ຄ້າຍຄຸມຂັງ-ດັດສ້າງ ເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ
2022.06.23

ສະພາບໍຣິຫານ ເຂດເສຖກິຈພິເສດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມອບຄ້າຍຄຸມຂັງ-ດັດສ້າງ ເຂດເສຖກິຈພິເສດສາມຫລ່ຽມຄໍາ ຢູ່ເຂດບ້ານມ່ວງຄໍາ ໃຫ້ກອງບັນຊາການປ້ອງກັນຄວາມສງົບ ແຂວງບໍ່ແກ້ວ ເປັນຜູ້ຄຸ້ມຄອງໃນມື້ວັນທີ 16 ມິຖຸນານີ້. ຄ້າຍຄຸມຂັງ-ດັດສ້າງແຫ່ງດັ່ງກ່າວ ສ້າງຂຶ້ນເປັນບ່ອນຄຸມຂັງນັກໂທດ ທີ່ກໍ່ຄະດີພາຍໃນເຂດເສຖກິຈ ພິເສດສາມຫລ່ຽມຄໍາ ໂດຍສະເພາະ.
ດັ່ງເຈົ້າໜ້າທີ່ ປະຈໍາເຂດເສຖກິຈພິເສດ ສາມຫລ່ຽມຄໍາທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ມິຖຸນານີ້ວ່າ:
“ເພິ່ນມອບໃຫ້ປກສ ແຂວງບໍ່ແກ້ວ ທາງເຂດພິເສດກໍຄືດອກງິ້ວຄໍາ ເພິ່ນໄດ້ມອບໃຫ້ປກສ ນໍາໃຊ້ເຂົ້າໃນວຽກງານ. ສ່ວນຫລາຍກາສິນໍາໃຊ້ ພາຍໃນເຂດເຮົານີ້ແຫລະ ຖ້າວ່າມີບັນຫາຕ່າງໆເພິ່ນກາໄວ້ຫັ້ນເລີຍ.”
ໃນຂະນະດຽວກັນ ເຈົ້າໜ້າທີ່ກອງບັນຊາການ ປ້ອງກັນຄວາມສງົບ ແຂວງບໍ່ແກ້ວ ທ່ານນຶ່ງ ທີ່ຂໍສງວນຊື່ ແລະສຽງ ກໍເວົ້າວ່າ: “ມາເຖິງປັດຈຸບັນ ຄ້າຍຄຸມຂັງ-ດັດສ້າງແຫ່ງນີ້ ຍັງບໍ່ທັນໄດ້ນໍາໃຊ້ເທື່ອ, ຍັງຕ້ອງລໍຖ້າໃຫ້ພາກສ່ວນທີ່ກ່ຽວຂ້ອງ ຫາລືກັນຕື່ມ ກ່ຽວກັບການຍ້າຍນັກໂທດ ເຂົ້າໄປຢູ່ໃນນັ້ນ ແລະລະບົບຮັກສາຄວາມປອດພັຍ ດ້ານຕ່າງໆ ກໍຈະມີພິທີເປີດນໍາໃຊ້ອີກເທື່ອນຶ່ງ, ແຕ່ຍັງບໍ່ມີກໍານົດຄັກແນ່ເທື່ອ.”
ເພື່ອຂໍຮູ້ເຖິງຈໍານວນນັກໂທດ ທີ່ກໍ່ຄະດີຢູ່ເຂດເສຖກິຈ ພິເສດສາມຫລ່ຽມຄໍາ ໃນໄລຍະຜ່ານມາວ່າ ມີຫລາຍ-ໜ້ອຍປານໃດ ແລະປັດຈຸບັນຖືກຄຸມຂັງຢູ່ໃສແດ່ນັ້ນ ວິທຍຸເອເຊັຽເສຣີ ໄດ້ຖາມໄປຍັງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຕ່ທ່ານບໍ່ສາມາດໃຫ້ຣາຍລະອຽດໄດ້.
