ແຕ່ງຕັ້ງ, ໂຍກຍ້າຍ ຄະນະຣັຖມົນຕຣີ

ໄຊຍາ
2022.06.21
ແຕ່ງຕັ້ງ, ໂຍກຍ້າຍ ຄະນະຣັຖມົນຕຣີ ທ່ານ ບຸນເຫລືອ ສິນໄຊວໍຣະວົງ (ຮູບຊ້າຍມື) ຜູ້ວ່າການທນາຄານ ແຫ່ງ ສປປ ລາວ ຄົນໃໝ່ ແລະ ທ່ານ ມະໄລທອງ ກົມມະສິດ ຣັຖມົນຕຣີ ກະຊວງອຸດສາຫະກັມ ແລະ ການຄ້າ ຄົນໃໝ່.
ຮູບພາບ: Public Domain

ກອງປະຊຸມສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາຕລາວ ຊຸດທີ 9 ເຫັນດີຮັບຮອງເອົາ ການແຕ່ງຕັ້ງແລະໂຍກຍ້າຍ ສມາຊິກຣັຖບານ ຕາມການສເນີຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດລາວ ແລະ ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີລາວ. ໂດຍຜ່ານການປະກອບ ຄຳເຫັນຂອງສມາຊິກສະພາແຫ່ງຊາຕ ຈຶ່ງໄດ້ຮັບຮອງ ການແຕ່ງຕັ້ງແລະໂຍກຍ້າຍ ສມາຊິກຣັຖບານປະກອບມີ:

  1. ແຕ່ງຕັ້ງ ທ່ານ ພົລເອກ ວິໄລ ຫຼ້າຄຳຟອງ ຂຶ້ນເປັນຮອງນາຍົກຣັຖມົນຕຣີ ທັງເປັນຣັຖມົນຕຣີກະຊວງປ້ອງກັນຄວາມສງົບ.
  2. ແຕ່ງຕັ້ງ ທ່ານ ສະເຫຼີມໄຊ ກົມມະສິດ ຂຶ້ນເປັນຮອງນາຍົກຣັຖມົນຕຣີ ທັງເປັນຣັຖມົນຕຣີ ກະຊວງການຕ່າງປະເທດ.
  3. ແຕ່ງຕັ້ງ ທ່ານ ວຽງທະວີສອນ ເທບພະຈັນ ຮອງເຈົ້າແຂວງສວັນນະເຂດ ຂຶ້ນເປັນປະທານກວດສອບແຫ່ງຣັຖ.
  4. ແຕ່ງຕັ້ງ ທ່ານ ມະໄລທອງ ກົມມະສິດ ປະທານອົງການກວດສອບແຫ່ງຣັຖ ໄປຮັບໜ້າທີ່ເປັນຣັຖມົນຕຣີ ກະຊວງອຸດສາຫະກັມ ແລະການຄ້າ.
  5. ແຕ່ງຕັ້ງ ທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຮອງຣັຖມົນຕຣີ ກະຊວງການເງິນ ເປັນຮັບໜ້າທີ່ເປັນຜູ້ວ່າການ ທນາຄານແຫ່ງ ສປປ ລາວ.
  6. ໂຍກຍ້າຍ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທນາຄານແຫ່ງ ສປປ ລາວ ໄປຮັບໜ້າທີ່ໃໝ່ເປັນຣັຖມົນຕຣີ ປະຈຳສຳນັກງານ ນາຍົກຣັຖມົນຕຣີ.
  7. ໂຍກຍ້າຍ ທ່ານ ຄຳແພງ ໄຊສົມແພງ ຣັຖມົນຕຣີ ກະຊວງອຸດສາຫະກັມ ແລະການຄ້າ ໄປຮັບໜ້າທີ່ໃໝ່ ເປັນຣັຖມົນຕຣີ ປະຈຳສຳນັກງານຍົກຣັຖມົຕຣີ.

ດັ່ງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາຕ ກ່າວຮັບຮອງເອົາການແຕ່ງຕັ້ງ ແລະໂຍກຍ້າຍສມາຊິກຣັຖບານ ຕໍ່ກອງປະຊຸມສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາຕຊຸດທີ 9 ໃນມື້ວັນທີ 20 ມິຖຸນາ 2022 ນີ້ວ່າ:

ອີງຕາມການສເນີ ຂອງທ່ານປະທານປະເທດ ແລະທ່ານນາຍົກຣັຖມົນຕຣີນັ້ນ ກອງປະຊຸມເຮົາໄດ້ພິຈາຣະນາ ຮັບຮອງເອົາການເລືອກຕັ້ງ ທ່ານປະທານອົງການກວດສອບ ແຫ່ງຣັຖແລ້ວ ກໍໄດ້ຮັບຮອງເອົາການສເນີແຕ່ງຕັ້ງ ເພີ່ມຮອງນາຍົກ 2 ທ່ານ ພ້ອມດຽວກັນນັ້ນ ກໍຮັບຮອງເອົາການສເນີແຕ່ງຕັ້ງ ໂຍກຍ້າຍສມາຊິກຣັຖບານ ຈຳນວນນຶ່ງ.

