

ງານນາຍົກຣັຖມົນຕຣີ ອອກຄຳສັ່ງສະບັບເລຂທີ 20/ນຍ ລົງວັນທີ 8 ຕຸລາ 2021 ວ່າດ້ວຍການກວດກາ ແລະ ປະຕິບັດມາຕການ ຕໍ່ຜູ້ທີ່ນຳເຂົ້າ ແລະນຳໃຊ້ຍານພາຫະນະ ທຸກປະເພດແບບບໍ່ຖືກຕ້ອງ ເພື່ອໃຫ້ການນຳເຂົ້າ, ການນຳໃຊ້, ແລກປ່ຽນ, ຊື້-ຂາຍ ໃຫ້ຖືກຕ້ອງຕາມລະບຽບກົດໝາຽ.

ໃນຂະນະທີ່ ການແກ້ໄຂຣົຖເຖື່ອນໃນລາວ ຍັງມີຄວາມຫຍຸ້ງຍາກ ເພາະມີພະນັກງານຣັຖ, ທະຫານ, ຕຳຣວດ ມີສ່ວນກ່ຽວຂ້ອງ ໃນການນຳເຂົ້າ ແລະນຳໃຊ້ໂດຍຕຣົງ ຊຶ່ງປະຊາຊົນລາວ ສ່ວນຫຼາຍກໍເຫັນວ່າຣັຖບານລາວ ຄວນຈະຕິດຕາມຮີບດ່ວນ ກວດກາຢ່າງເຂັ້ມງວດ ເພື່ອມ້າງຂະບວນການ ຣົຖເຖື່ອນໃຫ້ໝົດໄປ ຈາກປະເທດ.

ດັ່ງປະຊາຊົນລາວ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 17 ມິຖຸນາ ນີ້ວ່າ:

ພວກສວຍໂອກາດ ໃຊ້ສິດໜ້າທີ່ຕຳແໜ່ງຫັ້ນນ່າ ມັນບໍ່ໄດ້ມີໃຜກວດກາເຂົາ. ນ່າຍາກນໍາບ່ອນ ມັນຮ່ວມຫົວກັນ, ມັນເປັນກຸ່ມ, ມັນບໍ່ແມ່ນບຸກຄົນ ສ່ວນຫຼາຍມັນ ແມ່ນຜູ້ຮູ້ກົດໝາຽເຮັດນ່າ ບໍ່ແມ່ນຜູ້ບໍ່ຮູ້.

ປະຊາຊົນອີກທ່ານນຶ່ງ ໄດ້ກ່າວວ່ານັບແຕ່ອະດີດ ຈົນຮອດປັດຈຸບັນ ກໍເຫັນແຕ່ພນັກງານຣັຖ, ທະຫານ, ຕຳຣວດ ເທົ່ານັ້ນທີ່ເປັນຜູ້ນຳເຂົ້າ ແລະນໍາໃຊ້ຣົຖເຖື່ອນ ເພາະຖ້າເປັນຊາວບ້ານ ຄົນທັມມະດາ ບໍ່ສາມາດເຮັດໄດ້ຢູ່ແລ້ວ ເພາະຕ້ອງດຳເນີນການ ຕິດຕໍ່ກັບຄົນຕ່າງປະເທດ ເພື່ອຂົນສົ່ງຣົຖເຖື່ອນເລົ່ານັ້ນ ເຂົ້າລາວຊຶ່ງເປັນຂັ້ນຕອນ ສະເພາະເຈົ້າໜ້າທີ່ຣັຖເທົ່ານັ້ນທີ່ຮູ້.

ປັດຈຸບັນ ຍັງເຫັນວ່າມີພນັກງານຣັຖ, ທະຫານ, ຕຳຣວດ ບາງຄົນຮວມເຖິງກຸ່ມຄົນ ຜູ້ມີອຳນາດ ຂັບຂີ່ຣົຖເຖື່ອນຢູ່ ເປັນຈຳນວນຫຼາຍ ໂດຍມີທັງທັງການ ໃສ່ປ້າຍທະບຽນປອມ ແລະ ປ້າຍຣົຖຂອງຣັຖ ຖ້າບໍ່ສັງເກດດີໆ ກໍຈະບໍ່ຮູ້ວ່າ ເປັນຣົຖເຖື່ອນຜິດກົດໝາຽ.