ແຕ່ເຖິງຢ່າງໃດກໍຕາມ ປະຊາຊົນທີ່ຢູ່ເຂດໃກ້ຄຽງ ຜູ້ຮູ້ຂ່າວນັ້ນ ກໍເວົ້າວ່າ ຄ້າຍຄຸມຂັງ-ດັດສ້າງ ເຂດເສຖກິຈພິເສດ ສາມຫລ່ຽມຄໍາ ທີ່ຕັ້ງຢູ່ເຂດບ້ານມ່ວງຄໍາ ຫ່າງຈາກເຂດເສຖກິຈ ພິເສດສາມຫລ່ຽມຄໍາ ປະມານ 3 ກິໂລແມັດນັ້ນ ຈະຕ້ອງເປັນບ່ອນຂັງນັກໂທ ທີ່ກໍ່ຄະດີຕ່າງໆ ຢູ່ໃນເຂດເສຖກິຈ ສາມຫລ່ຽມຄໍາ ຮວມທັງ ຄະດີຄ້າຢາເສບຕິດ, ຄ້າມະນຸສ ແລະຄະດີອາສຍາກັມອື່ນໆ.
“ເຂົາສ້າງອັນນີ້ ນິກະບໍ່ໄກ ປະມານ 3 ໂລນີ້ຕີ້ ສ່ວນຫລາຍຄ້າມະນຸສນີ້ແຫລະ ຢູ່ໃນກາສິໂນ ມັນແມ່ນຫລາຍນີ້ ຖືວ່າຄົນໄທຍ, ຄົນພະມ້າ, ຄົນລາວ ກາມີຫລາຍ ທີ່ວ່າເປັນໜຸ່ມເປັນສາວ ມາຕອບແຊັດ ຕອບຫຍັງ.”
ຊາວບ້ານທີ່ຢູ່ໃກ້ຄຽງ ເຂດນັ້ນອີກຜູ້ນຶ່ງ ກໍເວົ້າວ່າ ກ່ອນໜ້ານີ້ ກໍເຄີຍມີຄ້າຍຄຸມຂັງ-ດັດສ້າງ ແຫ່ງນຶ່ງຂອງເຂດເສຖກິຈ ພິເສດສາມຫລ່ຽມຄໍາ ທີ່ຕັ້ງຢູ່ເມືອງຕົ້ນເຜິ້ງ, ແຕ່ກໍເປັນພຽງຄ້າຍຄຸມຂັງນ້ອຍ ແລະກໍໄດ້ຖືກມ້າງຖິ້ມໄປແລ້ວ ຍ້ອນໂຄງການກໍ່ສ້າງ ເສັ້ນທາງເຂົ້າໄປສນາມບິນ ສາກົລ ແຂວງບໍ່ແກ້ວ ກ່ອນຈະມີການກໍ່ສ້າງຄ້າຍຄຸມຂັງ-ດັດສ້າງ ແຫ່ງໃໝ່ນີ້ຂຶ້ນມາແທນ.
“ຜ່ານມາມັນເຄີຍມີຢູ່ ຄ້າຍຄຸມຂັງແຫ່ງນຶ່ງຫັ້ນ ຄືສິມີແຕ່ 2-3 ຫ້ອງ ແລ້ວກໍໂຕນີ້ມັນຖືກຢູ່ ກ້ອງຖນົນທີ່ໄປທາງສນາມບິນ ໂຕນີ້ເພິ່ນກາຍ້າຍ ແລ້ວກາສ້າງຢູ່ຫັ້ນແລ້ວ ອັນເກົ່ານີ້ມັນກາເປັນຂອງ ເຂດສາມຫລ່ຽມຄໍາ.”
ກ່ຽວກັບເຣື່ອງນີ້ ນັກກົດໝາຍລາວທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ມິຖຸນານີ້ວ່າ ສະພາບໍຣິຫານ ເຂດເສຖກິຈພິເສດ ສາມຫລ່ຽມຄໍາ ສາມາດສ້າງຄ້າຍຄຸມຂັງ ສໍາລັບຂັງນັກໂທດ ທີ່ກໍ່ຄະດີຢູ່ພາຍໃນເຂດ ດັ່ງກ່າວນີ້ໄດ້, ແຕ່ຄ້າຍຄຸມຂັງທີ່ວ່ານີ້ ຕ້ອງຂຶ້ນກັບກະຊວງ ປ້ອງກັນຄວາມສງົບ ແລະກະຊວງນີ້ເປັນຜູ້ຄຸ້ມຄອງ.