ໃນຂະນະດຽວກັນ ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງຣັຖຄົນໃໝ່ ກໍໄດ້ກ່າວຕໍ່ກອງປະຊຸມ ສະພາແຫ່ງຊາຕລະບຸວ່າ ຫຼັງຈາກທີ່ໄດ້ຮັບການແຕ່ງຕັ້ງ ເຂົ້າມາເປັນປະທານອົງການກວດສອບ ແຫ່ງຣັຖຄົນໃໝ່ແລ້ວ ກໍຈະພະຍາຍາມປະຕິບັດໜ້າທີ່ ຢ່າງເຂັ້ມງວດ, ຍຸຕິທັມ, ໂປ່ງໃສທີ່ສຸດ ເພື່ອນຳພາປະເທດຊາຕ ໃຫ້ເກີດການພັທນາຢ່າງຍືນຍົງ ແລະແກ້ໄຂບັນຫາຕ່າງໆ ຕາມແຜນພັທນາ ເສຖກິຈ-ການເງິນ ໃຫ້ປະກົດເປັນຈິງ.

ດັ່ງທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການ ກວດສອບແຫ່ງຣັຖຄົນໃໝ່ ກ່າວກອງປະຊຸມສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາຕຊຸດທີ 9 ໃນມື້ວັນທີ 20 ມິຖຸນາ ນີ້ວ່າ:

ຂ້າພຣະເຈົ້າຮັບຮູ້ ແລະເຂົ້າໃຈດີວ່າເຖິງຄວາມຫຍຸ້ງຍາກ ແລະສິ່ງທ້າທາຍ ຂອງວຽກງານກວດສອບ ໃນນາມປະທານອົງການ ກວດສອບແຫ່ງຣັຖຄົນໃໝ່ ຂ້າພະເຈົ້າຈະສຸມ ທຸກຄວາມສາມາດ ດ້ານເຫື່ອແຮງສະຕິປັນຍາ ເພື່ອນຳເອົາອົງການກວດສອບ ແຫ່ງຣັຖໃນການຮັບປະກັນ ໃຫ້ການຄຸ້ມຄອງຣັຖ ຄຸ້ມຄອງງົບປະມານ ນຳໃຊ້ງົບປະມານຈາກແຫຼ່ງຕ່າງໆ ໃຫ້ມີປະສິທທິພາບໂປ່ງໃສ.

ກ່ຽວກັບເຣື່ອງນີ້ ປະຊາຊົນລາວຈຳນວນນຶ່ງ ກໍເຫັນວ່າຣັຖບານລາວ ຄວນຈະຊອກຫາບຸກຄະລາກອນ ທີ່ມີຄວາມສາມາດຮອບດ້ານ ເຂົ້າໃຈສະພາບເສຖກິຈ, ສັງຄົມ ແລະ ການເມືອງເປັນຢ່າງດີ ເພື່ອແກ້ໄຂບັນຫາຕ່າງໆ ຢ່າງວ່ອງໄວ ແລະ ຖືກຈຸດ ແຕ່ຫາກຍັງເລືອກເອົາ ບຸກຄະລາກອນທີ່ຂາດຄວາມຮູ້ ຄວາມສາມາດໃນການແກ້ໄຂບັນຫາເສຖກິຈ ສັງຄົມ ແລະ ການເມືອງ ປະເທດຊາຕ ກໍຈະບໍ່ສາມາດກ້າວຂ້າມບັນຫາໄດ້.

ດັ່ງປະຊາຊົນ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 20 ມິຖຸນານີ້ວ່າ:

ຜູ້ໃດເປັນກາຄືເກົ່າຫັ້ນແຫຼະສິເດັດຂາສໍ່າໃດນັ້ນຍັງຟັງເບິ່ງ ກະຊອກເອົາບຸກຄະລາກອນທີ່ດີ ເອົາຫຼາຍ ໆ ແລ້ວເຂົ້າໃນຂົງເຂດໃນການພັທນາແຕ່ລະພາກສ່ວນ.