ດັ່ງປະຊາຊົນ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 17 ມິຖຸນາ ນີ້ວ່າ:

ໂອ້! ຫຼາຍແຫຼະເນາະ ກາມີແຕ່ເຈົ້າແຕ່ນາຍດອກຂີ່ ໄດ້ຄົນທັມມະດາໃຜສິໄປກ້າຂີ່ ພວກທະຫານ, ຕຳຣວດ ແລ້ວເຂົາມັກຊື້ຣົຖເຖື່ອນເດ້ ເຂົາຊື້ຖືກເດ້ ພວກທະຫານ, ຕຳຣວດ ເອົາມາ ເຂົາກາຕິດປ້າຍແດງ ປ້າຍຂຽວຂີ່ ພວກຂີ່ຣົຖເຖື່ອນ ມີແຕ່ພວກມີເສັ້ນ ມີສາຍໝົດແຫຼະ.

ສ່ວນຜູ້ປະກອບການ ຮ້ານຂາຍຣົຖມືສອງແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນກ່າວວ່າ ຣົຖເຖື່ອນໃນລາວມີໃຫ້ເຫັນ ເປັນຈຳນວນຫຼາຍ ເພາະໄລຍະຜ່ານມາ ມີການນຳຣົຖເຖື່ອນ ຜິດກົດໝາຽເຂົ້າມາ ປະເທດລາວ ຕໍ່ເນື່ອງຜ່ານຊ່ອງທາງ ດ່ານສາກົນ, ດ່ານປະເພນີ ແລະລຳແມ່ນໍ້າຂອງ ໂດຍມີຕັ້ງແຕ່ຣົຖຈິບ, ຣົຖຕູ້ ແລະ ຣົຖລາຄາແພງ.

ຢ່າງໃດກໍຕາມ ການນຳເຂົ້າຣົຖເຖື່ອນ ຜິດກົດໝາຽເລົ່ານັ້ນ ຈຳເປັນຕ້ອງຮູ້ຈັກ ແລະຄຸ້ນເຄີຍ ກັບເຈົ້າໜ້າທີ່ຣັຖ ປະຈຳດ່ານສາກົນນັ້ນໆເປັນຢ່າງດີ ເພື່ອໃຫ້ເຈົ້າໜ້າທີ່ເລົ່ານັ້ນ ຊ່ອຍອຳນວຍຄວາມສະດວກ ໃນການດຳເນີນການຂົນສົ່ງ ຖ້າສາມາດນຳຣົຖເຖື່ອນ ເຂົ້າມາລາວໄດ້ແລ້ວ ກໍນຳໄປຂັບຂີ່ໄດ້ ຫຼື ໃຫ້ເຈົ້າໜ້າທີ່ ຊ່ອຍເຮັດເອກສານ ແລະປ້າຍທະບຽນ ຈະຫຼີກລ້ຽງການກວດສອບໄດ້ ເປັນຢ່າງເປັນຢ່າງດີ.

ດັ່ງຜູ້ປະກອບການ ຮ້ານຂາຍຣົຖມືສອງແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 17 ມິຖຸນາ ນີ້ວ່າ:

ບໍ່ຍາກດອກ ຖ້າວ່ານຳເຂົ້າມາໄດ້ ຖ້າວ່າມັນຮອດຝັ່ງລາວນ່າ ມັນສະບາຍນ່າ ເວລາໃຊ້ຕ້ອງໄດ້ປຶກສາທາງຕຳຣວດຫັ້ນແຫຼະ ຝັ່ງດ່ານນ່າ ໃຫ້ໃສ່ຕູ້ຄອນເທັນເນີ້ ແລ້ວເຮົາກາເຂົ້າໄປຕໍ່ລອງກັບເພິ່ນ ເພິ່ນກາຢາກອາສັຍກິນແບບນັ້ນແຫຼະເນາະ.