ດັ່ງທີ່ທ່ານກ່າວວ່າ:
“ຄ້າຍຄຸມຂັງແຫ່ງນີ້ ມັນກະຍັງໄດ້ຂຶ້ນກັບກະຊວງ ປ້ອງກັນຄວາມສງົບ ຄຸ້ມຄອງເນາະ. ການສ້າງຄ້າຍຄຸມຂັງນີ້ ອານຸຍາດໃຫ້ບຸກຄົນ ຫລືນິຕິບຸກຄົນ ມາຮັບຜິດຊອບບໍ່ໄດ້ ອັນນີ້ມັນຕ້ອງຂຶ້ນກັບຣັຖບານໂດຍກົງເນາະ ນັກໂທດຕ້ອງຫາທີ່ວ່າ ມີການກະທໍາຜິດຕໍ່ກົດໝາຍລາວນີ້ ບົນພື້ນຖານ ຈະມີການດໍາເນີນຄະດີຂອງເຈົ້າໜ້າທີ່.”
ທ່ານເວົ້າຕື່ມວ່າ ຜູ້ຕ້ອງຫາ ທັງຄົນລາວ ແລະຄົນຕ່າງປະເທດ ທີ່ເຮັດຄວາມຜິດ ຢູ່ໃນເຂດເສຖກິຈພິເສດສາມຫລ່ຽມຄໍາ ຈະຕ້ອງຖືກດໍາເນີນຄະດີ ພາຍໃຕ້ກົດໝາຍລາວ, ຖືກສັ່ງຟ້ອງສານພາຍໃນລາວ ຄືກັນກັບຜູ້ຕ້ອງຫາທົ່ວໄປ ແລະເມື່ອຖືກສານຕັດສິນ ລົງໂທດຈໍາຄຸກແລ້ວ ທາງພາກສ່ວນທີ່ກ່ຽວຂ້ອງ ສາມາດ ນໍານັກໂທດນັ້ນ ໄປຂັງຢູ່ຄ້າຍຄຸມຂັງ-ດັດສ້າງ ເຂດເສຖກິຈພິເສດ ສາມຫລ່ຽມຄໍາໄດ້.
ຄ້າຍຄຸມຂັງ-ດັດສ້າງ ເຂດເສຖກິຈພິເສດ ສາມຫລ່ຽມຄໍາ ມີເນື້ອທີ່ປະມານ 900 ຕາແມັດ, ເປັນອາຄານຊັ້ນດຽວ, ມີ 5 ຫລັງ, ລວມທັງໝົດມີ 30 ຫ້ອງ. ໃນນັ້ນ ເປັນຫ້ອງຂັງນັກໂທດ 24 ຫ້ອງ ແລະຫ້ອງການຂອງເຈົ້າໜ້າທີ່ 6 ຫ້ອງ, ແຕ່ຍັງບໍ່ຮູ້ວ່າ ຈະສາມາດຮອງຮັບນັກໂທດ ໄດ້ທັງໝົດຈັກຄົນ.
ອີງຕາມຂໍ້ມູນຈາກຫ້ອງການໂຄສນາ ເຜີຍແພ່ຂໍ້ມູນຂ່າວສານ ຂອງສະພາບໍຣິຫານ ເຂດເສຖກິຈພິເສດສາມຫລ່ຽມຄໍາ, ຄ້າຍຄຸມຂັງ-ດັດສ້າງ ແຫ່ງດັ່ງກ່າວ ໄດ້ເຣີ່ມກໍ່ສ້າງມາຕັ້ງແຕ່ ເດືອນຕຸລາ ປີ 2021 ແລະສ້າງສໍາເຣັດ ປະມານເດືອນພຶສພາ 2022 ນີ້, ໃຊ້ງົບປະມານກໍ່ສ້າງ 11,368,000,000 ກີບ. ກຸ່ມບໍຣິສັດດອກ ງິ້ວຄໍາຈໍາກັດ ເປັນຜູ້ລົງທຶນກໍ່ສ້າງທັງໝົດ.