ສ່ວນປະຊາຊົນອີກທ່ານນຶ່ງ ກ່າວວ່າຣັຖບານລາວ ຄວນເປີດໂອກາດ ແລະສນັບສນູນຄົນຮຸ່ນໃໝ່ ທີ່ມີຄວາມຮູ້ ຄວາມສາມາດເຂົ້າມາ ແກ້ໄຂບັນຫາຕ່າງໆ ເປັນຕົ້ນທາງດ້ານເສຖກິຈ-ການເງິນ ເພາະຄົນຮຸ່ນໃໝ່ ຈະມີແນວຄິດທີ່ທັນສມັຍ ເຮັດວຽກວ່ອງໄວ ເຂົ້າເຖີງເທັກໂນໂລຢີ ໄດ້ຢ່າງມີປະສິດທິພາບ ຊຶ່ງຈະຊ່ອຍ ພັທນາເສຖກິຈ-ສັງຄົມ ໄດ້ເປັນຢ່າງດີ. ຖ້າຍັງແຕ່ງຕັ້ງ ບຸກຄະລາກອນ ທີ່ບໍ່ມີຄວາມຮູ້ຄວາມສາມາດ ພຽງພໍ ຫຼືເໜັ້ນໜັກແຕ່ເຣື່ອງທິດສະດີ ແຕ່ປະການປະຕິບັດ ຂາດປະສິທທິພາບ ບັນຫາຕ່າງໆ ທີ່ປະເທດລາວ ກຳລັງປະເຊີນຢູ່ ໃນປັດຈຸບັນ ກໍບໍ່ສາມາດແກ້ໄຂໄດ້ ຢ່າງແນ່ນອນ.

ດັ່ງປະຊາຊົນ ໃນນະຄອນຫຼວງວຽງຈັນ ອີກທ່ານນຶ່ງໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີໃນວັນທີ 20 ມິຖຸນາ ນີ້ວ່າ:

ຈິດໃຈຊາຕ ຂະເຈົ້າກາສູງຢູ່ ແຕ່ກາຄືເວົ້ານີ້ແຫຼະ ມັນບໍ່ສາມາດຊິເຮັດຫຍັງໄດ້ ມີແຕ່ສ້າງຄົນຣຸ້ນໃໝ່ນີ້ ຂຶ້ນມານີ້ແຫຼະ ຈຶ່ງຈະສາມາດແກ້ໄຂໄດ້ ຖ້າເປັນແນວນີ້ຕໍ່ໄປ ມັນຊິເປັນແນວໃດ ແລ້ວຊິບໍ່ໃຫ້ເຮົາ ເປັນຫ່ວງເຮົາກາເປັນຫ່ວງຢູ່ ແຕ່ມັນກາສຸດຄວາມສາມາດ ມັນແກ້ໄຂບໍ່ໄດ້ນິ.

ທາງດ້ານນັກວິຊາການ ເສຖສາຕ-ການເງິນກ່າວວ່າ ການປະກາດແຕ່ງຕັ້ງ ແລະໂຍກຍ້າຍສມາຊິກ ຣັຖບານ ລະດັບສູງໃນເທື່ອນີ້ ຖືວ່າມີຄວາມສຳຄັນຫຼາຍ ແລະຣັຖບານລາວ ກໍຄົງເຫັນເຖິງ ບັນຫາທີ່ຫຍຸ້ງຍາກ ແລະທ້າທາຍຫຼາຍສົມຄວນ ໂດຍສະເພາະການແກ້ໄຂບັນຫາ ທາງດ້ານເສຖິຈ-ການເງິນ ຂອງປະເທດ ຊຶ່ງປັດຈຸບັນກຳລັງປະເຊີນ ກັບອັດຕຣາເງິນເຟີ້ຮຸນແຮງ, ເງິນກີບອ່ອນຄ່າ, ການຂາດເຂີນເງິນຕຣາ ຕ່າງປະເທດ ແລະນໍ້າມັນຂາດປໍ້າ ບໍ່ພຽງພໍຕໍ່ຄວາມຕ້ອງການ ຂອງສັງຄົມ.

ຫຼັງຈາກສະພາແຫ່ງຊາຕ ຮັບຮອງໄປແລ້ວຄາດວ່າ ເຈົ້າໜ້າທີ່ຣະດັບສູງເລົ່ານັ້ນ ອາຈມີການປັບປຸງ, ປ່ຽນແປງ ໃນບາງຕຳແໜ່ງໜ້າທີ່ີ ເພື່ອໃຫ້ສອດຄ່ອງ ກັບສະພາບການໃນປັດຈຸບັນ, ແນວໃດກໍຕາມ ຍັງບໍ່ເຊື່ອໝັ້ນວ່າ ການແຕ່ງຕັ້ງແລະໂຍກຍ້າຍ ເຈົ້າໜ້າທີ່ລະດັບສູງ ໃນເທື່ອນີ້ ຈະສ້າງການປ່ຽນແປງ ໃຫ້ດີຂຶ້ນຈົນກ່ວາ ຈະເຫັນຜົລງານ.