ເຈົ້າໜ້າທີ່ ກົມພາສີ ກະຊວງການເງິນກ່າວວ່າ ບັນຫາຣົຖເຖື່ອນໃນລາວ ແຍກເປັນ 3 ກຸ່ມໃຫຍ່ ຄືກຸ່ມນໍາເຂົ້າມາຈາກຕ່າງປະເທດ, ກຸ່ມຊື້-ຂາຍກັນ ພາຍໃນປະເທດ ແລະ ກຸ່ມຊື້-ຂາຍຣົຖພາຍໃນເຂດກາສິໂນ ຄິງສ໌ໂຣມັນສ໌ ແຂວງບໍ່ແກ້ວ ໂດຍຂະບວນການທັງໝົດ ມີເຈົ້າໜ້າທີ່ຣັຖບາງຄົນ ມີສ່ວນກ່ຽວຂ້ອງໂດຍຕຣົງ ໃນການນໍາເຂົ້າ ແລະບາງຄົນກໍອາດຈະ ໄປຂັບຂີ່ສ່ວນໂຕ.

ສຳລັບກຸ່ມຊື້-ຂາຍ ຣົຖ ພາຍໃນເຂດກາສິໂນຄິງສ໌ໂຣມັນສ໌ ແຂວງບໍ່ແກ້ວນັ້ນແມ່ນເປັນຣົຖ ຂອງນັກການພະນັກທີ່ຖືກຢຶດໄວ້ ຜ່ານມາກໍຕິດຕາມກວດຫາ ໄດ້ຫຼາຍຄັນແລ້ວ ແຕ່ກໍມີອີກຫຼາຍຄັນເຊັ່ນກັນ ທີ່ຍັງບໍ່ສາມາດຕິດຕາມກວດກາໄດ້ ຊຶ່ງຄາດວ່າຈະຖືກໃສ່ປ້າຍທະບຽນປອມ ຫຼືປ້າຍຂອງຣັຖ ເພື່ອຫຼີກລ້ຽງການກວດກາ ຂອງເຈົ້າໜ້າທີ່ ແລະຫຼີກລ້ຽງການຈ່າຍພາສີ ປະຈຳປີ.

ດັ່ງກົມພາສີ ກະຊວງການເງິນ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽ ເສຣີໃນວັນທີ 17 ມິຖຸນານີ້ວ່າ:

ສ່ວນຫຼາຍ ມັນວຽດກັບຈີນເພາະວ່າ ຈີນນີ້ເຮົາກາເວົ້າຈີງໂລດເນາະ ເພາະວ່າຄືເຈົ້າຮູ້ຫັ້ນແຫຼະວ່າ ຢູ່ລາວເຮົາມີຄາສິໂນ ເອີເວລາເພິ່ນສິມາການພະນັນ ເພິ່ນກາເອົາຣົຖເພິ່ນຈຳເລີຍ ບາດນີ້ຫຼັງຈາກນັ້ນ ແລ້ວກາຜູ້ໄດ້ຫັ້ນກາເອົາອອກມາຊົມໃຊ້.

ທາງດ້ານເຈົ້າໜ້າທີ່ ຮັບຜິດຊອບວຽກງານຕິດຕາມ ກວດກາຣົຖເຖື່ອນ ໃນລາວກ່າວວ່າໃນໄລຍະຜ່ານມາ ຣັຖບານລາກໍເຂັ້ມງວດທີ່ສຸດ ໃນການຕິດຕາມກວດກາຣົຖເຖື່ອນ ໂດຍໃຫ້ຜູ້ຄອບຄອງຣົຖເຖື່ອນ ສາມາດນຳຣົຖມາຂຶ້ນທະບຽນ ແລະຈ່າຍພາສີປະຈຳປີ ໃຫ້ຖືກກົດໝາຽໂດຍຈະບໍ່ມີການປັບໃໝ ຫຼືຢຶດເອົາຣົຖຄືນ.

ພາຍຫຼັງທີ່ ສຳນັກງານນາຍົກຣັຖມົນຕຣີ ອອກຄຳສັ່ງສະບັບເລຂທີ 20/ນຍ ມານັ້ນພາກສ່ວນທີ່ກ່ຽວຂ້ອງກໍສາມາດຕິດຕາມ ກວດກາແລະແກ້ໄຂບັນຫາຣົຖເຖື່ອນ ຜິດກົດໝາຽໄດ້ເປັນຈຳນວນຫຼາຍ ໂດຍສະເພາະໃນກຸ່ມຂອງຄົນລາວທົ່ວໄປ ແລະນັບມື້ຈະຫຼຸດລົງເລື້ອຍໆ ຍ້ອນຫຼາຍຄົນກໍມີຄວາມກັງວົນໃຈ ຢ້ານຖືກປັບໃໝໃສ່ໂທດ ສ່ວນການຕິດຕາມກວດກາຣົຖເຖື່ອນ ນຳພນັກງານຣັຖ, ທະຫານ, ຕຳຣວດ ນັ້ນກໍຈະເຂັ້ມງວດຂຶ້ນຕື່ມ.

ດັ່ງເຈົ້າໜ້າທີ່ ຮັບຜິດຊອບວຽກງານ ຕິດຕາມກວດກາ ຣົຖເຖື່ອນໃນລາວ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 17 ມິຖຸນາ ນີ້ວ່າ:

ມັນເປັນຂະບວນການ ຈັ່ງຊີ້ ເພິ່ນກາມີແຕ່ວ່າເພີ່ມທະວີຕລອດແລ້ວ ຜູ້ທີ່ວ່າມັນສວຍໃຊ້ຄືວ່າ ເພິ່ນກາສິລຳບາກຢູ່ ພວກລັກນີ້ນ່າໃຜກາຢ້ານແລ້ວ ດຽວນີ້ບາງຄົນກາຖີ້ມໄປຊື່ໆ ເງິນລະດັບເປັນຕື້ເນາະ ຫຼາຍຄົນເອົາມາກອງຢູ່ຫ້ອງການນີ້.

ກ່ຽວກັບເຣື່ອງນີ້ ທ່ານ ຄຳສອນ ເພັດດາວັນ ປະທານຄະນະສະມາຊິກ ສະພາແຫ່ງຊາຕເຂດເລືອກຕັ້ງທີ 10 ແຂວງວຽງຈັນ ກ່າວໃນໂອກາດປະກອບຄວາມເຫັນ ໃສ່ບົດຣາຍງານສະພາບພົ້ນເດັ່ນ ການປະຕິບັດແຜນພັທນາເສຖກິຈ-ສັງຄົມ 6 ເດືອນຕົ້ນປີ 2022 ຢູ່ກອງປະຊຸມ ສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9 ໃນມື້ວັນທີ 14 ມິຖຸນາ 2022 ນີ້ວ່າ ການຕິດຕາມຊຸກຍູ້ ການຈັດເກັບລາຍຮັບ ຈາກການແກ້ໄຂຍານພາຫະນະ ນຳເຂົ້າທີ່ບໍ່ຖືກຕ້ອງທັງໝົດ 976 ຄັນ ຊຶ່ງມາຮອດປັດຈບຸັນສາມາດແກ້ໄຂໄດ້ແລ້ວ 726 ຄັນ ສາມາດຈັດເກັບລາຍຮັບ ໄດ້ 8 ຕື້ປາຍກີບ ແລະຍັງຄ້າງ 250 ຄັນ ກຳລັງເລັ່ງສືບຕໍ່ແກ້ໄຂ. ທ່ານ ຄຳສອນ ກ່າວຕື່ມອີກວ່າ ເຖິງວ່າຣັຖບານລາວຈະແກ້ໄຂບັນຫານີ້ໄດ້ ໂດຍພື້ນຖານ ແຕ່ກໍພົບຄວາມຫຍຸ້ງຍາກ ບໍ່ໜ້ອຍເນື່ອງຈາກຣົຖ ນຳເຂົ້າບໍ່ຖືກຕ້ອງ ສ່ວນນຶ່ງແມ່ນຣົຖພນັກງານ, ທະຫານ, ຕຳຣວດ ແລະ ບາງກໍຣະນີ ເຮັດເປັນຣົຖສ່ວນຮວມ ແຕ່ໂຕຈິງແລ້ວເປັນຂອງກສ່ວນບຸກຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.