ດັ່ງນັກວິຊາການ ດ້ານເສຖສາຕ-ການເງິນ ອາຈານປະຈຳ ມຫາວິທຍາລັຍແຫ່ງຊາຕລາວ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 20 ມີຖຸນາ ນີ້ວ່າ:

ຊ່ວງນີ້ມັນເປັນຊ່ວງ ທີ່ຖ່າຍໂອນການປ່ຽນແປງຫັ້ນນ່່າ ຕໍ່ໄປກາຊິມີການປ່ຽນແປງ ຢູ່ພາຍໃນ ແລະເກີດຂຶ້ນບາງອັນ ທີ່ແບບກ່ຽວກັບເສຖກິຈ ແມ່ນຫຍັງຫັ້ນນ່າ ແຕ່ວ່າຊ່ວງນີ້ ຍັງເປັນຊ່ວງທີ່ແບບປ່ຽນຖ່າຍ ແລະທຸກຢ່າງຍັງຄືເກົ່າຢູ່ ກໍຍັງລໍຖ້າການປ່ຽນແປງ.

ກ່ອນໜ້ານີ້ ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ສປປ ລາວ ກ່າວໃນມື້ເປີດກອງປະຊຸມ ສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາຕຊຸດທີ 9 ໃນມື້ວັນທີ 13 ມິຖຸນາ 2022 ນີ້ລະບຸເຖິງແຜນພັທນາເສຖກິຈ-ສັງຄົມ ຂອງປະເທດ ຈະດຳເນີນໄປຕາມແຜນການ ແຕ່ຂໍ້ຄົງຄ້າງ ແລະສິ່ງທ້າທາຍ ກໍມີຫຼາຍຢ່າງ ທີ່ຈະຕ້ອງໄດ້ຮີບດ່ວນແກ້ໄຂ ເປັນຕົ້ນ ການຈັດຕັ້ງປະຕິບັດ ແຜນພັທນາເສຖກິຈ-ສັງຄົມ ແລະ 2 ວາຣະແຫ່ງຊາຕ ທີ່ຣັຖບານກຳລັງດຳເນີນການຢູ່ ເຫັນວ່າບັນດາຂແນງການ ຂອງສູນກາງ ແລະທ້ອງຖິ່ນຍັງຊັກຊ້າ ການຊີ້ນຳບັນຊາການ ຂອງຂແນງການທ້ອງຖິ່ນ ຍັງບໍ່ທັນເດັດຂາດ ເຂັ້ມງວດ ຄວາມສະດວກວ່ອງໄວ ຕໍ່ຜົລກະທົບພາຍນອກ ແລະການໃຊ້ມາຕການແກ້ໄຂ ຍັງບໍ່ທັນເດັດຂາດ.

ການເພີ່ມຂຶ້ນຂອງອັດຕຣາເງິນເຟີ້ ໄລຍະ 6 ເດືອນຕົ້ນປີ 2022 ຍັງມີຈັງຫວະກະໂດດສູງຂຶ້ນ ເຮັດໃຫ້ເງິນກີບອ່ອນຄ່າ ແລະເຮັດໃຫ້ສະເຖັຽຣະພາບ ທາງດ້ານເສຖກິຈ ມະຫາພາກທີ່ບອບບາງຢູ່ແລ້ວນັ້ນ ບອບບາງເຂົ້າໄປຕື່ມ ຊຶ່ງອາຈສົ່ງຜົລກະທົບ ຕໍ່ການຂຍາຍໂຕທາງດ້ານເສຖກິຈ ແລະ ການດຳຣົງຊີວິດຂອງປະຊາຊົນໝົດປີ 2022 ນີ້.

ການແກ້ໄຂໜີ້ສາທາຣະນະ ປັດຈຸບັນໄດ້ເພີ່ມຂຶ້ນມາຮອດ 88% ຂອງ GDP ໃນປີ 2021 ຊຶ່ງໃນນັ້ນເປັນໜີ້ສິນ ທີ່ມາຈາກຂແນງພລັງງານຈຳນວນ 30% ຂອງຍອດໜີ້ສະສົມທັງໝົດ ຊຶ່ງຍັງສືບຕໍ່ເປັນສິ່ງທ້າທາຍໃນຕໍ່ໜ້າ ໂດຍສະເພາະການສຳຣະໄລຍະຫຼັງຜ່ອນຜັນ. ການປະຕິຮູບການແກ້ໄຂໜີ້ສິນ ຂອງຣັຖວິສາຫະກິຈ ຍັງມີຄວາມຊັກຊ້າ ແລະກວມເອົາພຽງຈຳນວນໜ້ອຍ ຮວມເຖິງການແກ້ໄຂ ບັນຫາຢາເສບຕິດ ຍັງບໍ່ທັນໄດ້ດີເທົ່າທີ່ຄວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.